
ແຈ້ງເຕືອນໄພ:
ໄພນໍ້າຖ້ວມ, ການລະບາຍນໍ້າອອກຈາກເຂື່ອນໄຟຟ້າເຊກະໝານ 1 ແລະ ເຂື່ອນອື່ນໆພາຍໃນແຂວງອັດຕະປື ແລະ ພະຍາກອນອາກາດແຕ່ເວລາ 12:00 ໂມງ ຂອງວັນທີ 29/10/2025 ຫາ ເວລາ 12:00 ໂມງ ຂອງວັນທີ 30/10/2025.
ດັ່ງນັ້ນ; ຈິ່ງແຈ້ງເຕືອນມາຍັງ ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທຸກພາກສ່ວນ-ທຸກຂັ້ນ ພາຍໃນແຂວງ ອັດຕະປື ເພື່ອຮັບຊາບ ແລະ ມີສະຕິລະມັດລະວັງ ກຽມພ້ອມຮັບມື ຕໍ່ສະພາບການປ່ອຍນໍ້າອອກຈາກເຂື່ອນຝົນ ຕົກແຮງ ທີ່ອາດຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມກະທັນຫັນ-ນໍ້າປ່າໄຫຼຊູ ແລະ ນໍ້າຖ້ວມອັ່ງ.
ພ້ອມກັນນີ້ ກໍ່ຂໍໃຫ້ ຕິດຕາມການລາຍງານຂ່າວ ຈາກພະແນກກະສິກຳ ແລະ ສິ່ງແວດລ້ອມ ຫຼື ຕິດຕາມຂ່າວສານທາງວິທະຍຸ, ໂທລະ ພາບ ແລະ ສື່ອອນລາຍນ໌ຕ່າງໆ ທີ່ມີການຢັ້ງຢືນຢ່າງເປັນລາຍລັກອັກສອນຈາກທາງການຄັກແນ່.
(ລາຍລະອຽດບ້ານທີ່ຄາດຄະເນນໍ້າຈະຖ້ວມ ໄດ້ຄັດຕິດມາພ້ອມນີ້)
ອ້າງອີງຂ່າວຈາກ: ໂທລະພາບເເຂວງອັດຕະປື
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,524 | 21,801 |
THB | 665.41 | 676.72 |
EUR | 24,181 | 24,665 |
CNY | 2,954 | 3,013 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 27,790 |
![]() | 23,140 |
![]() | 18,940 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 43,570,000 | 44,100,000 |
![]() | 43,060,000 | 44,209,000 |














