jane - 2025-10-29T160031.841
ໄຂລະຫັດລັບ "Trick or Treat" ຄຳເວົ້າຍອດນິຍົມໃນວັນຮາໂລວີນ (Halloween)
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 29 October, 2025

 

ໄຂລະຫັດລັບ “Trick or Treat” ຫຼອກ ຫຼື ລ້ຽງ ກັບ ຕຳນານເຄັກແຫ່ງວິນຍານ

Digital Marketing Agency in Laos - Emerging Digital Solutions

ເຖິງແມ່ນວ່າຕົ້ນກຳເນີດຂອງຄວາມເຊື່ອວັນຮາໂລວີນນັ້ນຈະເຊື່ອມໂຍງກັບໂລກຫຼັງຄວາມຕາຍ, ວິນຍານ ແລະ ໄສຍະສາດ ແຕ່ປະຕິເສດບໍ່ໄດ້ວ່າໃນປັດຈຸບັນນີ້ “ວັນຮາໂລວີນ” ໄດ້ກາຍເປັນສ່ວນໜຶ່ງຂອງເທດສະການທີ່ມີສີສັນ ແລະ ສ້າງມູນຄ່າການທ່ອງທ່ຽວໃຫ້ຫຼາຍໆປະເທດກັບກິດຈະກຳນີ້ຢູ່ບໍ່ໜ້ອຍເລີຍ. ແຕ່ໃນເທດສະການທີ່ມີຄວາມຫຼອນແບບນີ້ກັບມີ ຄຳບາງຄຳທີ່ມີຄວາມໝາຍເຊື່ອງຢູ່ ນັ້ນກໍຄື “Trick or Treat” ກົນອຸບາຍທີ່ຕ່າງຮູ້ຈັກໃນແງ່ຂອງການຂໍຂະໜົມຫວານຕາມບ້ານຕ່າງໆ

🎂 ຕົ້ນກຳເນີດທີ່ແທ້ຈິງ

 

ໂດຍ “Trick or Treat ຫຼອກ ຫຼື ລ້ຽງ” ບໍ່ໄດ້ມີຈຸດເລີ່ມຕົ້ນມາຈາກເລື່ອງທີ່ຊວນສະໜຸກສະໜານເໝືອນອາງທຸກວັນນີ້ແມ້ແຕ່ໜ້ອຍ ເພາະວ່າໃນຄວາມໝາຍທີ່ແທ້ຈິງແລ້ວນັ້ນ “Trick or Treat” ກັບມີຕົ້ນກຳເນີດມາຈາກການແລກ “ເຄັກແຫ່ງວິນຍານ (Soul Cakes)” ເພື່ອເປັນຂໍ້ແລກປ່ຽນ ຫຼື ຄຳອະທິຖານໃຫ້ກັບຜູ້ທີ່ລ່ວງລັບໄປແລ້ວຕ່າງຫາກ

📜 ຍ້ອນກັບໄປເມື່ອຫຼາຍຮ້ອຍປີກ່ອນ

ຍຸກທຳອິດຂອງອັງກິດນັ້ນ ໃນຊ່ວງຂອງເທດສະການທີ່ເຊື່ອກັນວ່າ ວັນທີ່ 31 ຕຸລາ ເປັນຊ່ວງເວລາທີ່ໂລກຄົນເປັນນັ້ນເຊື່ອມຕໍ່ກັບປຣະໂລກ ເປັນວັນທີ່ຈະພົບກັບຄົນເຮັດຮ່ອນທີ່ຂາດແຄນອາຫານຍ່າງຂະບວນເພື່ອຂໍອາຫານແກ່ຊາວບ້ານ ເຮັດໃຫ້ຄອບຄົວຕ່າງໆ ນຳເຄັກທີ່ເອີ້ນວ່າ ເຄັກແຫ່ງວິນຍານ ໄປແລກເພື່ອເປັນການເຮັດບຸນ ຫຼື ເປັນການໃຫ້ຮູບແບບໜຶ່ງ ພ້ອມກັບອະທິຖານຂໍພອນໃຫ້ກັບຍາດທີ່ເສຍຊີວິດໄປແລ້ວ

⛪ ບົດບາດຂອງສາດສະໜາຈັກ

ແນວໃດກໍ່ຕາມ ໃນເລື່ອງນີ້ສາດສະນາຈັກໄດ້ສະໜັບສະໜູນການແຈກເຄັກດັ່ງກ່າວເພື່ອທົດແທນທຳນຽມດັ້ງເດີມທີ່ມີຊາວບ້ານວາງເຫຼົ້າແວງ ແລະ ອາຫານໄວ້ ເພື່ອໃຫ້ວິນຍານເຮັດຮ່ອນໄດ້ທານໃນຊ່ວງລະດູໜາວ

ປະເພນີ “Going a-souling”

ໂດຍໃນທຳນຽມນີ້ເອີ້ນວ່າ “going a-souling” ເປັນປະເພນີໃນຍຸກກາງຂອງອັງກິດ ທີ່ຜູ້ຄົນເຮັດຮ່ອນຈະຍ່າງໄປເຄາະປະຕູບ້ານເພື່ອຂໍເຄັກ ຫຼື ອາຫານ ແລະ ເຄື່ອງດື່ມ (ຈະເກີດຂຶ້ນທຸກວັນທີ່ 1 ພະຈິກ) ແລະ ເພື່ອເປັນການແລກປ່ຽນກັບເຄັກ ຫຼື ອາຫານ ຜູ້ຄົນເຫຼົ່ານັ້ນຈະສວດມົນອະທິຖານໃຫ້ກັບຜູ້ທີ່ລ່ວງລັບໄປແລ້ວນັ້ນເອງ

 

🎃 Trick or Treat ແລະ ການແຕ່ງຕົວໃນ “ວັນຮາໂລວີນ”

 

  • ໃນຊ່ວງປາຍທົດສະວັດ 1,800 ຊາວອາເມຣິກາເລີ່ມມີການປັບປ່ຽນໃຫ້ຄວາມຫຼອນຂອງວັນຮາໂລວີນໃຫ້ໜ້ອຍລົງ ຫຼຸດຄວາມໜ້າຢ້ານໃຫ້ເປັນການສະເຫຼີມສະຫຼອງ ແລະ ເປັນການພົບປະສັງສັນໃນຊຸມຊົນກັບເພື່ອນບ້ານ ຫຼາຍກວ່າຈະເຮັດໃຫ້ເທດສະການນີ້ເປັນເທດສະການຂອງຄວາມເຊື່ອທາງໄສຍະສາດ

 

  • ຈົນກະທັ້ງຕໍ່ມາເລື່ອງຣາວທີ່ວ່າດ້ວຍໄສຍະສາດກໍ່ໄດ້ເຈືອຈາງຫາຍໄປໃນຊ່ວງຕົ້ນສະຕະວັດທີ່ 20 ເຫຼືອໄວ້ແຕ່ວັດທະນະທຳທີ່ສ້າງມິດຕະພາບ ແລະ ຄວາມສະໜຸກສະໜານ

 

🍬 ປະເພນີທີ່ສືບທອດມາຮອດປັດຈຸບັນ

ເຖິງແມ່ນວ່າຄວາມຫຼອນ ແລະ ຄວາມຂະຫຼັງຈະສະລາຍໄປຈົນແທບບໍ່ໄດ້ເວົ້າເຖິງແລ້ວ ແຕ່ໃນບາງວັດທະນະທຳເຊັ່ນ ເລື່ອງຂອງການແລກຂະໜົມຫວານ ຫຼື ກົນອຸບາຍທີ່ລ້ຽງເຂົ້າໜົມຂອງຜູ້ທີ່ມາເຄາະປະຕູບ້ານ ກໍ່ຍັງມີຢູ່ຈົນເຖິງປັດຈຸບັນ ແລະ ເປັນສິ່ງທີ່ສືບຕໍ່ມາໃຫ້ເຮົາໄດ້ເພີດເພີນມ່ວນຊື່ນກັບຄວາມເຊື່ອຕໍ່ໄປ

 

ຂໍຂອບໃຈຂໍ້ມູນຈາກ: history

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 29 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,524
21,801
thailand (1)
THB
665.41
676.72
european-union
EUR
24,181
24,665
china
CNY
2,954
3,013
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Tuesday, 28 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
43,570,000
44,100,000
43,060,000
44,209,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-29T164702.675
ແຈ້ງໄພນໍ້າຖ້ວມຢູ່ 24 ບ້ານ ເເຈ້ງການດັ່ງລຸ່ມນີ້:
jane - 2025-10-29T160031.841
ໄຂລະຫັດລັບ "Trick or Treat" ຄຳເວົ້າຍອດນິຍົມໃນວັນຮາໂລວີນ (Halloween)
pele - 2025-10-29T155408.470
ຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ ໃຫ້ປະຊາຊົນແຂວງຫລວງພະບາງ
site cover1 - 2025-10-29T150451.746
YouTube ຄຸມເຂັ້ມ! ປິດກັ້ນເນື້ອຫາ “ຄວາມຮຸນແຮງ” ໃນວິດີໂອເກມ ຈຳກັດອາຍຸຜູ້ຊົມຕໍ່າກວ່າ 18 ປີ
pele - 2025-10-29T141500.112
ເຈົ້າແຂວງຄຳມ່ວນ ຊຸກຍູ້ການຜະລິດເຄື່ອງປັ່ນດິນເຜົາຢູ່ເມືອງໜອງບົກ
jane - 2025-10-29T140308.919
ດ່ວນເເຈ້ງການສະບັບທີ 2! ຈະມີການລະບາຍນໍ້າອອກເພີ່ມຈາກເຂື່ອນໄຟຟ້າເຊກະໝານ 1 ແລະ ເຂື່ອນອື່ນໆພາຍໃນແຂວງອັດຕະປື 12:00 ໂມງ ຂອງວັນທີ 29/10/2025 ຫາ ເວລາ 12:00 ໂມງ ຂອງວັນທີ 30/10/2025.
jane - 2025-10-29T131800.370
ໃນຕອນເຊົ້າຂອງວັນທີ 29 ຕຸລາ 2025 ການນໍາຂັ້ນສູງ ສປປ ລາວ ຮ່ວມໄວ້ອາໄລ ຕໍ່ການສິ້ນພະຊົນ ຂອງສົມເດັດພະນາງເຈົ້າສິຣິກິດ
pele - 2025-10-29T114914.142
ເຕືອນ! 5 ເມືອງ, ແຂວງອັດຕະປື ແລະ ເຊກອງ “ເຂື່ອນເຊກະໝານ1 ຈະມີການປ່ອຍນໍ້າເພີ່ມ ຄາດຄະເນລະດັບນໍ້າເຊກອງຈະເພີ່ມຂຶ້ນ 15.20 cm-16.30 cm
jane - 2025-10-29T114947.909
ສຳນັກຂ່າວຕ່າງປະເທດລາຍງານວ່າລົດບັນທຸກຂົນລິງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ
jane - 2025-10-29T113336.923
ຂ່າວຕ່າງປະເທດລາຍງານ ຄາດວ່າ ທອງຄຳໂລກ ມີແນວໂນ້ມເເຕະ 5,000 ໂດລາ ໃນອີກ 1 ປີ ເຕືອນລະວັງ 'ປັບຖານ' ແຮງ
ຢ່າລື່ມກົດຕິດຕາມ