jane - 2025-10-30T143338.230
ແຂວງເຊກອງ ຈູດທຳລາຍຢາເສບຕິດ ໃນໂອກາດສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ
ຮຽບຮຽງໂດຍ:Jenjila aa
ເຜີຍແຜ່: 30 October, 2025

 

ວັນທີ 27 ຕຸລາ 2025 ທີ່ສະໂມສອນເມືອງທ່າແຕງ ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດພິທີໂຮມຊຸມ ນຸມສະເຫຼີມສະຫຼອງວັນແຫ່ງຊາດ ຕ້ານຢາເສບຕິດ ຄົບ ຮອບ 24 ປີ (12 ຕຸລາ 2001-12 ຕຸລາ 2025) ແລະ ຈູດທໍາລາຍຢາເສບຕິດ ຈໍານວນ 20.652 ເມັດ,ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ບຸນຫຼາຍ ບຸດທິ ເລຂາຄະນະບໍລິຫານງານພັກແຂວງເຊກອງ,ທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ບຸນເລີຍ ນັນທະວົງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງທ່າແຕງ, ມີ ຫົວຫນ້າກອງບັນຊາການ ປກສ ແຂວງ, ພ້ອມດ້ວຍຫົວໜ້າກອງບັນຊາ ການ ປກສ ເມືອງ,ຄະນະປະຈໍາພັກເມືອງ, ພະແນກການກ່ຽວ ຂ້ອງຂັ້ນແຂວງ,ຫ້ອງການອ້ອມຂ້າງເມືອງ,ພະສົງ, ຄູອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

Digital Marketing Agency in Laos - Emerging Digital Solutions

 

ໃນພິທີ,ໄດ້ເລົ່າປະຫວັດຄວາມເປັນມາ ຂອງວັນແຫ່ງ ຊາດຕ້ານຢາເສບຕິດ 12 ຕຸລາ 2001, ເຊິ່ງກົງກັບມື້ທີ່ປະ ເທດລາວ ເຮົາປະກາດເອກະລາດໃນ ວັນທີ 12 ຕຸລາ 1945. ໃນໂອກາດວັນມສໍາຄັນດັ່ງກ່າວນີ້, ຈິ່ງມີພິທີໂຮມຊຸມນຸມມິດຕິງໃຫຍ່ ທີ່ຫໍວັດທະນະທໍາແຫ່ງຊາດ. ໂດຍໃນເວລານັ້ນ; ແມ່ນທ່ານ ບຸນຍັງ ວໍລະຈິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເປັນປະທານ ເພື່ອສະແດງເຈດຈໍານົງ ປະ ກາດຮ່ວມກັນແກ້ໄຂບັນຫາຢາເສບຕິດ ຢູ່ນະຄອນຫຼວງວຽງຈັນ ແລະ ໃນຂອບເຂດທົ່ວປະເທດ ຢ່າງເປັນທາງ ການ.

 

ດັ່ງນັ້ນ, ຈິ່ງກໍານົດ ເອົາວັນດັ່ງກ່າວ ຄື: 12 ຕຸລາ 2001 ເປັນວັນສະເຫຼີມສະຫຼອງວັນຕ້ານຢາເສບຕິດແຫ່ງ ຊາດ ເຊິ່ງປີນີ້ ຄົບຮອບ 24 ປີ. ໃນໂອກາດວັນທີ່ມີຄວາມໝາຍຄວາມສໍາຄັນດັ່ງກ່າວ ທ່ານ ບຸນຍັງ ວໍລະຈິດ ໄດ້ກ່າວ ວ່າ: ວຽກງານໃດໆ ພາລະກິດໃດໆ ກໍຕາມຖ້າພວກເຮົາມີຄວາມຕັ້ງໃຈເຮັດ, ເຮັດດ້ວຍຄວາມຮັບຜິດຊອບສູງ ຮ່ວມແຮງຮ່ວມໃຈກັນ ພາລະກິດຈະມີຜົນສໍາເລັດຢ່າງມີໄຊ.ຈົ່ງພ້ອມໃຈກັນເປັນອັນໜຶ່ງອັນດຽວ ເສີມສ້າງປະເທດລາວ ໃຫ້ຈະເລີນຍິ່ງໆຂຶ້ນ ຈົ່ງພ້ອມກັນຕ້ານຢາເສບຕິດ,ຕ້ານຢາເສບຕິດ ແມ່ນຮັກຊາດ,ຕ້ານຢາເສບຕິດແມ່ນເຮັດໃຫ້ອະ ນາຄົດສົດໃສ ແກ່ພວກລູກຫຼານ,ຕ້າຢາເສບຕິດ ແມ່ນໜ້າທີ່ຂອງປວງຊົນລາວທຸກໆຊັ້ນຄົນ.

 

ຈາກນັ້ນ, ພົຈວ ຄໍາບານ ພົມມະນີວົງ ຫົວໜ້າກອງບັນ ຊາການ ປກສ ແຂວງເຊກອງ ໄດ້ລາຍງານໃຫ້ຮູ້ການເຄື່ອນ ໄຫວຈັດຕັ້ງປະຕິບັດວຽກງານກວດກາ ແລະ ຄວບຄຸມຢາເສບຕິດ ໄລຍະ 1 ປີຜ່ານມາ. ເຈົ້າໜ້າທີ່ ໄດ້ເກັບກໍາ ແລະ ຂຶ້ນບັນຊີເປົ້າໝາຍເສບຢາເສບຕິດ ຈໍານວນ 1.791 ຄົນ, ຍິງ 40 ຄົນ, ເກັບກໍາ ແລະ ຂຶ້ນບັນຊີເປົ້າໝາຍຄ້າຂາຍຢາເສບຕິດ ຈໍານວນ 216 ຄົນ ຍິງ 11 ຄົນ.ສະກັດກັ້ນ ແລະ ຕ້ານຢາເສບຕິດ ທົ່ວແຂວງ ມີຄະດີຍົກທາແຕ່ ເດືອນກັນ ຍາ 2024 ມີ 61 ເລື່ອງ, ມີຜູ້ຖືກຫາ 61 ຄົນ ຍິງ 5 ຄົນ ( ຫວຽດນາມ 4 ຄົນ), ປີ 2025 ມ້າງຄະດີຄ້າຂາຍຢາເສບ ຕິດໄດ້ 61 ເລື່ອງ,ຈັບຜູ້ຖືກຫາໄດ້ 61 ຄົນ ຍິງ 1 ຄົນ, ລວມຄະດີຍົກມາ ແລະ ມ້າງຄະດີໄດ້ 122 ເລື່ອງ, ມີຜູ້ຖືກຫາ 122 ຄົນ, ຢຶດຢາບ້າໄດ້ ຈໍານວນ 21.449 ເມັດ, ສຶກ ສາອົບຮົມຜູ້ມົ້ວສຸມຢາເສບຕິດ ແລະ ດື່ມນໍ້າກະທ້ອມ ຈໍານວນ 129 ຄົນ. ຈາກນັ້ນ, ກໍໄດ້ຈູດທໍາລາຍຢາເສບຕິດ ຈໍານວນ 20.652 ເມັດ, ຊຸດນໍ້າກະທ້ອມ ຈໍານວນ 17 ຊຸດ, ຫົວເຊື້ອປະສົມນໍ້າກະທ້ອມ 23 ແກ້ວ ແລະ ຢາສູບໄຟຟ້າ ຈໍານວນ 3 ອັນ.

 

ຂ່າວ-ພາບ: ປກສ ແຂວງເຊກອງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
666.13
677.45
european-union
EUR
24,187
24,671
china
CNY
2,964
3,023
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
pele - 2025-10-30T160813.940
ພະຍາດໄອໄກ່ ສາມາດປ້ອງກັນໄດ້ດ້ວຍວັກຊິນ
pele - 2025-10-30T153437.852
ພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ
site cover1 - 2025-10-30T152648.845
ຄວາມສ່ຽງທີ່ບໍ່ຄວນມອງຂ້າມ ເມື່ອການກົດອະນຸຍາດແອັບພລິເຄຊັນກາຍເປັນຊ່ອງໂຫວ່ຄວາມປອດໄພ
jane - 2025-10-30T143338.230
ແຂວງເຊກອງ ຈູດທຳລາຍຢາເສບຕິດ ໃນໂອກາດສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ
site cover1 - 2025-10-30T134609.985
Nvidia ລົງທຶນ 3.2 ໝື່ນລ້ານ ຊື້ຫຸ້ນ Nokia ຮ່ວມກັນພັດທະນາເທັກໂນໂລຊີ AI ແລະ 6G
jane - 2025-10-30T132842.383
ກຳນົດໂມງປິດ-ເປີດ ໃຫ້ສັນຈອນຜ່ານ ພູເກົ້າຫລັກ ກາສີ-ເມືອງນານ ເລີ່ມແຕ່ວັນທີ 30 ຕຸລາ 2025 ເປັນຕົ້ນໄປດັ່ງນີ້:
jane - 2025-10-30T131045.893
'ທຣຳ' ພົບກັບ 'ສີ ຈິ້ນຜິງ' ແລ້ວແບບໜ້າຕໍ່ໜ້າໃນຮອບຫຼາຍກວ່າ 6 ປີ ແກ້ໄຂບັນຫາສົງຄາມການຄ້າ
site cover1 - 2025-10-30T114208.655
ການຄົ້ນຄວ້າຊີ້ໃຫ້ເຫັນ! ຜູ້ຊາຍ "ສະໝອງຫົດ" ໄວກວ່າແມ່ຍິງ ແຕ່ແມ່ຍິງກໍ່ຍັງມີຄວາມສ່ຽງ "ສະໝອງເສື່ອມ" ຫຼາຍກວ່າ 2 ເທົ່າ
ຢ່າລື່ມກົດຕິດຕາມ