
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ສຸມໃສ່ ການປຶກສາຫາລືກ່ຽວກັບວຽກງານຍຸດທະສາດໄລຍະຍາວ ແລະ ການສ້າງນິຕິກໍາສໍາຄັນໃນການຄຸ້ມຄອງປະເທດ, ໂດຍສະເພາະແມ່ນການສຸມໃສ່ຄົ້ນຄວ້າ ຮ່າງວິໄສທັດ ຮອດປີ 2045 ແລະ ບັນດາຮ່າງດໍາລັດທີ່ກ່ຽວພັນກັບການຄຸ້ມຄອງທີ່ດິນ, ເງິນຕາ ແລະ ຊາຍແດນ.
ໂດຍໃນກອງປະຊຸມ ເຄິ່ງວັນ ທີ່ໄຂຂຶ້ນໃນຕອນເຊົ້າວັນທີ 3 ພະຈິກ ພາຍໃຕ້ການຊີ້ນໍາຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ. ໄດ້ພ້ອມກັນຄົ້ນຄວ້າວຽກງານພົ້ນເດັ່ນປະຈຳເດືອນຕຸລາ ແລະ ວາງທິດທາງແຜນວຽກຈຸດສຸມສໍາລັບເດືອນພະຈິກ 2025.
ສິ່ງທີ່ໂດດເດັ່ນແມ່ນການຄົ້ນຄວ້າຮ່າງເອກະສານທີ່ສຳຄັນຄື: ຮ່າງວິໄສທັດ ຮອດປີ 2045, ເຊິ່ງເປັນການກຳນົດທິດທາງລວມຂອງປະເທດໄປສູ່ອະນາຄົດ, ພ້ອມດ້ວຍ ແຜນຍຸດທະສາດ ການພັດທະນາລະບົບຂໍ້ມູນຂ່າວສານ ຕະຫຼາດແຮງງານແຫ່ງຊາດ ຮອດປີ 2035.
ນອກຈາກນັ້ນ, ລັດຖະບານຍັງໄດ້ເອົາໃຈໃສ່ໃນການກະກຽມຄວາມພ້ອມເພື່ອ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX.
ຕາມມະຕິຂອງຄະນະປະຈຳສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 10-21 ພະຈິກນີ້.
ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ພິຈາລະນາຮ່າງດຳລັດເຖິງ 7 ສະບັບທີ່ຈຳເປັນຕໍ່ການຄຸ້ມຄອງລັດ ແລະ ເສດຖະກິດເຊັ່ນ: ຮ່າງດຳລັດ ວ່າດ້ວຍການຈັດສັນທີ່ດິນປຸກສ້າງຂອງລັດ ເປັນບ່ອນຢູ່ອາໄສ ແລະ ການຊື້-ຂາຍ ສິດນຳໃຊ້ທີ່ດິນ ແບບມີກຳນົດ, ເຊິ່ງມີຄວາມສໍາຄັນຕໍ່ຄວາມໂປ່ງໃສໃນການຄຸ້ມຄອງຊັບສິນຂອງລັດ; ຮ່າງດຳລັດ ວ່າດ້ວຍຢາງພາລາ ເພື່ອຄຸ້ມຄອງການຜະລິດ ແລະ ສົ່ງອອກ; ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງບໍລິເວນຊາຍແດນ ເພື່ອຮັບປະກັນຄວາມສະຫງົບ; ແລະ ຮ່າງດຳລັດ ວ່າດ້ວຍການຄຸ້ມຄອງທະນະບັດ ເພື່ອສ້າງຄວາມເຂັ້ມແຂງໃນວຽກງານເງິນຕາ.
ນອກນັ້ນຍັງມີຮ່າງດໍາລັດກ່ຽວກັບພະນັກງານທ້ອງຖິ່ນທີ່ເຮັດວຽກນຳອົງການຕ່າງປະເທດອີກດ້ວຍ.
ໃນການກ່າວໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງຄວາມຈຳເປັນທີ່ຕ້ອງຕິດຕາມສະພາບການສາກົນ ແລະ ພາກພື້ນຢ່າງໃກ້ຊິດ, ໂດຍສະເພາະຄວາມຂັດແຍ່ງທາງດ້ານເສດຖະກິດ-ການຄ້າ ແລະ ບັນຫາຊາຍແດນ, ຊຶ່ງໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຢ່າງຫຼີກລ່ຽງບໍ່ໄດ້.
ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຮີບຮ້ອນສຸມໃສ່ແກ້ໄຂບັນຫາຜົນກະທົບຈາກໄພທໍາມະຊາດ ພາຍໃນປະເທດ ທີ່ສ້າງຄວາມເສຍຫາຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມນີ້, ທ່ານໄດ້ເນັ້ນໃຫ້ການປະກອບຄຳເຫັນໃນກອງປະຊຸມຕ້ອງມີລັກສະນະ ກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອໃຫ້ບັນລຸຜົນສຳເລັດຕາມຈຸດປະສົງທີ່ກຳນົດໄວ້.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ  | ຊື້  | ຂາຍ  | 
|---|---|---|
USD  | 21,540  | 21,817  | 
THB  | 663.17  | 674.44  | 
EUR  | 23,974  | 24,454  | 
CNY  | 2,951  | 3,010  | 
ລາຄານ້ຳມັນ
ຊະນິດນ້ຳມັນ  | ລາຄາ  | 
|---|---|
![]()  | 28,780  | 
![]()  | 23,700  | 
![]()  | 19,620  | 
ລາຄາຄຳ
ປະເພດ  | ລາຄາຊື້  | ລາຄາຂາຍ  | 
|---|---|---|
![]()  | 42,690,000  | 43,220,000  | 
![]()  | 42,202,000  | 43,329,000  | 
								
								
															
								













