
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025 ທີ່ສໍານັກງານນາຍົກລັດຖະມົນຕີ ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍຍົກລັດຖະມົນຕີ, ມີບັນດາ ຮອງນາຍຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ, ການນໍານະຄອນຫວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການສະຫລຸບວຽກງານ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2025.
ທົ່ວປະເທດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 59.858 ຕື້ກີບ ເທົ່າກັບ 88% ຂອງແຜນປີ, ການປະຕິບັດແຜນລາຍຈ່າຍໄດ້ 47.631 ຕື້ກີບ ເທົ່າກັບ 67% ຂອງແຜນປີ; ການຄວບຄຸມອັດເງິນເຟີ້ ຫລຸດລົງຈາກ 4,5% ໃນເດືອນກັນຍາ ເປັນ 4% ໃນເດືອນຕຸລາ;ສາມາດເພີ່ມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 5,24 ເດືອນ; ສາມາດຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດຕາມຂໍ້ຜູກພັນສັນຍາ;ສຸມໃສ່ປະຕິບັດມາດຕະການດ້ານການຄ້າ ໂດຍສະເພາະ ການຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າ ເຂັ້ມງວດຫລາຍຂຶ້ນ;ໄດ້ສຸມໃສ່ການຜະລິດກະສິກຳ ເພື່ອຄໍ້າປະກັນສະບຽງອາຫານ, ການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກ;ໄດ້ສຳເລັດການກວດກາ, ປະເມີນຄືນທັງໝົດ ບັນດາໂຄງການຂຸດຄົ້ນແຮ່ທາດ, ພ້ອມທັງ ໄດ້ແກ້ໄຂບັນດາໂຄງການທີ່ຖືກຈັດຢູ່ໃນປະເພດອ່ອນ ແລະ ຫັນໂຄງການທົດລອງ ເປັນໂຄງການຕາມກົນໄກປົກກະຕິ;ໄດ້ສຸມໃສ່ແກ້ໄຂສະພາບຂາດເຂີນໄຟຟ້າ ໂດຍເລັ່ງສ້າງພະລັງງານແສງຕາເວັນ ຂະໜາດນ້ອຍ 5 ເມກາວັດລົງມາ ເສີມໃສ່ສະຖານີໄຟຟ້າໃນຈຸດທີ່ຂາດເຂີນໄຟຟ້າ, ສຸມໃສ່ຊຸກຍູ້ໂຄງການພະລັງງານໄຟຟ້າ ທີ່ໄດ້ຮັບອະນຸມັດແລ້ວ ໃຫ້ດຳເນີນການກໍ່ສ້າງສຳເລັດຕາມແຜນ;ໄດ້ສືບຕໍ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງໃນຂອບເຂດທົ່ວປະເທດ ໃຫ້ມີຄວາມຄືບໜ້າໄວ ໂດຍສຸມໃສ່ປະຕິບັດໂຄງການກໍ່ສ້າງທີ່ເປັນບຸລິມະສິດຂອງລັດຖະບານ, ໂຄງການຟື້ນຟູທາງຫລວງທີ່ເປ່ເພ ແລະ ໄດ້ຮັບຜົນກະທົບຈາກໄພທຳມະຊາດ ເພື່ອສາມາດສັນຈອນໄປ-ມາໄດ້ສະດວກ, ທັງເຊື່ອມຈອດເຊື່ອມໂຍງພາຍໃນພາກພື້ນ ແລະ ສາກົນ ເອື້ອອໍານວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ;ໄດ້ແກ້ໄຂບັນຫາການຂາດເຂີນຄູສອນ ໄດ້ໂດຍພື້ນຖານ ແລະ ການປະລະການຮຽນ ມີທ່າອ່ຽງດີຂຶ້ນ, ທັງໄດ້ສຸມໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກປິ່ນອ້ອມຕ່າງໆ ໃຫ້ແກ່ມະຫະກຳກິລາແຫ່ງຊາດ ຄັ້ງທີ 12, ມະ¬ຫະກຳກິ¬ລາຄົນພິ¬ການແຫ່ງຊາດ ຄັ້ງທີ 4, ບຸນນະມັດສະການພະທາດຫລວງ, ການສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ;ໄດ້ສຸມໃສ່ໃຫ້ການຊ່ວຍເຫລືອແກ່ແຂວງທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນປີຜ່ານມາ ໂດຍສະເພາະ ໄດ້ສະໜອງງົບປະມານ ເພື່ອຊຳລະໂຄງການຟື້ນຟູສຸກເສີນ ລວມ 82 ໂຄງການ, ມູນຄ່າເກືອບ 95 ຕື້ກີບ;ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕ່າງປະເທດ ຢ່າງມີໄຫວພິບ ໂດຍສໍາເລັດການກະກຽມ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົົ້າຮ່ວມບັນດາກອງປະຊຸມສາກົນຂອງການນໍາຂັ້ນສູງ ຂອງພັກ-ລັດ, ຕ້ອນຮັບການມາຢ້ຽມຢາມລັດຖະກິດ, ຢ້ຽມຢາມທາງການ ຂອງຜູ້ນໍາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຢູ່ ສປປ ລາວ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














