
ງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນປາງໃຫຍ່ທີ່ສຳຄັນ ເຊິ່ງເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ, ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນສິນກິນທານ, ນອກຈາກມີກິດຈະກໍາທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ໄດ້ສຶບທອດກັນມາເປັນເວລາຫຼາຍຮ້ອຍປີ ຊຶ່ງແມ່ນມໍລະດົກທາງວັດທະນະທໍາ ອັນລໍ້າຄ່າຂອງຊາດລາວນັັ້ນກໍຄື: ການຕີຄີ ຊຶ່ງແມ່ນສັນຍາລັກຄວາມສາມັກຄີ ຖືວ່າເປັນກິດຈະກໍາທີ່ສະແດງເຖິງຄວາມປອງດອງ, ຄວາມຜູກພັນ ແລະ ຄວາມເປັນເອກະພາບຂອງຄົນໃນຊາດ ແລະ ຍັງເປັນການທວາຍຊາຕາຕາມຄວາມເຊື່ອ, ຜົນການແຂ່ງຂັນແມ່ນໃຊ້ເພື່ອພະຍາກອນຄວາມອຸດົມສົມບູນ ແລະ ຄວາມເປັນໄປຂອງບ້ານເມືອງໃນປີຕໍ່ໄປອີກດ້ວຍ.
ການແຂ່ງຂັນກິລາຕີຄີ ໄດ້ຈັດໃຫ້ມີໃນມື້ເພັງ 15 ຄໍ່າ ພາຍຫຼັງໃສ່ບາດແລ້ວ. ສຳລັບປີນີ້ ການແຂ່ງຂັນກິລາຕີຄີໃນງານບຸນນະມັດສະການພະທາດຫຼວງວຽງຈັນ ແມ່ນຈັດຂຶ້ນໃນວັນທີ 5 ພະຈິກ 2025 ເວລາ 13:00 ໂມງ ທີ່ເດີ່ນພະທາດຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍການນໍາພັກ-ລັດ, ແຂກຖືກເຊີນ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ. ສໍາລັບນັກກິລາຕີຄີທີມພະນັກງານ ຫຼື ທີມຂະລາຊະການແມ່ນພາກສ່ວນທີ່ມາຈາກເມືອງໄຊເສດຖາ ຊຶ່ງມີຈໍານວນທີ່ຕ້ອງລົງຕີຄີ ເບື້ອງລະ 60 ຄົນ, ແບ່ງເປັນ 2 ທີມ, ລົງແຂ່ງຂັນເທື່ອລະ 20 ຄົນ; ທີມປະຊາຊົນມີບ້ານ: ທາດຫຼວງກາງ, ທາດຫຼວງເໜືອ, ວຽງຈະເລີນ, ໂພນເຄັງ, ໜອງບອນ ແລະ ໂພນສະອາດ; ທີມພະນັກງານປະກອບມີ: ອົງການປົກຄອງນະຄອນຫຼວງວຽງຈັນ, ພະແນກສຶກສານະຄອນຫຼວງ, ອົງການປົກຄອງເມືອງ, ຫ້ອງການສຶກສາເມືອງ ແລະ ບັນດາໂຮງຮຽນຕ່າງໆ.
ຜົນການແຂ່ງຂັນທີມປະຊາຊົນ ສາມາດເອົາຊະນະທີມພະນັກງານ 7- 5 ປະຕູ ຕາມການທໍານາຍໄດ້ລະບຸວ່າ: ຖ້າວ່າຝ່າຍປະຊາຊົນເປັນຝ່າຍຊະນະຈະເຮັດໃຫ້ ປະຊາຊົນເກີດມີຄວາມສະບາຍໃຈ ແລະ ມີຄວາມເຊື່ອໜັ້ນວ່າປີນັ້ນ ປະຊາຊົນຈະຢູ່ເຢັນເປັນສຸກ, ມີຈິດໃຈເບີກບານ, ມີກໍາລັງໃຈໃນການເຮັດການຜະລິດ ແລະ ຈະໄດ້ຮັບຜົນຜະລິດເປັນທີ່ໜ້າເພິ່ງພໍໃຈ, ແຕ່ໃນຄະນະດຽວກັນຖ້າຫາກວ່າປີໃດ ພະນັກງານເປັນຝ່າຍຊະນະແລ້ວ ປະຊາຊົນກໍຈະໝົດກໍາລັງໃຈເຮັດໃຫ້ການເຮັດວຽກ, ເຮັດໄຮ່, ເຮັດນາ ບໍ່ໄດ້ຮັບຜົນຜະລິດດີປານໃດ. ສະນັ້ນ, ປີນີ້ ປະຊາຊົນພວກເຮົາໄດ້ຊະນະແລ້ວ ປະຊາຊົນຈະຢູ່ເຢັນເປັນສຸກ, ມີຈິດໃຈເບີກບານມ່ວນຊື່ນ, ມີຄວາມສຸກ, ຄວາມສະບາຍໃຈໃນການທໍາການຜະລິດ ແລະ ຈະໄດ້ຮັບຜົນດີເປັນທີ່ໜ້າເພີ່ງພໍໃຈ.
ກິດຈະກຳຕີຄີ ຖືເປັນກິດຈະກໍາທີ່ຫາເບິ່ງໄດ້ຍາກ ເພາະເພິ່ນຈະເຮັດໃນມື້ບຸນນະມັດສະການພະຫຼວງວຽງຈັນເທົ່ານັ້ນ, ຄົນສະໄໝກ່ອນມີຄວາມເຊື່ອວ່າການຕີຄີແມ່ນການສ່ຽງທວາຍເຖິງເຫດການບ້ານເມືອງ, ຖ້າຝ່າຍພະນັກງານຊະນະກໍທວາຍວ່າ: ປີນັ້ນປະຊາຊົນພົນລະເມືອງບໍ່ຄ່ອຍຢູ່ດີ ຈະຖືກພວກຂຸນນາງຈະບັງຄົບຂົ່ມເຫັງ, ແຕ່ຖ້າປີໃດປະຊາຊົນຊະນະ ປີນັ້ນປະຊາຊົນຈະຢູ່ເຢັນເປັນສຸກ. ການຫຼິ້ນກິລາຕີຄີ, ແມ່ນຈະໃຊ້ໄມ້ໂງະນັ້ນຕີ ຫຼື ເກາະລູກຄີໄປຫາໂກນ (ເຂດແດນ) ທີ່ເພິ່ນກຳນົດໄວ້ຄື: ກວ້າງ 3 ວາ, ສູງ 2 ວາ, ແຕ່ຫາກບໍ່ມີຕາໜ່າງ ຄືໂກນເຕະບານ.
ພາບ-ຂ່າວ: ຍຸພິນທອງ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














