
ອຸບັດຕິເຫດເຮັດໃຫ້ຄົນງານ 9 ຄົນຕິດຢູ່ໃຕ້ຊາກເຫຼັກ ເບື້ອງຕົ້ນຊ່ວຍເຫຼືອໄດ້ແລ້ວ 2 ຄົນ ເປັນຊາຍອາຍຸ 60 ປີ ແລະ ຊາຍອາຍຸ 40 ປີ ສ່ວນອີກ 7 ຄົນຍັງຄົງຕິດຢູ່ໃຕ້ຊາກ ໜ່ວຍກູ້ໄພກຳລັງເລັ່ງຄົ້ນຫາ. ເຫດເກີດຂຶ້ນ ຕາມລາຍງານຈາກສຳນັກງານດັບເພີງອຸນຊານ ເມື່ອວັນທີ 6 ພະຈິກ ເວລາປະມານ 14:02 ນ. ອາຄານຫມໍ້ໄອນ້ຳ (Boiler Tower) ຂອງເຄື່ອງກຳເນີດໄຟຟ້າທີ່ໂຮງໄຟຟ້າພະລັງຄວາມຮ້ອນອຸນຊານ ເມືອງອຸນຊານ ໄດ້ພັງຖະຫຼົ່ມລົງມາເຄື່ອງກຳເນີດໄຟຟ້າທີ່ຖະຫຼົ່ມລົງມານັ້ນເປັນ ອາຄານເກົ່າທີ່ມີອາຍຸຫຼາຍກວ່າ 30 ປີ ເຊິ່ງມີລາຍງານວ່າຖືກຢຸດໃຊ້ງານໄປເມື່ອຫຼາຍປີກ່ອນ ແລະ ຊ່ວງເກີດເຫດມີງານຮື້ຖອນດຳເນີນການຢູ່ ອາຄານເກົ່າມີຄວາມສູງປະມານ 60 ແມັດ.
ນານຍົກລັດຖະມົນຕີ ຄິມ ມິນຊອກ ຂອງເກົາຫຼີໃຕ້ ໄດ້ສັ່ງການໃຫ້ທຸກໜ່ວຍງານທີ່ກ່ຽວຂ້ອງລະດົມກຳລັງເຈົ້າໜ້າທີ່ ແລະ ອຸປະກອນທຸກປະເພດ ໂດຍໃຫ້ຄວາມສຳຄັນສູງສຸດກັບການຊ່ວຍເຫຼືອຜູ້ທີ່ຕິດຢູ່ໃຕ້ຊາກລາຍງານເບື້ອງຕົ້ນລະບຸວ່າ ເຫດການດັ່ງກ່າວເກີດຂຶ້ນລະຫວ່າງການກຽມຮື້ຖອນໂຮງໄຟຟ້າພະລັງຄວາມຮ້ອນແຫ່ງນີ້ ເຊິ່ງຢຸດດຳເນີນການມາລະຍະໜຶ່ງແລ້ວຈົນເຖິງຂະນະນີ້ ເຈົ້າໜ້າທີ່ກຳລັງຕວດສອບໂຄງສ້າງທີ່ເຫຼືອຢູ່ ແລະ ສາເຫດຂອງການຖະຫຼົ່ມ ເພື່ອປ້ອງກັນບໍ່ໃຫ້ເກີດອຸບັດຕິເຫດຊ້ຳຊ້ອນ ຂະນະທີ່ປະຊາຊົນໃນພື້ນທີ່ຍັງຄົງຖືກສັ່ງໃຫ້ຢູ່ຫ່າງຈາກບໍລິເວນເກີດເຫດ.
ທີ່ມາ: Channelnewsasia
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,540 | 21,817 |
THB | 661.03 | 672.27 |
EUR | 23,843 | 24,321 |
CNY | 2,935 | 2,993 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,500,000 | 43,030,000 |
![]() | 42,017,000 | 43,139,000 |














