ຄົນຊື້ອາຫານຄລີນກິນ ຫຼື ວ່າເຮັດອາຫານຄລີນກິນເອງ ນ່າຈະເຄີຍເຫັນວັດຖຸດິບອັນລໍ້າຄ່ານີ້ຢູ່ເລື້ອຍໆ ນັ້ນກໍຄື “ໝາກອຶ” ນັ້ນເອງ. ເປັນຫຍັງອາຫານຄລີນສ່ວນຫຼາຍຈຶ່ງຕ້ອງມີໝາກອຶ, ແລ້ວໝາກອຶມີປະໂຫຍດຕໍ່ຮ່າງກາຍຂອງເຮົາແນວໃດແດ່ ມາເບິ່ງນຳກັນເລີຍ.
 
					
					
				
10 ປະໂຫຍດຂອງໝາກອຶ
- ໝາກອຶ ເປັນໜຶ່ງໃນຜັກທີ່ມີສີເຫຼືອງອອກສົ້ມ ທີ່ຊ່ວຍບຳລຸງ ແລະ ຮັກສາສາຍຕາ
- ມີສານຕ້ານອະນຸມູນອິດສະຫຼະ ທີ່ຊ່ວຍຫຼຸດຄວາມສ່ຽງໃນການເປັນພະຍາດມະເຮັງ
- ບຳລຸງຜິວພັນໃຫ້ຕຶງ, ຊຸ່ມຊື່ນ, ຊະລໍຮອຍຫ່ຽວຫຍົ່ນ
- ເສີມສ້າງລະບົບພູມຄຸ້ມກັນໃຫ້ກັບຮ່າງກາຍ
- ຫຼຸດລະດັບນໍ້າຕານໃນເລືອດ, ຄວບຄຸມລະດັບນໍ້າຕານໃນເລືອດ, ປ້ອງກັນພະຍາດເບົາຫວານ
- ໄຂມັນນ້ອຍ, ນໍ້າຕານນ້ອຍ, ກາກໃຍອາຫານສູງ, ພະລັງງານຕໍ່າ ຈຶ່ງເປັນອາຫານທີ່ເໝາະກັບຄົນທີ່ກຳລັງຫຼຸດນໍ້າໜັກ
- ປ້ອງກັນພະຍາດຫຼອດເລືອດ ແລະ ຫົວໃຈ
- ຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກຢ່າງເປັນປົກກະຕິ ຈາກກາກໃຍອາຫານທີ່ມີຢູ່ສູງ
- ຊ່ວຍຟື້ນຟູກ້າມຊີ້ນຫຼັງອອກກຳລັງກາຍ
- ປ້ອງກັນການເກີດພະຍາດນິ່ວ
ວິທີຮັບປະທານໝາກອຶໃຫ້ໄດ້ປະໂຫຍດຫຼາຍທີ່ສຸດ
ໝາກອຶບໍ່ໄດ້ມີດີແຕ່ເນື້ອໝາກອຶສີເຫຼືອງທອງເທົ່ານັ້ນ. ແກ່ນໝາກອຶເອງກໍ່ຊ່ວຍຜ່ອນຄາຍຄວາມຄຽດໄດ້ດີ, ນໍ້າມັນໝາກອຶກໍ່ຊ່ວຍບຳລຸງປະສາດ, ຫຼືແມ່ນແຕ່ເປືອກຂອງໝາກອຶຍັງຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດໃຫ້ຢູ່ໃນລະດັບປົກກະຕິອີກດ້ວຍ. ດັ່ງນັ້ນ, ລອງຮັບປະທານທານໝາກອຶຈາກຫຼາຍໆສ່ວນເບິ່ງ ແລະ ຫາກຈະປອກເອົາເນື້ອໝາກອຶມາປະກອບອາຫານ, ອາດຈະເຫຼືອເປືອກບາງໆເອົາໄວ້ແດ່ກເປັນການດີ.
ນອກຈາກນີ້, ຜູ້ທີ່ຢາກຮັບປະທານທານໝາກອຶເພື່ອຫຼຸດຄວາມອ້ວນ, ຫຼຸດລະດັບນໍ້າຕານໃນເລືອດ, ກໍ່ຢ່າເຜີກິນນ້ຳຫສວານໝາກອຶ, ໝາກອຶສັງຂະຍາ, ເພາະເປັນຂະໜົມທີ່ມີນໍ້າຕານສູງ.
ແນະນຳໃຫ້ຕົ້ມ ຫຼື ນຶ້ງທານ, ປັ່ນກິນກັບຜັກໝາກໄມ້ອື່ນໆ, ຫຼື ເຮັດຊຸບໝາກອຶ, ໝາກອຶຜັດໄຂ່ທານເປັນອາຫານຄາວນ່າຈະດີກວ່າ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
| ສະກຸນເງິນ | ຊື້ | ຂາຍ | 
|---|---|---|
|  USD | 21,527 | 21,804 | 
|  THB | 664.10 | 675.39 | 
|  EUR | 23,974 | 24,454 | 
|  CNY | 2,942 | 3,000 | 
ລາຄານ້ຳມັນ
| ຊະນິດນ້ຳມັນ | ລາຄາ | 
|---|---|
|  | 28,780 | 
|  | 23,700 | 
|  | 19,620 | 
ລາຄາຄຳ
| ປະເພດ | ລາຄາຊື້ | ລາຄາຂາຍ | 
|---|---|---|
|  | 42,920,000 | 43,450,000 | 
|  | 42,426,000 | 43,559,000 | 
 
								 
								 
															 
								








