ຕຳຫຼວດຟິລິບປິນຈັບກຸມອະດີດປະທານາທິບໍດີໂຣດຣິໂກ ດູແຕຣ໌ເຕ ຫຼັງຈາກສານອາຍາລະຫວ່າງປະເທດ (International Criminal Court – ICC) ອອກໝາຍຈັບໃນຂໍ້ຫາກໍ່ອາຊະຍາກຳຕໍ່ມະນຸດຊາດ ຈາກ “ສົງຄາມປາບປາມຢາເສບຕິດ” ທີ່ເຮັດໃຫ້ມີຜູ້ເສຍຊີວິດຈຳນວນຫຼາຍ
ດູແຕຣ໌ເຕຖືກຕຳຫຼວດຄວບຄຸມຕົວທີ່ທ່າສະໜາມບິນນານາຊາດໃນກຸງມະນິລາບໍ່ດົນຫຼັງຈາກເດີນທາງມາຈາກຮ່ອງກົງ.
ປະຕິບັດການປາບປາມຢາເສບຕິດຢ່າງເຂັ້ມຂຸ້ນຂອງລາວໃນຊ່ວງທີ່ດຳລົງຕຳແໜ່ງປະທານາທິບໍດີຟິລິບປິນລະຫວ່າງປີ 2016 – 2022 ເຮັດໃຫ້ມີຜູ້ເສຍຊີວິດຫຼາຍພັນຄົນ.
ຜູ້ນຳໄວ 79 ປີລາຍນີ້ເຄີຍກ່າວໄວ້ກ່ອນໜ້ານີ້ວ່າ ລາວພ້ອມຈະເຂົ້າເຮືອນຈຳ ຫຼັງມີລາຍງານກ່ຽວກັບຄວາມເປັນໄປໄດ້ໃນການຖືກຈັບກຸມ.
ດ້ານທ່ານຊັລວາດໍ ພາເນໂລ ອະດີດໂຄສົກປະທານາທິບໍດີຂອງດູແຕຣ໌ເຕ ໄດ້ອອກມາໂຈມຕີການຈັບກຸມດັ່ງກ່າວວ່າເປັນການກະທຳທີ່ “ຜິດກົດໝາຍ” ໂດຍອ້າງວ່າຟິລິບປິນໄດ້ຖອນຕົວຈາກ ICC ແລ້ວ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 658.34 | 670.19 |
![]() EUR | 24,089 | 24,571 |
![]() CNY | 2,943 | 3,002 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |