site cover (19)
ຝັນເຫັນງູ ຝັນກ່ຽວກັບງູ ມີຄຳທຳນາຍຝັນວ່າຫຍັງ ພ້ອມເລກໃຫ້ໂຊກ!
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 12 ເດືອນມີນາ, 2025

ຫາກໃຜ ຝັນເຫັນງູ ໃນຄວາມຝັນຈະຮູ້ສຶກຢ້ານ ເພາະງູເບິ່ງຄືເປັນຕາຢ້ານ ແຕ່ຫາກຊອກຂໍ້ມູນເພື່ອຕີຄວາມໝາຍຂອງຄວາມຝັນ ອາດຈະແຕກຕ່າງໃນທາງກົງກັນຂ້າມ.

 

ເຊິ່ງອາດຈະມີໂຊກດີ ຫຼື ໂຊກຮ້າຍກໍເປັນໄດ້ ສະນັ້ນຫາກເມື່ອຄືນ “ຝັນເຫັນງູ” ບາງຕຳລາກໍບອກວ່າຈະພົບເນື້ອຄູ່ ແຕ່ຫາກ ຝັນເຫັນງູ 2 ໂຕ ຈະມີເລື່ອງຊູ້ສາວເຂົ້າມາກ່ຽວຂ້ອງ ນອກຈາກນີ້ ງູໃນຝັນຍັງສາມາດໝາຍເຖິງ ສັນຍາລັກຂອງຄວາມຮັ່ງມີ ຄວາມໂຊກດີ ຫຼື ການປ່ຽນແປງຄັ້ງໃຫຍ່ໃນຊີວິດຂອງເຈົ້າໄດ້ອີກດ້ວຍ.

 

ສະນັ້ນຫາກມີຄວາມຝັນກ່ຽວກັບ “ງູ” ຈະມີຄຳທຳນາຍຝັນທີ່ຕ່າງກັນອອກໄປ, ພວກເຮົາໄດ້ລວມຄຳທຳນາຍເມື່ອ ຝັນເຫັນງູ ໃນຮູບແບບຕ່າງໆ ພ້ອມເລກໃຫ້ໂຊກ ມາອ່ານພ້ອມໆ ກັນເລີຍ.

 

ຝັນເຫັນງູ

ຫາກໃຜຝັນເຫັນງູ ມີຄຳທຳນາຍວ່າ ຈະໄດ້ລູກຍິງ ຫຼື ໄດ້ລາບຈາກເພດດຽວກັນ, ຊາຍໂສດ ຈະໄດ້ເນື້ອຄູ່ ຫຼື ໄດ້ລາບຈາກຝ່າຍຍິງ ບາງຕຳລາກໍວ່າ ຂອງທີ່ເສຍຈະໄດ້ຮັບຄືນມາໃນໄວໆນີ້ ຫຼື ບໍ່ສະນັ້ນ ກໍຈະໄດ້ຮັບໂຊກລາບຈາກຜູ້ໃຫຍ່ ອີກຕຳລາກໍທຳນາຍວ່າ ຈະມີຄວາມສຸກຄວາມຈະເລີນ ປາສະຈາກໂລກໄພ.

ເລກເດັດຈາກຄວາມຝັນ : 24,08,28,48,27

 

ຝັນເຫັນງູຕາຍ

ໃນຄວາມເປັນຈິງແລ້ວ ການຝັນເຫັນງູຕາຍອາດບໍ່ແມ່ນເລື່ອງຮ້າຍແຮງ ແຕ່ພວກເຮົາອາດໄດ້ຮັບທັງເລື່ອງທີ່ດີ ແລະ ບໍ່ດີປະປົນກັນໄປ ໂດຍຊ່ວງນີ້ອາດເປັນຊ່ວງທີ່ຈະມີເລື່ອງເຂົ້າມາລົບກວນຈິດໃຈຄ່ອນຂ້າງຫຼາຍ ຈົນເຮັດໃຫ້ສຸຂະພາບຈິດຂອງພວກເຮົາບໍ່ຄ່ອຍຄົງທີ່ ແຕ່ຂໍໃຫ້ອົດ ແລະ ໃຊ້ຄວາມພະຍາຍາມເພື່ອກ້າວຜ່ານມັນໄປໃຫ້ໄດ້ ທີ່ສຳຄັນ ຕ້ອງບໍ່ໄວ້ໃຈໃຜຫຼາຍຈົນເກີນໄປ

 

ດ້ານຄວາມຮັກ ໃຜທີ່ຍັງເປັນໂສດຢູ່ກໍຈະມີຄົນເຂົ້າມາມັກ ສ່ວນໃຜທີ່ມີຄູ່ໃຈຢູ່ແລ້ວກໍຂໍໃຫ້ໜັກແໜ້ນກັບຄົນຮັກ ເພາະມີໂອກາດຢ່າງຫຼາຍທີ່ຈະຫວັ່ນໄຫວໄປກັບຄົນອື່ນ.

ເລກເດັດຈາກຄວາມຝັນ : 56,06,61,67,57

 

ຝັນເຫັນງູ 1 ໂຕ

ຄົນທີ່ຝັນເຫັນງູ 1 ໂຕ ເປັນຄວາມຝັນທີ່ດີສຳລັບຄົນທີ່ມີຄົນຮັກຄົບຫາດູໃຈກັນມາດົນ ເພາະອາດໄດ້ແຕ່ງງານສ້າງຄອບຄົວໃນໄວໆນີ້ ຄວາມຝັນນີ້ສຳລັບຜູ້ຍິງຈະມີຂ່າວດີເລື່ອງລູກ.

ເລກເດັດຈາກຄວາມຝັນ : 30,59,03,09,33

 

ຝັນເຫັນງູ 2 ໂຕ

ຄົນທີ່ຝັນເຫັນງູ 2 ໂຕພ້ອມກັນ ມີຄຳທຳນາຍວ່າ ຈະມີເລື່ອງຊູ້ສາວເຂົ້າມາກ່ຽວຂ້ອງ ໃຫ້ລະວັງການມີປາກສຽງກັນລະຫວ່າງເພດກົງກັນຂ້າມ

ເລກເດັດຈາກຄວາມຝັນ : 30,59,03,09,33

 

ຝັນເຫັນງູຫຼາຍໂຕ

ຄົນທີ່ຝັນເຫັນງູຫຼາຍໂຕ ມີຄຳທຳນາຍວ່າ ຈະໄດ້ຮັບຂ່າວດີຈາກມິດສະຫາຍ ຫຼື ຍາດຕິພີ່ນອງທີ່ຢູ່ຫ່າງໄກ

ເລກເດັດຈາກຄວາມຝັນ : 79,24,20,92,78

 

ຝັນເຫັນງູຫຼາຍໂຕ ເຂົ້າມາຢູ່ໃກ້ໆ

ຖ້າໃນຄວາມຝັນເຫັນງູຫຼາຍໂຕເຂົ້າມາຢູ່ໃກ້ໆ ໃຫ້ລະວັງເລື່ອງຄວາມຄຽດ ບໍ່ວ່າຈະເລື່ອງຄອບຄົວ, ວຽກ, ຫຼື ແມ່ນແຕ່ຄົນຮັກ ເຊິ່ງອາດເປັນພຽງເລື່ອງໃດເລື່ອງໜຶ່ງ ຢ່າຟ້າວນິ່ງນອນໃຈ ເພາະຫາກເປັນບັນຫາທີ່ບໍ່ໜັກໜາຫຼາຍນັກ, ກໍອາດສະສົມພອກພູນຈະກາຍເປັນຄວາມຄຽດທີ່ສົ່ງຜົນຕໍ່ສຸຂະພາບໄດ້. ແຕ່ໃນເລື່ອງຮ້າຍໆ ກໍຍັງຄົງມີເລື່ອງດີຢູ່ ພວກເຮົາອາດໄດ້ຮັບຂ່າວດີຈາກໝູ່ເກົ່າທີ່ບໍ່ໄດ້ຕິດຕໍ່ກັນມານານ

ເລກເດັດຈາກຄວາມຝັນ : 06,10,89,64,03

 

ຝັນເຫັນງູຫຼາຍໂຕແຕ່ບໍ່ກັດ

ຄົນທີ່ຝັນເຫັນງູຫຼາຍໂຕ ແຕ່ງູບໍ່ໄດ້ກັດເຮົາ ມີຄຳທຳນາຍວ່າ ການຝັນເຫັນງູຫຼາຍໂຕ ໝາຍເຖິງໃນໄວໆນີ້ ເຈົ້າຈະໄດ້ການຕິດຕໍ່ຈາກຍາດຕິພີ່ນ້ອງທີ່ຢູ່ຫ່າງໄກ ຫຼື ໄດ້ຮັບຂ່າວດີຈາກມິດສະຫາຍແລະໝູ່ເກົ່າ

ເລກເດັດຈາກຄວາມຝັນ : 97,17,36,73,96

 

ຝັນເຫັນງູໂຕໃຫຍ່

ຄົນທີ່ຝັນເຫັນງູໂຕໃຫຍ່ ທຳນາຍຝັນໄດ້ວ່າ ອາດໄດ້ຮັບຄວາມເອັນດູຈາກຜູ້ໃຫຍ່ ແຕ່ບໍ່ແມ່ນໃນຄວາມສຳພັນແບບຄົນຮັກ ແຕ່ອາດຈະມາໃນຮູບແບບຫົວໜ້າ ຫຼື ຜູ້ທີ່ມີຕຳແໜ່ງສູງກວ່າໃນໜ້າທີ່ການງານ ແລະ ອາດມີໂຊກທາງດ້ານການເງິນ

ເລກເດັດເມື່ອຝັນເຫັນງູໂຕໃຫຍ່ ຄື 08, 87, 83, 165, 306

 

ຝັນເຫັນງູໂຕນ້ອຍ

ຄົນທີ່ຝັນເຫັນງູໂຕນ້ອຍ ມີຄຳທຳນາຍວ່າ ຈະຕ້ອງຮ່ວມງານກັບຄົນທີ່ຮູ້ສຶກບໍ່ມັກໜ້າ ຈົນເຮັດໃຫ້ເກີດບັນຫາຂັດແຍ້ງລະຫວ່າງກັນໄດ້

ເລກເດັດຈາກຄວາມຝັນ : 30,63,57,07,38

 

ຝັນເຫັນງູເຫົ່າ

ຄົນທີ່ຝັນເຫັນງູເຫົ່າ ມີຄຳທຳນາຍວ່າ ຄວາມຮັກທີ່ພະຍາຍາມປິດບັງໄວ້ອາດຖືກເປີດເຜີຍໄດ້ ໃຜທີ່ມີຊູ້ຈະຕ້ອງລະວັງຕົວ

ເລກເດັດຈາກຄວາມຝັນ : 30,70,59,09,32

 

ຝັນເຫັນງູຈົງອາງ

ຄົນທີ່ຝັນເຫັນງູຈົງອາງ ມີຄຳທຳນາຍວ່າ ໃຫ້ລະວັງບັນຫາທີ່ອາດເກີດຂຶ້ນໃນຄອບຄົວ ເພາະຈະມີເລື່ອງໃຫ້ເສຍເງິນເສຍຄຳ ແນະນຳວ່າໃຫ້ໃຈເຢັນໆ ແລະ ຮອບຄອບໃຫ້ຫຼາຍໆ

ເລກເດັດຈາກຄວາມຝັນ : 48,17,49,83,49

 

ຝັນເຫັນງູເຫຼືອມ

ຄົນທີ່ຝັນເຫັນງູເຫຼືອມ ມີຄຳທຳນາຍວ່າ ຈະໄດ້ພົບເນື້ອຄູ່ ເປັນຄວາມຮັກທີ່ຕ້ອງອົດທົນ ແລະ ໃຫ້ລະວັງເລື່ອງເງິນໆ ຄຳໆ ແລະ ອາດມີບັນຫາເລື່ອງສຸຂະພາບ

ເລກເດັດຈາກຄວາມຝັນ : 90,70,62,02,95

 

ຝັນເຫັນງູເຫຼືອມໂຕໃຫຍ່

ຫາກຝັນເຫັນງູເຫຼືອມໂຕໃຫຍ່ ມີຄຳທຳນາຍວ່າ ຈະໄດ້ຮັບຄວາມຮັ່ງມີສົມບູນ ບາງຕຳລາກໍວ່າ ຈະຖືກໝູ່ແກ້ງກ່ຽວກັບໜ້າທີ່ການງານໃຫ້ຍຸ້ງຍາກໃຈ ອີກຕຳລາກໍທຳນາຍວ່າ ຈະໄດ້ຮັບມອບໝາຍຈາກຜູ້ມີອຳນາດໃຫ້ເຮັດວຽກບາງຢ່າງ

ເລກເດັດຈາກຄວາມຝັນ : 95,99,82,54,99

 

ຝັນເຫັນງູເຜືອກ

ຄົນທີ່ຝັນເຫັນງູເຜືອກ ສີອອກຂາວໆນວນໆ ທຳນາຍວ່າ ຈະໄດ້ພົບກັນລະຍານະມິດທີ່ດີ ແຕ່ຕ້ອງລະມັດລະວັງເລື່ອງການຄວບຄຸມອາລົມ ບໍ່ວ່າຈະເຮັດສິ່ງໃດໃຫ້ມີຄວາມນອບນ້ອມເຂົ້າໄວ້

ເລກເດັດຈາກຄວາມຝັນ : 19,74,48,96,17

 

ຝັນເຫັນງູຂຽວ

ຄົນທີ່ຝັນເຫັນງູຂຽວ ມີຄຳທຳນາຍວ່າ ຈະໄດ້ພົບເນື້ອຄູ່ທີ່ລໍຖ້າມາເປັນເວລາດົນ ແລະ ຖືກໃຈຫຼາຍ ແຕ່ກໍອາດມີເລື່ອງທີ່ເຮັດໃຫ້ເຈັບຫົວ

ເລກເດັດຈາກຄວາມຝັນ : 82,91,85,23,81

 

ຝັນເຫັນງູເຫຼືອມໂຕໃຫຍ່ ຫຼື ງູເຫຼືອມໂຕນ້ອຍ

ໃຜທີ່ຝັນເຫັນງູເຫຼືອມ ມີຄຳທຳນາຍວ່າ ມີໂອກາດໄດ້ພົບຄວາມຮັກທີ່ອາດຈະເປັນຄູ່ແທ້ຂອງທ່ານ ແລະ ຄວາມຮັກນີ້ຈະຕ້ອງອົດທົນຝ່າຟັນເຖິງຈະປະສົບຄວາມສຳເລັດໄດ້

ເລກນຳໂຊກເລກ 6 ເດັ່ນ ເລກ 1 ຮອງ, 16 61 166 561 665 666

 

ຝັນເຫັນງູນອນຂົດຕົວ

ຄົນທີ່ຝັນເຫັນງູນອນຂົດຕົວ ທຳນາຍຝັນວ່າ ຄົນໂສດຈະໄດ້ເຈີເນື້ອຄູ່ ຫຼື ຄົນຮັກ ຈະໄດ້ຮັບໂຊກຈາກໜ້າທີ່ການງານ ຫຼື ຈາກການສ່ຽງໂຊກ

ເລກເດັດຈາກຄວາມຝັນ : 97,05,57,78,95

 

ຝັນເຫັນງູລື້ອຍຕາມແຕ່ບໍ່ກັດ

ຄົນທີ່ຝັນເຫັນງູລື້ອຍຕາມຕົວເອງ ຝັນເຫັນງູໃນລັກສະນະແບບນີ້ອາດຈະຕ້ອງຄິດໜັກແດ່ຈັກໜ່ອຍ ເພາະໝາຍເຖິງການໄດ້ຮັບສິ່ງຂອງບາງຢ່າງມາຈາກຄົນທີ່ເຈົ້າອາດຮູ້ຈັກ ຫຼື ເປັນຄົນແປກໜ້າ ໂດຍການມອບສິ່ງຂອງເຫຼົ່ານີ້ອາດມີເຈດຕະນາທີ່ບໍ່ດີແຝງຢູ່ ອີກທັງອາດມີບັນຫາເກີດຂຶ້ນຈາກຄົນຮອບຂ້າງ ຕ້ອງມີສະຕິ ແລະ ໃຈເຢັນຢູ່ຕະຫຼອດເວລາ

 

ດ້ານການງານ ໃຫ້ລະມັດລະວັງເລື່ອງການເວົ້າຈາເມື່ອເກີດການເຈລະຈາທຸລະກິດ

ເລກເດັດຈາກຄວາມຝັນ : 31,69,14,17,37

 

ຝັນເຫັນງູລື້ອຍເຂົ້າບ້ານ

ຄົນທີ່ຝັນເຫັນງູເລື້ອຍເຂົ້າບ້ານ ຫຼື ຝັນເຫັນງູຢູ່ໃນບ້ານ ທຳນາຍວ່າໃຫ້ລະມັດລະວັງການເຈັບປ່ວຍທີ່ອາດເກີດຂຶ້ນກັບຮ່າງກາຍ ເຖິງກັບເລືອດຕົກຢາງອອກເລີຍທີດຽວ

 

ດ້ານການງານ ນີ້ອາດເປັນໂອກາດດີທີ່ຊີວິດການເຮັດວຽກຂອງເຮົາກຳລັງເຂົ້າໃກ້ກັບຄວາມຈະເລີນກ້າວໜ້າ ອາດມີຜູ້ໃຫຍ່ໃຫ້ຄວາມເມດຕາ ແລະ ຄວາມຊ່ວຍເຫຼືອໃນຫຼາຍໆເລື່ອງ ແຕ່ຕົວເອງຈະຕ້ອງມີຄວາມອ່ອນນ້ອມຖ່ອມຕົນໃຫ້ຫຼາຍ ເຊື່ອວ່າສິ່ງດີໆຈະຕ້ອງຕາມມາຢ່າງແນ່ນອນ

ເລກເດັດຈາກຄວາມຝັນ : 32,04,51,27,35

 

ຝັນເຫັນງູລື້ອຍຜ່ານຕົວ

ຫາກຝັນວ່າງູເລື້ອຍຜ່ານຕົວເຮົາໄປ ມີຄຳທຳນາຍວ່າ ໃຫ້ລະວັງຄົນທີ່ເຂົ້າມາຕີສະນິດນຳຫຼອກລວງ ສ່ວນເລື່ອງຄຳເວົ້າຄຳຈາກໍໃຫ້ລະວັງເປັນສຳຄັນ ເພາະອາດນຳໄປສູ່ການທະເລາະເບາະແວ້ງໄດ້ ເລື່ອງຈິດໃຈມີໂອກາດທີ່ຈະເກີດຄວາມທຸກຈາກບຸກຄົນທີ່ມີອາຍຸນ້ອຍກວ່າ

 

ດ້ານຄວາມຮັກ ຫາກເປັນງູຮັດກໍໝາຍຄວາມວ່າເຮົາມີໂອກາດທີ່ຈະໄດ້ເຈີເນື້ອຄູ່ ແຕ່ຮູ້ບໍວ່າການຝັນເຫັນງູລື້ອຍຜ່ານຕົວນີ່ເປັນອັນທີ່ເປັນຕາຍ້ານກວ່າ ເພາະຫາກເຮົາກຳລັງມີຄວາມສຳພັນບາງຢ່າງ ຄວາມສຳພັນນັ້ນກໍຈະບໍ່ໝັ້ນຄົງ ແລະແນ່ນອນຜ່ານເຂົ້າມາດຽວກໍຜ່ານອອກໄປ

ເລກເດັດຈາກຄວາມຝັນ : 36,97,44,62,35

 

ຝັນເຫັນງູຈົງອາງ

ຄວນທີ່ຈະຕ້ອງລະມັດລະວັງເລື່ອງການມີປາກສຽງກັບຜູ້ຫຼັກຜູ້ໃຫຍ່ເອົາໄວ້ໃຫ້ຫຼາຍ ມີໂອກາດທີ່ຈະຖືກຕຳນິ ຫຼື ໄດ້ຮັບຄວາມບໍ່ພໍໃຈ ແນະນຳວ່າຢ່າເອົາຕົວເອງເຂົ້າໄປຍຸ່ງກ່ຽວ ຫຼື ຊ່ວຍແກ້ໄຂບັນຫາໃຫ້ກັບໃຜ ບັນຫາຮຸນແຮງເຫຼົ່ານັ້ນອາດຍ້ອນກັບມາທີ່ຕົວເອງທັງທີ່ບໍ່ມີສ່ວນກ່ຽວຂ້ອງ, ອີກທັງ ຍັງອາດຖືກເອົາປຽບຢ່າງຮຸນແຮງໄດ້

ເລກເດັດຈາກຄວາມຝັນ : 48,17,49,83,49

 

ຝັນເຫັນງູກິນຄົນ

ເບິ່ງຄືຝັນແບບນີ້ຄົງບໍ່ໜ້າຈະແມ່ນເລື່ອງດີ, ແຕ່ເປັນຝັນທີ່ສື່ໃຫ້ເຫັນວ່າເຮົາກຳລັງຈະໄດ້ຮັບໂຊກ ເຊິ່ງກໍບໍ່ເຊິງວ່າເປັນໂຊກກ້ອນໃຫຍ່ ເປັນການໄດ້ຮັບສິ່ງດີໆເປັນໄປຕາມຄວາມປາຖະໜາທີ່ຕົວເອງຫວັງໄວ້ ເຊັ່ນ: ຢາກມີລູກກໍຈະໄດ້ລູກ ທຸລະກິດທີ່ຄິດວ່າຈະເຮັດ ຫຼື ກຳລັງເຮັດກໍເປັນໄປໄດ້ດີ ມີໂອກາດທີ່ຈະເຕີບໃຫຍ່ ອີກທັງສິ່ງໃໝ່ໆກໍຈະເຂົ້າມາຫາ ນັບເປັນການປ່ຽນແປງດີໆທີ່ອາດເກີດຂຶ້ນຢ່າງວ່ອງໄວ

ເລກເດັດຈາກຄວາມຝັນ : 38,56,29,83,32

 

ຝັນວ່າງູກັດ

ຫາກຝັນວ່າງູກັດ ໃຫ້ລະວັງຕົວເອງເອົາໄວ້ໃນທຸກໆດ້ານ ເພາະບັນຫາຕ່າງໆກຳລັງຈະຖາມໂຖມເຂົ້າມາຢ່າງບໍ່ຢຸດຢ່ອນ ເຊັ່ນ: ຄຳເວົ້າຄຳຈາທີ່ອາດບໍ່ເຂົ້າຫູຂອງຜູ້ຫຼັກຜູ້ໃຫຍ່, ການຕັດສິນໃຈເລື່ອງງານ, ຕ້ອງເສຍຊັບສິນເງິນຄຳ, ເອກະສານສຳຄັນຕ່າງໆເກີດຄວາມຜິດພາດ, ທີ່ສຳຄັນ ຕ້ອງລະວັງເລື່ອງການແຕກຫັກກັບໝູ່ຈາກການທີ່ເວົ້າບໍ່ຄິດ

ເລກເດັດຈາກຄວາມຝັນ : 86,57,52,63,87

 

ຝັນວ່າຖືກງູຮັດ

ຫາກຝັນວ່າຖືກງູດຮັດ, ງູຮັດແຂນ, ງູຮັດຂາ ນັ້ນໝາຍຄວາມວ່າຈະຕ້ອງມາສຳຜັດທີ່ຮ່າງກາຍ, ພັນແຂນ, ພັນຂາ ຫຼື ຮັດຮ່າງກາຍຂອງເຮົາເອົາໄວ້

ດ້ານຄວາມຮັກ ເຈົ້າອາດຈະໄດ້ເຈີກັບຄົນທີ່ເຈົ້າຮັກ ແລະ ເຂົາຮັກເຈົ້າ ເຊິ່ງສີຂອງງູທີ່ຝັນເຫັນສາມາດບົ່ງບອກໄດ້ເຖິງຄົນທີ່ຈະເຂົ້າມາຫາເຈົ້າວ່າມີລັກສະນະແບບໃດເຊັ່ນ: ງູສີນວນ, ງູເຜືອກ ໝາຍເຖິງ: ຄວາມຮັກທີ່ອົບອຸ່ນ ຄວາມຮັກທີ່ເອື້ອອາທອນຕໍ່ກັນ. ງູສີແດງ ໝາຍເຖິງ: ຄວາມຮັກທີ່ຮ້ອນແຮງ. ງູສີດຳ ໝາຍເຖິງ: ຄວາມຮັກທີ່ເຕັມໄປດ້ວຍຄວາມຫຶງຫວງ

ເລກເດັດ ເມື່ອຝັນວ່າຖືກງູກັດ

  • ສາມຕົວ 559, 566, 568
  • ສອງຕົວ 55, 56, 66
  • ເດັ່ນ 5 ແລະ 6

 

ຝັນວ່າງູຮັດ ຫຼື ຝັນເຫັນງູຮັດ ເລື້ອຍມາພັນຮ່າງກາຍ

ຄົນທີ່ຝັນວ່າຖືກງູຮັດຕົວເອງ ທຳນາຍວ່າ ຖ້າເປັນຄົນໂສດຈະໄດ້ພົບເນື້ອຄູ່ໃນກະທັນຫັນ ໃຫ້ສັງເກດຄວາມຝັນວ່າ ຖ້າງູກັດສ່ວນສູງຂອງຮ່າງກາຍ ເຊັ່ນ: ຮັດຄໍ ຮັດບັ້ນແອວຈະໄດ້ເນື້ອຄູ່ຖານະດີ ຫຼື ມີສັກ ຖ້າຮັດຕ່ຳລົງມາເຖິງຂາ ທາຍວ່າຈະໄດ້ເນື້ອຄູ່ຕ່ຳສັກກວ່າ ຖ້າເປັນຄົນມີຄອບຄົວແລ້ວໃນຝັນນັ້ນຖ້າໄດ້ໃຊ້ມືຈັບລຳຕົວງູແລ້ວຈະໄດ້ລາບເປັນລູກ ຫຼື ໂຊກລາບຈອນ ລາບລອຍຈາກການສ່ຽງໂຊກໃຫຍ່

ເລກເດັດໃຫ້ໂຊກ 56 66 559 55 566 568

 

ຝັນວ່າງູຮັດຂາ

ຄົນທີ່ຝັນວ່າຖືກງູຮັດຂາຕົວເອງ ທຳນາຍວ່າ ຈະໄດ້ພົບເນື້ອຄູ່ທີ່ມີຖານະຕ່ຳກວ່າ ຫຼື ມີສັກທີ່ຕ່ຳກວ່າ

ເລກເດັດຈາກຄວາມຝັນ : 03,31,35,38,06

 

ຝັນວ່າຈັບລຳຕົວງູ

ຄົນທີ່ຝັນວ່າໄດ້ຈັບທີ່ລຳຕົວຂອງງູ ທຳນາຍວ່າ ຈະໄດ້ລູກ ຫຼື ໄດ້ລາບຈາກການສ່ຽງໂຊກ

ເລກເດັດຈາກຄວາມຝັນ : 36,70,65,67,35

 

ຝັນວ່າຕີງູຈົນຕາຍ

ຄົນທີ່ຝັນວ່າຕີງູຈົນຕາຍ ທຳນາຍວ່າ ຈະໄດ້ພົບຄົນຕ່າງເພດທີ່ຖືກໃຈ ພຽງແຕ່ຕົວເອງຍັງບໍ່ພ້ອມທີ່ຈະເປີດຮັບ ຫຼື ເປີດໃຈເລື່ອງການມີຄູ່

ເລກເດັດຈາກຄວາມຝັນ : 13,59,42,34,14

 

ເຖິງຢ່າງໃດກໍຕາມ ການທຳນາຍຄວາມຝັນເປັນພຽງຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ ກະລຸນາໃຊ້ວິຈາລະນະຍານໃນການຕີຄວາມຄວາມຝັນຂອງເຈົ້າ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນພຸດ, 12 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,482
21,692
thailand (1)
THB
633.54
645.58
european-union
EUR
22,959
23,417
china
CNY
2,889
2,944
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພຸດ, 5 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
29,850
23,450
19,610
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພຸດ, 12 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
29,890,000
30,510,000
29,710,000
30,619,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
Copy of Copy of VP-Square (1200 x 628 px)
ສາຍໄຟຟ້າຕົກດິນຕ້ອງເຮັດແນວໃດ
site cover (20)
ດູດວງລາຍປີ 2025 ສຳລັບແຕ່ລະລຳດັບເດືອນເກີດ
Copy of Copy of VP-Square (1200 x 628 px)
ເຫດຈັບຜູ້ໂດຍສານລົດໄຟເປັນຕົວປະກັນໃນປາກີສະຖານຍັງບໍ່ຍຸຕິ
site cover (19)
ຝັນເຫັນງູ ຝັນກ່ຽວກັບງູ ມີຄຳທຳນາຍຝັນວ່າຫຍັງ ພ້ອມເລກໃຫ້ໂຊກ!
site cover (17)
ດູດວງລາຍວັນ ປະຈຳວັນທີ 12 ມີນາ 2025
site cover (16)
ສະພາແຫ່ງຊາດ ຖະແຫຼງຂ່າວກຽມໄຂກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX.
Copy of Copy of VP-Square (1200 x 628 px)
ສິງກະໂປແກ້ໄຂເຂດເລືອກຕັ້ງກ່ອນການເລືອກຕັ້ງທົ່ວໄປໃນປີນີ້
Copy of Copy of VP-Square (1200 x 628 px) (2)
ປະເທດຍີ່ປຸ່ນລໍາລຶກຄົບຮອບ 14 ປີ ຂອງແຜ່ນດິນໄຫວຮຸນແຮງແລະຄື້ນຊຶນາມິ
site cover (15)
ວ່າທີ່ຜູ້ນຳແຄນາດາປະກາດຈະຄວ້າໄຊຊະນະສົງຄາມການຄ້າກັບ "ທຣຳ"
482228914_1201566401972616_5725773897562586456_n
ລາວ-ໄທ ປຶກສາຫາລືກ່ຽວກັບ ການບໍລິຫານກໍລະນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ (CMM) ຄັ້ງທີ 4
ຢ່າລື່ມກົດຕິດຕາມ