site cover (30)
ສະຫະລັດຕັດງົບປະມານເກັບກູ້ລະເບີດ ກັບອາວຸດອີກຫຼາຍລ້ານໜ່ວຍທີ່ຖືກຖິ້ມໄວ້ໃນລາວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 ເດືອນມີນາ, 2025
ໝວດ: ຂ່າວ

ລາວນັ້ນ, ເປັນປະເທດທີ່ຖືກຖິ້ມລະເບີດຫຼາຍທີ່ສຸດໃນໂລກ ແລະ ໃນປັດຈຸບັນ, ກໍ່ຍັງມີກັບລະເບີດທີ່ຍັງບໍ່ທັນແຕກເຫຼົ່ານັ້ນ ຫຼົງເຫຼືອຢູ່ທົ່ວປະເທດ. ຊື່ງຈົນຮອດທຸກມື້ນີ້, ຍັງມີປະຊາຊົນຖືກລູກຫຼົງຈາກລະເບີດເຫຼົ່ານີ້, ຈົນບາດເຈັບ ຈົນເຖິງພິການ.

ແຕ່ຫຼ້າສຸດສະຫະລັດ ຜູ້ເປັນປະເທດທີ່ຖິ້ມລະເບີດ, ຕັດງົບຊ່ວຍເຫຼືອ ທີ່ກະທົບໄປເຖິງໂຄງການເກັບກູ້ລະເບີດໃນລາວດ້ວຍ, ຊື່ງນັ້ນອາດເຮັດໃຫ້ແຜນການຕ່າງໆ ຊ້າໄປອີກ.

 

 

ສປປ.ລາວ ປະເທດທີ່ຖືກຖິ້ມລະເບີດໜັກທີ່ສຸດໃນໂລກ

ສປປ.ລາວເປັນປະເທດທີ່ຖືກຖິ້ມລະເບີດໜັກທີ່ສຸດໃນໂລກເມື່ອທຽບເປັນຈໍານວນປະຊາກອນ ແລະ ຈົນຮອດທຸກມື້ນີ້ ຍັງມີລະເບີດທີ່ຫຼົງເຫຼືອຈາກການຖືກຖິ້ມຢູ່. ໂດຍກັບລະເບີດ ຫຼື ອາວຸດລະເບີດທີ່ຍັງບໍ່ລະເບີດເຫຼົ່ານີ້ ເອີ້ນວ່າ UXO ທີ່ຍໍ່ມາຈາກ (unexploded ordnance).

 

ລະເບີດເຫຼົ່ານີ້ ມາຢູ່ໃນປະເທດລາວຈາກຊ່ວງສົງຄາມອິນໂດຈີນ ທີ່ຕັ້ງແຕ່ປີ 1964 ຮອດປີ 1973 ສະຫະລັດໄດ້ຖິ້ມລະເບີດກວ່າ 2 ລ້ານໂຕນໃນສປປ ລາວ, ໃນພາລະກິດຖິ້ມລະເບີດ 580,000 ຄັ້ງ.

 

ຊຶ່ງທຽບເທົ່າກັບເຄື່ອງບິນ 1 ລໍາທີ່ບັນທຸກລະເບີດທຸກໆ 8 ນາທີ ຕະຫຼອດ 24 ຊົ່ວໂມງ ເປັນເວລາ 9 ປີ.
ເຮັດໃຫ້ລະເບີດຢ່າງໜ້ອຍ 270 ລ້ານໜ່ວຍຖືກຖິ້ມລົງໃນຜືນດິນປະເທດລາວ ເປັນສ່ວນໜຶ່ງຂອງປະຕິບັດການຖິ້ມລະເບີດຄັ້ງນີ້.

 

ແຕ່ລະເບີດເຫຼົ່ານີ້ປະມານ 80 ລ້ານໜ່ວຍ ຫຼື 10-30% ຍັງບໍ່ມີການລະເບີດ ແລະ ຍັງຄົງຫຼົງເຫຼືອຢູ່ໃນພື້ນດິນທົ່ວປະເທດລາວ. ມີກຸ່ມບ້ານປະມານ 25% ຫຼື ຫຼາຍກວ່າໝື່ນແຫ່ງຍັງມີລະເບີດເຫຼົ່ານີ້. ໂດຍພື້ນທີ່ທີ່ພົບວັດຖຸລະເບີດທີ່ຍັງບໍ່ລະເບີດຫຼາຍທີ່ສຸດໃນລາວ ໄດ້ແກ່ໃນ 9 ແຂວງເຊັ່ນ: ອັດຕະປື, ຈໍາປາສັກ, ຫົວພັນ, ຄໍາມ່ວນ, ຫຼວງພະບາງ, ສາລະວັນ, ສະຫວັນນະເຂດ, ເຊກອງ, ແລະ ຊຽງຂວາງ.

 

ໃນຊ່ວງສົງຄາມ, ມີຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດກວ່າ 30,000 ຄົນ ໂດຍ 20% ເປັນເດັກນ້ອຍ. ຂະນະທີ່ພາຍຫຼັງຈາກຄວາມຂັດແຍ້ງຈົບລົງ, ຍັງມີຜູ້ເສຍຊີວິດ ແລະ ບາດເຈັບອີກກວ່າ 20,000 ຄົນຈາກ UXO ໂດຍ 40% ເປັນເດັກນ້ອຍ. ເຫັນໄດ້ວ່າຈໍານວນເດັກນ້ອຍທີ່ເປັນເຫຍື່ອນີ້ມີອັດຕາທີ່ສູງ, ຊຶ່ງເດັກນ້ອຍເຫຼົ່ານີ້ມັກໄປພົບ ຫຼື ໄປຫຼິ້ນກັບກັບລະເບີດເຫຼົ່ານີ້ ຢ່າງບໍ່ຕັ້ງໃຈ.

 

ພາລະກິດເກັບກູ້ ແລະ ຊ່ວຍເຫຼືອເຫຍື່ອລະເບີດທີ່ຍັງດໍາເນີນຢູ່ຮອດທຸກມື້ນີ້

 

ເພາະຍັງມີລະເບີດຫຼົງເຫຼືອຢູ່, ທຸກມື້ນີ້ລາວຈຶ່ງຍັງມີໂຄງການເກັບກູ້ລະເບີດເຫຼົ່ານີ້ຢູ່. ໂດຍໜຶ່ງໃນນັ້ນຄື
ໂຄງການວັດຖຸລະເບີດທີ່ຍັງບໍ່ລະເບີດແຫ່ງຊາດລາວ (UXO Lao) ກໍ່ຕັ້ງຂຶ້ນໃນປີ 1996 ເປັນອົງກອນຫຼັກທີ່ເຮັດວຽກເພື່ອແກ້ໄຂບັນຫາວັດຖຸລະເບີດທີ່ຍັງບໍ່ລະເບີດ, ອົງກອນທີ່ໃຫ້ຄວາມຮູ້ແກ່ປະຊາຊົນ ແລະ ຍັງມີອົງກອນຫຼາຍແຫ່ງທີ່ເຮັດໜ້າທີ່ດຽວກັນ, ໄປເຖິງອົງກອນທີ່ດູແລຜູ້ບາດເຈັບທາງດ້ານຮ່າງກາຍ ແລະ ດ້ານຈິດໃຈດ້ວຍ.

 

ເຈົ້າໜ້າທີ່ສູນ COPE VISITOR CENTRE ທີ່ວຽງຈັນ ສປປ.ລາວ, ສູນຊຶ່ງໃຫ້ການຊ່ວຍເຫຼືອຜູ້ທີ່ມີຄວາມພິການທາງການເຄື່ອນໄຫວໃຫ້ສາມາດກ້າວຕໍ່ໄປໄດ້ໂດຍການສະໜັບສະໜູນການເຂົ້າເຖິງບໍລິການຟື້ນຟູສະມັດຖະພາບທາງກາຍ, ຊຶ່ງລວມເຖິງການໃຫ້ຂາທຽມ ແລະ ຝຶກໃຫ້ໃຊ້ງານເພື່ອເຂົ້າສັງຄົມໄດ້.

 

ໂດຍເຈົ້າໜ້າທີ່ເລົ່າວ່າ, ປັດຈຸບັນ, ເຄສຜູ້ບາດເຈັບຈາກອຸບັດຕິເຫດລະເບີດຫຼຸດລົງ, ແຕ່ລະເບີດທີ່ຍັງບໍ່ເຮັດວຽກນັ້ນ ຍັງຄົງມີຢູ່ຫຼາຍ. “ປັດຈຸບັນ, ເດັກນ້ອຍໄດ້ຮຽນຮູ້ເລື່ອງລະເບີດຫຼາຍຂຶ້ນ ເພາະມີຫຼັກສູດຕາມໂຮງຮຽນ ແລະ ເດັກນ້ອຍກໍ່ບໍ່ຫຼິ້ນລະເບີດແລ້ວ. ຖ້າມີອຸບັດຕິເຫດສ່ວນໃຫຍ່ຈະມາຈາກກິດຈະກໍາຢ່າງການເຮັດໄຮ່, ເຮັດສວນທີ່ເກີດໂດຍບໍ່ໄດ້ຕັ້ງໃຈ ແລະ ມີເດັກນ້ອຍທີ່ຕົກເປັນເຫຍື່ອ ຈາກການໄປຊ່ວຍວຽກນຳພໍ່ແມ່.”

 

“ປີທີ່ຜ່ານມາ ຜູ້ບາດເຈັບຈາກລະເບີດຫຼຸດລົງເຫຼືອ 48 ເຄສ ຈາກປົກກະຕິຢູ່ທີ່ 300 ເຄສຕໍ່ປີ, ແລະ ກ່ອນໜ້ານີ້
ໃນຊ່ວງທີ່ຍັງບໍ່ມີການເກັບຂໍ້ມູນ ມີຕົວເລກຫຼາຍກວ່ານີ້ຫຼາຍ.” ຊຶ່ງຂໍ້ມູນນີ້ກໍ່ສອດຄ່ອງກັບຂອງອົງກອນ UXO Lao ທີ່ຊີ້ວ່າ ຈໍານວນຜູ້ເສຍຊີວິດ ແລະ ບາດເຈັບຫຼຸດລົງກວ່າ 86% ລະຫວ່າງປີ 2008 ຮອດ 2015.

 

ໂດຍໃນປັດຈຸບັນ COPE ມີສູນຊ່ວຍເຫຼືອ 6 ແຫ່ງທົ່ວ ສປປ.ລາວ ໄດ້ແກ່: ຊຽງຂວາງ, ຫຼວງພະບາງ, ຈໍາປາສັກ, ສະຫວັນນະເຂດ, ວຽງຈັນ, ແລະ ຫຼ້າສຸດທີ່ອຸດົມໄຊ ຊຶ່ງກໍາລັງຈະເປີດຕົວໃຫ້ບໍລິການ. ຫາກປະຊາຊົນຜູ້ໄດ້ຮັບບາດເຈັບຈາກອຸບັດຕິເຫດລະເບີດ ອາໄສຢູ່ທີ່ໃດ ຫຼື ໃກ້ສູນໃດ ກໍ່ສາມາດເຂົ້າຮັບບໍລິການໄດ້.

 

“ທີ່ນີ້ພວກເຮົາມີຂາທຽມ ແລະ ແຂນທຽມໃຫ້ຟຣີ, ຊ່ວຍຊັບພອດທາງດ້ານຮ່າງກາຍ, ໃຫ້ປັບຕົວໃຊ້ຂາທຽມ ແລະ ເຂົ້າກັບສັງຄົມໄດ້. ສ່ວນເລື່ອງຂອງການຟື້ນຟູ ຫຼື ດູແລຈິດໃຈຈະເປັນອີກໜ່ວຍງານໜຶ່ງ.”

 

“ປົກກະຕິມີຄົນເຈັບເຂົ້າອອກທຸກໆມື້, ໄລຍະເວລາທີ່ປິ່ນປົວກໍ່ແລ້ວແຕ່ເຄສວ່າເຈັບໜ້ອຍ ຫຼື ຫຼາຍ. ຖ້າເຮັດຂາທຽມຕັ້ງແຕ່ຫົວເຂົ່າລົງໄປກໍ່ບໍ່ດົນ, ຖ້າອຸບັດຕິເຫດທັງຂາເລີຍ ແລະ ຕ້ອງເຮັດຂາທຽມຍາວກໍ່ຈະຝຶກດົນກວ່ານັ້ນ. ແລ້ວກໍ່ມີເຄສຄົນທີ່ຢູ່ບ້ານນອກທີ່ຍາກຕໍ່ການເຂົ້າເຖິງບໍລິການ, ພວກເຮົາກໍ່ມີການຝຶກໃຫ້ໄດ້ຝຶກເຮັດຂາທຽມເອງດ້ວຍ.”

 

ແຕ່ເຖິງແມ່ນວ່າຈໍານວນຜູ້ບາດເຈັບຈາກອຸບັດຕິເຫດລະເບີດຈະໜ້ອຍລົງ, ແຕ່ທາງສູນກໍ່ຊ່ວຍເຫຼືອຜູ້ພິການຈາກອຸບັດຕິເຫດອື່ນໆ ດ້ວຍ.

 

ນອກຈາກການເຮັດວຽກກັບຜູ້ປະສົບເຫດລະເບີດທີ່ເບິ່ງວ່າສະຖານະການດີຂຶ້ນ ເພາະຜູ້ບາດເຈັບໜ້ອຍລົງ, ເຮັດໃຫ້ພວກເຮົາຕັ້ງຄໍາຖາມກັບເຈົ້າໜ້າທີ່ວ່າ ຄິດວ່າພາລະກິດການເກັບກູ້ລະເບີດທັງໝົດໃນລາວ ຈະສິ້ນສຸດເມື່ອໃດ.
ຊຶ່ງເຈົ້າໜ້າທີ່ກໍ່ຕອບກັບວ່າ ລາວຄິດວ່າເປັນໄປໄດ້ຍາກ ແລະ ບໍ່ແນ່ໃຈເລີຍດ້ວຍວ່າ ຈະສາມາດເກັບກູ້ລະເບີດທັງໝົດໄດ້ແທ້ ຫຼື ບໍ່. ຂະນະທີ່ຜູ້ຊ່ຽວຊານໃນສະຫະລັດກໍ່ປະເມີນວ່າອາດຕ້ອງໃຊ້ເວລາເຖິງ 100 ປີ ໃນການເກັບກູ້ລະເບີດດັ່ງກ່າວ.

 

ຂໍ້ມູນຈາກວັນຕ້ານລະເບີດສາກົນໃນປີ 2024 ເປີດເຜີຍວ່າ ລາວເກັບກູ້ UXO ຈາກທີ່ດິນໄປແລ້ວ 87,323 ເຮັກຕາ ເປັນຈໍານວນຫຼາຍກວ່າ 1.9 ລ້ານໜ່ວຍ ລະຫວ່າງປີ 1996 ຈົນຮອດເດືອນມີນາ 2024.

 

ຂະນະທີ່ຂໍ້ມູນການເກັບລະເບີດຂອງສູນ UXO Lao ຊີ້ວ່າທາງສູນໄດ້ມີການເກັບລະເບີດໄປແລ້ວກວ່າ 395,000 ຊິ້ນ.

 

ແຕ່ເຖິງຢ່າງນັ້ນເຈົ້າໜ້າທີ່ສູນ COPE ບອກວ່າ ປັດຈຸບັນລາວມີ 6 ໜ່ວຍງານທີ່ເກັບກູ້ລະເບີດ ແລະ ບໍ່ໄດ້ມີການລວບລວມຂໍ້ມູນຕົວກາງຫຼາຍນັກ. “ເມື່ອກາງປີທີ່ແລ້ວ ມີການປະຊຸມທຸກໜ່ວຍ ແລະ ເອົາຂໍ້ມູນມາລວມກັນ. ຕອນນີ້ກໍາລັງເຮັດຂໍ້ມູນກາງຢູ່, ຄາດວ່າຈະເປັນຂໍ້ມູນອອກມາໄດ້ໃນໄວໆ ນີ້.”

 

 

ເມື່ອການຕັດງົບຂອງ USAID ຈະກະທົບຕໍ່ແຜນການເກັບກູ້ລະເບີດໃນລາວດ້ວຍ

 

ແຕ່ເຖິງແມ່ນວ່າສະຖານະການຕ່າງໆ ທັງການເກັບກູ້ລະເບີດ, ໃຫ້ຄວາມຮູ້ເດັກ ແລະ ປະຊາຊົນ, ລວມເຖິງຈໍານວນຜູ້ບາດເຈັບທີ່ໜ້ອຍລົງ, ເຮັດໃຫ້ສະຖານະການຂອງລະເບີດ UXO ໃນລາວຈະເປັນໄປໃນທາງທີ່ດີຂຶ້ນ, ແຕ່ຈາກການຕັດງົບ USAID ໃນໂຄງການຊ່ວຍເຫຼືອຕ່າງໆ ຂອງໂດນັລ ທຣໍາ ປທນ.ສະຫະລັດຄົນຫຼ້າສຸດ ອາດກັບເຮັດໃຫ້ສະຖານະການຕ່າງໆ ຮ້າຍແຮງລົງໄປອີກ.

 

ສະຫະລັດ, ປະເທດຕົ້ນທາງໃນການປ່ອຍລະເບີດ, ໄດ້ໃຫ້ຄວາມຊ່ວຍເຫຼືອໃນການກູ້ລະເບີດ ແລະ ໂຄງການອື່ນໆ ຜ່ານການສະໜັບສະໜູນຂອງອົງກອນລະຫວ່າງປະເທດ ແລະ ໃຫ້ທຶນສະໜັບສະໜູນຫຼາຍທາງ.

 

ໃນການສະແດງກ່ຽວກັບລະເບີດ UXO ທີ່ສູນ COPE VISITOR CENTRE ໄດ້ມີການແປະປ້າຍແຜນການຮ່ວມງານໃນອະນາຄົດກັບ USAID ລະຫວ່າງປີ 2024-2028 ວ່າສະຫະລັດຈະຊ່ວຍກູ້ກັບລະເບີດ ແລະ ມີການເຮັດ MoU ສະບັບໃໝ່ຮ່ວມກັນ, ໂດຍຈະໃຫ້ເງິນ 23 ລ້ານໂດລາສະຫະລັດ ເພື່ອເຄລຍ UXO ໃນ 4 ແຂວງພາກໃຕ້ຂອງລາວຜ່ານ NPA ຈົນຮອດປີ 2026 ແລະ ຫຼາຍກວ່າ 300,000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອຜູ້ປະສົບໄພຈາກ UXO ຈົນຮອດປີ 2028 ດ້ວຍ.

 

ຂະນະທີ່ໃນວັນທີ 20 ມັງກອນ ທີ່ຜ່ານມາ, ວັນທີ່ທຣໍາເຂົ້າຮັບຕໍາແໜ່ງປະທານາທິບໍດີ, ໃນເວັບໄຊຂອງລັດຖະບານສະຫະລັດເອງກໍ່ໄດ້ມີການປະກາດໂຄງການທໍາລາຍອາວຸດໃນ ສປປ.ລາວ, ຊຶ່ງຊີ້ວ່າ ທີ່ຜ່ານມາ ຕັ້ງແຕ່ປີ 1995 ສະຫະລັດໄດ້ລົງທຶນຫຼາຍກວ່າ 391 ລ້ານໂດລາໃນລາວເພື່ອຈັດການກັບມໍລະດົກຂອງສົງຄາມອິນໂດຈີນ, ທັງການສໍາຫຼວດ, ກໍາຈັດລະເບີດທີ່ຍັງບໍ່ລະເບີດ, ສຶກສາຄວາມສ່ຽງ, ຊ່ວຍເຫຼືອເຫຍື່ອ ແລະ ຜູ້ລອດຊີວິດ, ຊຶ່ງທີ່ຜ່ານມາຄວາມຊ່ວຍເຫຼືອຂອງສະຫະລັດນັ້ນໄດ້ປະສົບຄວາມສໍາເລັດຫຼາຍດ້ານ.

 

ແຕ່ເຖິງຢ່າງນັ້ນ, ຫຼັງທຣໍາເຂົ້າຮັບຕໍາແໜ່ງບໍ່ດົນ, ກະຊວງການຕ່າງປະເທດສະຫະລັດປະກາດວ່າໄດ້ລະງັບໂຄງການກໍາຈັດຕ້ານລະເບີດທົ່ວໂລກເປັນເວລາຢ່າງໜ້ອຍ 3 ເດືອນ, ຊຶ່ງເປັນໄປຕາມທີ່ລັດຖະບານທຣໍາປະກາດລະງັບຄວາມຊ່ວຍເຫຼືອໂຄງການຕ່າງປະເທດ, ແລະ ຜູ້ຊ່ຽວຊານບາງຄົນເຕືອນວ່າອາດເກີດຜົນຮ້າຍແຮງ, ໂດຍສະເພາະໃນສະຖານທີ່ທີ່ມີທຸ່ນລະເບີດ, ລະເບີດລູກປະລາຍ ແລະ ລະເບີດທີ່ຍັງບໍ່ລະເບີດອື່ນໆ. ຢ່າງໃນອາຊຽນກໍ່ຄື ຫວຽດນາມ, ລາວ, ແລະ ກໍາປູເຈຍ.

 

ເມື່ອສອບຖາມເຈົ້າໜ້າທີ່ຂອງ COPE ເຖິງການຕັດງົບຊ່ວຍເຫຼືອ USAID ຂອງທຣໍາ, ເຈົ້າໜ້າທີ່ກໍ່ໄດ້ບອກວ່າ ມີຜົນກະທົບກັບທາງສູນແນ່ນອນ, ແຕ່ຢູ່ໃນລະຫວ່າງການລໍຖ້າການສະຫຼຸບວ່າຈະໄດ້ຮັບຜົນກະທົບແນວໃດ. ແຕ່ທັງນີ້ສູນ COPE ເອງຍັງມີທຶນຈາກປະເທດອື່ນໆ ນອກຈາກສະຫະລັດເຂົ້າມາ, ແລະ ຂໍຫຼີກລ້ຽງການເວົ້າເຖິງປະເດັນນະໂຍບາຍການຕັດງົບໃນຄັ້ງນີ້.

 

ສໍານັກຂ່າວ The Laotian Times ລົມກັບພະນັກງານ USAID ໃນລາວ ຫຼັງການປະກາດນະໂຍບາຍຂອງສະຫະລັດ, ພົບວ່າເຈົ້າໜ້າທີ່ໄດ້ຮັບຄໍາສັ່ງບໍ່ໃຫ້ເປີດເຜີຍຂໍ້ມູນໃດໆ ກ່ຽວກັບສະຖານະປັດຈຸບັນຂອງອົງກອນໃນປະເທດ. “ສິ່ງດຽວທີ່ຂ້ອຍບອກໄດ້ຄືໂຄງການ USAID ທັງໝົດໃນລາວຖືກລະງັບໄວ້, ພວກເຮົາກໍາລັງລໍຖ້າຄໍາຕອບຈາກ USAID ລາວວ່າພວກເຮົາຕ້ອງຢຸດ ຫຼື ດໍາເນີນໂຄງການຕໍ່ໄປຫຼືບໍ່,” ພະນັກງານກ່າວກັບສື່ໃນລາວ.

 

ຊຶ່ງພວກເຮົາຄົງຕ້ອງຕິດຕາມວ່າ ສະຫະລັດຈະຢຸດຕິການຊ່ວຍເຫຼືອການກູ້ລະເບີດ ແລະ ປິ່ນປົວເຫຍື່ອຈາກອຸບັດຕິເຫດລະເບີດຈິງໆ ຫຼື ບໍ່, ແມ່ນວ່າລະເບີດເຫຼົ່ານີ້ ຈະເປັນມໍລະດົກຈາກສົງຄາມ ທີ່ມາຈາກສະຫະລັດເອງທີ່ເປັນຜູ້ຖິ້ມໄວ້ຈໍານວນຫຼາຍ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນຈັນ, 17 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,497
21,707
thailand (1)
THB
633.66
645.70
european-union
EUR
22,831
23,286
china
CNY
2,883
2,938
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນສຸກ, 14 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
29,850
23,450
19,610
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນສຸກ, 14 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
30,350,000
30,880,000
30,080,000
30,989,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
1742186546_519284-tnamcot-e1742186693598
ສະພາບອາກາດຮ້າຍແຮງໃນສະຫະລັດເສຍຊີວິດແລ້ວ 40 ຄົນ
site cover (32)
"ທຣໍາ" ຈະເຂົ້າພົບ "ປູຕິນ" ມື້ອື່ນ 18 ມີນາ ເພື່ອຢຸດສົງຄາມໃນຢູເຄຣນ
site cover (31)
ກອງປະຊຸມສະໄໜວິສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ
2025-03-12T214532Z_773484130_RC2XBDACUJ54_RTRMADP_3_UKRAINE-CRISIS-RUSSIA-KURSK-PUTIN-1741947580
ຣັດເຊຍຕ້ອງການຫຼັກປະກັນຄວາມໝັ້ນຄົງໃນຂໍ້ຕົກລົງສັນຕິພາບຢູເຄຣນ
site cover (30)
ສະຫະລັດຕັດງົບປະມານເກັບກູ້ລະເບີດ ກັບອາວຸດອີກຫຼາຍລ້ານໜ່ວຍທີ່ຖືກຖິ້ມໄວ້ໃນລາວ
Copy of Copy of VP-Square (1200 x 628 px) (1)
VOA ສົ່ງຕົງຈາກສະຫະລັດ: "ທຣຳ" ຟື້ນຟູອຸດສາຫະກຳການຕໍ່ເຮືອຂອງສະຫະລັດ
1741941852_063958-tnamcot-e1741941868320
ນັກວິໄຈຈີນເລັງສ້າງ 'ໄຕດິຈິຕ້ອນ' ຍົກລະດັບການວິນິດໄສພະຍາດໄຕ
1741942862_464549-tnamcot
ຈີນ-ຣັດເຊຍຢູ່ຂ້າງອີຣານເລື່ອງເຈລະຈານິວເຄລຍກັບສະຫະລັດ
1742016029_096536-tnamcot
ຜົນການສຳຫຼວດພົບພູເຂົາໄຟຟູຈິສູງຂຶ້ນ 5 ເຊັນຕິແມັດ
1742032289_613908-tnamcot-e1742032311967
ນາຍົກຄົນໃໝ່ຂອງການາດາໄດ້ສາບານຕົນເຂົ້າຮັບຕຳແໜ່ງ
ຢ່າລື່ມກົດຕິດຕາມ