ນາຊາຢືນຢັນ 2 ນັກບິນອາວະກາດທີ່ຕິດຄ້າງຢູ່ເທິງສະຖານີອາວະກາດນານາຊາດມາດົນກວ່າ 9 ເດືອນ ຈະໄດ້ກັບໂລກໃນວັນອັງຄານ ທີ່18ນີ້ ດ້ວຍຍານຂອງສະເປັກເອັກຊ໌
ສໍານັກງານບໍລິຫານການບິນ ແລະ ອາວະກາດແຫ່ງຊາດຂອງສະຫະລັດ ຫຼື ນາຊາ ຢືນຢັນວ່າ ທ່ານບຸດຊ໌ ວິລມອຣ໌ ກັບ ນ. ສຸນີ ວິລລຽມສ໌, 2 ນັກບິນອາວະກາດທີ່ຕິດຢູ່ສະຖານີອາວະກາດນານາຊາດມາດົນກວ່າ 9 ເດືອນ ທັງທີ່ພາລະກິດຄວນໃຊ້ເວລາພຽງ 1 ອາທິດ, ຈະໄດ້ເດີນທາງກັບໂລກໃນຊ່ວງແລງວັນອັງຄານທີ 18 ມີນາ 2025 ນີ້.
ທ່ານວິລມອຣ໌ກັບ ນ. ວິລລຽມສ໌ ຈະໂດຍສານແຄັບຊູນ “ຄຣູດຣາກ້ອນ” (Crew Dragon) ຂອງບໍລິສັດສະເປັກເອັກຊ໌ ກັບໂລກພ້ອມກັບທ່ານ ນິຄ ເຮກ ນັກບິນອາວະກາດຂອງນາຊາ ແລະ ທ່ານ ອເລັກຊານເດີຣ໌ ກອຣ໌ບູນອຟ ນັກບິນອາວະກາດຂອງຣອສຄອສມອສ ຣັດເຊຍ.
ຫຼັງຈາກເມື່ອວັນອາທິດ ນາຊາສົ່ງນັກບິນອາວະກາດ 4 ຄົນຂຶ້ນມາສັບປ່ຽນກັບພວກເຂົາແລ້ວ.
ທັງນີ້ ທ່ານວິລມອຣ໌ກັບ ນ. ວິລລຽມສ໌ຕິດຢູ່ໃນ ISS ມາຕັ້ງແຕ່ເດືອນມິຖຸນາ 2025 ຫຼັງຈາກພວກເຂົາໂດຍສານຍານ “ສຕາຣ໌ໄລເນີຣ໌” ຂອງບໍລິສັດ ໂບອິ້ງ ຂຶ້ນມາເທິງສະຖານີອາວະກາດນານາຊາດ ໃນທ່ຽວບິນທົດສອບ ແຕ່ຍານລໍານີ້ກັບເກີດບັນຫາຫຼາຍຢ່າງ ຈົນບໍ່ສາມາດພາທັງຄູ່ກັບລົງມາຍັງໂລກໄດ້.
ແຖລງການຂອງ ນາຊາ ໃນຊ່ວງແລງວັນອາທິດຕາມເວລາທ້ອງຖິ່ນ ລະບຸວ່າ ພວກເຂົາຈະດໍາເນີນໜ້າແຜນການພານັກບິນອາວະກາດທີ່ຕິດຄ້າງທັງ 2 ຄົນກັບໂລກ ໂດຍຍານຈະລົງຈອດໃນມະຫາສະໝຸດນອກຊາຍຝັ່ງລັດຟລໍຣິດາ ໃນເວລາປະມານ 17.57 ວັນອັງຄານທີ 18 ມີນາ ຫຼື ເວລາ 5.57 ນ. ວັນພຸດ ຕາມເວລາຮ່ອງກົງ.
ສໍາລັບ ທ່ານວິລມອຣ໌ກັບ ນ. ວິລລຽມສ໌ ນີ້ຈະຖືເປັນຈຸດສິ້ນສຸດວິບາກກໍາຂອງພວກເຂົາ ທີ່ຕ້ອງຕິດຢູ່ເທິງ ISS ດົນເຖິງ 9 ເດືອນ ຊຶ່ງດົນກວ່າໄລຍະເວລາມາດຕະຖານຂອງນາຊາທີ່ 6 ເດືອນໄປຫຼາຍ.
ເຖິງຢ່າງໃດກໍຕາມ ໄລຍະເວລາທີ່ທັງຄູ່ຕິດຢູ່ເທິງ ISS ກໍຍັງສັ້ນກວ່າທ່ານ ແຟຣງ ຣູບິໂອ ນັກບິນອາວະກາດຂອງນາຊາ ທີ່ຕ້ອງຢູ່ເທິງສະຖານີອາວະກາດນານາຊາດດົນເຖິງ 371 ວັນ ຫຼື ເຈົ້າຂອງສະຖິຕິໂລກຢ່າງທ່ານ ວາເລຣີ ໂປລຍາຄອຟ ທີ່ຢູ່ເທິງສະຖານີອາວະກາດ “ມີຣ໌” ຂອງຣັດເຊຍດົນ 437 ວັນ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,531 | 21,808 |
![]() THB | 659.81 | 671.69 |
![]() EUR | 24,096 | 24,579 |
![]() CNY | 2,936 | 2,994 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |