site cover (36)
ມາທຳຄວາມຮູ້ຈັກກັບ “ກະບົດຮູຕີ (Houthis)” ໂຈຣສະລັດຍຸກໃໝ່ ອາລະວາດທະເລແດງ ຈົນທຣຳຕ້ອງພະເດັດສຶກ.
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 18 March, 2025

ກະບົດຮູຕີ (Houthis) ແມ່ນໃຜ? ຈຶ່ງເຮັດໃຫ້ ໂດນັລ ທຣຳ ໃຈຮ້າຍໄດ້ຂະໜາດນີ້.

 

“ເຖິງພວກກະບົດຮູຕີ ເວລາຂອງພວກເຈົ້າຫມົດແລ້ວ ຢຸດການໂຈມຕີໄດ້ແລ້ວ ຖ້າຍັງບໍ່ຢຸດ ນະລົກຈະໂຖມເຂົ້າມາຢ່າງທີ່ພວກເຈົ້າບໍ່ເຄີຍເຫັນມາກ່ອນ” ທຣຳປ໌ ກ່າວໃນໂພສປະກາດໂຈມຕີກະບົດຮູຕີໃນເຢເມນ.

ກະບົດຮູຕີ ແມ່ນໃຜ?

ກ່ອນຈະກາຍເປັນກະບົດ, ຮູຕີແມ່ນຄອບຄົວນ້ອຍໆທາງພາກເໜືອສຸດຂອງເຢເມນ ທີ່ກໍ່ຕັ້ງຂະບວນການທາງສາສະໜາຂຶ້ນມາໃນຊ່ວງປີ 1990.

 

ຄອບຄົວນີ້ຕ້ອງການຟື້ນຄືນນິກາຍຍ່ອຍຊາຍດີ ຂອງນິກາຍຊີອາ ທີ່ເຄີຍປົກຄອງເຢເມນມາກ່ອນ.

ສິ່ງນີ້ກາຍເປັນຄວາມຂັດແຍ້ງ ແລະ ການຕໍ່ສູ້ກັບລັດຖະບານເຢເມນມາໂດຍຕະຫຼອດ.

 

ແຕ່ທີ່ຮູຕີສາມາດກາຍເປັນຂຸມພະລັງສະເທື່ອນໂລກໄດ້ໃນລະດັບນີ້ ມາຈາກຊາຍຄົນນີ້ ຄື ອັບດູລ ມາລິກ ອາລຮູຕີ ຜູ້ນຳກຸ່ມຮູຕີ.

ລາວເຮັດໃຫ້ທຸກມື້ນີ້ ຮູຕີມີກອງກຳລັງຫຼາຍໝື່ນຄົນ, ອາວຸດປະກອບຫຼາຍຊະນິດ, ລວມທັງໂດຣນ ແລະ ຂີປນາວຸດ ເຊິ່ງສະຫະລັດຯ ຊີ້ວ່າອາວຸດເຫຼົ່ານີ້ມາຈາກອິຫຣ່ານ.

 

“ຮູຕີ ແມ່ນຂະບວນການກະບົດທາງພາກເໜືອຂອງເຢເມນ. ກຸ່ມນີ້ເກີດຂຶ້ນມາ 20 ປີແລ້ວ, ແຕ່ເລີ່ມມີບົດບາດໃນຊ່ວງປີ 2015 ຕອນທີ່ຍຶດເອົານະຄອນຊານາໄດ້ ແລະ ກາຍເປັນລັດຖະບານທາງພຶດຕິກຳ ປົກຄອງປະຊາກອນຫຼາຍກວ່າ 80%.” ວູຟ ຄຣິສເຕຍ ເປເອສ ນັກຄົ້ນຄວ້າອາວຸໂສ ສະຖາບັນຄົ້ນຄວ້າຍຸດທະສາດສາກົນ ກ່າວ.

 

ຮູຕີ ຜູ້ປົກຄອງເຢເມນ?

 

ເມື່ອຮູຕີຍຶດຄອງພາກເໜືອ ລວມທັງນະຄອນຊານາຂອງເຢເມນໄດ້ ຊື່ກະບົດຮູຕີທີ່ນາໆຊາດບໍ່ຮັບຮອງ ກໍກາຍເປັນຂຸມພະລັງໃນພູມິພາກຢ່າງຫຼີກລ່ຽງບໍ່ໄດ້ ແລະ ມີບົດບາດໃນສົງຄາມຫຼາຍຈຸດ ທັງ ອິສຣາເອນ-ກາຊາ ລວມເຖິງຄວາມຂັດແຍ່ງ ແລະສູ້ຮົບກັບຊາອຸດີອາຣະເບຍ ແຕ່ທີ່ກະທົບກັບການຄ້າໂລກຢ່າງຮຸນແຮງ ຄື ເມື່ອຮູຕີປະກາດໂຈມຕີເຮືອສິນຄ້າໃນທະເລແດງ ເສັ້ນທາງເດີນເຮືອທີ່ຄຶກຄັກທີ່ສຸດໃນໂລກ

 

ເປັນຫຍັງຈຶ່ງໂຈມຕີເຮືອໃນທະເລແດງ?

 

ຮູຕີ ເຮັດໄປເພື່ອສະໜັບສະໜູນປາເລັສຕິນໃນກາຊາ ອ້າງວ່າ: ເຮືອສິນຄ້າເຫຼົ່ານີ້ ເຊື່ອມໂຍງກັບອິສຣາເອນ ຮູຕີ ໂຈມຕີເຮືອຫຼາຍຮ້ອຍລຳໃນເວລາປີປາຍ ທັງໃນອ່າວເອເດນ ທະເລອາຣາເບຍນ ມະຫາສະໝຸດອິນເດຍ ແລະ ທະເລເມດິເຕີເຣເນຍນ ຈົນສະເທືອນການຄ້າໂລກ ບໍລິສັດຫຼາຍແຫ່ງຕ້ອງປ່ຽນເສັ້ນທາງ ຫຼີກອອກຫ່າງທະເລແດງ ເຮັດໃຫ້ຄ່າໃຊ້ຈ່າຍສູງຂຶ້ນ ລາຄາສິນຄ້າກໍພຸ່ງສູງຂຶ້ນໄປດ້ວຍ

 

ຊ່ວງທີ່ສົງຄາມອິສຣາເອນ-ຮາມາສ ເລີ່ມຄີ່ຄາຍລົງຈາກຂໍ້ຕົກລົງຢຸດຍິງ ກຸ່ມຮູຕີກໍເລີ່ມສະຫງົບລົງ ໂຈມຕີເຮືອສິນຄ້ານ້ອຍລົງ ຈົນກະທັ້ງ 12 ມີນາ ກຸ່ມຮູຕີ ປະກາດກັບມາໂຈມຕີເຮືອສິນຄ້າໃໝ່ອີກຄັ້ງ ນັ້ນເຮັດໃຫ້ປະທານາທິບໍດີໂດນັລ ທຣຳ ປະກາດຖະຫຼົ່ມຮູຕີ ເພື່ອປົດແອກທະເລແດງ

 

ອະນາຄົດຈະເປັນແນວໃດ?

 

ກະບົດຮູຕີປະກາດຕອບໂຕ້ກັບສະຫະລັດ ຊຶ່ງຜູ້ຊ່ຽວຊານປະເມີນວ່າ ຮູຕີຈະໂຈມຕີເຮືອຮົບຂອງສະຫະລັດ ຫຼາຍຂຶ້ນໄປອີກ ຄຳຖາມຄື ລະຍະຍາວຈະເປັນແນວໃດ?

 

ແມ່ນວ່າການໂຈມຕີທາງອາກາດຂອງສະຫະລັດ ຈະສ້າງຄວາມເສຍຫາຍຮຸນແຮງ ແຕ່ກໍຄົງຢັບຢັ້ງບໍ່ໃຫ້ຮູຕີໂຈມຕີເຮືອສິນຄ້າໃນທະເລແດງໄດ້ບໍ່ໝົດ ເພາະທ້າຍສຸດ ມາດຕະການເດັດຂາດ ແລະ ໄດ້ຜົນທີ່ສຸດ ຄື ການສົ່ງທະຫານບຸກໂຈມຕີ ແລະກວາດລ້າງຮູຕີພາກພື້ນດິນ ຊຶ່ງນັ້ນນ່າຈະບໍ່ແມ່ນສິ່ງທີ່ຊາວອາເມຣິກັນຕ້ອງການ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 9 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
645.44
657.70
european-union
EUR
23,823
24,300
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (65)
ຖອດລະຫັດຄວາມສ່ຽງ 'ນວດຜິດວິທີ' ໂດຍສະເພາະໃນຜູ້ປ່ວຍພະຍາດປະຈຳຕົວ
Copy of site cover (18)
Grand Theft Auto 6 ເປີດເຜີຍຕົວຢ່າງ Vice City ພ້ອມດ້ວຍລາຍລະອຽດບາງສ່ວນຂອງເນື້ອເລື່ອງ
site-cover (64)
ຜູ້ບໍລິຫານເອໄອຢ້ຳສະຫະລັດຕ້ອງເພີ່ມສົ່ງອອກຊິບຈຶ່ງຈະນຳໜ້າຈີນ
site-cover (63)
ຈີນ-ລັດເຊຍຮ່ວມປົກປ້ອງອຳນາດຢູເອັນ-ຜົນປະໂຫຍດປະເທດກຳລັງພັດທະນາ
Copy of site cover (52)
ຕ້ອງແຊມປ໌ເທົ່ານັ້ນ! ອາໂມຣິມ ອອກມາກ່າວວ່າ ແມນຢູ ເຂົ້າຊິງບໍ່ມີຄວາມໝາຍຫາກບໍ່ໄດ້ແຊມປ໌
site-cover (62)
ຝຸ່ນດວງຈັນ "ຫາຍາກກວ່າຄຳ" ເດີນທາງຈາກຈີນມາເຖິງອັງກິດແລ້ວ
site-cover (61)
ສະຫະລັດ-ອັງກິດຍົກຍ່ອງຂໍ້ຕົກລົງການຄ້າທີ່ບັນລຸເປັນຊາດທຳອິດ
Copy of site cover (51)
Alibaba ເປີດເຜີຍວິທີ ZeroSearch ໃຫ້ AI ຮຽນຮູ້ການຄົ້ນຫາດ້ວຍຕົນເອງ ຫຼຸດຄ່າໃຊ້ຈ່າຍໃນການສອນໂມເດລໄດ້ຢ່າງມະຫາສານ
site-cover (60)
ສະໝອງກັບລຳໄສ້ຮ່ວມກັນເຮັດວຽກ ຄວບຄຸມອາລົມຂອງຄົນເຮົາໄດ້ແນວໃດ?
site-cover (59)
ຄຳເຕືອນຈາກໝໍຍີ່ປຸ່ນ: ເຄື່ອງດື່ມ 5 ຊະນິດ ທີ່ເບິ່ງຄືວ່າດີຕໍ່ສຸຂະພາບ ແຕ່ທຳລາຍຕັບບໍ່ໜ້ອຍກວ່າເຫລົ້າເບຍ
ຢ່າລື່ມກົດຕິດຕາມ