site cover (38)
"ດູແຕຣ໌ເຕ" ອາຊະຍາກຳຕໍ່ມະນຸດຊາດ! ຟິລິບປິນສົ່ງຕົວ ຂຶ້ນສານອາຍາໂລກ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 19 March, 2025
ໝວດ: ຂ່າວ

ອະດີດປະທານາທິບໍດີຟິລິບປິນ ໂຣດຣິໂກ ດູແຕຣ໌ເຕ ຖືກຄວບຄຸມ ແລະ ສົ່ງຕົວຂຶ້ນເຄື່ອງບິນມຸ່ງໜ້າໄປຍັງກຸງເຮກ ປະເທດເນເທີແລນ ເມື່ອວັນທີ່ 18 ມີນາ ຜ່ານມາ.

 

ຫຼັງຈາກຖືກຈັບກຸມທີ່ສະໜາມບິນໃນກຸງມະນິລາ ຕາມໝາຍຈັບຂອງສານອາຍາລະຫວ່າງປະເທດ (ICC)

 

ມາຣ໌ຕິນ ເດລກຣາ ທະນາຍຄວາມຂອງ ດູແຕຣ໌ເຕ ເປີດເຜີຍວ່າ ອະດີດຜູ້ນຳວັຍ 79 ປີ ໄດ້ຂຶ້ນເຄື່ອງບິນເຊົ່າເໝົາລຳພ້ອມກັບຜູ້ຕິດຕາມອີກ 3 ຄົນຈາກສະໜາມບິນນານາຊາດມະນິລາ ເວລາປະມານ 21:00 ນ. ຕາມເວລາທ້ອງຖິ່ນ ແລະ ກຳລັງເດີນທາງໄປຍັງກຸງເຮກ ຊຶ່ງເປັນທີ່ຕັ້ງຂອງສຳນັກງານໃຫຍ່ ICC

 

ລັດຖະບານຟິລິບປິນລະບຸວ່າ ດູແຕຣ໌ເຕ ຖືກຄວບຄຸມຕົວເມື່ອຊ່ວງເຊົ້າວັນອັງຄານທີ່ 18 ມີນາ, ຂະນະເດີນທາງກັບຈາກຮ່ອງກົງ ເຂົາກຳລັງປະເຊີນຂໍ້ກ່າວຫາກໍ່ອາຊະຍາກຳຕໍ່ມະນຸດຊາດ ອັນເປັນຜົນມາຈາກສົງຄາມປາບປາມຢາເສບຕິດທີ່ດຳເນີນມາຕັ້ງແຕ່ປີ 2016-2022 ຊຶ່ງມີຜູ້ເສຍຊີວິດຫຼາຍພັນຄົນ

 

ຊາຣາ ດູແຕຣ໌ເຕ ຮອງປະທານາທິບໍດີຟິລິບປິນ ແລະ ລູກສາວຂອງອະດີດຜູ້ນຳ ອອກຖະແຫຼງການວ່າ ການສົ່ງຕົວບິດາຂອງທ່ານໄປຍັງ ICC ເປັນການກົດຂີ່ຂົ່ມເຫັງຫຼາຍກວ່າການເຮັດເພື່ອຄວາມຍຸຕິທຳ

 

“ໃນຂະນະທີ່ຂ້ອຍຂຽນຂໍ້ຄວາມນີ້ ພໍ່ຂອງຂ້ອຍກຳລັງຖືກບັງຄັບນຳຕົວໄປຍັງເຮກ ນີ້ບໍ່ແມ່ນຄວາມຍຸຕິທຳ ແຕ່ມັນຄືການກົດຂີ່ ແລະ ການຂົ່ມເຫັງ”

 

ລາວຍັງກ່າວເສີມວ່າ ພໍ່ຂອງລາວບໍ່ໄດ້ຮັບໂອກາດໃຫ້ຕໍ່ສູ້ຄະດີໃນສານທ້ອງຖິ່ນ ແລະ ເນັ້ນວ່າປະຊາຊົນຟິລິບປິນບໍ່ຄວນເຮັດຕາມຄຳສັ່ງຂອງຕ່າງຊາດທີ່ເຂົ້າມາແຊກແຊງ

 

“ພວກເຮົາແມ່ນຄົນຟິລິບປິນ ແລະ ພວກເຮົາບໍ່ແມ່ນຄົນຟິລິບປິນທີ່ບໍ່ມີຄວາມໝາຍ”

 

ຊາຣາ ຍັງປະຕິເສດລາຍງານທີ່ວ່າ ດູແຕຣ໌ເຕ ເຄີຍຮ້ອງຂໍລີ້ໄພຈາກລັດຖະບານຈີນລະຫວ່າງທີ່ເດີນທາງໄປຮ່ອງກົງ ໂດຍຢືນຢັນວ່າເຂົາບໍ່ໄດ້ພົບປະເຈົ້າໜ້າທີ່ຈີນແຕ່ຢ່າງໃດ

 

ເວໂຣນິກາ ດູແຕຣ໌ເຕ ລູກສາວລ້າ ຂອງອະດີດຜູ້ນຳ ໂພສຂໍ້ຄວາມຜ່ານອິນສຕາແກຣມ ລະບຸວ່າພໍ່ຂອງທ່ານຖືກນຳຕົວ ຂຶ້ນເຄື່ອງບິນໂດຍບໍ່ມີການແຈ້ງຈຸດໝາຍປາຍທາງໃຫ້ແກ່ຄອບຄົວ

 

“ພວກເຂົາພາຕົວພໍ່ໄປຈາກພວກເຮົາ ເອົາລາວໄວ້ເທິງເຄື່ອງບິນ ແລະ ບໍ່ຍອມບອກວ່າຈະໄປໃສ ກະລຸນາຕື່ນເຖີດ”

 

ຂະນະທີ່ສະຖານີໂທລະພາບ ABS-CBN News ຂອງຟິລິບປິນ ເຜີຍແຜ່ວິດີໂອຂະນະ ດູແຕຣ໌ເຕ ຂຶ້ນເຄື່ອງບິນເຈັດໃນມະນິລາ ແຕ່ບໍ່ໄດ້ລະບຸວ່າເຄື່ອງບິນລຳດັ່ງກ່າວກຳລັງມຸ່ງໜ້າໄປທີ່ໃດ

 

ທະນາຍຄວາມຂອງ ດູແຕຣ໌ເຕ ຫຼາຍຄົນອອກມາໂຕ້ແຍ້ງວ່າ ການຈັບກຸມຄັ້ງນີ້ບໍ່ຍຸດຕິທຳດ້ວຍກົດໝາຍ ເນື່ອງຈາກຟິລິບປິນໄດ້ຖອນຕົວຈາກ ICC ໄປແລ້ວໃນປີ 2019 ຂະນະທີ່ ດູແຕຣ໌ເຕ ຍັງດຳລົງຕຳແໜ່ງປະທານາທິບໍດີ

ເຖິງຢ່າງໃດກໍຕາມ ICC ຢືນຢັນວ່າ ສານຍັງຄົງມີອຳນາດພິຈາລະນາຄະດີ ເນື່ອງຈາກການຖອນຕົວບໍ່ມີຜົນຍ້ອນຫຼັງຕໍ່ອາຊະຍາກຳທີ່ເກີດຂຶ້ນກ່ອນເດືອນມີນາ 2019

 

ລັດຖະບານຟິລິບປິນລະບຸວ່າ ນະໂຍບາຍປາບປາມຢາເສບຕິດຂອງ ດູແຕຣ໌ເຕ ຕັ້ງແຕ່ປີ 2016 ເປັນຕົ້ນມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດປະມານ 6,200 ຄົນ ແຕ່ກຸ່ມສິດທິມະນຸດຊົນເຊື່ອວ່າຕົວເລກທີ່ແທ້ຈິງ ອາດສູງເຖິງ 12,000-30,000 ລາຍ

 

ນັກເຄື່ອນໄຫວດ້ານສິດທິມະນຸດຊົນມອງວ່າ ການຈັບກຸມ ດູແຕຣ໌ເຕ ຖືເປັນກ້າວສຳຄັນສູ່ຄວາມຍຸຕິທຳສຳລັບຄອບຄົວຂອງຜູ້ເສຍຊີວິດຈຳນວນຫຼາຍ ຊຶ່ງຕົກເປັນເຫຍື່ອຂອງນະໂຍບາຍທີ່ໃຫ້ຕຳຫຼວດ ແລະ ກຸ່ມມືປືນສັງຫານຜູ້ຕ້ອງສົງໄສຄະດີຢາເສບຕິດໂດຍບໍ່ມີການສອບສວນ

 

ພວກເຂົາຍັງຊີ້ວ່າ ຜູ້ເສຍຊີວິດສ່ວນໃຫຍ່ເປັນປະຊາຊົນທຸກຍາກໃນເມືອງ ບາງຄົນເປັນເຍົາວະຊົນ ຫຼື ແມ່ນແຕ່ຜູ້ທີ່ບໍ່ມີສ່ວນກ່ຽວຂ້ອງກັບຂະບວນການຄ້າຢາເສບຕິດແຕ່ຢ່າງໃດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ