site cover (49)
"ທຣຳ" ລົງນາມຄຳສັ່ງຍຸບກະຊວງສຶກສາທິການ ຢືນຢັນເປັນໜ່ວຍງານບໍ່ມີປະໂຫຍດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 21 March, 2025
ໝວດ: ຂ່າວ

ປະທານາທິບໍດີທຣຳລົງນາມໃນຄຳສັ່ງຝ່າຍບໍລິຫານປິດກະຊວງສຶກສາທິການ ອ້າງວ່າໃຊ້ຈ່າຍເງິນດ້ານການສຶກສາຫຼາຍແຕ່ນັກຮຽນບໍ່ປະສົບຄວາມສຳເລັດ

 

ເມື່ອວັນທີ 20 ມີນາ ປະທານາທິບໍດີສະຫະລັດ ໂດນັລ ທຣຳ ໄດ້ລົງນາມໃນຄຳສັ່ງຝ່າຍບໍລິຫານ ເພື່ອສັ່ງເລີ່ມຂະບວນການຍຸບກະຊວງສຶກສາທິການ ຊຶ່ງເປັນໜຶ່ງໃນຄຳໝັ້ນສັນຍາທີ່ລາວໃຫ້ໄວ້ໃນຊ່ວງຫາສຽງເລືອກຕັ້ງປີ 2024

 

“ພວກເຮົາຈະປິດກະຊວງໂດຍໄວທີ່ສຸດ ມັນບໍ່ໄດ້ເປັນປະໂຫຍດອັນໃດກັບພວກເຮົາເລີຍ” ທຣຳກ່າວຫຼັງຈາກລົງນາມ ໂດຍລາວຮຽກຮ້ອງມາດົນແລ້ວໃຫ້ຍຸບກະຊວງສຶກສາທິການ ເນື່ອງຈາກເຫັນວ່າເປັນໜ່ວຍງານທີ່ມີຄ່າໃຊ້ຈ່າຍສູງແຕ່ໄດ້ຜົນລັບບໍ່ຄຸ້ມຄ່າ

 

ໂດນັລ ທຣຳ ປະທານາທິບໍດີສະຫະລັດຯ ລົງນາມຄຳສັ່ງຍຸບກະຊວງສຶກສາທິການ

 

ທຣຳກ່າວວ່າ “ສະຫະລັດຯ ໃຊ້ຈ່າຍເງິນດ້ານການສຶກສາຫຼາຍກວ່າປະເທດອື່ນໆ ຢ່າງຫຼວງຫຼາຍ ແຕ່ນັກຮຽນກັບຢູ່ໃນອັນດັບທ້າຍໆ ຂອງລາຍຊື່ໃນແງ່ຂອງຄວາມສຳເລັດ”

 

ເຖິງຢ່າງໃດກໍຕາມ ຄາດວ່າຄຳສັ່ງຝ່າຍບໍລິຫານສະບັບນີ້ຈະປະເຊີນກັບອຸປະສັກດ້ານກົດໝາຍ ແບບດຽວກັບແຜນໄລ່ຄົນອອກຈຳນວນຫຼາຍ ການຕັດໜ່ວຍງານຂອງລັດຖະບານກາງ ແລະ ເປົ້າໝາຍໃນການຫຼຸດການໃຊ້ຈ່າຍ ຕ່າງກໍປະເຊີນກັບຄວາມທ້າທາຍທາງກົດໝາຍ

 

ໃນພິທີລົງນາມ ທຣຳຍົກຍ້ອງທ່ານ ນ ລິນດາ ແມັກມາຮອນ ຊຶ່ງເຂົາແຕ່ງຕັ້ງໃຫ້ດຳລົງຕຳແໜ່ງລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ສະແດງຄວາມຫວັງວ່າ ລາວຈະເປັນລັດຖະມົນຕີກະຊວງສຶກສາທິການຄົນສຸດທ້າຍ ເຂົາກ່າວວ່າ ເຂົາຈະຊອກ “ແນວອື່ນ” ໃຫ້ລາວເຮັດພາຍໃນລັດຖະບານ

 

ທັງນີ້ ຫາກທຣຳປິດກະຊວງບໍ່ສຳເລັດກໍຄາດວ່າອາດໃຊ້ວິທີຕັດງົບປະມານ ແລະ ເຈົ້າໜ້າທີ່ແທນໄດ້ ເຊັ່ນດຽວກັບທີ່ເຮັດກັບສຳນັກງານເພື່ອການພັດທະນາລະຫວ່າງປະເທດຂອງສະຫະລັດຯ (USAID) ຊຶ່ງຕໍ່ມາຕ້ອງຢຸດໂຄງການ ແລະ ງານດ້ານມະນຸດສະທຳຫຼາຍຢ່າງຂອງໜ່ວຍງານດັ່ງກ່າວ

 

ກະຊວງສຶກສາທິການສະຫະລັດຯ ກໍ່ຕັ້ງຂຶ້ນໃນປີ 1979 ໂດຍມີໜ້າທີ່ດູແລເງິນທຶນສຳລັບໂຮງຮຽນຂອງລັດ ບໍລິຫານເງິນກູ້ຢືມເພື່ອການສຶກສາ ແລະ ດຳເນີນໂຄງການທີ່ຊ່ວຍເຫຼືອນັກຮຽນທີ່ມີລາຍໄດ້ນ້ອຍ

 

ທຣຳກ່າວຫາວ່າ ກະຊວງນີ້ປູກຝັງເຍົາວະຊົນດ້ວຍເນື້ອໃນກ່ຽວກັບເຊື້ອຊາດ ເພດ ແລະ ການເມືອງ

 

ຄວາມເຂົ້າໃຈຜິດທີ່ພົບເລື້ອຍໆກໍຄື ກະຊວງນີ້ມີອຳນາດຄວບຄຸມໂຮງຮຽນໃນສະຫະລັດຯ ແລະ ກຳນົດຫຼັກສູດ ແຕ່ຄວາມຈິງແລ້ວໂຮງຮຽນໃນສະຫະລັດຯ ສ່ວນໃຫຍ່ດຳເນີນການໂດຍລະດັບລັດ ແລະ ເຂດປົກຄອງທ້ອງຖິ່ນ

 

ນອກຈາກນີ້ ໜ່ວຍງານຍັງມີບົດບາດສຳຄັນໃນການບໍລິຫານ ແລະ ດູແລເງິນກູ້ຢືມເພື່ອການສຶກສາຂອງລັດຖະບານກາງ

 

ລາຍງານກ່ອນໜ້ານີ້ລະບຸວ່າ ທຣຳຈະພະຍາຍາມຍຸດຕິໂຄງການບາງສ່ວນຂອງກະຊວງສຶກສາທິການ ແລະ ຍ້າຍບາງໂຄງການໄປຢູ່ພາຍໃຕ້ກະຊວງອື່ນ ເຊັ່ນ ກະຊວງການຄັງ

 

ດ້ານສະຫະພັນຄູແຫ່ງອາເມລິກາ (AFT) ອອກມາປະນາມແຜນການຂອງທຣຳ ໂດຍກ່າວວ່າເຂົາ “ບໍ່ສົນໃຈໂອກາດສຳລັບເດັກນ້ອຍທຸກຄົນ”

 

ໃນຖະແຫຼງການ AFT ລະບຸວ່າ “ບໍ່ມີໃຜມັກລະບົບລາດຊະການ ແລະ ທຸກຄົນຕ່າງກໍສະໜັບສະໜູນປະສິດທິພາບທີ່ເພີ່ມຂຶ້ນ ດັ່ງນັ້ນ, ເຮົາມາຫາວິທີເຮັດໃຫ້ສຳເລັດກັນເຖາະ ແຕ່ຢ່າໃຊ້ ‘ສົງຄາມຕໍ່ຕ້ານ woke’ ເພື່ອທຳຮ້າຍເດັກໆ ທີ່ອາໄສຢູ່ໃນຄວາມທຸກຍາກ ແລະ ເດັກທີ່ພິການ ເພື່ອຈ່າຍເງິນສຳລັບບັດຄູປອງ ແລະ ການຫຼຸດຜ່ອນພາສີໃຫ້ກັບເຫຼົ່າມະຫາເສດຖີ”

 

ເດັກໆ ໃນສະຫະລັດອາເມລິກາສ່ວນໃຫຍ່ເຂົ້າຮຽນໃນໂຮງຮຽນຂອງລັດ ຊຶ່ງຟຣີ ແລະ ບໍລິຫານງານໂດຍເຈົ້າໜ້າທີ່ທ້ອງຖິ່ນ ເງິນທຶນເກືອບທັງໝົດມາຈາກພາສີຂອງລັດ ແລະ ທ້ອງຖິ່ນ ແລະ ການຕັດສິນໃຈເລື່ອງຫຼັກສູດຈະເຮັດໂດຍລັດຖະບານຂອງລັດ ແລະ ເຂດການສຶກສາ

 

ກະຊວງສຶກສາທິການສະຫະລັດຯ ມີພະນັກງານລາວ 4,400 ຄົນ ຖືເປັນໜ່ວຍງານທີ່ນ້ອຍທີ່ສຸດໃນຄະນະລັດຖະມົນຕີຂອງປະທານາທິບໍດີທຣຳ ແລະ ໃຊ້ງົບປະມານຂອງລັດຖະບານກາງທັງໝົດບໍ່ເຖິງ 2% ໂດຍເຈົ້າໜ້າທີ່ເກືອບ 2,100 ຄົນໃນໜ່ວຍງານຈະຖືກພັກງານຕັ້ງແຕ່ວັນທີ 21 ມີນາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (52)
"ທຣຳ" ຍອມພັກພາສີ ປະເທດທີ່ຈະບໍ່ຕອບໂຕ້ສະຫະລັດ 90ມື້ ຍົກເວັ້ນຈີນຂຶ້ນພາສີທັນທີ 125 %
VP LANDSCAPE COVER (18)
ສານເຄມີອັນຕະລາຍໃນອາຫານທະເລ ຢູ່ຕະຫຼາດຫຼາຍແຫ່ງໃນແຂວງບໍ່ແກ້ວ.
site cov (51)
5 ຂໍ້ຄວນຮູ້ກ່ອນກິນ "ຖົ່ວລຽນ" ເພາະຖ້າກິນແບບບໍ່ລະວັງ ສ່ຽງເສຍຊີວິດ!
VP LANDSCAPE COVER (17)
ກອງທັບລາວສິ້ນສຸດພາລະກິດຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວໃນມຽນມາ
VP LANDSCAPE COVER (16)
ແຂວງວຽງຈັນຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 900,000 ຄົນໃນໄຕມາດທຳອິດຂອງປີ 2025
site cov (50)
ພາລະກິດຄັ້ງທຳອິດຂອງໂລກ "ແມງສາບກູ້ໄພ" ຄົ້ນຫາຜູ້ລອດຊີວິດແຜ່ນດິນໄຫວມຽນມາ
VP LANDSCAPE COVER (13)
ສຳເລັດພາລະກິດຂອງຮີໂລ 4 ຂາ K9 USAR ທີ່ຊ່ວຍເຫຼືອເຈົ້າໜ້າທີ່ໃນເຫດການແຜ່ນດິນໄຫວ
site cov (49)
ບຸນໃຫຍ່ວັນມະຫາສົງການ 2025 ໝໍດູດັງແນະນຳ 12 ລາສີ ເສີມສິລິມົງຄຸນດ້ວຍສິ່ງນີ້
VP LANDSCAPE COVER (12)
ເປັນຫຍັງທຣຳຈຶ່ງໂຈມຕີຈີນໃນເລື່ອງການຄ້າ - ແລະສິ່ງທີ່ອາດຈະເກີດຂຶ້ນຕໍ່ໄປ
site cov (47)
ແຈ້ງເຕືອນ ຝົນຕົກຟ້າຮ້ອງ - ຟ້າເຫຼື້ອມ, ໝາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025
ຢ່າລື່ມກົດຕິດຕາມ