site cover (51)
ທາງອອກໃນການປັບໂຕຂອງທຸລະກິດເພື່ອບໍລິຫານພະນັກງານຢ່າງມີປະສິດທິພາບກັບ Bezz Solution
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 24 ເດືອນມີນາ, 2025
ໝວດ: Brand Spotlight

ໃນສະພາບເສດຖະກິດມະຫາພາກລະດັບໂລກ, ລະດັບພາກພື້ນ ຫຼື ໃນປະເທດກໍ່ດີ ທີ່ໄດ້ຮັບຜົນກະທົບຈາກນະໂຍບາຍທາງການຄ້າຕ່າງໆຂອງຫຼາຍໆປະເທດທີ່ມີຄວາມທ້າທາຍ ແລະ ກົດດັນ ເຮັດໃຫ້ຫຼາຍໆທຸລະກິດຕ້ອງມີການປັບໂຕເພື່ອຄວາມຢູ່ລອດໃນສະພາບເສດຖະກິດທີ່ບໍ່ຄົງໂຕຄືໃນປະຈຸບັນ;

ໜຶ່ງໃນວິທີທີ່ຫຼາຍໆຜູ້ປະກອບການ ຫຼື ເຈົ້າຂອງທຸລະກິດທີ່ນໍາມາໃຊ້ກໍ່ແມ່ນຖ້າເພີ່ມລາຍຮັບບໍ່ໄດ້ກໍ່ຕ້ອງຫຼຸດລາຍຈ່າຍ ເຊິ່ງລາຍຈ່າຍແມ່ນປະກອບມີ:​ CAPEX (ລາຍຈ່າຍທີ່ຕິດພັນກັບດ້ານຊັບສິນ) ແລະ OPEX (ລາຍຈ່າຍທີ່ຕິດພັນກັບການດໍາເນີນທຸລະກິດ).

ເວົ້າສະເພາະການຫຼຸດຜ່ອນລາຍຈ່າຍກ່ຽວກັບ OPEX ຫຼື ລາຍຈ່າຍທີ່ຕິດພັນກັບການດໍາເນີນທຸລະກິດນັ້ນແມ່ນມີຫຼາຍວິທີ, ອົງປະກອບ ແລະ ເງື່ອນໄຂທີ່ຕ່າງກັນຂຶ້ນກັບປະເພດຂອງທຸລະກິດ, ແຕ່ມີວິທີການນຶ່ງທີ່ຫຼາຍໆທຸລະກິດນໍາມາໃຊ້ໃນສະພາບແວດລ້ອມທີ່ຕ້ອງຫຼຸດລາຍຈ່າຍຂອງບໍລິສັດຢ່າງເປັນຮູບປະທໍາແມ່ນ Headcount Optimization ຫຼື ການປັບປຸງຈໍານວນພະນັກງານໃຫ້ສອດຄ່ອງກັບຄວາມຕ້ອງການໃນອົງກອນ.

ເຊິ່ງໃນປີ 2025 ນີ້ເຮົາກໍ່ຈະເຫັນບໍລິສັດຍັກໃຫຍ່ຫຼາຍໆບໍລິສັດຫຼຸດຜ່ອນຈໍານວນພະນັກງານລົງເຊັ່ນ: Meta (Facebook), Microsoft, BlackRock, Chevron ແລະ ລ້າສຸດກໍ່ແມ່ນຍັກໃຫຍ່ Amazon ທີ່ປົດຕໍາແໜ່ງຜູ້ບໍລິຫານງານລະດັບຜູ້ຈັດການຂຶ້ນໄປເຖິງ 14,000 ຄົນ

Bezz Solution Sole Co., Ltd. (ບໍລິສັດ ເບສ໌ ໂຊລູຊັນ) Bezz Solution
Bezz Solution Sole Co., Ltd. (ບໍລິສັດ ເບສ໌ ໂຊລູຊັນ) Bezz Solution

ເຖິງຢ່າງໃດກໍ່ຕາມ Headcount Optimization ຫຼື ການປັບປຸງຈໍານວນພະນັກງານ ບໍ່ໄດ້ໝາຍເຖິງແຕ່ການປົດພະນັກງານພຽງຢ່າງດຽວ, ເຊິ່ງມີຫຼາຍວິທີໂດຍປະກອບມີ:

 

  • ການປັບໂຄງສ້າງການເຮັດວຽກ (Restructuring): ປັບປ່ຽນສາຍການບໍລິຫານໃຫ້ແຖດເໝາະກັບສະຖານະການທີ່ເປັນຈິງໃນປະຈຸບັນ ຍົກຕົວຢ່າງການຄວມລວມພະແນກ Operations ແລະ IT ເປັນພະແນກດຽວ, ຫຼື ການທີ່ມີຜູ້ອໍານວຍການໃຫຍ່ຜູ້ດຽວຮັບຜິດຊອບ 3 ປະເທດເຊັ່ນ ກໍາປູເຈຍ, ລາວ ແລະ ມຽນມ້າ.
  • ການບໍລິຫານພະນາກງານອອກວຽກ (Attrition Management): ການບໍລິຫານການອອກວຽກຂອງພະນັກງານທີ່ເກີດຂຶ້ນຕາມທໍາມະຊາດຂອງທຸລະກິດ
  • ການເລີກຈ້າງ (Redundancies): ການເລີກຈ້າງພະນັກງານ ແລະ ຈ່າຍຄ່າຊົດເຊີຍຕາມລະບຽບກົດໝາຍ
  • ການບໍ່ຈ້າງເພີ່ມ (Hiring Freezes): ການບໍ່ຈ້າງເພີ່ມຕໍາແໜ່ງທີ່ລາອອກ ຍົກຕົວຢ່າງ: ພະນັກງານບໍລິການລູກຄ້າມີ 6 ຕໍາແໜ່ງ ລາອອກໄປ 2 ຄົນເຫຼືອ 4 ຄົນກໍ່ຈະຮັກສາໄວ້ແຕ່ 4 ຄົນໂດຍຈະບໍ່ມີການຮັບເພີ່ມເຕີມເພື່ອປ່ຽນແທນຄົນທີ່ລາອອກ
  • ການເພີ່ມທັກສະ/ປ່ຽນທັກສະ ພະນັກງານ (Upskilling/Reskilling): ເປັນສິ່ງທີ່ຈໍາເປັນໃນໂລກປະຈຸບັນເພື່ອໃຫ້ພະນັກງານສາມາດປັບໂຕແລະໄປຕາມເຕັກໂນໂລຊີໃໝ່ໆໄດ້

 

ການຫັນເປັນລະບົບວຽກແບບໂອໂຕ (Automation): ເປັນອີກວິທີນຶ່ງທີ່ຂາດບໍ່ໄດ້ໃນຍຸກປະຈຸບັນ, ໂດຍສະເພາະຖ້າມີການຫຼຸດຜ່ອນຈໍານວນພະນັກງານລົງ ແຕ່ຈໍານວນວຽກຫຼືປະລິມານວຽກອາດຍັງຢູ່ຄືເກົ່າເຊິ່ງຈະເຮັດໃຫ້ພະນັກງານທີ່ເຮັດວຽກຮັບຈໍານວນຂອງວຽກທີ່ຫຼາຍເກີນໄປແລະອາດສົ່ງຜົນໃຫ້ມີການລາອອກຫຼາຍເກີນກວ່າທີ່ບໍລິສັດຫຼືທຸລະກິດຈະຮັບໄດ້, ສະນັ້ນການລຸດຜ່ອນປະລິມານວຽກແລະເຮັດໃຫ້ຂະບວນການການເຮັດວຽກງ່າຍຂຶ້ນເປັນສິ່ງທີ່ຈໍາເປັນ ເຊິ່ງລະບົບ ERP (Enterprise Resource Planning) ເປັນໝາກຫົວໃຈຫຼັກຂອງ Work Automation.

Bezz Solution Sole Co., Ltd. (ບໍລິສັດ ເບສ໌ ໂຊລູຊັນ) Bezz Solution
Bezz Solution Sole Co., Ltd. (ບໍລິສັດ ເບສ໌ ໂຊລູຊັນ) Bezz Solution

ໂດຍເວົ້າສະເພາະດ້ານການຫັນເປັນລະບົບວຽກແບບໂອໂຕ ຫຼື Automation ແມ່ນທາງບໍລິສັດ Bezz Solution Sole Co., Ltd. (ບໍລິສັດ ເບສ໌ ໂຊລູຊັນ) Bezz Solution ຂອງພວກເຮົາຢາກນໍາສະເໜີລະບົບບໍລິຫານພະນັກງານແບບດີຈິຕອນ Employee Digital Management System – CheckinMe ຈາກກໍາປູເຈຍ ເຊິ່ງບໍລິສັດພວກເຮົາເປັນ Exclusive Partner ແຕ່ພຽງຜູ້ດຽວໃນລາວ

ໂດຍລະບົບປະກອບມີ:

A.  ລະບົບຈັດການວັນເວລາເຮັດວຽກຂອງພະນັກງານ Staff Attendance
B. ລະບົບຈັດການເອກະສານຂອງພະນັກງານ Employee Document Management
C. ລະບົບຄິດໄລ່ເງິນເດືອນແບບໂອໂຕ Payroll Automation
D. ຊ່ອງທາງການຮັບຟັງພະນັກງານ Staff Speak-Out/Whistleblower
E. ການບໍລິຫານການຂາຍ Sale Management
F. ການບໍລິຫານສາຍສໍາພັນຂອງລູກຄ້າ Customer Relationship Management (CRM)

 

Bezz Solution Sole Co., Ltd. (ບໍລິສັດ ເບສ໌ ໂຊລູຊັນ) Bezz Solution
Bezz Solution Sole Co., Ltd. (ບໍລິສັດ ເບສ໌ ໂຊລູຊັນ) Bezz Solution

 

ຖ້າທ່ານສົນໃຈຢາກໄດ້ຂໍ້ມູນເພີ່ມເຕີມກ່ຽວກັບລະບົບ ແລະ ການໃຫ້ຄໍາປຶກສາດ້ານການດໍາເນີນການເຮັດ Headcount Optimization ຫຼື ການປັບປຸງຈໍານວນພະນັກງານໃຫ້ສອດຄ່ອງກັບຄວາມຕ້ອງການໃນອົງກອນ ຈາກຜູ້ຊ່ຽວຊານທີ່ມີປະສົບການຕົງຈາກ Corporate World ເຊິ່ງເປັນປັດໃຈນຶ່ງຈະຊ່ວຍໃຫ້ທຸລະກິດຂອງທ່ານສາມາດປັບໂຕແລະຢູ່ລອດໄດ້ ແມ່ນສາມາດຕິດຕໍ່ໄດ້ທີ່:

 

ອີເມວ: Contact@Bezzsolution.com
ໂທລະສັບ: +8562022778836
Facebook Page: https://www.facebook.com/BezzSolution

Bezz Solution Sole Co., Ltd. (ບໍລິສັດ ເບສ໌ ໂຊລູຊັນ) Bezz Solution
Bezz Solution Sole Co., Ltd. (ບໍລິສັດ ເບສ໌ ໂຊລູຊັນ) Bezz Solution

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,722
21,512
thailand (1)
THB
633.96
646.01
european-union
EUR
22,804
23,259
china
CNY
2,897
2,953
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (98)
"ທໍ່ສົ່ງແກັສ" ລະເບີດໃນປະເທດມາເລເຊຍ ສັ່ງອົບພະຍົບປະຊາຊົນດ່ວນ
site cover (96)
ກອງທັບປະຊາຊົນລາວ ສົ່ງກຳລັງໄປຊ່ວຍເຫຼືອ ສສ ມຽນມາ ໃນການກອບກູ້ໄພພິບັດ ແຜ່ນດິນໄຫວ
site cover (95)
April Fool’s Day, ວັນທີ1 ເມສາ ຖືເອົາເປັນວັນຂີ້ຕວົະ ແລ້ວເປັນຫຍັງຕ້ອງເປັນມື້ນີ້? ເຮົາມີຄຳຕອບ!
site cover (94)
ວັນທີ 1 ເມສາ 2025 ເກີດແຜ່ນດິນໄຫວ ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ
site cover (93)
ແຜ່ນດິນໄຫວມຽນມາ ແຮງປານໃດຄລິບນີ້ມີຄຳຕອບ
site cover (92)
ຍີ່ປຸ່ນປະເມີນໃໝ່ກໍລະນີເກີດ'ອະພິມະຫາແຜ່ນດິນໄຫວ' ຄາດວ່າພາກຊີວິດເກືອບ3ແສນຄົນ
site cover (91)
ເກົາຫຼີໃຕ້ກວດສອບຫາສາເຫດທີ່ເຮັດໃຫ້ເກີດໄຟປ່າຮຸນແຮງພົບແລ້ວ
site cover (90)
ພະນັກງານຂອງຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດຈໍານວນໜຶ່ງ ຖືກກັກຕົວ
site cover (89)
ນາຍົກລັດຖະມົນຕີ ໂທລະສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວທີ່ມຽນມາ
site cover (88)
ກຸ່ມຕໍ່ຕ້ານລັດຖະປະຫານ ມຽນມາປະກາດຢຸດຍິງ 2 ອາທິດ ຫຼີກທາງສົ່ງຄວາມຊ່ວຍເຫຼືອ
ຢ່າລື່ມກົດຕິດຕາມ