site cover (58)
ລັດຖະບານສະຫະລັດ ໄດ້ເປີດເຜີຍແຜນການເຂົ້າໂຈມຕີກຸ່ມກະບົດຮູຕີ ໃນແຊັດກຸ່ມທີ່ມີນັກຂ່າວຢູ່ນຳໂດຍບໍ່ໄດ້ຕັ້ງໃຈ !
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 25 March, 2025
ໝວດ: ຂ່າວ

ທຳນຽບຂາວອອກມາຍອມຮັບເມື່ອວານນີ້ (24 ມີນາ) ວ່າ ເຈົ້າໜ້າທີ່ລະດັບສູງຂອງລັດຖະບານສະຫະລັດ ໄດ້ເປີດເຜີຍແຜນການຮົບໃນແຊັດກຸ່ມທີ່ມີນັກຂ່າວຢູ່ນຳໂດຍບໍ່ໄດ້ຕັ້ງໃຈ ກ່ອນທີ່ໃນເວລາບໍ່ນານສະຫະລັດ ຈະເຂົ້າໂຈມຕີກຸ່ມກະບົດຮູຕີໃນເຢເມນຕາມແຜນ

 

ຄວາມເຄື່ອນໄຫວດັ່ງກ່າວມີຂຶ້ນ ຫລັງເຈັຟຟຣີ ໂກລເບີກ ບັນນາທິການບໍລິຫານຂອງນິຕະຍະສານດິແອັດແລນຕິກ (The Atlantic) ອອກມາເປີດເຜີຍກ່ອນໜ້ານັ້ນບໍ່ດົນວ່າ ເຂົາໄດ້ຮັບເຊີນເຂົ້າແຊັດກຸ່ມທີ່ມີຊື່ວ່າ “Houthi PC small group” ຜ່ານແອັບຊິກແນລ (Signal) ເມື່ອວັນທີ 13 ມີນາ.

 

 

ໃນແຊັດກຸ່ມທີ່ວ່ານີ້, ໄມຄ໌ ວອລຊ໌ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ໄດ້ສັ່ງການໃຫ້ຜູ້ຊ່ວຍຂອງເຂົາຈັດຕັ້ງທີມເພື່ອປະສານງານການດຳເນີນການຂອງສະຫະລັດຕໍ່ກຸ່ມຮູຕີ ໂດຍບັນຊີທີ່ປະກົດຢູ່ໃນແຊັດກຸ່ມດັ່ງກ່າວເບິ່ງຄືວ່າຈະເປັນຂອງເຈ.ດີ. ແວນຊ໌ ຮອງປະທານາທິບໍດີ,

 

ມາໂຄ ຣູບິໂອ ລັດຖະມົນຕີຕ່າງປະເທດສະຫະລັດ, ຈອນ ແຣັດຄລິຟຟ໌ ຜູ້ອຳນວຍການຊີໄອເອ, ທັລຊີ ແກັບບາດ ຜູ້ອຳນວຍການໜ່ວຍຂ່າວກອງແຫ່ງຊາດ, ສກັອດ ເບັສເຊັນ ລັດຖະມົນຕີຄັງ, ຊູຊີ ໄວລສ໌ ຫົວໜ້າເຈົ້າໜ້າທີ່ທຳນຽບຂາວ ແລະ ເຈົ້າໜ້າທີ່ລະດັບສູງຂອງສະພາຄວາມໝັ້ນຄົງແຫ່ງຊາດ.

 

ນອກຈາກນີ້, ໂກລເບີກລະບຸວ່າ ພີທ ເຮກເຊັທ ລັດຖະມົນຕີກະລາໂຫມສະຫະລັດ ໄດ້ໂພສຕ໌ລາຍລະອຽດຂອງປະຕິບັດການກ່ຽວກັບແຜນດັ່ງກ່າວໃນແຊັດກຸ່ມໃນເວລາບໍ່ເທົ່າາໃດຊົ່ວໂມງກ່ອນທີ່ການໂຈມຕີຈະເລີ່ມຂຶ້ນ ຊຶ່ງລວມເຖິງຂໍ້ມູນກ່ຽວກັບເປົ້າໝາຍ, ອາວຸດທີ່ສະຫະລັດຈະນຳໄປໃຊ້, ແລະ ລຳດັບການໂຈມຕີ.

 

ດ້ານໄບຣອັນ ຮິວຈ໌ ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ເຜີຍວ່າແຊັດກຸ່ມທີ່ຖືກກ່າວເຖິງນີ້ເບິ່ງຄືວ່າຈະເປັນຂອງຈິງ.

 

ສຳລັບປະຕິບັດການໂຈມຕີທີ່ແຜນຫຼຸດອອກໄປນັ້ນ, ສືບເນື່ອງຈາກເຫດການເມື່ອວັນທີ 15 ມີນາ ຊຶ່ງສະຫະລັດໄດ້ໂຈມຕີທາງອາກາດຂອງຕໍ່ຖານທີ່ໝັ້ນຂອງກຸ່ມຮູຕີໃນເຢເມນ ທັງຍັງປະກາດເດີນໜ້າປະຕິບັດການໂຈມຕີກຸ່ມຮູຕີໃນເຢເມນຢ່າງຕໍ່ເນື່ອງ;

 

ຈົນກວ່າກຸ່ມຮູຕີຈະຢຸດຕິການໂຈມຕີເຮືອສິນຄ້າ ໂດຍປະຕິບັດການທາງອາກາດຄັ້ງນີ້ນັບເປັນການປະຕິບັດການທາງທະຫານຄັ້ງໃຫຍ່ທີ່ສຸດຂອງສະຫະລັດໃນຕາເວັນອອກກາງ ນັບຕັ້ງແຕ່ປະທານາທິບໍດີໂດນັລດ໌ ທຣັມປ໌ ເຂົ້າດຳລົງຕຳແໜ່ງ.

 

ນອກຈາກນີ້, ປທ.ທຣັມປ໌ຍັງສົ່ງສານເຖິງອີຣ່ານ ຜູ້ຢູ່ເບື້ອງຫຼັງກຸ່ມຮູຕີ ໃຫ້ຢຸດຕິການສະໜັບສະໜູນໂດຍທັນທີ ພ້ອມເຕືອນວ່າ ຫາກອີຣ່ານຂູ່ສະຫະລັດ “ອາເມຣິກາຈະຖືວ່າເຈົ້າຮັບຜິດຊອບທັງໝົດ ແລະ ພວກເຮົາຈະບໍ່ໃຈດີກັບເລື່ອງນີ້!”

 

ທັງນີ້, ສະມາຊິກພັກເດໂມແຄຣັດອອກມາວິພາກວິຈານຄວາມຜິດພາດດັ່ງກ່າວຢ່າງວ່ອງໄວ ໂດຍລະບຸວ່າເປັນການລະເມີດຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ແລະ ລະເມີດກົດໝາຍ ຊຶ່ງສະພາຄອງເກຣສຈະຕ້ອງດຳເນີນການສອບສວນທັນທີ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 12 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
672.49
683.25
european-union
EUR
24,142
24,626
china
CNY
2,932
2,990
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (28)
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ
site cover1 - 2025-09-12T150055.112
ຍອດຜູ້ເສຍຊີວິດຈາກການປະທ້ວງເພີ່ມຂຶ້ນເປັນ 51 ສົບ ກະກຽມຕັ້ງອະດີດປະທານສານສູງສຸດເປັນນາຍົກລັດຖະມົນຕີຮັກສາການ
pele - 2025-09-12T152403.926
ຜູ້ຂັບລົດເສຍຊີວິດຄາທີ່ຈາກອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່
jane (26)
ກວດເຊັກດວງຊ່ວງນີ້ ດາວອັງຄານຍ້າຍ 45 ວັນ ກະທົບ 3 ລັກຄະນາລາສີ ແລະ ເຄັດລັບເສີມດວງ
jane (26)
ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ
site cover1 - 2025-09-12T143754.205
ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (25)
ເຄັດລັບຄວາມງາມຂອງເຈົ້າຍິງ ແລະ ລາຊິນີໃນອະດີດສູ່ປັດຈຸບັນ ທີ່ເຈົ້າກໍ່ສາມາດປະຕິບັດຕາມໄດ້!
site cover1 - 2025-09-12T104940.223
ກະຊວງການເງິນ ເຂັ້ມງວດ ປະເມີນຜົນງານຜູ້ບໍລິຫານ ເພີ່ມປະສິດທິພາບ ວິສາຫະກິດ ລັດລົງທຶນ
site cover1 - 2025-09-12T095041.995
Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5
pele - 2025-09-12T090623.571
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຢ່າລື່ມກົດຕິດຕາມ