site cover (61)
ດ່ານຂົວມິດຕະພາບໄທ-ລາວພົບຂອງກາງເປັນຢາ"ໄອຊ໌" ຈຳນວນກວ່າ 120 ກິໂລກຣາມ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 March, 2025
ໝວດ: ຂ່າວ

 

ເມື່ອວັນທີ 24 ມີນາ 2025 ເວລາ 19.30 ນ. ທີ່ດ່ານຊາຍແດນຂົວມິດຕະພາບໄທ-ລາວ;

 

Digital Marketing Agency in Laos - Emerging Digital Solutions

ສຳນັກງານພາສີໜອງຄາຍ ທ່ານນາງວັນນາ ຜູ້ອຸດສ່າຫ໌ ຫົວໜ້າດ່ານພາສີໜອງຄາຍ ສັ່ງການເຈົ້າໜ້າທີ່ພາສີໜອງຄາຍ ຮ່ວມກັບ ນບ.ຍສ.24 ແລະ ບກ.ຄວບຄຸມທີ 2 (ຮ.13) ກອງກຳລັງສຸລະສັກດິ໌ມົນຕີ ພ້ອມດ້ວຍ ພ.ຕ.ອ.ນົບດົນ ຮັກຊາດ ຜກກ.ຕມ.ຈວ.ໜອງຄາຍ, ພ.ຕ.ຕ.ພານຸວັດ ວົງວິຈິດ ຜບ.ຮ້ອຍ ຕຊດ. 245, ທ່ານຄະນິສອນ ພາພີຣະນົນ ຜອ.ປປສ.ພ.4, ພ.ຕ.ອ.ຈິຣະວິດ ປານຍິ້ມ ຜກກ.ສພ.ເມືອງໜອງຄາຍ ແລະ ໜ່ວຍງານທີ່ກ່ຽວຂ້ອງ;

 

 

ໄດ້ທຳການຈັບກຸມຂອງກາງເປັນຢາເສບຕິດປະເພດ 1 ຫຼື “ໄອຊ໌” ຈຳນວນກວ່າ 120 ກິໂລກຣາມ ມູນຄ່າກວ່າ 36 ລ້ານບາດ ໂດຍໃຊ້ລົດກະບະ FORD ຮຸ່ນ RANGER ສີຂາວເປັນພາຫະນະໃນການລັກລອບຂົນສົ່ງ

 

 

ສຳລັບການຈັບກຸມຄັ້ງນີ້ເກີດຂຶ້ນຫຼັງຈາກການກວດຄົ້ນຢ່າງລະອຽດໃນຈຸດກວດລົດຂາເຂົ້າ ທີ່ດ່ານຊາຍແດນໄທ-ລາວ ເຈົ້າໜ້າທີ່ພົບວ່າມີລັກສະນະຜິດປົກກະຕິໃນທີ່ພັກຕີນຝັ່ງຄົນຂັບລົດ ເມື່ອທຳການເປີດ ແລະ ກວດສອບພົບຖົງພລາສຕິກສີທອງບັນຈຸຂອງຕ້ອງສົງໄສ ຈຳນວນ 120 ຖົງ (ຖົງລະປະມານ 1 ກິໂລກຣາມ) ຊຶ່ງຫຼັງຈາກການທົດສອບພົບວ່າເປັນສານຕ້ອງຫ້າມປະເພດ “ໄອຊ໌” ຫຼື Methamphetamine

 

 

ຕໍ່ມາ ທ່ານໄພທູນ ມະຫາຊື່ນໃຈ ຮອງຜູ້ວ່າໜອງຄາຍ ພ້ອມ ຫົວໜ້າດ່ານພາສີໜອງຄາຍ ແລະ ໜ່ວຍງານຕ່າງໆ ໄດ້ຮ່ວມຖະແຫຼງຂ່າວການຈັບກຸມຄັ້ງນີ້ ໂດຍຢືນຢັນເຖິງຄວາມຕັ້ງໃຈຂອງທາງການໃນການປາບປາມການລັກລອບນຳເຂົ້າຢາເສບຕິດ ແລະ ສິນຄ້າເຖື່ອນຕ່າງໆ ເພື່ອສ້າງຄວາມປອດໄພໃຫ້ກັບສັງຄົມແລະຮັກສາຄວາມເປັນທຳທາງການຄ້າ

 

ເຈົ້າໜ້າທີ່ໜ່ວຍງານທີ່ກ່ຽວຂ້ອງ ລວມທັງກົມພາສີ ແລະ ສຳນັກງານຕຳຫຼວດແຫ່ງຊາດ ຕ່າງເນັ້ນຢ້ຳເຖິງການໃຊ້ມາດຕະການເຂັ້ມງວດໃນການກວດສອບ ແລະ ປ້ອງກັນການລັກລອບຂົນສົ່ງສິນຄ້າຜິດກົດໝາຍ ໂດຍສະເພາະໃນພື້ນທີ່ທີ່ມີການຄ້າຊາຍແດນແບບນີ້ ຊຶ່ງການຈັບກຸມຄັ້ງນີ້ເປັນຕົວຢ່າງຂອງຄວາມຮ່ວມມືລະຫວ່າງໜ່ວຍງານຕ່າງໆ ທີ່ມີສ່ວນສຳຄັນໃນການປ້ອງກັນ ແລະ ປາບປາມການກະທຳຜິດ ໂດຍການລັກລອບນຳຢາເສບຕິດເຂົ້າມາຍັງປະເທດໄທບໍ່ພຽງແຕ່ຈະເຮັດໃຫ້ເກີດບັນຫາສັງຄົມ ແຕ່ຍັງສ່ຽງຕໍ່ຄວາມປອດໄພຂອງປະຊາຊົນທັງໃນ ແລະ ນອກປະເທດ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 10 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
658.34
670.19
european-union
EUR
24,089
24,571
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-10T153622.374
ພິທີທຳລາຍສິງເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງ (ຊົມເຊີຍ ວັນຕ້ານຢາເສບຕິດແຫ່ງຊາດ ຄົບຮອບ 24 ປີ)
pele - 2025-10-10T151506.831
ຜູ້ນຳ IMF ເຕືອນຄວາມບໍ່ແນ່ນອນດ້ານເສດຖະກິດໂລກຍັງຄົງຢູ່
jane - 2025-10-10T143139.061
ເຫດການແຜ່ນດິນໄຫວຮຸນແຮງຢູ່ປະເທດຟີລິບປິນ ໃນວັນສຸກທີ 10 ຕຸລາ 2025
pele - 2025-10-10T135623.786
ປະລິມານການນຳໃຊ້ໄຟຟ້າ ຂອງ ສປ ຈີນ ກາຍ 1.000 ຕື້ກິໂລວັດໂມງ ໃນສອງ ເດືອນຕິດຕໍ່ກັນ
jane - 2025-10-10T134858.202
ພະຍາກອນອາກາດປະຈໍາວັນທີ 10 ຕຸລາ 2025
jane - 2025-10-10T131023.097
ກອງຮ້ອຍທະຫານຊາຍແດນ 111 ລົງຊ່ວຍເຫລືອພໍ່ແມ່ປະຊາຊົນ ບ້ານອູເໜືອ ເມືອງຍອດອູ ເເຂວງຜົ້ງສາລີ
jane - 2025-10-10T114223.999
ມອບ-ຮັບໜ້າທີ່ປະທານຄະນະກໍາມະການໂອແລມປິກແຫ່ງຊາດລາວ
pele - 2025-10-10T113327.708
ການນຳແຂວງຊຽງຂວາງຢ້ຽມຢາມແຂວງເຊີນລາ
jane - 2025-10-10T100825.801
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ.
pele - 2025-10-10T092202.698
ແຈ້ງການມອດໄຟ ວັນທີ 10 ແລະ 11 ຕຸລາ 2025 ບາງເຂດ ເມືອງໄຊທານີ ລາຍລະອຽດດັ່ງລຸ່ມນີ້:
ຢ່າລື່ມກົດຕິດຕາມ