site cover (63)
ໄຟປ່າເກົາຫຼີໃຕ້ຍັງຮຸນແຮງ ແປວໄຟລາມໄປ 6 ເມືອງ ຍອດເສຍຊີວິດເພີ່ມເປັນ 18 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 ເດືອນມີນາ, 2025
ໝວດ: ຂ່າວ

ວັນທີ 26 ມີນາ 2025ທາງການເກົາຫຼີໃຕ້ເປີດເຜີຍວ່າ ສະຖານະການໄຟປ່າຄັ້ງໃຫຍ່ໃນພາກຕາເວັນອອກສ່ຽງໃຕ້ຍັງຮຸນແຮງ

 

ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 18 ຄົນແລ້ວ, ມີຜູ້ທີ່ບາດເຈັບອີກ 16ຄົນ, ບາດເຈັບສາຫັດ 8 ຄົນ ແລະ ຍັງມີຜູ້ສູນຫາຍ 1 ຄົນ ທ່າມກາງຄວາມພະຍາຍາມຢ່າງໜັກຂອງເຈົ້າໜ້າທີ່ດັບເພີງໃນການຄວບຄຸມແປວໄຟທີ່ລຸກລາມຢ່າງວ່ອງໄວ

 

ເຈົ້າໜ້າທີ່ກຽມການຮັບມືໄຟປ່າ ທີ່ໝູ່ບ້ານຮາເຮວ ໃນແຂວງຄຍອງຊັງເໜືອ ທາງຕາເວັນອອກຂອງເກົາຫຼີໃຕ້

 

ເຈົ້າໜ້າທີ່ລະບຸວ່າ ໄຟປ່າທີ່ເລີ່ມຕົ້ນຂຶ້ນໃນເຂດຊັນຊອງ ແຂວງຄຍອງຊັງເໜືອ ເມື່ອວັນສຸກທີ່ຜ່ານມາ ໄດ້ລຸກລາມໄປຍັງເມືອງໃກ້ຄຽງຢ່າງ ອຶຍຊອງ ແລະ ກຳລັງລຸກລາມໄປຍັງເມືອງອື່ນໆ ຢ່າງເມືອງອັນດົງ ຊອງຊອງ ຍອງຍາງ ແລະ ຍອງດ໋ອກ ຊຶ່ງເປັນຜົນມາຈາກກະແສລົມແຮງ ແລະ ອາກາດແຫ້ງ ຂະນະທີ່ເຈົ້າໜ້າທີ່ດັບເພີງຫຼາຍພັນນາຍ ພ້ອມດ້ວຍເຮລິຄອບເຕີ ແລະ ຍານພາຫະນະຫຼາຍສິບຄັນຖືກສົ່ງເຂົ້າປະຈຳການເພື່ອຕໍ່ສູ້ກັບໄຟປ່າ

 

 

ຂະນະທີ່ສຳນັກງານບໍລິການມໍລະດົກເກົາຫຼີ ຊຶ່ງເປັນໜ່ວຍງານຂອງລັດຖະບານເກົາຫຼີໃຕ້ ທີ່ດູແລໂບຮານສະຖານແລະໂບຮານວັດຖຸໃນປະເທດ ເປີດເຜີຍວ່າ ໄຟປ່າຄັ້ງນີ້ເຜົາທຳລາຍວັດໂກອຶນຊາ ຊຶ່ງເປັນວັດທີ່ມີອາຍຸເກົ່າແກ່ຫຼາຍກວ່າ 1,000 ປີ ຕັ້ງຢູ່ໃນແຂວງຄຍອງຊັງເໜືອ ຫ່າງຈາກນະຄອນໂຊນໄປທາງຕາເວັນອອກສ່ຽງໃຕ້ປະມານ 180 ກິໂລແມັດ

 

ດ້ານທາງການເມືອງອັນດົງ ໃນແຂວງຄຍອງຊັງເໜືອເຊັ່ນກັນ ປະກາດເຕືອນໄພໃຫ້ປະຊາຊົນໃນໝູ່ບ້ານຮາເຮວ ຊຶ່ງເປັນແຫຼ່ງມໍລະດົກໂລກຂອງອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (ຢູເນສໂກ) ຕ້ອງອົບພະຍົບ ເນື່ອງຈາກເປັນພື້ນທີ່ມີຄວາມສ່ຽງຈາກໄຟປ່າ

 

ກ່ອນໜ້ານີ້ ແປວໄຟທີ່ໂຫມກະຫນ່ຳຍັງໄດ້ເຜົາທຳລາຍວັດໂກອຸນ ໃນເມືອງອຶຍຊອງ ຊຶ່ງເປັນວັດເກົ່າແກ່ທີ່ສ້າງຂຶ້ນໃນຊ່ວງປີ ຄ.ສ. 935 ເຖິງຢ່າງໃດກໍຕາມ ສົມບັດຂອງຊາດທີ່ເກັບຮັກສາໄວ້ໃນວັດໄດ້ຖືກຍ້າຍໄປຍັງສະຖານທີ່ອື່ນແລ້ວ

 

ດ້ານກະຊວງຍຸຕິທຳເປີດເຜີຍວ່າ ມີການຍ້າຍນັກໂທດປະມານ 500 ຄົນຈາກຄຸກ ໃນແຂວງຄຍອງຊັງເໜືອ ໄປຍັງເຮືອນຈຳແຫ່ງອື່ນໃນຊົ່ວຂ້າມຄືນ ເພື່ອຫຼີກໜີແປວໄຟ.

 

ກອງທັບເກົາຫຼີໃຕ້ລະດົມທະຫານຫຼາຍກວ່າ 5,000 ນາຍ ແລະ ເຮລິຄອບເຕີອີກຢ່າງໜ້ອຍ 146 ລຳ ຮ່ວມປະຕິບັດການຄວບຄຸມໄຟປ່າຄັ້ງນີ້ ຊຶ່ງລັດຖະບານຍົກລະດັບການເຕືອນໄພເປັນຂັ້ນສູງສຸດ ເພື່ອລະດົມຊັບພະຍາກອນຈາກສ່ວນກາງ ໃນການດັບໄຟປ່າ ທີ່ຍັງຄົງລຸກລາມຂະຫຍາຍວົງກວ້າງ

 

 

ໄຟປ່າຄັ້ງນີ້ມີຂະໜາດໃຫຍ່ທີ່ສຸດເປັນອັນດັບ 3 ໃນປະຫວັດສາດຂອງເກົາຫຼີໃຕ້ ໂດຍໄຟປ່າຄັ້ງໃຫຍ່ທີ່ສຸດຂອງປະເທດ ເກີດຂຶ້ນເມື່ອເດືອນ ເມສາ ປີ2000 ສ້າງຄວາມເສຍຫາຍໃຫ້ກັບພື້ນທີ່ຢ່າງໜ້ອຍ 23,913 ເຮັກຕາ ຫຼື 59,090 ເອເຄີ ໃນພາກຕາເວັນອອກຂອງປະເທດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,722
21,512
thailand (1)
THB
633.96
646.01
european-union
EUR
22,804
23,259
china
CNY
2,897
2,953
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (98)
"ທໍ່ສົ່ງແກັສ" ລະເບີດໃນປະເທດມາເລເຊຍ ສັ່ງອົບພະຍົບປະຊາຊົນດ່ວນ
site cover (96)
ກອງທັບປະຊາຊົນລາວ ສົ່ງກຳລັງໄປຊ່ວຍເຫຼືອ ສສ ມຽນມາ ໃນການກອບກູ້ໄພພິບັດ ແຜ່ນດິນໄຫວ
site cover (95)
April Fool’s Day, ວັນທີ1 ເມສາ ຖືເອົາເປັນວັນຂີ້ຕວົະ ແລ້ວເປັນຫຍັງຕ້ອງເປັນມື້ນີ້? ເຮົາມີຄຳຕອບ!
site cover (94)
ວັນທີ 1 ເມສາ 2025 ເກີດແຜ່ນດິນໄຫວ ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ
site cover (93)
ແຜ່ນດິນໄຫວມຽນມາ ແຮງປານໃດຄລິບນີ້ມີຄຳຕອບ
site cover (92)
ຍີ່ປຸ່ນປະເມີນໃໝ່ກໍລະນີເກີດ'ອະພິມະຫາແຜ່ນດິນໄຫວ' ຄາດວ່າພາກຊີວິດເກືອບ3ແສນຄົນ
site cover (91)
ເກົາຫຼີໃຕ້ກວດສອບຫາສາເຫດທີ່ເຮັດໃຫ້ເກີດໄຟປ່າຮຸນແຮງພົບແລ້ວ
site cover (90)
ພະນັກງານຂອງຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດຈໍານວນໜຶ່ງ ຖືກກັກຕົວ
site cover (89)
ນາຍົກລັດຖະມົນຕີ ໂທລະສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວທີ່ມຽນມາ
site cover (88)
ກຸ່ມຕໍ່ຕ້ານລັດຖະປະຫານ ມຽນມາປະກາດຢຸດຍິງ 2 ອາທິດ ຫຼີກທາງສົ່ງຄວາມຊ່ວຍເຫຼືອ
ຢ່າລື່ມກົດຕິດຕາມ