ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນວໍຊິງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 26 ມີນາ 2025;
ວ່າປະທານາທິບໍດີໂດນັລດ໌ ທຣຳ ຜູ້ນຳສະຫະລັດ ລົງນາມໃນຄຳສັ່ງຝ່າຍບໍລິຫານ ວ່າດ້ວຍການຍົກລະດັບມາດຕະການທີ່ກ່ຽວຂ້ອງກັບການຈັດການເລືອກຕັ້ງລະດັບລັດ ລວມເຖິງການທີ່ຜູ້ລົງທະບຽນເລືອກຕັ້ງຕ້ອງສະແດງຫຼັກຖານທີ່ຊັດເຈນ ເພື່ອຢືນຢັນການຖືສັນຊາດສະຫະລັດ
ສຳລັບຫຼັກຖານທີ່ສາມາດໃຊ້ຢືນຢັນຕົວຕົນໄດ້ວ່າ ເປັນຜູ້ທີ່ຖືສັນຊາດສະຫະລັດຕາມກົດໝາຍເຊັ່ນ: ໜັງສືເດີນທາງ… ລັດແຫ່ງໃດກໍຕາມທີ່ປະຕິເສດປະຕິບັດຕາມ ຫຼື ບໍ່ສາມາດປະຕິບັດຕາມມາດຕະການເຫຼົ່ານີ້ ອາດພົບກັບການຖືກຕັດງົບປະມານສະໜັບສະໜູນຈາກສ່ວນກາງ.
ນອກຈາກນີ້ ຄຳສັ່ງຂອງທຣຳກຳນົດໃຫ້ກະຊວງຍຸຕິທຳເປັນຜູ້ມີອຳນາດ ໃນການດຳເນີນການທີ່ຈຳເປັນຕາມກອບຂອງກົດໝາຍ ຕໍ່ລັດແຫ່ງໃດກໍຕາມ ທີ່ຝ່າຝືນຂໍ້ກຳນົດ ດ້ວຍການນັບຄະແນນຈາກບັດເລືອກຕັ້ງທີ່ສົ່ງທາງໄປສະນີ ຫຼື ບັດລົງຄະແນນຂອງຜູ້ທີ່ບໍ່ສາມາດໃຊ້ສິດດ້ວຍຕົວເອງ ແລະ ໄດ້ຮັບບັດຫຼັງວັນເລືອກຕັ້ງ ແລ້ວນຳມາສະຫຼຸບລວມກັບຜົນຄະແນນ
ປັດຈຸບັນ ຫຼາຍລັດຂອງອາເມລິການັບຄະແນນຈາກບັດທີ່ສົ່ງທາງໄປສະນີ ເຖິງຜ່ານພົ້ນວັນເລືອກຕັ້ງໄປແລ້ວ ໂດຍຍຶດຕາມຕາໄປສະນີຊຶ່ງຕ້ອງລະບຸວັນ ແລະ ເວລາ ກ່ອນກຳນົດການປິດຫີບຂອງລັດແຫ່ງນັ້ນ
ດ້ານສະຫະພາບເສລີພາບພົນລະເມືອງອາເມລິກັນ (ເອຊີແອລຢູ) ອອກຖະແຫຼງການ ປະນາມທຣຳໃຊ້ອຳນາດເກີນຂອບເຂດຂອງປະທານາທິບໍດີ ແລະ ຢືນຢັນຈະນຳເລື່ອງເຂົ້າສູ່ກະບວນການຍຸຕິທຳ
ກົດໝາຍຂອງສະຫະລັດລະບຸຊັດເຈນຢູ່ແລ້ວວ່າ ຫາກບຸກຄົນຊຶ່ງບໍ່ແມ່ນຊາວອາເມລິກັນລົງຄະແນນໃຊ້ສິດເລືອກຕັ້ງ ຖືວ່າມີຄວາມຜິດທາງອາຍາ ອາດຕ້ອງປະເຊີນກັບບົດລົງໂທດຈຳຄຸກ, ປັບເງິນ ຫຼື ເຖິງຂັ້ນຖືກເນລະເທດອອກຈາກສະຫະລັດ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,535 | 21,812 |
![]() THB | 660.13 | 672.01 |
![]() EUR | 23,996 | 24,476 |
![]() CNY | 2,931 | 2,989 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,650 |
![]() | 23,990 |
![]() | 19,320 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 42,720,000 | 43,250,000 |
![]() | 42,370,000 | 43,359,000 |