site cover (67)
ສະຖານທູດລາວ ປະຈຳສະຫະລັດອາເມຣິກາ ແຈ້ງເຖິງພົນລະເມືອງລາວໃຫ້ພິຈາລະນາເດີນທາງກັບຄືນປະເທດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 26 ເດືອນມີນາ, 2025
ໝວດ: ຂ່າວ

ສະຖານທູດລາວ ປະຈຳສະຫະລັດອາເມຣິກາ ແຈ້ງເຖິງພົນລະເມືອງລາວ ໃຫ້ພິຈາລະນາເດີນທາງກັບຄືນປະເທດແບບສະໝັກໃຈໂດຍທັນທີ ເພື່ອຫຼີກລ່ຽງການຖືກຈັບກຸມ, ຄຸມຂັງ ແລະ ຂຶ້ນບັນຊີເນຣະເທດອອກນອກປະເທດ

 

ອີງຕາມແຈ້ງການຂອງສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສະຫະລັດອາເມຣິກາ ສະບັບວັນທີ 25 ມີນາ 2025 ໄດ້ລະບຸວ່າ: ໃນຫຼາຍປີຜ່ານມາ, ພົນລະເມືອງລາວໄດ້ເດີນທາງເຂົ້າມາທ່ອງທ່ຽວ, ຢ້ຽມຢາມ ແລະ ສຶກສາຮໍ່າຮຽນຢູ່ ສ.ອາເມຣິກາ ເປັນຈຳນວນເພີ່ມຂຶ້ນໃນແຕ່ລະປີ,

 

ໂດຍໄດ້ຮັບວິຊາປະເພດຕ່າງໆອີງຕາມລະບຽບການຂອງລັດຖະບານ ສ.ອາເມຣິກາ. ພາຍຫຼັງການຢ້ຽມຢາມ ຫຼື ສຳເລັດພາລະກິດແລ້ວ, ພົນລະເມືອງລາວສ່ວນໃຫຍ່ແມ່ນໄດ້ເດີນທາງກັບຄືນປະເທດ,

 

ແຕ່ກໍມີຈຳນວນບໍ່ໜ້ອຍຍັງສືບຕໍ່ດຳລົງຊີວິດຢູ່ ສ.ອາເມຣິກາ ແລະ ບໍ່ກັບຄືນປະເທດຍ້ອນສະພາບໃນຕົວ ແລະ ນອກຕົວ.

 

ອີງໃສ່ມູນເຊື້ອອັນດີໃນການພົວພັນຮ່ວມມືສອງຝ່າຍລາວ-ອາເມຣິກາໃນໄລຍະຜ່ານມາ, ລັດຖະບານ ສ.ອາເມຣິກາ ກໍໄດ້ເຫັນໃຈ ແລະ ຜ່ອນຜັນໃຫ້ແກ່ພົນລະເມືອງລາວທີ່ຍັງຕົກຄ້າງຢູ່ອາເມຣິກາໄດ້ຢູ່ນຳຍາດຕິພີ່ນ້ອງ.

 

ນັບແຕ່ຕົ້ນປີ 2025 ເປັນຕົ້ນມາ, ລັດຖະບານໃໝ່ຂອງ ສ.ອາເມຣິກາ ໄດ້ຖືສຳຄັນການດຳເນີນນະໂຍບາຍເນຣະເທດຜູ້ຢູ່ອາໄສແບບຜິດກົດໝາຍອອກນອກປະເທດ, ເຊິ່ງເຮັດໃຫ້ສະພາບການພາຍໃນອາເມຣິກາມີການປ່ຽນແປງຢ່າງໄວວາ ເພາະພາກສ່ວນກ່ຽວຂ້ອງຂອງອາເມຣິກາໄດ້ດຳເນີນມາດຕະການຕ່າງໆ ເປັນຕົ້ນ ການຈັບກຸມ ແລະ ສົ່ງຕົວຄົນຕ່າງປະເທດທີ່ອາໄສຢູ່ແບບບໍ່ຖືກຕ້ອງອອກນອກປະເທດຕາມການອອກຂ່າວທາງສື່ມວນຊົນຕ່າງໆ.

 

ສະນັ້ນ, ເພື່ອຄວາມປອດໄພຂອງພົນລະເມືອງລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ນະຄອນຫຼວງວໍຊິງຕັນ ດີ.ຊີ ຈຶ່ງຮຽກຮ້ອງໃຫ້ພົນລະເມືອງລາວທີ່ອາໄສຢູ່ ສ.ອາເມຣິກາ ແບບບໍ່ຖືກຕ້ອງຕາມລະບຽບ ແລະ ກົດໝາຍ ໃຫ້ພ້ອມກັນທົບທວນ ແລະ ພິຈາລະນາເດີນທາງກັບຄືນປະເທດແບບສະໝັກໃຈໂດຍທັນທີ

 

ເພື່ອຫຼີກລ່ຽງການຖືກຈັບກຸມ, ຄຸມຂັງ ແລະ ຂຶ້ນບັນຊີເນຣະເທດອອກນອກປະເທດ, ຖືກບັງຄັບສົ່ງຕົວກັບປະເທດຂອງເຈົ້າໜ້າທີ່ທາງການຂອງ ສ.ອາເມຣິກາ ທັງນີ້ເພື່ອຄວາມປອດໄພ ແລະ ໃນອະນາຄົດຍັງອາດຈະມີໂອກາດເດີນທາງມາ ສ.ອາເມຣິກາໄດ້ອີກ ກໍຄືເພື່ອຮັກສາໂອກາດບໍ່ໃຫ້ຖືກຕົກຢູ່ໃນບັນຊີເປັນບຸກຄົນ, ກຸ່ມຄົນທີ່ບໍ່ເພິ່ງປາດຖະໜາທີ່ຖືກບັນທຶກເຂົ້າໃນບັນຊີຫ້າມເຂົ້າປະເທດ ສ.ອາເມຣິກາຕະຫຼອດຊີວິດ.

 

ສຳລັບທ່ານໃດທີ່ມີຈຸດປະສົງຂໍກັບຄືນປະເທດແບບສະໝັກໃຈ, ເຈົ້າໜ້າທີ່ ຫຼື ການຈັດຕັ້ງຈະບໍ່ປັບໃໝ, ໃສ່ໂທດແຕ່ປະການໃດ ເພາະຖືວ່າເປັນບຸກຄົນທີ່ໃຫ້ການຮ່ວມມືທີ່ດີ.

 

ສະຖານເອກອັກຄະລັດຖະທູດລາວ ກຽມພ້ອມຈະໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອທ່ານໃນການກັບຄືນປະເທດ, ເຊິ່ງທ່ານສາມາດຕິດຕໍ່ປະສານຫາພະນັກງານທີ່ຮັບຜິດຊອບໄດ້ດັ່ງລຸ່ມນີ້:

 

ເບີໂທ: 202 285-5395 ຫຼື 202 328-9239,

ອີເມວ: embasslao@gmail.com

 

ດັ່ງນັ້ນ, ຈຶ່ງແຈ້ງມາຍັງພົນລະເມືອງລາວເພື່ອຊາບ ແລະ ພິຈາລະນາດ່ວນ.

 

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,722
21,512
thailand (1)
THB
633.96
646.01
european-union
EUR
22,804
23,259
china
CNY
2,897
2,953
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (98)
"ທໍ່ສົ່ງແກັສ" ລະເບີດໃນປະເທດມາເລເຊຍ ສັ່ງອົບພະຍົບປະຊາຊົນດ່ວນ
site cover (96)
ກອງທັບປະຊາຊົນລາວ ສົ່ງກຳລັງໄປຊ່ວຍເຫຼືອ ສສ ມຽນມາ ໃນການກອບກູ້ໄພພິບັດ ແຜ່ນດິນໄຫວ
site cover (95)
April Fool’s Day, ວັນທີ1 ເມສາ ຖືເອົາເປັນວັນຂີ້ຕວົະ ແລ້ວເປັນຫຍັງຕ້ອງເປັນມື້ນີ້? ເຮົາມີຄຳຕອບ!
site cover (94)
ວັນທີ 1 ເມສາ 2025 ເກີດແຜ່ນດິນໄຫວ ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ
site cover (93)
ແຜ່ນດິນໄຫວມຽນມາ ແຮງປານໃດຄລິບນີ້ມີຄຳຕອບ
site cover (92)
ຍີ່ປຸ່ນປະເມີນໃໝ່ກໍລະນີເກີດ'ອະພິມະຫາແຜ່ນດິນໄຫວ' ຄາດວ່າພາກຊີວິດເກືອບ3ແສນຄົນ
site cover (91)
ເກົາຫຼີໃຕ້ກວດສອບຫາສາເຫດທີ່ເຮັດໃຫ້ເກີດໄຟປ່າຮຸນແຮງພົບແລ້ວ
site cover (90)
ພະນັກງານຂອງຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດຈໍານວນໜຶ່ງ ຖືກກັກຕົວ
site cover (89)
ນາຍົກລັດຖະມົນຕີ ໂທລະສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວທີ່ມຽນມາ
site cover (88)
ກຸ່ມຕໍ່ຕ້ານລັດຖະປະຫານ ມຽນມາປະກາດຢຸດຍິງ 2 ອາທິດ ຫຼີກທາງສົ່ງຄວາມຊ່ວຍເຫຼືອ
ຢ່າລື່ມກົດຕິດຕາມ