site cover (71)
"ທຣັມ" ປະກາດເກັບພາສີນຳເຂົ້າລົດຍົນ 25% ເລີ່ມ 3 ເມສາ ຄາດວ່າລາຍໄດ້ຕໍ່ປີ 1 ແສນລ້ານຫຼຽນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 27 March, 2025
ໝວດ: ຂ່າວ

ລົດຍົນທີ່ທ່າເຮືອຂົນສົ່ງສິນຄ້າໃນເມືອງຊານດິເອໂກ ລັດແຄລິຟໍເນຍ ສະຫະລັດອາເມລິກາ ເມື່ອວັນທີ 26 ມີນາ 2025 (ຣອຍເຕີ).

 

ທຣັມປ໌ຂຶ້ນພາສີນຳເຂົ້າລົດຍົນເປັນ 25% ເລີ່ມເກັບວັນທີ 3 ເມສາ ຫຼັງປະກາດວັນທີ 2 ເມສາ ຄາດສ້າງລາຍໄດ້ໃໝ່ຕໍ່ປີ 1 ແສນລ້ານຫຼຽນ

 

ໂດນັລ ທຣັມປ໌ ປະທານາທິບໍດີສະຫະລັດ “ທຣັມປ໌” ລົງນາມເກັບພາສີນຳເຂົ້າລົດຍົນ 25%

 

ບລູມເບີກ (Bloomberg) ແລະ ຣອຍເຕີ (Reuters) ລາຍງານວ່າ ປະທານາທິບໍດີໂດນັລ ທຣັມປ໌ ຜູ້ນຳສະຫະລັດລົງນາມໃນປະກາດຮຽກເກັບພາສີນຳເຂົ້າລົດຍົນເປັນ 25% ຊຶ່ງເປັນການຂະຫຍາຍສົງຄາມການຄ້າທີ່ອອກແບບມາເພື່ອດຶງດູດງານຜະລິດມາຍັງສະຫະລັດຫຼາຍຂຶ້ນ ແລະ ປູທາງໄປສູ່ການຮຽກເກັບພາສີຕ່າງຕອບແທນ ຫຼື ຕ່າງຕອບໂຕ້ທີ່ຄອບຄຸມໃນວົງກວ້າງຫຼາຍຂຶ້ນໃນອາທິດໜ້າ

 

“ສິ່ງທີ່ພວກເຮົາຈະເຮັດຄືຮຽກເກັບພາສີ 25% ສຳລັບລົດຍົນທຸກຄັນທີ່ບໍ່ໄດ້ຜະລິດໃນສະຫະລັດ ພວກເຮົາຈະຮຽກເກັບພາສີຈາກປະເທດຕ່າງໆ ທີ່ເຮັດທຸລະກິດໃນປະເທດຂອງພວກເຮົາ ແລະ ຍຶດງານຂອງພວກເຮົາ ຍຶດຊັບຂອງພວກເຮົາ ແລະ ຍຶດສິ່ງຂອງຕ່າງໆ ຫຼາຍຢ່າງທີ່ພວກເຂົາຍຶດມາຫຼາຍປີກັບຄືນມາ” ທຣັມປ໌ກ່າວທີ່ທຳນຽບຂາວ 26 ມີນາ 2025

 

ພາສີລົດຍົນຈະມີຜົນບັງຄັບໃຊ້ໃນວັນທີ 2 ເມສາ ແລະ ສະຫະລັດຈະເລີ່ມເກັບພາສີໃນມື້ຖັດໄປ ຫຼື ທ່ຽງຄືນຂອງວັນທີ 3 ເມສາ ເວລາທ້ອງຖິ່ນ ແລະ ພາສີຈະໃຊ້ບໍ່ສະເພາະກັບລົດຍົນທີ່ປະກອບສົມບູນເທົ່ານັ້ນ ແຕ່ຍັງລວມເຖິງຊິ້ນສ່ວນລົດຍົນສຳຄັນໆເຊັ່ນ: ເຄື່ອງຈັກ, ເກຍ, ຊິ້ນສ່ວນລະບົບສົ່ງກຳລັງ ແລະ ສ່ວນປະກອບໄຟຟ້າ ລາຍການດັ່ງກ່າວອາດຂະຫຍາຍອອກໄປໃນອະນາຄົດເພື່ອລວມຊິ້ນສ່ວນເພີ່ມເຕີມອີກ

 

ທຣັມປ໌ລະບຸວ່າພາສີ-ອາກອນ ດັ່ງກ່າວເປັນການຖາວອນ ແລະ ບໍ່ສົນໃຈທີ່ຈະເຈລະຈາຂໍ້ຍົກເວັ້ນໃດໆ ແລະ ໃນຂະນະທີ່ທຣັມປ໌ກ່າວຢູ່ນີ້ ຮຸ້ນຂອງເຈນເນີຣອລ ມໍເຕີສ (General Motors), ຟອດ ມໍເຕີ (Ford Motor) ແລະ ສເຕລແລນທິສ (Stellantis) ຕົກລົງໃນການຊື້ຂາຍຫຼັງປິດຕະຫຼາດ

 

ວິລລ໌ ຊາຟ ເລຂາທິການຄະນະເຈົ້າໜ້າທີ່ປະຈຳທຳນຽບຂາວກ່າວວ່າພາສີນຳເຂົ້າດັ່ງກ່າວ ຈະລວມຢູ່ໃນພາສີທີ່ບັງຄັບໃຊ້ແລ້ວ ແລະ ຝ່າຍບໍລິຫານຄາດວ່າພາສີນຳເຂົ້າດັ່ງກ່າວຈະສົ່ງຜົນໃຫ້ສະຫະລັດມີລາຍໄດ້ໃໝ່ຕໍ່ປີ 1 ແສນລ້ານໂດລາ .

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 15 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,470
21,746
thailand (1)
THB
661.54
671.73
european-union
EUR
24,027
24,507
china
CNY
2,917
2,975
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
1755424165_606856-tnamcot-e1755424243941
ອິນໂດເນເຊຍສະເຫຼີມສະຫຼອງ 80 ປີການປະກາດເອກະລາດ
pele - 2025-08-15T150047.029
ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10
pele - 2025-08-15T135651.172
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ
pele - 2025-08-15T113708.158
ແນວຄິດ “ ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ ” ສ້າງຂົວທີ່ໝັ້ນແກ່ນໃຫ້ແກ່ການຮ່ວມມືສີຂຽວລາວ-ຈີນ.
pele - 2025-08-15T095726.873
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນ້ຳທາ
pele - 2025-08-14T162234.232
ສາມແຂວງພາກເໜືອ ຈະໄດ້ໂຄງການສ້າງຄວາມເຂັ້ມແຂງການຮັບມືກັບໄພພິບັດ
pele - 2025-08-14T154119.422
ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ
pele - 2025-08-14T150003.002
ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ
_cover - 2025-08-14T141016.038
ຈີນທົດສອບຍານອາວະກາດລົງຈອດເທິງດວງຈັນສຳເລັດ ກ້າວສຳຄັນສູ່ພາລະກິດພາຍໃນປີ 2030
pele - 2025-08-14T141422.795
ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ. ອິດສະລາມ ອີຣານ.
ຢ່າລື່ມກົດຕິດຕາມ