site cover (75)
ໂດນັລ ທຣັມປ໌ ອາດຫຼຸດພາສີໃຫ້ຈີນ ຫາກຍອມຂາຍ TikTok
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 27 ເດືອນມີນາ, 2025
ໝວດ: ຂ່າວ

ປະທານາທິບໍດີໂດນັລ ທຣັມປ໌ ຂອງສະຫະລັດ ກ່າວວ່າລາວຍິນດີທີ່ຈະຫຼຸດພາສີນຳເຂົ້າໃຫ້ກັບຈີນ ຫາກ “ໄບຕ໌ແດນຊ໌” ບໍລິສັດແມ່ຂອງ TikTok ຍອມຂາຍແອັບວິດີໂອສັ້ນທີ່ຊາວອາເມລິກັນ 170 ລ້ານຄົນໃຊ້

 

 

ໄບຕ໌ແດນຊ໌ມີກຳນົດເສັ້ນຕາຍໃນວັນທີ 5 ເມສາ ໃນການຫາຜູ້ຊື້ TikTok ທີ່ບໍ່ແມ່ນບໍລິສັດຈີນ ບໍ່ສະນັ້ນຈະຕ້ອງປະເຊີນກັບການແບນຂອງສະຫະລັດ ດ້ວຍເຫດຜົນດ້ານຄວາມໝັ້ນຄົງແຫ່ງຊາດ ຊຶ່ງຄວນຈະມີຜົນບັງຄັບໃຊ້ຕັ້ງແຕ່ເດືອນມັງກອນທີ່ຜ່ານມາ

 

ພາຍໃຕ້ກົດໝາຍປີ 2024 ທຣັມປ໌ກ່າວວ່າລາວຍິນດີທີ່ຈະຂະຫຍາຍກຳນົດເສັ້ນຕາຍອອກໄປ ຫາກບໍ່ສາມາດບັນລຸຂໍ້ຕົກລົງກ່ຽວກັບແອັບໂຊຊຽລມີເດຍດັ່ງກ່າວໄດ້

 

ທຣັມປ໌ກ່າວເມື່ອວັນທີ 26 ມີນາ ວ່າ “ໃນສ່ວນຂອງ TikTok ຈີນຈະຕ້ອງມີບົດບາດໃນເລື່ອງນີ້ ອາດຈະໃນຮູບແບບຂອງການອະນຸມັດກໍໄດ້ ແລະ ຂ້ອຍຄິດວ່າພວກເຂົາຈະເຮັດແນວນັ້ນ ບາງທີຂ້ອຍອາດຈະຫຼຸດພາສີໃຫ້ພວກເຂົາເລັກນ້ອຍ ຫຼື ເຮັດຫຍັງບາງຢ່າງເພື່ອໃຫ້ມັນສຳເລັດ” ດ້ານ TikTok ຍັງບໍ່ໄດ້ສະແດງຄວາມຄິດເຫັນໃດໆ ຕໍ່ເລື່ອງນີ້

 

ການຂໍໃຫ້ຈີນຕົກລົງເຮັດຂໍ້ຕົກລົງໃດໆ ເພື່ອຍອມສະລະການຄວບຄຸມ TikTok ທີ່ມີມູນຄ່າຫຼາຍໝື່ນລ້ານໂດລາໂດລານັ້ນຖືເປັນບັນຫາໃຫຍ່ທີ່ສຸດໃນການສະຫຼຸບຂໍ້ຕົກລົງ ທຣັມປ໌ເຄີຍໃຊ້ເລື່ອງພາສີນຳເຂົ້າເປັນເຄື່ອງຕໍ່ລອງໃນການເຈລະຈາ TikTok ມາແລ້ວໃນອະດີດ

 

ເມື່ອວັນທີ 20 ມັງກອນ ຊຶ່ງເປັນມື້ທຳອິດທີ່ເຂົ້າຮັບຕຳແໜ່ງ ລາວເຕືອນວ່າລາວອາດຮຽກເກັບພາສີຈາກຈີນໄດ້ ຫາກຈີນບໍ່ອະນຸມັດຂໍ້ຕົກລົງຂອງສະຫະລັດ ກັບ TikTok ເມື່ອຕົ້ນເດືອນນີ້ ທຣັມປ໌ໄດ້ຂຶ້ນພາສີເພີ່ມເຕີມສຳລັບສິນຄ້າທີ່ນຳເຂົ້າຈາກຈີນທັງໝົດເປັນ 20 ເປີເຊັນ ຈາກເດີມ 10 ເປີເຊັນ ເມື່ອເດືອນກຸມພາ

 

ຮອງປະທານາທິບໍດີ ເຈ.ດີ. ແວນຊ໌ ກ່າວວ່າເຂົາຄາດຫວັງວ່າເງື່ອນໄຂທົ່ວໄປຂອງຂໍ້ຕົກລົງທີ່ແກ້ໄຂຄວາມເປັນເຈົ້າຂອງແພລັດຟອມໂຊຊຽລມີເດຍ ຈະເປັນໄປຕາມນີ້ ເຖິງວັນທີ 5 ເມສາ

 

ອະນາຄົດຂອງ TikTok ແອັບທີ່ຊາວອາເມລິກັນເກືອບເຄິ່ງໃຊ້ຢູ່ນັ້ນ ບໍ່ແນ່ນອນຕັ້ງແຕ່ການຜ່ານກົດໝາຍເມື່ອປີທີ່ແລ້ວດ້ວຍການສະໜັບສະໜູນຢ່າງທ່ວງທ້ນຈາກທັງພັກເດໂມແຄຣດ ແລະ ຣີພັບລິກັນ ທີ່ກຳນົດໃຫ້ ByteDance ຕ້ອງຂາຍ TikTok ພາຍໃນວັນທີ 19 ມັງກອນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,722
21,512
thailand (1)
THB
633.96
646.01
european-union
EUR
22,804
23,259
china
CNY
2,897
2,953
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 27 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (98)
"ທໍ່ສົ່ງແກັສ" ລະເບີດໃນປະເທດມາເລເຊຍ ສັ່ງອົບພະຍົບປະຊາຊົນດ່ວນ
site cover (96)
ກອງທັບປະຊາຊົນລາວ ສົ່ງກຳລັງໄປຊ່ວຍເຫຼືອ ສສ ມຽນມາ ໃນການກອບກູ້ໄພພິບັດ ແຜ່ນດິນໄຫວ
site cover (95)
April Fool’s Day, ວັນທີ1 ເມສາ ຖືເອົາເປັນວັນຂີ້ຕວົະ ແລ້ວເປັນຫຍັງຕ້ອງເປັນມື້ນີ້? ເຮົາມີຄຳຕອບ!
site cover (94)
ວັນທີ 1 ເມສາ 2025 ເກີດແຜ່ນດິນໄຫວ ທີ່ເມືອງໄຊຍະບູລີ ແຂວງໄຊຍະບູລີ
site cover (93)
ແຜ່ນດິນໄຫວມຽນມາ ແຮງປານໃດຄລິບນີ້ມີຄຳຕອບ
site cover (92)
ຍີ່ປຸ່ນປະເມີນໃໝ່ກໍລະນີເກີດ'ອະພິມະຫາແຜ່ນດິນໄຫວ' ຄາດວ່າພາກຊີວິດເກືອບ3ແສນຄົນ
site cover (91)
ເກົາຫຼີໃຕ້ກວດສອບຫາສາເຫດທີ່ເຮັດໃຫ້ເກີດໄຟປ່າຮຸນແຮງພົບແລ້ວ
site cover (90)
ພະນັກງານຂອງຄະນະກວດກາສູນກາງພັກ, ອົງການກວດກາແຫ່ງລັດຈໍານວນໜຶ່ງ ຖືກກັກຕົວ
site cover (89)
ນາຍົກລັດຖະມົນຕີ ໂທລະສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວທີ່ມຽນມາ
site cover (88)
ກຸ່ມຕໍ່ຕ້ານລັດຖະປະຫານ ມຽນມາປະກາດຢຸດຍິງ 2 ອາທິດ ຫຼີກທາງສົ່ງຄວາມຊ່ວຍເຫຼືອ
ຢ່າລື່ມກົດຕິດຕາມ