site cover (76)
ປະທານສະພາ "ລຸກຂຶ້ນຢືນເທິງບັນລັງ" ແລ້ວເປັນຫຍັງການຢືນກາງສະພາຈຶ່ງຢຸດຄວາມວຸ້ນວາຍ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 27 March, 2025

ຫຼັງຈາກການປະທ້ວງຮຸນແຮງກາງສະພາໄທ ໃນມື້ທີ່ຜ່ານມາ (24 ມີນາ), ສົ່ງຜົນໃຫ້ “ທ່ານ ພະຣາດອນ ປະຣິສະນານັນທະກຸນ” ປະທານສະພາ ລຸກຂຶ້ນຢືນເທິງບັນລັງ.

 

ການຢືນຂຶ້ນໝາຍເຖິງຫຍັງ ແລະ ເພື່ອສົ່ງສັນຍານຫຍັງ?

 

ການອະພິປາຍບໍ່ໄວ້ວາງໃຈ ນ.ສ.ແພທອງທາ ຊິນວັດ ໂດຍພາບລວມການອະພິປາຍບໍ່ໄວ້ວາງໃຈໃນມື້ທຳອິດ (24 ມີນາ) ມີການອະພິປາຍໃນຫຼາຍປະເດັນເຊັ່ນ: ກໍລະນີຂອງຄຳວ່າ “ກີ້ກີ້” ທີ່ເລີ່ມຕັ້ງແຕ່ທ່ານວິໂຣດ ລັກຂະນາອະດິສອນ ສສ.ບັນຊີລາຍຊື່ ພັກປະຊາຊົນ ແລະ ເປັນຄຳທີ່ຖືກເວົ້າເຖິງຕະຫຼອດໝົດມື້

 

ຈົນເຮັດໃຫ້ເກີດຄວາມວຸ້ນວາຍຂຶ້ນໃນສະພາເມື່ອກາງດຶກລະຫວ່າງການຕອບໂຕ້ປະເດັນຜູ້ລີ້ໄພຊາວອຸຍກູຣ໌ໂດຍ ທ່ານພູມິທຳ ເວດຊະຍະໄຊ ຮອງນາຍົກລັດຖະມົນຕີ ແລະ ລມວ.ກະຊວງກະລາໂຫມ ໄດ້ມີບາງຊ່ວງທີ່ສວນກັບຝ່າຍຄ້ານວ່າ ຈະພະຍາຍາມຢ່າງດີທີ່ສຸດ ເພາະຕົນເອງກໍບໍ່ເຄີຍໃຊ້ຄຳວ່າ “ກີ້ກີ້” ແທນນາໃຫ້ສຸພາບສະຕີ.

 

ຢ່າງທີ່ຝ່າຍຄ້ານໄດ້ເວົ້າ ຊຶ່ງເປັນຄຳທີ່ຫຍາບຄາຍ ສົກກະປົກ ຈົນເຮັດໃຫ້ມີການປະທ້ວງ ໂຕ້ຕອບກັນໄປມາ ລະຫວ່າງຝ່າຍລັດຖະບານ ແລະ ຝ່າຍຄ້ານ

ໂດຍ ທ່ານພະຣາດອນ ປະຣິສະນານັນທະກຸນ ຮອງປະທານສະພາຜູ້ແທນລາສະດອນ ຄົນທີສອງ ປະທານໃນທີ່ປະຊຸມຂະນະນັ້ນ ໄດ້ສັ່ງດ້ວຍສຽງໃຫ້ທຸກຄົນນັ່ງລົງເຖິງ 4 ຄັ້ງ ແຕ່ກໍບໍ່ເປັນຜົນ ກ່ອນທີ່ປະທານຢືນຂຶ້ນເທິງບັນລັງ ເພື່ອໃຫ້ທີ່ປະຊຸມຢູ່ໃນຄວາມຮຽບຮ້ອຍ

 

ປະທານລຸກຂຶ້ນຢືນໝາຍເຖິງຫຍັງ?

 

ຕາມຂໍ້ບັງຄັບການປະຊຸມສະພາຜູ້ແທນລາສະດອນ ພ.ສ.2562 ໃນຂໍ້ 77 ກຳນົດວ່າ “ຖ້າປະທານໃຫ້ສັນຍານດ້ວຍການເຄາະຄ້ອນຫຼືຢືນຂຶ້ນ ໃຫ້ຜູ້ທີ່ກຳລັງເວົ້າ ຢຸດເວົ້າແລະນັ່ງລົງທັນທີ”

 

ຊຶ່ງການຢືນຂຶ້ນຂອງປະທານສະພາ ເປັນການໃຫ້ສັນຍານຂອງປະທານໃນທີ່ປະຊຸມ ໃນການຄວບຄຸມການປະຊຸມ ແລະ ເປັນວິທີການຄວບຄຸມການປະຊຸມ.

 

ການຢືນຂຶ້ນຈະມີຜົນເຮັດໃຫ້ຜູ້ທີ່ອະພິປາຍຕ້ອງຢຸດເວົ້າ ແລະ ນັ່ງລົງທັນທີ. ນອກຈາກການຢືນຂຶ້ນແລ້ວຍັງມີການເຄາະຄ້ອນ ທີ່ມີຄວາມໝາຍດຽວກັນ.

 

ຕາມເວັບໄຊທ໌ລັດຖະສະພາ ໄດ້ໃຫ້ຄວາມໝາຍ “ເຄາະຄ້ອນ” ໝາຍເຖິງການໃຫ້ສັນຍານໃນການຄວບຄຸມການປະຊຸມຂອງປະທານສະພາໂດຍການນຳຄ້ອນປະທານທີ່ຢູ່ເທິງບັນລັງເຄາະ ແລະ ເປັນວິທີການຄວບຄຸມການປະຊຸມຂອງປະທານໃນທີ່ປະຊຸມສະພາຜູ້ແທນລາສະດອນ, ວຸດທິສະພາ, ລັດຖະສະພາ ແລ້ວແຕ່ກໍລະນີ.

 

ການເຄາະຄ້ອນມີຜົນເທົ່າກັບການຢືນຂຶ້ນຂອງປະທານ. ດັ່ງນັ້ນ, ເມື່ອປະທານຢືນຂຶ້ນກໍຍ່ອມໝາຍຄວາມວ່າ ສະມາຊິກທຸກຄົນທີ່ຢູ່ໃນຫ້ອງປະຊຸມຕ້ອງນັ່ງລົງ ແລະ ຜູ້ທີ່ກຳລັງເວົ້າ ຫຼື ອະພິປາຍຢູ່ໃນຂະນະທີ່ປະທານເຄາະຄ້ອນຈະຕ້ອງຢຸດເວົ້າ ແລ້ວນັ່ງລົງທັນທີ.

 

ສຳລັບການຢືນເທິງບັນລັງ ຫຼື ເຄາະຄ້ອນ ເຄີຍເກີດຂຶ້ນໃນສະໄໝ ທ່ານສົມສັກດິ໌ ກຽດຕິສຸລະນົນ ເປັນປະທານສະພາຜູ້ແທນລາສະດອນ ໃນປີ 2554 – 2556 ໄດ້ມີການເຄາະຄ້ອນເພື່ອຢຸດຕິຄວາມວຸ້ນວາຍໃນສະພາ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 10 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
674.10
685.56
european-union
EUR
24,207
24,691
china
CNY
2,946
3,005
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (20)
ເບິ່ງດວງລາຍວັນປະຈຳວັນພຸດ ທີ 10 ກັນຍາ 2025ໄດ້ທີ່ນີ້ເລີຍ
jane (20)
ແຈ້ງການມອດໄຟວັນທີ 26/09/2025
jane (19)
ສາ​ນປະຊາຊົນ​ສູງ​ສຸດ (ສສປສ) ເປີດກອງ​ປະຊຸມໃຫຍ່ສະມາຊິກພັກ ​​ຄັ້ງ​ທີ V ອົງຄະ​ນະ​ພັກສານ​ປະຊາຊົນ​ສູງ​ສຸດຂຶ້ນຢ່າງ​ເປັນ​ທາງການ
jane (18)
ທາງລົດໄຟຈີນ-ລາວເສີມສ້າງການຂາຍໝາກຖົ່ວລຽນເອເຊຍຕາເວັນອອກສຽງໃຕ້ໃນ ສ.ປ ຈີນ
jane (17)
ເຄັດລັບກຳຈັດເຊື້ອຣາ ຮ່ອງຢາເເນວໃນຫ້ອງນ້ຳ ໃຊ້ພຽງແຕ່ 2 ສ່ວນປະສົມງ່າຍໆ ດີກວ່າໃຊ່ສານຟອກຂາວ
pele - 2025-09-10T100905.860
ທ່ານ ບຸນໂຈມ ອຸບົນປະເສີດ ຊຸກຍູ້ການຮຽນ-ການສອນ, ຮ່ວມພິທີໄຂສົກຮຽນໃໝ່ຢູ່ເມືອງເຊໂປນ
pele - 2025-09-10T093335.512
ເລີ່ມປະຕິບັດໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະ ຄໍ້າປະກັນໃນການດໍາລົງຊີວິດແບບຍືນຍົງຢູ່ 18 ບ້ານ ແຂວງເຊກອງ
jane (16)
ເຜີຍແຜ່ຜົນວິເຄາະການເປັນຕົວແທນ ຂອງເພດຍິງ ແລະ ຄວາມສະເໝີພາບຍິງ-ຊາຍຈັດຂຶ້ນໃນວັນທີ 9 ກັນຍາ 2027 ຢູ່ສະພາ ແຫ່ງຊາດ
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
ຢ່າລື່ມກົດຕິດຕາມ