ໃນໄລຍະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຕິດພັນກັບການເພີ່ມທະວີການເຄື່ອນໄຫວປະຕິບັດໜ້າທີ່, ຕິດຕາມກວດກາສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ຢູ່ໃນລະບົບການຈັດຕັ້ງ ແລະ ຖັນແຖວພະນັກງານຂອງລັດ, ຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດຍາມໃດກໍ່ເອົາໃຈໃສ່ການຕິດຕາມກວດກາຢູ່ພາຍໃນ ຕໍ່ພະນັກງານພາຍໃນອົງການຂອງຕົນ ໂດຍສະເພາະແມ່ນກວດກາ, ເກັບກຳຂໍ້ມູນ ແລະ ແກ້ໄຂພຶດຕິກຳສວຍໃຊ້ຕຳແໜ່ງ, ໜ້າທີ່, ຮັບສິນບົນທີ່ຂັດກັບລະບຽບກົດໝາຍ.
ດ້ວຍຂໍ້ມູນຫຼັກຖານຄົບຖ້ວນກ່ຽວກັບການກະທຳຜິດຂອງພະນັກງານຈຳນວນໜຶ່ງ,
ໃນວັນທີ 10 ກຸມພາ 2025 ໄດ້ມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງນຳໃຊ້ມາດຕະການກັກຕົວພະນັກງານຂອງອົງການກວດກາແຫ່ງລັດ ຈຳນວນ 4 ຄົນ.
ໃນນີ້ມີພະນັກງານຂັ້ນຫົວໜ້າກົມ 1 ຄົນ, ຂັ້ນຮອງຫົວໜ້າກົມ 1 ຄົນ ແລະ ພະນັກງານຂັ້ນຮອງພະແນກ 2 ຄົນ.
ນອກຈາກນັ້ນກໍ່ໄດ້ກັກຕົວບຸກຄົນທີ່ກ່ຽວຂ້ອງອີກ ຈໍານວນ 3 ຄົນ ທີ່ມີການພົວພັນກັບການໃຫ້ສິນບົນແກ່ເຈົ້າໜ້າທີ່ຂອງອົງການກວດກາແຫ່ງລັດທີ່ກ່າວມາຂ້າງເທິງ.
ປັດຈຸບັນແມ່ນກຳລັງດຳເນີນການສືບສວນ-ສອບສວນ ຕໍ່ພວກກ່ຽວຕາມຂັ້ນຕອນຂອງກົດໝາຍ.
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,418 | 21,694 |
![]() THB | 658.11 | 670.61 |
![]() EUR | 23,705 | 24,180 |
![]() CNY | 2,902 | 2,960 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |