site cover (92)
ຍີ່ປຸ່ນປະເມີນໃໝ່ກໍລະນີເກີດ'ອະພິມະຫາແຜ່ນດິນໄຫວ' ຄາດວ່າພາກຊີວິດເກືອບ3ແສນຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 1 April, 2025
ໝວດ: ຂ່າວ

“ອະພິມະຫາແຜ່ນດິນໄຫວ” ແລະ ຊຶນາມິທີ່ຕາມມາຫຼັງຈາກນັ້ນ ອາດກໍ່ຄວາມສູນເສຍສູງສຸດກວ່າ 298,000 ແສນຊີວິດໃນຍີ່ປຸ່ນ ແລະ ສ້າງຄວາມເສຍຫາຍຄິດເປັນມູນຄ່າເກືອບ 2 ລ້ານລ້ານໂດລາສະຫະລັດຯ

 

 

ຈາກຕົວເລກປະເມີນໃໝ່ຂອງລັດຖະບານທີ່ເຜີຍແຜ່ໃນວັນຈັນ(31ມີນາ) ຕົວເລກດັ່ງກ່າວເປັນການອັບເດດຈາກການປະມານການເທື່ອກ່ອນໃນປີ 2014 ສຳລັບແນວໂນ້ມຜົນກະທົບທີ່ຈະໄດ້ຮັບຈາກການເກີດແຜ່ນດິນໄຫວຂະໜາດໃຫຍ່ຕາມຮ່ອງເລິກນັນໄກ (Nankai Trough) ທາງໃຕ້ຂອງຍີ່ປຸ່ນ

 

ຮ່ອງເລິກນັນໄກ ເປັນຮ່ອງເລິກທອດຍາວເປັນໄລຍະທາງປະມານ 800 ກິໂລແມັດທີ່ກົ້ນມະຫາສະໝຸດປາຊີຟິກ ຕາມແນວຊາຍຝັ່ງຕາເວັນຕົກສຽງໃຕ້ຂອງຍີ່ປຸ່ນ.

 

ແນວຮ່ອງເລິກນີ້ກໍ່ຕົວຂຶ້ນເມື່ອແຜ່ນເປືອກໂລກຟິລິບປິນມຸດຕົວໃຕ້ແຜ່ນເປືອກໂລກຢູເຣເຊຍ.

 

ແຮງກົດທັບທີ່ສະສົມກັນອາດສົ່ງຜົນໃຫ້ເກີດແຜ່ນດິນໄຫວຂະໜາດມະຫຶມາທຸກໆ 100-200 ປີ.

 

ກຸ່ມເຮັດວຽກດ້ານບໍລິຫານຈັດການໄພພິບັດຂອງສຳນັກງານຄະນະລັດຖະມົນຕີ ລະບຸວ່າອາດມີປະຊາຊົນສູງສຸດ 215,000 ຄົນ ເສຍຊີວິດຈາກຊຶນາມິ, ອີກ 73,000 ຄົນ ເສຍຊີວິດສືບເນື່ອງຈາກອາການພັງຖະຫຼົ່ມ, ແລະ ອີກ 9,000 ຄົນ ຈາກໄຟໄໝ້

 

ເຖິງຢ່າງໃດກໍຕາມການຄາດການຍອດຜູ້ເສຍຊີວິດໂດຍລວມນັ້ນ ຖືວ່າໜ້ອຍກວ່າທີ່ເຄີຍປະມານການໄວ້ໃນປີ 2014 ຊຶ່ງຄາວນັ້ນລະບຸວ່າອາດມີປະຊາຊົນເສຍຊີວິດສູງສຸດ 323,000 ຄົນ

 

ໃນຊ່ວງ 1,400 ປີທີ່ຜ່ານມາ ອະພິມະຫາແຜ່ນດິນໄຫວໃນຮ່ອງເລິກນັນໄກ ເກີດຂຶ້ນໃນທຸກໆ 100 ເຖິງ 200 ປີ ໂດຍຄັ້ງສຸດທ້າຍເກີດຂຶ້ນໃນປີ 1946

 

ນັກວິທະຍາສາດບອກວ່າເປັນເລື່ອງຍາກຫຼາຍໆທີ່ຈະທຳນາຍແຜ່ນດິນໄຫວ ແຕ່ໃນເດືອນມັງກອນ ຄະນະເຮັດວຽກຊຸດໜຶ່ງຂອງລັດຖະບານລະບຸວ່າຄວາມເປັນໄປໄດ້ທີ່ຈະເກີດອະພິມະຫາແຜ່ນດິນໄຫວຂຶ້ນໃນຊ່ວງ 30 ປີຂ້າງໜ້າ ເພີ່ມຂຶ້ນເລັກນ້ອຍ ໂດຍມີໂອກາດເກີດຂຶ້ນ 75%-82%

 

ເມື່ອເດືອນສິງຫາປີກ່ອນ ສຳນັກງານອຸຕຸນິຍົມວິທະຍາຂອງຍີ່ປຸ່ນໄດ້ອອກຄຳແນະນຳເຕືອນການເກີດແຜ່ນດິນໄຫວມະຫຶມາເປັນຄັ້ງແລກ ພາຍໃຕ້ກົດເກນທີ່ຮ່າງຂຶ້ນຕາມຫຼັງແຜ່ນດິນໄຫວເລວຮ້າຍປີ 2011 ທີ່ຕາມມາດ້ວຍມະຫັນຕະໄພຊຶນາມິແລະຫາຍະນະນິວເຄລຍຟູກູຊິມະ

 

ກົມອຸຕຸນິຍົມວິທະຍາຂອງຍີ່ປຸ່ນ ປະເມີນວ່າ ຄວາມເປັນໄປໄດ້ທີ່ຈະເກີດແຜ່ນດິນໄຫວໃຫຍ່ຄັ້ງໃໝ່ ຕາມແນວຮ່ອງເລິກນັນໄກ ສູງກວ່າປົກກະຕິ ຫຼັງເກີດແຜ່ນດິນໄຫວລະດັບ 7.1 ສັ່ນສະເທືອນທາງໃຕ້ຂອງຍີ່ປຸ່ນ ທີ່ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 14 ຄົນ

 

ຄຳແນະນຳດັ່ງກ່າວຖືກຍົກເລີກຫຼັງຈາກນັ້ນ 1 ອາທິດ ແຕ່ມັນກໍ່ພາວະຂາດແຄນເຂົ້າ ແລະ ວັດຖຸດິບອື່ນໆ ເນື່ອງຈາກປະຊາຊົນພາກັນເຕີມເຕັມສະບຽງໄວ້ໃນກໍລະນີສຸກເສີນ

 

ນອກຈາກຕົວເລກປະມານການຜູ້ເສຍຊີວິດແລ້ວ ໃນລາຍງານການປະເມີນໃໝ່ລ່າສຸດ ຍັງຄາດການດ້ວຍວ່າ ເຫດການແຜ່ນດິນໄຫວດັ່ງກ່າວຈະເຮັດໃຫ້ຕ້ອງອົບພະຍົບປະຊາຊົນ 12.3 ລ້ານຄົນ ຫຼື ຄິດເປັນປະມານ 10% ຂອງປະຊາກອນຍີ່ປຸ່ນ ເພີ່ມຂຶ້ນຈາກການປະມານການຄັ້ງກ່ອນ ຊຶ່ງຢູ່ທີ່ 9.5 ລ້ານຄົນ

 

ຂະນະດຽວກັນມີການຄາດການວ່າ ເສດຖະກິດຂອງປະເທດ ອາດເສຍຫາຍເປັນມູນຄ່າສູງເຖິງ 270.3 ລ້ານລ້ານເຢັນ (ປະມານ 1.81 ລ້ານລ້ານໂດລາ ຫຼື ກວ່າ 61 ລ້ານລ້ານບາດ) ຫຼື ເກືອບເຄິ່ງໜຶ່ງຂອງຜະລິດຕະພັນມວນລວມພາຍໃນປະເທດ (GDP) ເພີ່ມຂຶ້ນຈາກການປະມານການຄັ້ງກ່ອນຊຶ່ງຢູ່ທີ່ 214.2 ລ້ານລ້ານເຢັນ ເນື່ອງດ້ວຍແຮງກົດດັນດ້ານເງິນເຟີ້ ແລະ ຂໍ້ມູນດ້ານພູມປະເທດລ່າສຸດທີ່ບົ່ງບອກວ່າ ພື້ນທີ່ນ້ຳຖ້ວມຈະຂະຫຍາຍວົງກວ້າງຫຼາຍຂຶ້ນ

 

ເຖິງຢ່າງໃດກໍດີ ຈຳນວນອາຄານທີ່ຄາດວ່າຈະຖືກທຳລາຍເປ່ເພ່ ທັງນັ້ນຫຼຸດລົງເລັກນ້ອຍເຫຼືອ 2.35 ລ້ານຫຼັງ ເນື່ອງຈາກການປັບປຸງຊ່ອມແຊມບ້ານເຮືອນເພື່ອຮອງຮັບແຜ່ນດິນໄຫວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 15 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,470
21,746
thailand (1)
THB
661.54
671.73
european-union
EUR
24,027
24,507
china
CNY
2,917
2,975
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-15T150047.029
ກອງປະຊຸມ ລມຕ ຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 10
pele - 2025-08-15T135651.172
ເປີດໂຄງການຈຸດສຸມຂອງສະມາຄົມທຸລະກິດກະສິກຳລາວ
pele - 2025-08-15T113708.158
ແນວຄິດ “ ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ ” ສ້າງຂົວທີ່ໝັ້ນແກ່ນໃຫ້ແກ່ການຮ່ວມມືສີຂຽວລາວ-ຈີນ.
pele - 2025-08-15T095726.873
ມອບເງີນຊຸກຍູ້ ກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນ້ຳທາ
pele - 2025-08-14T162234.232
ສາມແຂວງພາກເໜືອ ຈະໄດ້ໂຄງການສ້າງຄວາມເຂັ້ມແຂງການຮັບມືກັບໄພພິບັດ
pele - 2025-08-14T154119.422
ສ ເກົາຫຼີ ຊ່ວຍປັບປຸງດ້ານສາທາລະນະສຸກ ສປປ ລາວ ຫຼາຍໂຄງການ
pele - 2025-08-14T150003.002
ໂຄງການ -ຍົກລະດັບເສັ້ນທາງຫຼວງແຫ່ງຊາດ 2W ຈະໃຫ້ສຳເລັດຕາມກຳນົດສັນຍາ
_cover - 2025-08-14T141016.038
ຈີນທົດສອບຍານອາວະກາດລົງຈອດເທິງດວງຈັນສຳເລັດ ກ້າວສຳຄັນສູ່ພາລະກິດພາຍໃນປີ 2030
pele - 2025-08-14T141422.795
ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ແຫ່ງ ສ. ອິດສະລາມ ອີຣານ.
_cover - 2025-08-14T115939.913
ແຈ້ງການປິດນ້ຳປະປາຊົ່ວຄາວ ເພື່ອດຳເນີນການສ້ອມແປງທໍ່ນ້ຳປະປາແຕກຮົ່ວ ວັນທີ 15 ສິງຫາ 2025
ຢ່າລື່ມກົດຕິດຕາມ