site cover (93)
ແຜ່ນດິນໄຫວມຽນມາ ແຮງປານໃດຄລິບນີ້ມີຄຳຕອບ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 1 April, 2025
ໝວດ: ຂ່າວ

ນາທີຊີວິດສາວເສື້ອສີຟ້າຮ້ານຂາຍອຸປະກອນມືຖື ແຜ່ນດິນໄຫວພັງຮ້ານໃນພິບຕາ 

 

ເວັບສື່ຮ່ອງກົງ hk01 ລາຍງານຂ່າວ ມຽນມາເກີດແຜ່ນດິນໄຫວຂະໜາດ 8.2 ເມື່ອວັນທີ 28 ມີນາ ກ້ອງວົງຈອນປິດຂອງຮ້ານຂາຍອຸປະກອນສື່ສານຈັບພາບເຫດການຂະນະເກີດແຜ່ນດິນໄຫວ ເຜີຍໃຫ້ເຫັນຊັ້ນວາງສິນຄ້າລົ້ມລະເນລະນາດຈາກແຮງສັ່ນສະເທືອນ

 

ເຖິງຢ່າງໃດກໍຕາມ ຊາວເນັດກັບໂຟກັສຜິດຈຸດ ແທນທີ່ຈະຕົກໃຈກັບຄວາມຮຸນແຮງຂອງແຜ່ນດິນໄຫວ ກັບພາກັນສົງໄສວ່າກ້ອງວົງຈອນປິດຍີ່ຫໍ້ຫຍັງ ເປັນຫຍັງຈຶ່ງໝັ້ນຄົງຂະໜາດນີ້

 

ຄລິບວິດີໂອດັ່ງກ່າວຖືກໂພສໃນກຸ່ມກ່ຽວກັບແຜ່ນດິນໄຫວໃນມຽນມາ ໂດຍເປັນພາບເຫດການໃນຮ້ານຂາຍອຸປະກອນສື່ສານ ຂະນະທີ່ເກີດແຜ່ນດິນໄຫວ ພະນັກງານຍິງນັ່ງຢູ່ຫຼັງເຄົາເຕີຮູບຕົວ L ແລະ ຊັ້ນວາງສິນຄ້າທັງສອງຂ້າງສັ່ນສະເທືອນຢ່າງຮຸນແຮງຈົນລົ້ມລົງ ແຕ່ໂຊກດີທີ່ລາວມຸດເຂົ້າໄປຫຼົບຢູ່ໃຕ້ເຄົາເຕີ ຈຶ່ງລອດຈາກການຖືກທັບ

 

ຫຼັງແຜ່ນດິນໄຫວ ຮ້ານຄ້າໄດ້ຮັບຄວາມເສຍຫາຍເກືອບທັງໝົດ ຈົນເກືອບຈະສະພາບເດີມບໍ່ໄດ້ ຄວາມຮຸນແຮງຂອງແຜ່ນດິນໄຫວສ້າງຄວາມເສຍຫາຍຢ່າງໜັກ ແລະ ບໍ່ຮູ້ວ່າຕ້ອງໃຊ້ເວລາດົນປານໃດກວ່າຮ້ານຈະກັບມາຄືເກົ່າ

 

ເຖິງຢ່າງໃດກໍຕາມ ຫຼັງປພົບແຜ່ນດິນໄຫວລະດັບ 8.2 ກ້ອງວົງຈອນປິດຍັງຄົງເຮັດວຽກໄດ້ຕາມປົກກະຕິ ແລະ ບັນທຶກເຫດການໄປຈົນຮອດຊ່ວງກາງຄືນ ເຮັດໃຫ້ຊາວເນັດຕ່າງຖາມວ່າ ກ້ອງວົງຈອນປິດຍີ່ຫໍ້ຫຍັງຈຶ່ງແຂງແກ່ງຂະໜາດນີ້ ບາງຄົນເຖິງກັບເວົ້າຕິດຕະຫຼົກວ່າ “ກ້ອງຕົວນີ້ຕິດຕັ້ງເທິງໄຈໂຣສໂຄບບໍ່ ແຂງແກ່ງເກີນໄປແລ້ວ!”

 

ໝາຍເຫດ: ໄຈໂຣສໂຄບ (Gyroscope) ແມ່ນອຸປະກອນທີ່ໃຊ້ກວດຈັບແລະຮັກສາທິດທາງ ໂດຍອາໄສຫຼັກການຂອງໂມເມນຕັມເຊີງມຸມ ມັນສາມາດຮັກສາແກນໝຸນໃຫ້ຄົງທີ່ແມ່ນແຕ່ຈະມີການເຄື່ອນໄຫວຫຼືປ່ຽນແປງທິດທາງ ເໝາະສຳລັບໃຊ້ໃນລະບົບນຳທາງ ເຄື່ອງບິນ ສະມາດໂຟນ ແລະ ກ້ອງກັນສັ່ນ

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 17 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,418
21,694
thailand (1)
THB
658.11
670.61
european-union
EUR
23,705
24,180
china
CNY
2,902
2,960
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (61)
ການອອກກຳລັງກາຍ ຊ່ວຍຮັບມືໂລກຊຶມເສົ້າ ຊ່ວຍປ້ອງກັນການກັບມາເປັນອີກ
site cover1 (19)
ຫງວຽນຊວນເຊິນ ຊ່ວຍ ແທບແຊັງ ນາມດິ່ງ ປ້ອງກັນແຊ້ມ ເຕະບານຊາຍ ລີກສູງສຸດຂອງຫວຽດນາມ 2024-25
pele (49)
ແຂວງຈຳປາສັກເຫັນການເຕີບໂຕດ້ານການທ່ອງທ່ຽວທີ່ແຂງແຮງ ເນື່ອງຈາກສະຖານທີ່ທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດດຶງດູດນັກທ່ອງທ່ຽວ
site cover1 (18)
Clear Men ສະໜັບສະໜູນ 750 ລ້ານກີບ ລາຍການແຂ່ງຂັນກິລາບານເຕະU16 ແລະ U19 ປະຈຳປີ 2025
_cover (60)
ອິສຣາເອນ "ສັງຫານ" ຜູ້ບັນຊາການ IRGC ທ່ານ ອາລີ ຊາດມານີ ຄົນໃກ້ຊິດຜູ້ນຳອີຣ່ານ
site cover1 (17)
ການເປີດເຜີຍສະເປັກຊິບ Dimensity 9500 ຈາກການທົດສອບດ້ວຍ Geekbench: ຄວາມໄວສູງສຸດ 3.23 GHz
pele (47)
ສະພາແຫ່ງຊາດຊຸກຍູ້ການພັດທະນາໄຟຟ້າທີ່ເຂັ້ມແຂງ ແລະ ເປັນມິດກັບສິ່ງແວດລ້ອມໃນລາວ
site cover1 (16)
ວິທີລວມໄຟລ໌ PDF ຫຼາຍໄຟລ໌ເປັນໄຟລ໌ດຽວໃນຄອມ Windows 11 ໂດຍບໍ່ຕ້ອງໃຊ້ອິນເຕີເນັດ
_cover (59)
ລາຄານ້ຳມັນດິບສູງຂຶ້ນ ຫຼັງ "ທຣໍາ" ເຕືອນຄົນອີຣ່ານໃຫ້ອົບພະຍົບ
pele (44)
ການນໍາໂຮງໝໍແຂວງຈໍາປາສັກ​ ສະແດງທັດສະນະ ຕໍ່ກັບວັນແພດລາວ
ຢ່າລື່ມກົດຕິດຕາມ