site cov (3)
ການນອນກົນ ອາການອັນຕະລາຍ ທີ່ບໍ່ຄວນລະເລີຍ!
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 2 April, 2025
ໝວດ: ແນະນຳ

ການນອນກົນ (Snoring) ເປັນອາການສຳຄັນຂອງພາວະຢຸດຫາຍໃຈຂະນະຫຼັບ, ຊຶ່ງມີສາເຫດມາຈາກອະໄວຍະວະໃນລະບົບຫາຍໃຈສ່ວນຕົ້ນບາງສ່ວນແຄບລົງ.

 

ຜູ້ປ່ວຍສາມາດກວດຄວາມຮຸນແຮງໄດ້ຜ່ານການເຮັດ Sleep Test ເພື່ອຫາລະດັບຄວາມສ່ຽງທີ່ເປັນອັນຕະລາຍ.

 

ຫາກພົບວ່າມີອາການທີ່ບໍ່ຮຸນແຮງ, ສາມາດປັບພຶດຕິກຳການນອນເພື່ອຊ່ວຍໃຫ້ອາການດີຂຶ້ນໄດ້.

 

 

ອາການນອນກົນເກີດຈາກສາເຫດໃດ

 

 

ເກີດຈາກການຫຍ່ອນຕົວຂອງກ້າມຊີ້ນບໍລິເວນຄໍຫອຍ ແລະ ຝາຄໍຂະນະຫຼັບ, ເຮັດໃຫ້ເກີດການອຸດກັ້ນລະບົບທາງເດີນຫາຍໃຈໃນບາງຈຸດ ຈົນເກີດການສັ່ນສະເທືອນຂອງກ້າມຊີ້ນ, ເນື້ອເຍື່ອ, ເພດານອ່ອນ, ຝາຄໍຫອຍ, ໂຄນລີ້ນ, ລວມໄປເຖິງລີ້ນໄກ່.

 

ເມື່ອລະບົບທາງເດີນຫາຍໃຈແຄບລົງ, ຈຶ່ງເຮັດໃຫ້ເກີດສຽງກາຍເປັນການນອນກົນໃນທີ່ສຸດ.

 

ນອກຈາກນີ້ຍັງມີຜົນກະທົບຮຸນແຮງຕໍ່ການຫາຍໃຈເຮັດໃຫ້ບໍ່ສາມາດຫາຍໃຈໄດ້ຊົ່ວຂະນະໜຶ່ງ ຫຼື ເອີ້ນວ່າ ພາວະຢຸດຫາຍໃຈຂະນະຫຼັບ.

 

ປະເພດຂອງການນອນກົນ

 

ການກົນທຳມະດາ

 

ຄື ອາການທີ່ເກີດຈາກການຕີບແຄບຂອງບໍລິເວນທາງເດີນຫາຍໃຈສ່ວນເທິງ. ຜູ້ປ່ວຍອາດພົບພາວະຢຸດຫາຍໃຈຂະນະຫຼັບໄດ້ ແຕ່ຈະບໍ່ເຖິງເກນທີ່ແພດວິນິໄສພາວະຢຸດຫາຍໃຈຂະນະຫຼັບ.

 

ການກົນລະດັບອັນຕະລາຍ

 

ເປັນອາການນອນກົນທີ່ເຖິງເກນທີ່ກຳນົດຂອງການວິນິໄສພາວະຢຸດຫາຍໃຈຂະນະຫຼັບ, ໂດຍມີສາເຫດມາຈາກບໍລິເວນທາງເດີນຫາຍໃຈສ່ວນເທິງເກີດການຕີບແຄບຫຼາຍຂຶ້ນ, ສົ່ງຜົນໃຫ້ມີການຢຸດຫາຍໃຈຊົ່ວຂະນະ, ແລະ ອາກາດສາມາດຜ່ານໄດ້ໜ້ອຍລົງ. ຜູ້ປ່ວຍຈະມີອາການກົນທີ່ສຽງດັງ ແລ້ວຈະງຽບໄປສັກພັກໜຶ່ງ, ບາງລາຍອາດສະດຸ້ງຕື່ນແລ້ວມີອາການຫາຍໃຈເຮືອກຂຶ້ນມາ.

 

ບຸກຄົນໃດແດ່ທີ່ມີຄວາມສ່ຽງຕໍ່ອາການນອນກົນ

 

ອາການນີ້ສາມາດເກີດຂຶ້ນໄດ້ກັບທຸກເພດທຸກໄວ. ອາດກ່າວໄດ້ວ່າຜູ້ທີ່ມີອາການນອນກົນ ອາດມີຄວາມສ່ຽງຕໍ່ພາວະຢຸດຫາຍໃຈຂະນະຫຼັບດ້ວຍ, ຊຶ່ງກຸ່ມບຸກຄົນເຫຼົ່ານັ້ນ ໄດ້ແກ່:

 

  • ພົບໄດ້ໃນເພດຊາຍຫຼາຍກວ່າເພດຍິງ
  • ເພດຍິງໄວໝົດປະຈຳເດືອນ ແລະ ຜູ້ຍິງທີ່ຖືພາ
  • ຜູ້ທີ່ມີຮູບໜ້າບ້ຽວ, ຄາງຜິດປົກກະຕິ, ດັງຄົດ, ຫຼື ໂຄງສ້າງຂອງຊ່ອງດັງແຄບ

 

 

  • ນ້ຳໜັກເກີນມາດຕະຖານ ມີຜົນເຮັດໃຫ້ທາງເດີນຫາຍໃຈແຄບຈົນເກີດອາການນອນກົນໄດ້
  • ຜູ້ທີ່ມີໂລກປະຈຳຕົວ ເຊັ່ນ: ໂລກທາງຫົວໃຈ, ໂລກເບົາຫວານ, ໂລກໄຕ, ໂລກພູມແພ້
  • ການທານຢາທີ່ສົ່ງຜົນຕໍ່ການຫຍ່ອນຕົວຂອງກ້າມຊີ້ນ
  • ຜູ້ທີ່ມີປະຫວັດການສູບຢາ ແລະ ດື່ມແອລກໍຮໍລເປັນປະຈຳ

 

ນອນກົນແບບໃດທີ່ຄວນເຂົ້າພົບແພດ

 

  • ຂະນະຫຼັບມີສຽງກົນທີ່ດັງຫຼາຍ ຈົນລົບກວນຜູ້ອື່ນທີ່ນອນຮ່ວມຕຽງດ້ວຍ
  • ມີອາການເຈັບຫົວຕອນເຊົ້າ, ນອນບໍ່ເຕັມອິ່ມ, ຕື່ນບໍ່ ແລະ ຮູ້ສຶກບໍ່ສົດຊື່ນ

 

 

  • ລະຫວ່າງວັນຈະເຫງົານອນຫຼາຍຜິດປົກກະຕິ, ຫງຸດຫງິດ, ອາລົມບໍ່ດີ
  • ຜູ້ຮ່ວມຕຽງສາມາດສັງເກດເຫັນເຖິງການຫາຍໃຈທີ່ບໍ່ສະໝ່ຳສະເໝີ, ໂດຍຈະມີສຽງກົນແຕ່ຈະຢຸດເປັນຊ່ວງ, ບາງທີອາດຈະສະດຸ້ງເຮືອກເນື່ອງຈາກຢຸດຫາຍໃຈຊົ່ວຂະນະ

 

ພາວະຢຸດຫາຍໃຈຂະນະຫຼັບ ອັນຕະລາຍສູງສຸດຈາກການນອນກົນ

 

ຫາກເປັນພາວະຢຸດຫາຍໃຈຂະນະຫຼັບໃນລະດັບທີ່ຮຸນແຮງ, ຈະສົ່ງຜົນໃຫ້ເກີດພາວະແຊກຊ້ອນທີ່ສ່ຽງຕໍ່ການເສຍຊີວິດໄດ້ ຜ່ານທາງໂລກຫຼອດເລືອດຫົວໃຈ ຫຼື ໂລກຫົວໃຈວາຍ ເປັນຕົ້ນ. ຫຼື ຖ້າຫາກຜູ້ປ່ວຍເປັນໂລກຫົວໃຈຢູ່ແລ້ວ, ອາດຈະຍິ່ງເພີ່ມໂອກາດເສຍຊີວິດຂະນະຫຼັບໄດ້.

 

ການວິນິໄສອາການນອນກົນ

 

 

ແພດຈະເຮັດການຊັກຖາມປະຫວັດອາການ ຮ່ວມກັບການກວດວິນິໄສອະໄວຍະວະອື່ນໆ ຜ່ານການເອັກຊເຣ ເຊັ່ນ: ກະໂຫຼກ, ກະດູກໃບໜ້າ ເປັນຕົ້ນ.

 

ນອກຈາກນີ້ຍັງສາມາດວິນິໄສອາການນອນກົນໄດ້ຈາກການກວດການນອນຫຼັບ (Polysomnography) ຫຼື ທີ່ພວກເຮົາຮູ້ຈັກກັນດີວ່າ Sleep Test.

 

ຫາກພົບວ່າອາການດັ່ງກ່າວບໍ່ໄດ້ມີພາວະຢຸດຫາຍໃຈຂະນະຫຼັບລະດັບຮຸນແຮງຮ່ວມດ້ວຍ, ຍັງຖືວ່າບໍ່ໜ້າເປັນຫ່ວງຫຼາຍ. ແຕ່ຖ້າຫາກພົບວ່າມີຄວາມສ່ຽງໃນລະດັບທີ່ອັນຕະລາຍຕ້ອງຫາແນວທາງໃນການຮັກສາໂດຍໄວທີ່ສຸດ.

 

ການແກ້ໄຂບັນຫາການນອນກົນເບື້ອງຕົ້ນ

 

ຫາກພົບວ່າອາການນອນກົນບໍ່ໄດ້ຢູ່ໃນລະດັບທີ່ອັນຕະລາຍ, ຜູ້ປ່ວຍສາມາດແກ້ໄຂອາການເບື້ອງຕົ້ນໄດ້ ດັ່ງນີ້:

 

 

  • ປັບປ່ຽນທ່ານອນໃຫ້ຫົວຢູ່ສູງກວ່າລຳຕົວ
  • ຮັກສານ້ຳໜັກໃຫ້ໄດ້ຕາມມາດຕະຖານ
  • ງົດການສູບຢາ ແລະ ການດື່ມແອລກໍຮໍລ
  • ອອກກຳລັງກາຍຢ່າງສະໝ່ຳສະເໝີ

 

 

  • ປັບພຶດຕິກຳການນອນໃຫ້ໄດ້ 7-8 ຊົ່ວໂມງຕໍ່ວັນ
  • ຫຼີກລ່ຽງການໃຊ້ ຫຼື ຮັບປະທານຢາທີ່ມີລິດເຮັດໃຫ້ເຫງົານອນ

 

ການກຽມຕົວເພື່ອເຂົ້າຮັບການກວດອາການນອນກົນ

 

  • ຜູ້ປ່ວຍຄວນເຮັດຄວາມສະອາດຫົວກ່ອນເຂົ້າຮັບການກວດ
  • ບໍ່ຄວນໃສ່ນ້ຳມັນ ຫຼື ຄຣີມທີ່ຜົມ ເພາະແພດຈະມີການຕິດຕັ້ງອຸປະກອນທີ່ໜັງຫົວບໍລິເວນທີ່ບໍ່ມີໄຂມັນ, ເພື່ອໃຫ້ສັນຍານກຣາຟຊັດເຈນຫຼາຍທີ່ສຸດ ແລະ ສາມາດອ່ານລະດັບໄດ້ຖືກຕ້ອງ, ແມ່ນຢຳ
  • ຫ້າມທາແປ້ງ ແລະ ຄຣີມ ທີ່ບໍລິເວນໃບໜ້າ, ຂາ, ຫຼື ຄໍ
  • ຫຼີກລ່ຽງການດື່ມຊາ, ກາເຟ, ຫຼື ເຄື່ອງດື່ມແອລກໍຮໍລກ່ອນເຂົ້າຮັບການກວດ
  • ຫ້າມຮັບປະທານຢານອນຫຼັບຫຼືຢາຖ່າຍ ເພາະຢາຖ່າຍຈະເຮັດໃຫ້ການກວດບໍ່ເປັນໄປຢ່າງຕໍ່ເນື່ອງ, ສ່ວນຢານອນຫຼັບອາດສົ່ງຜົນໃຫ້ການນອນຫຼັບບໍ່ເປັນໄປຕາມປົກກະຕິ

 

ອາການນອນກົນ, ຫຼາຍທ່ານອາດມອງວ່າເປັນບັນຫາສຸຂະພາບພຽງເລັກນ້ອຍ, ແຕ່ຄວາມຈິງແລ້ວກັບແຝງໄປດ້ວຍອັນຕະລາຍທີ່ພວກເຮົາບໍ່ຄວນໄວ້ວາງໃຈ.

 

ດ້ວຍເຫດນີ້ຈຶ່ງບໍ່ຄວນລະເລີຍ, ແລະ ຖ້າຫາກພົບວ່າຕົນເອງມີອາການນອນກົນ, ຄວນເຂົ້າຮັບການກວດວິນິໄສ ເພື່ອປ້ອງກັນບັນຫາຮຸນແຮງທີ່ອາດຕາມມາຫາກຜູ້ປ່ວຍປ່ອຍປະລະເລີຍ.

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 8 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,508
21,785
thailand (1)
THB
665.18
675.42
european-union
EUR
24,139
24,621
china
CNY
2,940
2,998
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (10)
ແກ້ໄຂຄວາມຂ້ອງໃຈ: "ຟ້າຜ່າ" ສາມາດຜ່າຊ້ຳລົງຈຸດເດີມໄດ້ ຫຼື ບໍ່? ຄຳຕອບອາດຈະເຮັດໃຫ້ທ່ານແປກໃຈ
pele - 2025-09-08T151546.919
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ
jane (9)
ຈີນກະກຽມແບນມືຈັບປະຕູລົດແບບເຊື່ອນທັງຄັນ! ຫຼັງພົບບັນຫາ ແລະ ອັນຕະລາຍ
pele - 2025-09-08T142345.737
ສາຂານະຄອນຫຼວງ1 ຕິດຕັ້ງໝໍ້ແປງໄຟຟ້າເສີມ ບ້ານ ສົມສະຫງ່າ
pele - 2025-09-08T134738.841
ຄະນະຜູ້ແທນສື່ມວນຊົນລາວຢ້ຽມຢາມສໍານັກງານກຸ່ມໜັງສືພິມລາຍວັນຢຸນນານ
jane (8)
ເບິ່ງຖ່າຍທອດສົດ Apple Events ເປີດໂຕ iPhone 17 ວັນທີ 9 ກ.ຍ. ເວລາທ່ຽງຄືນ
ວິທີທຳຄວາມສະອາດຄາບ ແລະ ຕະກອນໃນຝັກບົວອາບນ້ຳ ງ່າຍໆໂດຍບໍ່ຕ້ອງອອກແຮງຂັດ ນ້ຳໄຫຼແຮງຄືຊື້ໃໝ່
pele - 2025-09-08T112046.127
ບໍລິສັດ ເອກະຊົນ ສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຄົບວົງຈອນ ທີ່ເມືອງໂພນໂຮງ
pele - 2025-09-08T101532.915
ເມືອງໄຊເສດຖາ ແຂວງອັດຕະປື ເປີດງານບຸນຊ່ວງເຮືອ ປະຈຳປີ 2025.
jane (5)
ມື້ຄືນວານນີ້ໄດ້ເກີດປາກົດການກົບກິນເດືອນ, ຈັນທະຄາດ, ຈັນທະຣຸປະຣາຄາ ຫຼື ເດືອນເປັນສີເລືອດງາມຫຼາຍໃຜທັນເຫັນກັບຕາແດ່ພີ່ນ້ອງ!
ຢ່າລື່ມກົດຕິດຕາມ