site cov (10)
ກອງທັບປະຊາຊົນລາວ ສືບຕໍ່ຊ່ວຍເຫຼືອ ແລະ ໃຫ້ການປິ່ນປົວປະຊາຊົນ ຊາວມຽນມາ ຢູ່ເມືອງເຈົາແຊ ແຂວງມອນດາເລ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 3 April, 2025
ໝວດ: ຂ່າວ

ວັນທີ 2 ເມສາ 2025 ນີ້, ກອງທັບປະຊາຊົນລາວ ນໍາພາໂດຍ ທ່ານ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ, ຫົວໜ້າກອງເສນາ, ຜູ້ປະສານງານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ນໍາພາກໍາລັງສືບຕໍ່ຊ່ວຍເຫຼືອ ແລະ ໃຫ້ປິ່ນປົວປະຊາຊົນ ຊາວມຽນມາ ຜູ້ທີ່ໄດ້ຮັບບາດເຈັບ ຈາກເຫດການແຜນດິນໄຫວ ທີ່ນອນປິ່ນປົວຢູ່ໂຮງໝໍພາກສະໜາມ.

 

ພາຍຫຼັງ ເຄື່ອນໄຫວກວດກາ ແລະ ເກັບກຳຂໍ້ມູນຕົວຈິງ ກັບອົງການປົກຄອງເມືອງເຈົາແຊ, ຄະນະຊີ້ນໍາພາກສະໜາມ ກອງທັບປະຊາຊົນລາວ ໄດ້ວາງແຜນຮ່ວມກັບອົງການປົກຄອງເມືອງ ແລະ ຈັດແບ່ງກຳລັງອອກເປັນ 2 ໜ່ວຍງານ ຄື: ໜ່ວຍງານກອບກູ້, ຊອກຄົ້ນ ແລະ ໜ່ວຍແພດສຸກເສີນ

 

ໃນນີ້, ໜ່ວຍງານກອບກູ້, ຊອກຄົ້ນ ໄດ້ນໍາໃຊ້ກໍາລັງຊ່າງແສງ ຈໍານວນ 13 ສະຫາຍ, ນໍາໃຊ້ວັດຖຸ-ອຸປະກອນທີ່ນໍາມາ ຮ່ວມກັບໜ່ວຍກູ້ໄພ ຂອງ ສສ ມຽນມາ ເຂົ້າກອບກູ້, ແກ້ໄຂ ຊາກສະລັກຫັກພັງ ຢູ່ຫຼັງຄາຫ້ອງການປົກຄອງເມືອງ ເພື່ອກອບກູ້ເອົາວັດຖຸ-ອຸປະກອນ ທີ່ຍັງຕົກຄ້າງຢູ່ພາຍໃນອາຄານຫຼັງດັ່ງກ່າວ; ໜ່ວຍແພດສຸກເສີນ ໄດ້ນໍາໃຊ້ກໍາລັງເສນາຮັກ ຈໍານວນ 11 ສະຫາຍ ນໍາໃຊ້ອຸປະກອນການແພດ, ຢາປົວພະຍາດທີ່ນຳມາ ຮ່ວມກັບແພດໝໍຂອງເມືອງ ເຂົ້າປິ່ນປົວຜູ້ບາດເຈັບທີ່ນອນປິ່ນປົວຢູ່ໂຮງໝໍພາກສະໜາມ.

 

ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານຮ່ວມກັນ ໃນການກອບກູ້ ແລະ ປິ່ນປົວຜູ້ບາດເຈັບ ຂອງກໍາລັງກອງທັບປະຊາຊົນລາວ ກັບ ພາກສ່ວນທີ່ກ່ຽວຂ້ອງ ຂອງເມືອງເຈົາແຊ ໃນໄລຍະ 1 ວັນ ເຫັນວ່າໄດ້ຮັບໝາກຜົນດີ ແລະ ມີຄວາມປອດໄພ 100%.

ພ້ອມນັ້ນ, ທ່ານ ພັນເອກ ປາດຖະໜາ ບຸດຕິຈັກ ພ້ອມດ້ວຍຄະນະ ຍັງໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ໄປມອບໃຫ້ປະຊາຊົນ ທີ່ນອນປິ່ນປົວຢູ່ໂຮງໝໍ ຕື່ມອີກ ເພື່ອຊ່ວຍເຫຼືອບັນເທົາທຸກ ໃຫ້ຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການດັ່ງກ່າວ ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້.

 

 

 

 

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 14 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,535
21,812
thailand (1)
THB
660.13
672.01
european-union
EUR
23,996
24,476
china
CNY
2,931
2,989
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-14T154524.753
3 ກອງທັບຊ້ອມກອບກູ້ໄພພິບັດກອງທັບກຳປູເຈຍ-ລາວ-ຫວຽດນາມຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກ
pele - 2025-10-14T152722.978
ກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ
jane - 2025-10-14T145253.821
ສິ່ງທີ່ຄວນຮູ້ໃຊ້ໄດ້ຈິງໃນຊ່ວງທີ່ຝົນຕົກ ແລະ ພາຍຸເຂົ້າແບບນີ້ ມາເບິ່ງວິທີລອດຊີວິດເມື່ອເກີດພະຍຸຝົນຟ້າຄະນອງ ມີຟ້າຜ່າ
jane - 2025-10-14T144602.971
ເພີ່ມທະວີປຸກຈິດສຳນຶກ ຊາວໜຸ່ມ-ເຍົາວະຊົນ ເຫັນໄດ້ ເຖິງພິດໄພ-ຜົນຮ້າຍຂອງສິ່ງເສບຕິດ ດ້ວຍຫລາຍຮູບການ
pele - 2025-10-14T115952.620
ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ
jane - 2025-10-14T104257.431
ແຂວງວຽງຈັນມີແຈ້ງການ ໃຫ້ໂຈະບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ວັນທີ 14-17 ຕຸລາ 2025
pele - 2025-10-14T101955.044
ແຈ້ງການມອດໄຟ ວັນທີ15/10/2025
jane - 2025-10-14T101748.494
ລາຍງານເຫດການເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງປະຈໍາວັນທີ 13 -14 ຕຸລາ 2025
jane - 2025-10-14T094131.337
ສະແດງທົດລອງ ຄັ້ງທີ 2 ການເດີນຂະບວນສວນສະໜາມ ສະຫຼອງວັນຊາດຄົບຮອບ 50 ປີ.
jane - 2025-10-14T091820.873
ສະພາບອາກາດປະຈໍາເຊົ້າວັນທີ 14 ຕຸລາ 2025
ຢ່າລື່ມກົດຕິດຕາມ