site cov (11)
ສະຫຼຸບແລ້ວ ໄມໂລ ກັບ ໂອວັນຕິນ ທັງ 2 ຍີ່ຫໍ້ຕ່າງກັນແນວໃດ ມາເບິ່ງກັນ.
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 3 April, 2025

ເມື່ອເວົ້າເຖິງເຄື່ອງດື່ມມອລຊ໋ອກໂກແລັດ, ເຊື່ອວ່າຫຼາຍຄົນຄົງຄຸ້ນເຄີຍກັບສອງຍີ່ຫໍ້ດັງຢ່າງ ໄມໂລ ແລະ ໂອວັນຕິນ ເປັນຢ່າງດີ.

 

ທັງສອງເປັນເຄື່ອງດື່ມຍອດນິຍົມທີ່ຢູ່ຄູ່ກັບເດັກໆມາຢ່າງຍາວນານ. ແຕ່ເຄີຍສົງໄສກັນບໍ່ວ່າ ນອກຈາກລົດຊາດທີ່ແຕກຕ່າງກັນແລ້ວ, ໄມໂລກັບໂອວັນຕິນນັ້ນມີຄວາມແຕກຕ່າງກັນໃນດ້ານອື່ນໆອີກບໍ່?

 

 

ໄມໂລແລະໂອວັນຕິນເປັນເຄື່ອງດື່ມມອລສະກັດຈາກເຂົ້າບາເລ, ປະສົມໂກໂກ້ ແລະ ນົມຜົງ ແຕ່ມີສູດແລະສັດສ່ວນທີ່ແຕກຕ່າງກັນ.

 

ມາເບິ່ງກັນວ່າມີຫຍັງແດ່:

 

  • ໄມໂລ: ຈະມີລົດຊາດຊ໋ອກໂກແລັດທີ່ເຂັ້ມຂຸ້ນກວ່າໂອວັນຕິນເລັກນ້ອຍ ແລະ ມີຄວາມຫວານມັນ. ໂດຍມີສ່ວນປະກອບຫຼັກຄື ມອນສະກັດ ເຊັ່ນກັນ ແຕ່ຈະມີສ່ວນປະສົມຂອງນົມຜົງຂາດມັນເນີຍ ແລະ ຜົງໂກໂກ້ ໃນສັດສ່ວນທີ່ເດັ່ນຊັດກວ່າໂອວັນຕິນ, ເຮັດໃຫ້ໄດ້ລົດຊາດຊ໋ອກໂກແລັດທີ່ເຂັ້ມຂຸ້ນກວ່າ.

 

  • ໂອວັນຕິນ: ມັກຈະຂຶ້ນຊື່ໃນເລື່ອງຂອງລົດຊາດມອນທີ່ເຂັ້ມຂຸ້ນ ແລະມີຄວາມຫອມເປັນເອກະລັກ. ໂດຍມີສ່ວນປະກອບຫຼັກຄື ມອນສະກັດ ເປັນປະລິມານຫຼາຍ, ຮອງລົງມາຄື ເວຜົງ ແລະຜົງໂກໂກ້. ນອກຈາກນີ້ຍັງມີສ່ວນປະສົມຂອງນົມຜົງແລະວິຕາມິນຕ່າງໆ.

 

ຄຸນຄ່າທາງໂພຊະນາການ

 

  • ໄມໂລ ມີໂປຣ-ໂທມອນ ຊຶ່ງຊ່ວຍໃຫ້ຮ່າງກາຍດູດຊຶມພະລັງງານໄດ້ໄວຂຶ້ນ, ເໝາະກັບເດັກທີ່ຕ້ອງໃຊ້ພະລັງງານຫຼາຍ ເຊັ່ນ ນັກກິລາ ຫຼື ຄົນທີ່ອອກກຳລັງກາຍ.

 

  • ໂອວັນຕິນ ມີເອັກທຣີມມອນທີ່ອັດແໜ້ນໄປດ້ວຍວິຕາມິນ ແລະ ແຮ່ທາດຫຼາຍຊະນິດ ເຊັ່ນ ວິຕາມິນບີ 12, ທາດເຫຼັກ, ແຄນຊຽມ ຊຶ່ງຊ່ວຍບຳລຸງສະໝອງແລະຮ່າງກາຍ.

 

ຖ້າຕ້ອງການພະລັງງານ ໄປອອກກຳລັງກາຍຫຼືເຮັດກິດຈະກຳໜັກໆ, ໄມໂລ ຈະເໝາະກວ່າ. ແຕ່ຖ້າຕ້ອງການເສີມສານອາຫານໃຫ້ຄົບຖ້ວນໃນແຕ່ລະວັນ, ໂອວັນຕິນ ຈະຕອບໂຈດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 18 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,483
21,759
thailand (1)
THB
672.65
683.41
european-union
EUR
24,437
24,926
china
CNY
2,953
3,012
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (59)
ປະສົບການຈາກສະໜາມຊ້ອມຮົບຮ່ວມ ລາວ-ຣັດເຊຍ "ລາໂຣສ-2025”
pele - 2025-09-18T152050.693
ປິດໂຄງການສ້າງແຜນກິດຈະກໍາ ພັດທະນາຊົນນະບົດ ຢູ່ພາກເໜືອ-ພາກກາງ
jane (57)
ພ້ອມແລ້ວບໍ່ກັບເປີດໂປຣແກຣມພຣີເມຍລີກ ນັດທີ່ 5 ລິເວີພູ-ແມນຢູ ມີຄິວດວນແມັດໃຫຍ່
pele - 2025-09-18T140901.630
ປິດການແຂ່ງຂັນກິລາບານເຕະລີກ 2 ແຂວງເຊກອງ ປະຈໍາປີ 2025
jane (57)
ການພົບປະການນຳຂັ້ນສູງ ລາວ-ຈີນ ໄດ້ເພີ່ມ ກຳລັງແຮງເຂົ້າໃນການສ້າງ ຄູ່ຮ່ວມຊາຕາກໍາລາວ-ຈີນ
jane (56)
ທະນາຄານກາງສະຫະລັດອາເມລິກາ ຫລື Fed ຫລຸດດອກເບ້ຍ 0.25% ເປັນ 4.00% - 4.25% ສົ່ງສັນຍານບວກຕໍ່ຕະຫລາດຫຸ້ນ ແລະ ລາຄາຄຳ
pele - 2025-09-18T132308.874
ຄະນະຄຸ້ມຄອງດ່ານສາກົນນໍ້າເຫືອງມອບເຄື່ອງໃຫ້ທະຫານທີ່ປະຈໍາປ່ອມແນວໜ້າ
jane (55)
ແຂວງຄໍາມ່ວນ ໃຊ້ມາດຕະການເດັດຂາດ ຕໍ່ຜູ້ທີ່ຈອດລົດຊະຊາຍຕາມແຄມທາງ ແລະ ພື້ນທີ່ຫ້າມຈອດ
jane (54)
ປະຊາຊົນສ່ອງແສງ! ຢາກໃຫ້ແກ້ໄຂປະຕູທາງຂຶ້ນຂົວຂ້າມທາງ
jane (53)
ພໍ່ແມ່ຍຸກໃໝ່ຄວນອ່ານ ຊ່ວຍລູກໃນຊ່ວງໄວລຸ້ນຮັບມືກັບຄວາມກັງວົນ ແລະ ຄວາມກົດດັນ
ຢ່າລື່ມກົດຕິດຕາມ