site cov (15)
ລັດຖະບານທະຫານມຽນມາໂຈມຕີທາງອາກາດ, ບໍ່ສົນຢຸດຍິງ ກູ້ໄພແຜ່ນດິນໄຫວ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 April, 2025
ໝວດ: ຂ່າວ

ມຽນມາປະເຊີນກັບແຜ່ນດິນໄຫວຂະໜາດ 7.7 ແມກນິຈູດ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດກວ່າ 3,000 ຄົນ ລັດຖະບານທະຫານໄດ້ປະກາດຢຸດຍິງ 20 ວັນຈົນເຖິງວັນທີ 22 ເມສາ 2025

 

ການປະກາດຢຸດຍິງດັ່ງກ່າວມີຂຶ້ນກ່ອນທີ່ມິນ ອອງ ໄຫຼ່ ຜູ້ນຳກອງທັບມຽນມາ ຈະເດີນທາງມາຢ້ຽມຢາມປະເທດໄທເພື່ອຮ່ວມປະຊຸມສຸດຍອດ BIMSTEC ລະດັບພູມິພາກ 7 ປະເທດ ຫຼັງຈາກທີ່ຈີນຮຽກຮ້ອງໃຫ້ລັດຖະບານທະຫານມຽນມາຮັບຮອງຄວາມປອດໄພຂອງເຈົ້າໜ້າທີ່ກູ້ໄພ ແລະ ສິ່ງຂອງບັນເທົາທຸກແຜ່ນດິນໄຫວ

 

ການຮຽກຮ້ອງຂອງຈີນເກີດຂຶ້ນຫຼັງຈາກທີ່ກອງກຳລັງຂອງລັດຖະບານໂຈມຕີຂະບວນລົດກາຊາດຂອງຈີນໃນລັດສານທາງຕອນເໜືອມຽນມາ

 

ກອງທັບເອກະລາດຄະຊິ່ນ (KIA) ຕອບໂຕ້ຕໍ່ຄຳປະກາດຢຸດຍິງຂອງຄະນະທະຫານເມື່ອວັນທີ 2 ເມສາ ໂດຍປະກາດຢຸດຍິງຈົນເຖິງວັນທີ 20 ເມສາ ໂດຍຍົກເວັ້ນການດຳເນີນການປ້ອງກັນ

 

ແຕ່ການປະທະລະຫວ່າງ KIA ແລະ ລັດຖະບານຍັງຄົງດຳເນີນຕໍ່ໄປໃນເມືອງວຽງໝໍ່ໃກ້ກັບເມືອງມິດຈີນາ ເມືອງຫຼວງຂອງລັດຄະຊິ່ນ ເມື່ອເຊົ້າວັນພະຫັດ ລັດຖະບານຍັງໂຈມຕີທາງອາກາດໃນເມືອງພະໂມ ທີ່ຢູ່ພາຍໃຕ້ການຄວບຄຸມຂອງ KIA ແລະເມືອງອິນດອວ໌ ແລະ ໂຮມາລິນໃນເຂດສະກາຍ ທາງຕອນເໜືອອີກດ້ວຍ

 

ພົນ.ທ.ກຸນ ມອວ໌ ຮອງຜູ້ບັນຊາການກອງທັບ KIA ໂພສຕ໌ແຜນທີ່ສົງຄາມບົນເຟສບຸກ ໃນມື້ນີ້ (4 ເມສາ) ໂດຍລະບຸວ່າ ລັດຖະບານໄດ້ເປີດສາກໂຈມຕີຖານທີ່ໝັ້ນຂອງກອງທັບ KIA ໃນເມືອງວຽງໝໍ່ ຫຼັງຈາກເຮັດການໂຈມຕີທາງອາກາດເມື່ອວັນພຸດ (2 ເມສາ)

 

ສື່ຂອງລັດຄະຊິ່ນລາຍງານໂດຍອ້າງຂໍ້ມູນຈາກປະຊາຊົນວ່າ ລັດຖະບານໄດ້ຍິງຖະຫຼົ່ມ ແລະ ໃຊ້ໂດຣນໂຈມຕີພື້ນທີ່ຂອງກອງທັບ KIA ໃນເມືອງວຽງໝໍ່

 

ເມື່ອເຊົ້າວານນີ້ (3 ເມສາ) ເຄື່ອງບິນ Y12 ຂອງທະຫານໄດ້ຖິ້ມລະເບີດ 30 ໜ່ວຍທີ່ເມືອງພະໂມ ແລະ ໄດ້ຖິ້ມລະເບີດ 45 ໜ່ວຍທີ່ເມືອງອິນດອວ໌ ໃນພູມິພາກສະກາຍ ເຊິ່ງພື້ນທີ່ສ່ວນໃຫຍ່ຢູ່ພາຍໃຕ້ການຄວບຄຸມຂອງ KIA ແລະ ພັນທະມິດ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 16 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,420
21,696
thailand (1)
THB
659.02
671.54
european-union
EUR
23,712
24,187
china
CNY
2,904
2,962
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (37)
ລະວັງນຳກັນ! ມະເຮັງປອດໄພງຽບໃກ້ໂຕທີ່ຄິດບໍ່ເຖິງ
site cover1 (11)
Anker ເອີ້ນຄືນ Powerbank ລຸ້ນ Powercore10000 ເນື່ອງຈາກມີຄວາມສ່ຽງຕໍ່ການເກີດໄຟໄໝ້
pele (34)
ຈະສົ່ງແຮງງານລາວ ໄປເຮັດວຽກການປະມົງ ທີ່ ສ ເກົາຫຼີ
site cover1 (10)
Google ປ່ອຍຟີເຈີສະຫຼຸບເນື້ອຫາ PDF ແລະ Google Forms
pele (32)
ມາເລເຊຍເປັນປະເທດກິຕິມະສັກຂອງງານວາງສະແດງປື້ມສາກົນປັກກິ່ງຄັ້ງທີ 31
pele (30)
ອິນເດຍ ເສຍຊີວິດ 7 ຄົນ ຫຼັງເຮລິຄອບເຕີຕົກ ຄັ້ງທີ 5 ໃນຮອບ 2 ເດືອນ
site cover1 (9)
Amazon ລົງທຶນ 400,000 ລ້ານບາດ ຍົກລະດັບສູນກາງຂໍ້ມູນ AI ໃນອອສເຕຣເລຍ
site cover1 (8)
ແຮກເກີແອບອ້າງຊື່ເຄື່ອງມື AI ທີ່ມີຊື່ສຽງຄື ChatGPT ປ່ອຍໂປຣແກຣມຕິດຕັ້ງປອມທີ່ບັນຈຸມັນແວທຮ້າຍ
site cover1 (7)
ຫນີບໍ່ພົ້ນ! ພົບຊ່ອງໂຫວ່ຢູ່ປຼັກອິນ Wishlist ສຳລັບ WordPress ເຮັດໃຫ້ຫຼາຍເວັບໄຊທ໌ຢູ່ພາຍໃຕ້ຄວາມສ່ຽງ
site cover1 (6)
Rocky Linux 10 ທາງເລືອກສຳລັບ RHEL 10 ເຂົ້າສູ່ສະຖານະ GA ແລ້ວ
ຢ່າລື່ມກົດຕິດຕາມ