site cov (21)
ພາຍຸ-ນ້ຳຖ້ວມຮຸນແຮງໃນສະຫະລັດອາເມລິກາ ເສຍຊີວິດແລ້ວ 16 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 April, 2025
ໝວດ: ຂ່າວ

ພາຍຸທີ່ພັດຜ່ານພື້ນທີ່ຕັ້ງແຕ່ລັດອາກັນຊໍ ໄປຈົນເຖິງລັດໂອໄຮໂອໃນສະຫະລັດອາເມລິກາ ໄດ້ສ້າງຄວາມເສຍຫາຍໃຫ້ອາຄານຫຼາຍແຫ່ງ, ເກີດນ້ຳຖ້ວມເທິງຖະໜົນ, ແລະ ເຮັດໃຫ້ເກີດພາຍຸທໍນາໂດຫຼາຍສິບລູກ ໃນຊ່ວງບໍ່ເທົ່າໃດວັນທີ່ຜ່ານມາ.

 

ໂດຍລັດທີ່ໄດ້ຮັບຄວາມເສຍຫາຍຫຼາຍທີ່ສຸດຄືລັດເທເນສຊີ, ຊຶ່ງເຈົ້າໜ້າທີ່ລາຍງານວ່າ ມີປະຊາຊົນເສຍຊີວິດໃນລັດເທເນສຊີ 10 ຄົນ ແລະ ມີຄົນເສຍຊີວິດອີກ 2 ຄົນ ຈາກນ້ຳຖ້ວມໃນລັດເຄນຕັກກີ.

 

 

ໃນຈຳນວນນີ້ເປັນເດັກຄົນໜຶ່ງທີ່ຖືກນ້ຳຖ້ວມພັດໄຫຼໄປຕາມກະແສນ້ຳ ແລະ ຍັງມີຜູ້ເສຍຊີວິດໃນລັດອື່ນໆ ລວມແລ້ວທັງໝົດ 16 ຄົນ.

 

ຄວາມເສຍຫາຍທີ່ເກີດຂຶ້ນໃນຫຼາຍໆລັດ ຈາກພາຍຸ ແລະ ນ້ຳຖ້ວມໄດ້ຂະຫຍາຍວົງກວ້າງ, ບໍ່ວ່າຈະເປັນເຮືອນຊານຂອງປະຊາຊົນທີ່ພັງເສຍຫາຍ, ຕົ້ນໄມ້ທີ່ຫັກໂຄ່ນລົງມາ, ເສົາໄຟຟ້າທີ່ລົ້ມລົງ, ແລະລົດຍົນທີ່ຖືກພາຍຸພັດຈົນລົດພິກຄວ່ຳ.

 

ຊຶ່ງທາງກົມອຸຕຸນິຍົມວິທະຍາຂອງສະຫະລັດອາເມລິກາ ທີ່ດູແລພື້ນທີ່ພາກກາງຝັ່ງຕາເວັນອອກ ໄດ້ອອກຄຳເຕືອນວ່າອາດຈະເກີດນ້ຳຖ້ວມສັບພະລັນໃນຫຼາຍພື້ນທີ່, ຊຶ່ງເປັນໄພຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.

 

ໂດຍຂະນະນີ້, ໃນຫຼາຍພື້ນທີ່ມີນ້ຳຖ້ວມສູງທຳລາຍສະຖິຕິ. ທາງການຂໍໃຫ້ປະຊາຊົນໃນພື້ນທີ່ທີ່ເກີດນ້ຳຖ້ວມງົດການເດີນທາງໃນຊ່ວງນີ້ ແລະ ຫາກພົບຖະໜົນທີ່ມີນ້ຳຖ້ວມ, ຢ່າພະຍາຍາມຂັບລົດຝ່ານ້ຳຖ້ວມ ເພາະອາດເຮັດໃຫ້ລົດດັບ ແລະ ເປັນອັນຕະລາຍໄດ້.

 

 

ພາຍຸ ແລະ ນ້ຳຖ້ວມຍັງເຮັດໃຫ້ປະຊາຊົນກວ່າ 100,000 ຄົນ ໃນລັດອາກັນຊໍ ແລະ ເທເນສຊີ ບໍ່ມີໄຟຟ້າໃຊ້, ຊຶ່ງນັກວິທະຍາສາດຄາດວ່າພາວະໂລກຮ້ອນ ເຮັດໃຫ້ເກີດພາຍຸທີ່ຮຸນແຮງຫຼາຍຂຶ້ນ ແລະ ເກີດຂຶ້ນເລື້ອຍໆ. ຊຶ່ງເມື່ອປີທີ່ຜ່ານມາ ສະຫະລັດອາເມລິກາ ກໍເຈີກັບອາກາດທີ່ຮ້ອນທຳລາຍສະຖິຕິ ແລະ ພາຍຸເຮີຣິເຄນແລະທໍນາໂດຫຼາຍລູກ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
VP LANDSCAPE COVER
ເກີດຫຍັງຂຶ້ນພາຍໃນສະໝອງຂອງເດັກນ້ອຍ?ໂຄງການບຸກເບີກກຳລັງພະຍາຍາມຄົ້ນຫາ
Copy of site cover (2)
Microsoft 365 ແມ່ນຫຍັງ ອັບເດດຟັງຊັ່ນໃໝ່ໃນການໃຊ້ງານ [2025]
ເຮລິຄອບເຕີຕົກໃນນິວຢອກ ນັກທ່ອງທ່ຽວເສຍຊີວິດໝົດຄອບຄົວ
Copy of site cover (1)
ຜີແດງ ພາດໂອກາດ ຖືກລີຢົງຕີສະເໝີທ້າຍເກມ
site cov (53)
ສະກຸນເງິນດິຈິຕອລຢວນ' ປ່ຽນແປງໂລກ! ທ້າທາຍເງິນໂດລາ ເຊື່ອມຕໍ່ 10 ປະເທດອາຊຽນ
site cov (52)
"ທຣຳ" ຍອມພັກພາສີ ປະເທດທີ່ຈະບໍ່ຕອບໂຕ້ສະຫະລັດ 90ມື້ ຍົກເວັ້ນຈີນຂຶ້ນພາສີທັນທີ 125 %
VP LANDSCAPE COVER (18)
ສານເຄມີອັນຕະລາຍໃນອາຫານທະເລ ຢູ່ຕະຫຼາດຫຼາຍແຫ່ງໃນແຂວງບໍ່ແກ້ວ.
site cov (51)
5 ຂໍ້ຄວນຮູ້ກ່ອນກິນ "ຖົ່ວລຽນ" ເພາະຖ້າກິນແບບບໍ່ລະວັງ ສ່ຽງເສຍຊີວິດ!
VP LANDSCAPE COVER (17)
ກອງທັບລາວສິ້ນສຸດພາລະກິດຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວໃນມຽນມາ
VP LANDSCAPE COVER (16)
ແຂວງວຽງຈັນຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 900,000 ຄົນໃນໄຕມາດທຳອິດຂອງປີ 2025
ຢ່າລື່ມກົດຕິດຕາມ