site cov (26)
ນັກວິໄຈພົບວ່າ "ສານໃຫ້ຄວາມຫວານແທນນ້ຳຕານ" ກະຕຸ້ນໃຫ້ຢາກອາຫານຫຼາຍຂຶ້ນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 April, 2025

ນັກວິໄຈເລີ່ມພົບຫຼັກຖານຫຼາຍຂຶ້ນເລື້ອຍໆ ກ່ຽວກັບຜົນຈາກການດື່ມນ້ຳອັດລົມແບບໄດເອັດ ທີ່ມັກໃຊ້ສານໃຫ້ຄວາມຫວານແທນນ້ຳຕານ ກັບປະສິດທິພາບໃນການຫຼຸດນ້ຳໜັກ, ຫຼັງຈາກທີ່ກ່ອນໜ້ານີ້ ອົງການອະນາໄມໂລກໄດ້ອອກຄຳເຕືອນກ່ຽວກັບແອສປາແຕມ ຊຶ່ງເປັນສານໃຫ້ຄວາມຫວານທົດແທນນ້ຳຕານຊະນິດໜຶ່ງ ວ່າອາດກໍ່ມະເຮັງໃນມະນຸດ.

 

ການສຶກສາໃໝ່ຫຼ້າສຸດ ສຶກສາການບໍລິໂພກສານໃຫ້ຄວາມຫວານທຽມອີກປະເພດ ທີ່ຊື່ວ່າ “ຊູຄຣາໂລສ” ໃນປະລິມານທີ່ຫຼາຍເກີນໄປ.

 

ແທນທີ່ສະໝອງຈະສົ່ງສັນຍານໃຫ້ກິນໜ້ອຍລົງ, ຊູຄຣາໂລສກັບກະຕຸ້ນໃຫ້ເກີດຄວາມຢາກອາຫານເພີ່ມຂຶ້ນ ຊຶ່ງບໍ່ເປັນຜົນດີຕໍ່ການຄວບຄຸມນ້ຳໜັກໃນໄລຍະຍາວ.

 

ຊູຄຣາໂລສ ໃນນ້ຳອັດລົມແບບໄດເອັດ

 

ຊູຄຣາໂລສ ເປັນສານທີ່ໃຫ້ຄວາມຫວານແທນນ້ຳຕານທີ່ມີລົດຊາດຄ້າຍນ້ຳຕານຫຼາຍທີ່ສຸດ ແຕ່ມີຄວາມຫວານສູງຫຼາຍ, ຫວານກວ່ານ້ຳຕານປົກກະຕິທົ່ວໄປເຖິງ 600 ເທົ່າ.

 

ເມື່ອທຽບລະດັບຄວາມຫວານດຽວກັນກັບນ້ຳຕານຈຶ່ງມີລາຄາທີ່ຕ່ຳກວ່າ, ສາມາດໃຊ້ຫຼຸດຕົ້ນທຶນຜະລິດຕະພັນໄດ້, ອີກທັງຍັງມີລົດຊາດທີ່ຄ້າຍຄືກັບນ້ຳຕານຊາຍ, ເຮັດໃຫ້ຜູ້ບໍລິໂພກມີຄວາມຄຸ້ນເຄີຍຫຼາຍກວ່າ.

 

ຊູຄຣາໂລສ ສາມາດພົບໄດ້ໃນເຄື່ອງດື່ມທີ່ໂຄສະນາວ່ານ້ຳຕານ 0 ເປີເຊັນ ຫຼື ເຄື່ອງດື່ມນ້ຳອັດລົມປະເພດໄດເອັດ ທີ່ມັກໂຄສະນາວ່າແຄລໍລີຕ່ຳ ເໝາະສຳລັບຄົນທີ່ຕ້ອງການຫຼຸດນ້ຳໜັກ.

 

ນັກວິໄຈກ່າວວ່າ ຜູ້ທີ່ດື່ມນ້ຳທີ່ມີສ່ວນປະສົມຂອງຊູຄຣາໂລສ ພົບວ່າ ຈະມີຄວາມຢາກອາຫານເພີ່ມຂຶ້ນເກືອບ 20% ເມື່ອທຽບກັບການດື່ມນ້ຳທີ່ມີນ້ຳຕານຊາຍ.

 

ເຖິງສານໃຫ້ຄວາມຫວານທີ່ມີແຄລໍລີຕ່ຳ ຫຼື ບໍ່ມີແຄລໍລີ ເຊັ່ນ: ຊູຄຣາໂລສ ໄດ້ຮັບການແນະນຳໂດຍຜູ້ຊ່ຽວຊານດ້ານການດູແລສຸຂະພາບ, ຜູ້ຊ່ຽວຊານດ້ານຄວາມປອດໄພຂອງອາຫານ ແລະ ອົງກອນສຸຂະພາບທີ່ໜ້າເຊື່ອຖື ສຳລັບການຈັດການໂລກເບົາຫວານ ແລະ ນ້ຳໜັກ ໂດຍອີງຈາກງານວິໄຈທາງວິທະຍາສາດທີ່ເຊື່ອຖືໄດ້, ແຕ່ການບໍລິໂພກຕໍ່ເນື່ອງ ແລະ ໃນປະລິມານຫຼາຍເກີນໄປ ບໍ່ສົ່ງຜົນດີຕໍ່ສຸຂະພາບໃນໄລຍະຍາວ, ຍິ່ງກັບຄົນທີ່ຕ້ອງຄວບຄຸມນ້ຳໜັກ.

 

ງານວິໄຈຄົ້ນພົບຫຍັງ

 

ການສຶກສາໃໝ່ຊຶ່ງຕີພິມເມື່ອວັນພຸດໃນວາລະສານ Nature Metabolism ໄດ້ຂໍໃຫ້ຜູ້ເຂົ້າຮ່ວມ 75 ຄົນບໍລິໂພກເຄື່ອງດື່ມແຕກຕ່າງກັນ 3 ປະເພດ ໄດ້ແກ່: ນ້ຳດື່ມ, ນ້ຳທີ່ໃສ່ນ້ຳຕານຊາຍ (ຊູໂຄຣສ) ແລະ ນ້ຳທີ່ໃສ່ຊູຄຣາໂລສ.

 

ນັກວິໄຈພົບວ່າ ຄວາມແຕກຕ່າງຂອງປະເພດສານໃຫ້ຄວາມຫວານໃນເຄື່ອງດື່ມ ສົ່ງຜົນຕໍ່ສະໝອງຕ່າງກັນ ໂດຍເຄື່ອງດື່ມທີ່ມີຊູຄຣາໂລສເພີ່ມຄວາມຮູ້ສຶກຫິວຂຶ້ນປະມານ 17% ແລະ ສົ່ງຜົນຕໍ່ສະໝອງທີ່ມີຜົນຕໍ່ການຕັດສິນໃຈ.

 

ການທົດສອບເລືອດສະແດງໃຫ້ເຫັນວ່າຊູຄຣາໂລສບໍ່ມີຜົນຕໍ່ຮໍໂມນທີ່ສະໝອງໃຊ້ບອກເມື່ອເຮົາຮູ້ສຶກອີ່ມ ແລະ ບໍ່ຫິວອີກຕໍ່ໄປ.

 

ຫຼື ເວົ້າງ່າຍວ່າ ຊູຄຣາໂລສ ບໍ່ຕອບສະໜອງຕໍ່ຮໍໂມນທີ່ສັ່ງໃຫ້ເຮົາຮູ້ສຶກອີ່ມ ຈຶ່ງມີໂອກາດທີ່ເຮົາຈະກິນອາຫານໄດ້ຫຼາຍຂຶ້ນ.

 

ແລ້ວແນວທາງທີ່ດີຕໍ່ສຸຂະພາບ ຄືຫຍັງ?

 

ນັກວິໄຈແນະນຳວ່າ ເຊັ່ນດຽວກັນກັບທີ່ຫຼາຍຄົນໄດ້ຫຼຸດການໃຊ້ເກືອ, ກໍສາມາດຫຼຸດການໃຊ້ສານໃຫ້ຄວາມຫວານໄດ້, ຊຶ່ງເປັນໜຶ່ງໃນການຝຶກຕ່ອມຮັບລົດໃຫ້ຕ້ອງການຄວາມຫວານໜ້ອຍລົງ.

 

ຕ່ອມຮັບລົດຈະຕອບສະໜອງໂດຍພົບວ່າອາຫານລົດຫວານທີ່ເຄີຍແຊບກັບກາຍເປັນຫວານຈົນລ້ຽນ, ຫຼືໃນກໍລະນີຂອງໂຊດຽມ ຈະຮູ້ສຶກວ່າເຄັມເກີນໄປ.

 

ເລືອກຜະລິດຕະພັນທີ່ບໍ່ມີສານໃຫ້ຄວາມຫວານ ເປັນໄປໄດ້ທີ່ຈະຫຼຸດການບໍລິໂພກນ້ຳຕານ ຫຼື ສານໃຫ້ຄວາມຫວານປະຈຳວັນລົງ.

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
VP LANDSCAPE COVER
ເກີດຫຍັງຂຶ້ນພາຍໃນສະໝອງຂອງເດັກນ້ອຍ?ໂຄງການບຸກເບີກກຳລັງພະຍາຍາມຄົ້ນຫາ
Copy of site cover (2)
Microsoft 365 ແມ່ນຫຍັງ ອັບເດດຟັງຊັ່ນໃໝ່ໃນການໃຊ້ງານ [2025]
ເຮລິຄອບເຕີຕົກໃນນິວຢອກ ນັກທ່ອງທ່ຽວເສຍຊີວິດໝົດຄອບຄົວ
Copy of site cover (1)
ຜີແດງ ພາດໂອກາດ ຖືກລີຢົງຕີສະເໝີທ້າຍເກມ
site cov (53)
ສະກຸນເງິນດິຈິຕອລຢວນ' ປ່ຽນແປງໂລກ! ທ້າທາຍເງິນໂດລາ ເຊື່ອມຕໍ່ 10 ປະເທດອາຊຽນ
site cov (52)
"ທຣຳ" ຍອມພັກພາສີ ປະເທດທີ່ຈະບໍ່ຕອບໂຕ້ສະຫະລັດ 90ມື້ ຍົກເວັ້ນຈີນຂຶ້ນພາສີທັນທີ 125 %
VP LANDSCAPE COVER (18)
ສານເຄມີອັນຕະລາຍໃນອາຫານທະເລ ຢູ່ຕະຫຼາດຫຼາຍແຫ່ງໃນແຂວງບໍ່ແກ້ວ.
site cov (51)
5 ຂໍ້ຄວນຮູ້ກ່ອນກິນ "ຖົ່ວລຽນ" ເພາະຖ້າກິນແບບບໍ່ລະວັງ ສ່ຽງເສຍຊີວິດ!
VP LANDSCAPE COVER (17)
ກອງທັບລາວສິ້ນສຸດພາລະກິດຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວໃນມຽນມາ
VP LANDSCAPE COVER (16)
ແຂວງວຽງຈັນຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 900,000 ຄົນໃນໄຕມາດທຳອິດຂອງປີ 2025
ຢ່າລື່ມກົດຕິດຕາມ