site cov (28)
ເຮລິຄອບເຕີພະຍາບານຍີ່ປຸ່ນ ຕົກໃນທະເລ ດັບ 3 ສົບ ຊ່ວຍໄດ້ 3 ຄົນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 8 April, 2025
ໝວດ: ຂ່າວ

ເຮລິຄອບເຕີພະຍາບານຂອງຍີ່ປຸ່ນຕົກໃນທະເລທາງຕາເວັນຕົກສຽງໃຕ້ຂອງປະເທດ ເຮັດໃຫ້ມີຜູ້ເສຍຊີວິດ 3 ສົບ ຄົນໄຂ້ທີ່ເດີນທາງໄປນຳກໍບໍ່ລອດຊີວິດ

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ເຮລິຄອບເຕີຂົນສົ່ງທາງການແພດລຳໜຶ່ງ ເຊິ່ງກຳລັງພາຄົນເຈັບ 1 ຄົນໄປໂຮງໝໍ ຕົກໃນທະເລທາງຕາເວັນຕົກສຽງໃຕ້ຂອງປະເທດຍີ່ປຸ່ນ ເມື່ອວັນອາທິດທີ 6 ເມສາ 2025 ທີ່ຜ່ານມາ ສົ່ງຜົນໃຫ້ຜູ້ທີ່ຢູ່ເທິງເຄື່ອງເສຍຊີວິດ 3 ສົບ ຂະນະທີ່ອີກ 3 ຄົນໄດ້ຮັບຄວາມຊ່ວຍເຫຼືອ

 

ເຮລິຄອບເຕີພະຍາບານຈົມຢູ່ໃຕ້ຜິວທະເລ (ພາບຈາກ AP / THE 7TH REGIONAL JAPAN COAST GUARD HEADQUARTERS)

 

ໜ່ວຍຍາມຝັ່ງສົ່ງເຄື່ອງບິນ 2 ລຳກັບເຮືອອີກ 3 ລຳອອກປະຕິບັດພາລະກິດຄົ້ນຫາ ແລະ ສາມາດຊ່ວຍເຫຼືອ ທ່ານຮິໂຣຊິ ຮາມາດະ ນັກບິນອາຍຸ 66 ປີ, ທ່ານຄາຊຸໂຕະ ໂນຊິທາເກະ ຊ່າງເຄື່ອງ ແລະ ນ.ສ.ຊາກຸລະ ຄຸນິທາເກະ ພະຍາບານຍິງໄວ 28 ປີ ໄດ້ສຳເລັດໃນຊ່ວງເຊົ້າຂອງວັນເກີດເຫດ

 

ພວກເຂົາຖືກພົບລອຍ ຢູ່ໃນທະເລໂດຍເກາະອຸປະກອນຊູຊີບລອຍນ້ຳເອົາໄວ້ ໃກ້ກັບເຮລິຄອບເຕີທີ່ຈົມຢູ່ໃຕ້ຜິວທະເລ ທັງ 3 ຄົນຢູ່ໃນພາວະອຸນຫະພູມຮ່າງກາຍຫຼຸດຕ່ຳ ແຕ່ຍັງມີສະຕິ

 

(ພາບຈາກ AP / THE 7TH REGIONAL JAPAN COAST GUARD HEADQUARTERS)

 

ຫຼັງຈາກນັ້ນ ເຈົ້າໜ້າທີ່ຈຶ່ງສາມາດເກັບກູ້ຮ່າງຂອງທ່ານເຄອິ ອາລາຄາວະ ແພດໄວ 34 ປີ, ນ.ສ.ມິຕຊຶກິ ໂມໂຕອິຊິ ຄົນໄຂ້ອາຍຸ 86 ປີ ແລະ ທ່ານຄາຊຸໂຢຊິ ໂມໂຕອິຊິ ໄວ 68 ປີ ຜູ້ດູແລຄົນໄຂ້ລາຍນີ້ ໂດຍຫົວໃຈຂອງພວກລາວຢຸດເຕັ້ນ ແລະ ໄດ້ຮັບການຢືນຢັນວ່າເສຍຊີວິດແລ້ວໃນເວລາຕໍ່ມາ

 

ທັງນີ້ ຕາມການເປີດເຜີຍຂອງສື່ຍີ່ປຸ່ນ ເຮລິຄອບເຕີພະຍາບານລຳນີ້ກຳລັງເດີນທາງຈາກສະໜາມບິນສຶຊິມະ ໃນຈັງຫວັດນາງາຊາກິ ໄປຍັງໂຮງໝໍໃນເມືອງຟຸກຸໂອກະ ກ່ອນຈະຕົກໃນທະເລ ໂດຍສາເຫດທີ່ເຮັດເຄື່ອງຕົກກຳລັງຢູ່ລະຫວ່າງການສືບສວນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 12 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
672.49
683.25
european-union
EUR
24,142
24,626
china
CNY
2,932
2,990
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (28)
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ
site cover1 - 2025-09-12T150055.112
ຍອດຜູ້ເສຍຊີວິດຈາກການປະທ້ວງເພີ່ມຂຶ້ນເປັນ 51 ສົບ ກະກຽມຕັ້ງອະດີດປະທານສານສູງສຸດເປັນນາຍົກລັດຖະມົນຕີຮັກສາການ
pele - 2025-09-12T152403.926
ຜູ້ຂັບລົດເສຍຊີວິດຄາທີ່ຈາກອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່
jane (26)
ກວດເຊັກດວງຊ່ວງນີ້ ດາວອັງຄານຍ້າຍ 45 ວັນ ກະທົບ 3 ລັກຄະນາລາສີ ແລະ ເຄັດລັບເສີມດວງ
jane (26)
ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ
site cover1 - 2025-09-12T143754.205
ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (25)
ເຄັດລັບຄວາມງາມຂອງເຈົ້າຍິງ ແລະ ລາຊິນີໃນອະດີດສູ່ປັດຈຸບັນ ທີ່ເຈົ້າກໍ່ສາມາດປະຕິບັດຕາມໄດ້!
site cover1 - 2025-09-12T104940.223
ກະຊວງການເງິນ ເຂັ້ມງວດ ປະເມີນຜົນງານຜູ້ບໍລິຫານ ເພີ່ມປະສິດທິພາບ ວິສາຫະກິດ ລັດລົງທຶນ
site cover1 - 2025-09-12T095041.995
Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5
pele - 2025-09-12T090623.571
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຢ່າລື່ມກົດຕິດຕາມ