site cov (29)
ເກົາຫຼີໃຕ້ກຳນົດຈັດເລືອກຕັ້ງ ປະທານນາທິບໍດີ ຄົນໃໝ່ 3 ມິຖຸນາ 2025 ນີ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 8 April, 2025
ໝວດ: ຂ່າວ

ລັດຖະບານເກົາຫຼີໃຕ້ກຳນົດວັນເລືອກຕັ້ງປະທານາທິບໍດີຢ່າງເປັນທາງການ ໃນວັນທີ 3 ມິຖຸນານີ້ ຫຼັງຈາກການປົດ ອະດີດປະທານາທິບໍດີຢຸນ ຊອກ ຢອລ ພົ້ນຕຳແໜ່ງເມື່ອອາທິດທີ່ແລ້ວ

 

ອະດີດປະທານາທິບໍດີຢຸນ ຊອກ ຢອລ

 

ການປະກາດດັ່ງກ່າວມີຂຶ້ນໃນການປະຊຸມຄະນະລັດຖະມົນຕີ 4ມື້ ຫຼັງຈາກທີ່ສານລັດຖະທຳມະນູນມີມະຕິຮັບຮອງການຖອດຖອນທ່ານຢຸນຈາກຕຳແໜ່ງ.

 

ເນື່ອງຈາກການປະກາດກົດໄອຍະການເສິກໃນເດືອນທັນວາທີ່ຜ່ານມາ.

 

ທ່ານຢຸນຖືກສານລັດຖະທຳມະນູນປົດອອກຈາກຕຳແໜ່ງ ເນື່ອງຈາກລະເມີດໜ້າທີ່ລາຊະການດ້ວຍການປະກາດກົດໄອຍະການເສິກເມື່ອວັນທີ 3 ທັນວາ ແລະ ລະດົມກຳລັງທະຫານເພື່ອພະຍາຍາມຢຸດຢັ້ງການດຳເນີນການຂອງລັດຖະສະພາ

 

ເກົາຫຼີໃຕ້ປະເຊີນກັບຄວາມວຸ້ນວາຍທາງການເມືອງມາຫຼາຍເດືອນນັບຕັ້ງແຕ່ທີ່ຢຸນສ້າງຄວາມແຕກຕື່ນ ດ້ວຍການປະກາດກົດໄອຍະການເສິກ

 

ສົ່ງຜົນໃຫ້ລັດຖະສະພາຕ້ອງລົງມະຕິຖອດຖອນເຂົາອອກຈາກຕຳແໜ່ງ ແລະ ນາຍົກລັດຖະມົນຕີຮັນ ດັອກຊູ ເຊິ່ງຮັກສາການກໍຖືກຖອດຖອນອອກຈາກຕຳແໜ່ງເຊັ່ນກັນ, ພາຍຫຼັງສານລັດຖະທຳມະນູນໄດ້ພິກຄຳຕັດສິນຖອດຖອນທ່ານຮັນ ແລະ ລາວຈະດຳລົງຕຳແໜ່ງຮັກສາການປະທານາທິບໍດີຕໍ່ໄປຈົນກວ່າຈະມີການເລືອກຕັ້ງ

 

ພາວະສຸນຍາກາດທາງອຳນາດໃນລັດຖະບານສູງສຸດຂອງເກົາຫຼີໃຕ້ ກໍ່ໃຫ້ເກົາຫຼີໃຕ້ ປະເຊີນອຸປະສັກທີ່ຈະຈັດການກັບລັດຖະບານຂອງປະທານາທິບໍດີໂດນັລ ທຣຳແຫ່ງສະຫະລັດ ໃນຊ່ວງທີ່ສະຫະລັດ ດຳເນີນນະໂຍບາຍພາສີຕອບໂຕ້ ແລະ ການເຕີບໂຕທີ່ຊະລໍຕົວຂອງເກົາຫຼີໃຕ້ ທີ່ມີຂະໜາດເສດຖະກິດທີ່ໃຫຍ່ເປັນອັນດັບສີ່ຂອງອາຊີ

 

ພາຍໃຕ້ລັດຖະທຳມະນູນ ເກົາຫຼີໃຕ້ຈະຕ້ອງຈັດໃຫ້ມີການເລືອກຕັ້ງໃໝ່ພາຍໃນ 60 ວັນຫຼັງຈາກທີ່ຕຳແໜ່ງປະທານາທິບໍດີວ່າງລົງ ລັດຖະບານຍັງກຳນົດໃຫ້ວັນທີ 3 ມິຖຸນາ ເປັນວັນພັກລາຊະການຊົ່ວຄາວ

 

ຄະນະກຳມະການການເລືອກຕັ້ງແຫ່ງຊາດໄດ້ເລີ່ມລົງທະບຽນຜູ້ສະໝັກລ່ວງໜ້າບໍ່ນານຫຼັງຈາກທີ່ສານລັດຖະທຳມະນູນປົດຢຸນເມື່ອວັນທີ 4 ເມສາ ໂດຍຜູ້ສະໝັກຈະຕ້ອງລົງທະບຽນພາຍໃນວັນທີ 11 ພຶດສະພາ ແລະ ຊ່ວງຫາສຽງຢ່າງເປັນທາງການຈະເລີ່ມໃນວັນທີ 12 ພຶດສະພາ

 

ກົດໝາຍຍັງກຳນົດໃຫ້ຂ້າລາຊະການທີ່ລົງສະໝັກຮັບເລືອກຕັ້ງປະທານາທິບໍດີຕ້ອງລາອອກຢ່າງໜ້ອຍ 30 ວັນກ່ອນການເລືອກຕັ້ງ ໂດຍກຳນົດເສັ້ນຕາຍໃນວັນທີ 4 ພຶດສະພາ ແລະ ປະທານາທິບໍດີຄົນໃໝ່ຈະເຂົ້າຮັບຕຳແໜ່ງທັນທີຫຼັງການເລືອກຕັ້ງໂດຍບໍ່ຕ້ອງຈັດຕັ້ງທີມເຈົ້າໜ້າທີ່ໃໝ່

 

ທັງນີ້ ໃນຊ່ວງທີ່ອະດີດປະທານາທິບໍດີພັກ ກຶນເຮ ຖືກປົດອອກຈາກຕຳແໜ່ງໃນວັນທີ 10 ມີນາ 2017 ການເລືອກຕັ້ງລ່ວງໜ້າກໍຈັດຂຶ້ນອີກຄັ້ງຕົງກັບວັນທີ 9 ພຶດສະພາ ຫຼືອີກ 60 ວັນຖັດມາ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 14 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,535
21,812
thailand (1)
THB
660.13
672.01
european-union
EUR
23,996
24,476
china
CNY
2,931
2,989
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-14T154524.753
3 ກອງທັບຊ້ອມກອບກູ້ໄພພິບັດກອງທັບກຳປູເຈຍ-ລາວ-ຫວຽດນາມຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກ
pele - 2025-10-14T152722.978
ກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ
jane - 2025-10-14T145253.821
ສິ່ງທີ່ຄວນຮູ້ໃຊ້ໄດ້ຈິງໃນຊ່ວງທີ່ຝົນຕົກ ແລະ ພາຍຸເຂົ້າແບບນີ້ ມາເບິ່ງວິທີລອດຊີວິດເມື່ອເກີດພະຍຸຝົນຟ້າຄະນອງ ມີຟ້າຜ່າ
jane - 2025-10-14T144602.971
ເພີ່ມທະວີປຸກຈິດສຳນຶກ ຊາວໜຸ່ມ-ເຍົາວະຊົນ ເຫັນໄດ້ ເຖິງພິດໄພ-ຜົນຮ້າຍຂອງສິ່ງເສບຕິດ ດ້ວຍຫລາຍຮູບການ
pele - 2025-10-14T115952.620
ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ
jane - 2025-10-14T104257.431
ແຂວງວຽງຈັນມີແຈ້ງການ ໃຫ້ໂຈະບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ວັນທີ 14-17 ຕຸລາ 2025
pele - 2025-10-14T101955.044
ແຈ້ງການມອດໄຟ ວັນທີ15/10/2025
jane - 2025-10-14T101748.494
ລາຍງານເຫດການເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງປະຈໍາວັນທີ 13 -14 ຕຸລາ 2025
jane - 2025-10-14T094131.337
ສະແດງທົດລອງ ຄັ້ງທີ 2 ການເດີນຂະບວນສວນສະໜາມ ສະຫຼອງວັນຊາດຄົບຮອບ 50 ປີ.
jane - 2025-10-14T091820.873
ສະພາບອາກາດປະຈໍາເຊົ້າວັນທີ 14 ຕຸລາ 2025
ຢ່າລື່ມກົດຕິດຕາມ