site cov (37)
"ທຣຳ" ຢືນຢັນ ເກັບພາສີ "ຈີນ" 104% ຫຼັງບໍ່ຍອມຖອຍ ເຍີ້ຍຈີນຄິດຜິດມະຫັນ ບໍ່ມີແຕ້ມຕໍ່
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 April, 2025
ໝວດ: ຂ່າວ

ເຈົ້າໜ້າທີ່ທຳນຽບຂາວຢືນຢັນວ່າ ສະຫະລັດຈະເກັບພາສີສຸນລະກາກອນ 104% ຕໍ່ສິນຄ້ານຳເຂົ້າຈາກຈີນໃນວັນພຸດທີ 9 ເມສາ ເວລາ 00.01 ນ. ຕາມເວລາສະຫະລັດ ຫຼື ຕົງກັບເວລາ 11.01 ນ. ຕາມເວລາປະເທດລາວ

 

ດ້ານທ່ານສະກັອດ ເບສເຊັນ ລັດຖະມົນຕີຄັງສະຫະລັດ ກ່າວວ່າ ຈີນກຳລັງເຮັດຜິດພາດຄັ້ງໃຫຍ່ດ້ວຍການຄິດຕອບໂຕ້ສະຫະລັດ ຂະນະທີ່ຈີນເປັນຝ່າຍເສຍປຽບໃນການທຳສົງຄາມການຄ້າກັບສະຫະລັດ

 

“ຂ້ອຍຄິດວ່າການຕອບໂຕ້ຂອງຈີນຖືເປັນການເຮັດຜິດພາດຄັ້ງໃຫຍ່ ເພາະພວກເຂົາກຳລັງຖືໄພ 2 ໃບໃນມືທີ່ມີແຕ່ໃບລະ 2 ແຕ້ມ”

 

“ພວກເຮົາຈະເສຍຫາຍຫຍັງຈາກການທີ່ຈີນຂຶ້ນພາສີ-ອາກອນກັບພວກເຮົາ ເພາະພວກເຮົາສົ່ງອອກໄປຍັງຈີນພຽງ 1 ໃນ 5 ເມື່ອທຽບກັບທີ່ພວກເຂົາສົ່ງອອກມາຍັງພວກເຮົາ ດັ່ງນັ້ນພວກເຂົາກຳລັງຫຼິ້ນໄພໃນເກມທີ່ຈະຖືກກິນລວບ” ທ່ານເບສເຊັນກ່າວຕໍ່ສຳນັກຂ່າວ CNBC

 

ທັງນີ້, ຈີນປະກາດເກັບພາສີ 34% ຕໍ່ສິນຄ້ານຳເຂົ້າທັງໝົດທີ່ມາຈາກສະຫະລັດ ໂດຍເລີ່ມມີຜົນຕັ້ງແຕ່ວັນທີ 10 ເມສາ ເພື່ອຕອບໂຕ້ຕໍ່ການທີ່ປະທານາທິບໍດີໂດນັລດ໌ ທຣຳເກັບພາສີ-ອາກອນຕອບໂຕ້ (reciprocal tariff) ໃນອັດຕາ 34% ຕໍ່ສິນຄ້າທີ່ນຳເຂົ້າຈາກຈີນ ຊຶ່ງເມື່ອລວມກັບມາດຕະການເກັບພາສີທີ່ສະຫະລັດບັງຄັບໃຊ້ກັບຈີນທີ່ລະດັບ 20% ຈະເຮັດໃຫ້ຈີນຕ້ອງປະເຊີນກັບອັດຕາພາສີລວມຈາກສະຫະລັດສູງເຖິງ 54%

 

ນອກຈາກນີ້, ປທນ.ທຣຳໃຫ້ເວລາລັດຖະບານຈີນຈົນເຖິງວັນນີ້ (8 ເມສາ) ໃນການຍົກເລີກມາດຕະການເກັບພາສີ 34% ດັ່ງກ່າວຕໍ່ສິນຄ້ານຳເຂົ້າຈາກສະຫະລັດ ບໍ່ດັ່ງນັ້ນ, ຈີນຈະຖືກສະຫະລັດເກັບພາສີເພີ່ມເຕີມອີກ 50% ຊຶ່ງຈະເຮັດໃຫ້ຈີນຖືກເກັບພາສີລວມຈາກສະຫະລັດສູງເຖິງ 104%

 

ເຖິງຢ່າງໃດກໍ່ຕາມ, ຫຼ້າສຸດຈີນຢືນຢັນວ່າຈະຕໍ່ສູ້ຈົນເຖິງທີ່ສຸດ ແລະ ຈີນຈະບໍ່ຍົກເລີກການເກັບພາສີ 34% ຕໍ່ສິນຄ້ານຳເຂົ້າຈາກສະຫະລັດແຕ່ຢ່າງໃດ

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 6 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,445
21,721
thailand (1)
THB
661.11
671.29
european-union
EUR
23,780
24,256
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-13T150324.859
ອົງການກາແດງແຫ່ງຊາດລາວ ມອບເຄື່ອງກອງນ້ຳໃຫ້ກອງພັນ 418 ເມືອງ ວຽງພູຄາ
pele - 2025-08-13T142630.446
ສື່ມວນຊົນຮ່ວມເກັບກຳຂ່າວ ສົ່ງເສີມວຽກງານສຸຂະພາບຈະເລີນພັນ ຢູ່ຫຼວງພະບາງ
site cover1 (77)
ສື່ມວນຊົນ ຕ້ອງຕື່ນຕົວໃນການນຳໃຊ້ ເຕັກໂນໂລຊີ ຢ່າງມີຈັນຍາບັນ ປ້ອງກັນການ ແຜ່ຂະຫຍາຍຂອງຂ່າວປອມ
site cover1 - 1
ນອນເກີນ 9 ຊົ່ວໂມງເປັນປະຈຳ ອາດຈະເສຍຊີວິດໄວກວ່າການນອນໜ້ອຍເຖິງ 34%
site cover1 (75)
Microsoft ເປີດໃຫ້ທົດສອບ Windows 365 Reserve ບໍລິການ Cloud PC ສໍາລັບກໍລະນີສຸກເສີນ
site cover1 (74)
ຝຶກອົບຮົມກຳມະການຕັດສິນກຽມໃສ່ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຈະເປີດສາກຂື້ນ 16 ສິງຫາ 2025
site cover1 (73)
ບໍລິສັດຊິບຍັກໃຫຍ່ Nvidia ແລະ AMD ຈະຈ່າຍ 15% ຂອງລາຍຮັບຈາກຈີນໃຫ້ສະຫະລັດ
site cover1 (72)
NASA ປະກາດເລັ່ງສ້າງເຕົາປະຕິກອນນິວເຄຍ ເທິງຟື້ນຜິວດາວຈັນໃຫ້ສຳເລັດພາຍໃນປີ 2030
_cover - 2025-08-11T144325.607
ບົດວິໄຈເຕືອນ! ເດັກນ້ອຍທີ່ມີໂທລະສັບມືຖືກ່ອນອາຍຸ 13 ປີ ມີຄວາມສ່ຽງຕໍ່ບັນຫາສຸຂະພາບຈິດໃນອະນາຄົດ
_cover - 2025-08-11T134642.698
ປະຊາຊົນກາຊາຖືກສິ່ງຂອງຊ່ວຍເຫຼືອທີ່ສົ່ງມາທາງອາກາດ ຕົກທັບເສຍຊີວິດຢ່າງໜ້ອຍ 23 ຄົນ
ຢ່າລື່ມກົດຕິດຕາມ