site cov (38)
'ທຣຳ' ຂູ່ ບໍລິສັດຊິບໄຕ້ຫວັນ TSMC ຈະຖືກເກັບພາສີສູງສຸດ 100% ຖ້າຫາກບໍ່ຕັ້ງໂຮງງານຜະລິດໃນສະຫະລັດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 April, 2025
ໝວດ: ຂ່າວ

ປະທານາທິບໍດີ ໂດນັລດ໌ ທຣຳ ແຫ່ງສະຫະລັດຯ ລະບຸວານນີ້ (8 ເມສາ) ວ່າ ຕົນໄດ້ແຈ້ງໄປຍັງບໍລິສັດ ໄຕ້ຫວັນ ເຊມິຄອນດັກເຕີ ແມນູແຟກເຈີຣິງ ຄອມພະນີ (TSMC) ແລ້ວວ່າ ພວກເຂົາອາດຖືກເກັບພາສີສຸນສູງສຸດເຖິງ 100% ຫາກບໍ່ເຂົ້າໄປຕັ້ງໂຮງງານຜະລິດຊິບໃນສະຫະລັດຯ ຊຶ່ງທາງ TSMC ເອງກໍຮັບປາກແລ້ວວ່າຈະເຮັດ

 

 

ລະຫວ່າງກ່າວປາຖະກະຖາໃນອີເວັນຊຶ່ງຈັດໂດຍຄະນະກຳມະການແຫ່ງຊາດຂອງພັກຣີພັບລິກັນ, ທຣຳ ໄດ້ວິພາກວິຈານລັດຖະບານອະດີດປະທານາທິບໍດີ ໂຈ ໄບເດັນ ວ່າໄປໃຫ້ງົບອຸດໜູນ TSMC ເຖິງ 6,600 ລ້ານໂດລາ ເພື່ອໃຫ້ຕັ້ງໂຮງງານຜະລິດເຊມິຄອນດັກເຕີທີ່ເມືອງຟີນິກຊ໌ ລັດແອຣິໂຊນາ ໂດຍ ທຣຳ ຊີ້ວ່າການຈ່າຍເງິນໃຫ້ກັບບໍລິສັດເຊມິຄອນດັກເຕີເຫຼົ່ານີ້ “ບໍ່ຈຳເປັນ”

 

“ກັບ TSMC ຂ້ອຍບໍ່ໃຫ້ເງິນພວກເຂົາຈັກໂດລາ ຂ້ອຍກໍພຽງບອກວ່າ ຖ້າພວກເຈົ້າບໍ່ມາຕັ້ງໂຮງງານທີ່ນີ້ ເຈົ້າຈະຕ້ອງຈ່າຍພາສີມະຫາສານ” ທຣຳ ກ່າວ

 

ຫຼ້າສຸດທາງ TSMC ເອງຍັງບໍ່ອອກມາສະແດງຄວາມຄິດເຫັນໃນເລື່ອງນີ້

 

ເມື່ອເດືອນ ມີນາ ທີ່ຜ່ານມາ TSMC ຊຶ່ງເປັນຜູ້ຜະລິດຊິບລາຍໃຫຍ່ທີ່ສຸດໃນໂລກໄດ້ແຖລງທີ່ທຳນຽບຂາວວ່າ ບໍລິສັດມີແຜນຈະລົງທຶນໃນສະຫະລັດຯ ເພີ່ມອີກ 100,000 ລ້ານໂດລາ ເພື່ອສ້າງໂຮງງານຊິບອີກ 5 ແຫ່ງພາຍໃນບໍ່ເທົ່າໃດປີຂ້າງໜ້ານີ້

 

ຣອຍເຕີລາຍງານເມື່ອວັນອັງຄານ (8) ວ່າ TSMC ອາດຕ້ອງຍອມເສຍຄ່າປັບເຖິງ 1,000 ລ້ານໂດລາ ຫຼື ຫຼາຍກວ່ານັ້ນ ເພື່ອທີ່ຈະຍຸຕິຂະບວນການສອບສວນຖານລະເມີດກົດໝາຍຄວບຄຸມສົ່ງອອກຂອງສະຫະລັດຯ ຈາກກໍລະນີທີ່ຊິບຂອງ TSMC ໄປປະກົດຢູ່ໃນລະບົບປະມວນຜົນເອໄອຂອງ ຫົວເວ່ຍ ເທັກໂນໂລຢີ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 14 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,535
21,812
thailand (1)
THB
660.13
672.01
european-union
EUR
23,996
24,476
china
CNY
2,931
2,989
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-14T154524.753
3 ກອງທັບຊ້ອມກອບກູ້ໄພພິບັດກອງທັບກຳປູເຈຍ-ລາວ-ຫວຽດນາມຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກ
pele - 2025-10-14T152722.978
ກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ
jane - 2025-10-14T145253.821
ສິ່ງທີ່ຄວນຮູ້ໃຊ້ໄດ້ຈິງໃນຊ່ວງທີ່ຝົນຕົກ ແລະ ພາຍຸເຂົ້າແບບນີ້ ມາເບິ່ງວິທີລອດຊີວິດເມື່ອເກີດພະຍຸຝົນຟ້າຄະນອງ ມີຟ້າຜ່າ
jane - 2025-10-14T144602.971
ເພີ່ມທະວີປຸກຈິດສຳນຶກ ຊາວໜຸ່ມ-ເຍົາວະຊົນ ເຫັນໄດ້ ເຖິງພິດໄພ-ຜົນຮ້າຍຂອງສິ່ງເສບຕິດ ດ້ວຍຫລາຍຮູບການ
pele - 2025-10-14T115952.620
ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ
jane - 2025-10-14T104257.431
ແຂວງວຽງຈັນມີແຈ້ງການ ໃຫ້ໂຈະບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ວັນທີ 14-17 ຕຸລາ 2025
pele - 2025-10-14T101955.044
ແຈ້ງການມອດໄຟ ວັນທີ15/10/2025
jane - 2025-10-14T101748.494
ລາຍງານເຫດການເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງປະຈໍາວັນທີ 13 -14 ຕຸລາ 2025
jane - 2025-10-14T094131.337
ສະແດງທົດລອງ ຄັ້ງທີ 2 ການເດີນຂະບວນສວນສະໜາມ ສະຫຼອງວັນຊາດຄົບຮອບ 50 ປີ.
jane - 2025-10-14T091820.873
ສະພາບອາກາດປະຈໍາເຊົ້າວັນທີ 14 ຕຸລາ 2025
ຢ່າລື່ມກົດຕິດຕາມ