site cov (40)
ສະຖານທູດອາເມລິກາໃນໄທ ອອກຖະແຫຼງການຈັບຕາ ໄທດຳເນີນຄະດີ ມ. 112 "ພໍລ ແຊມເບີສ"
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 April, 2025
ໝວດ: ຂ່າວ

ສະຫະລັດ ອອກຖະແຫຼງການສະແດງຄວາມກັງວົນຕໍ່ການຈັບກຸມ “ພໍລ ແຊມເບີສ” ນັກວິຊາການຊາວອາເມລິກັນໃນໄທດ້ວຍຂໍ້ຫາ ມ.112 ແລະ ພ.ລ.ບ.ຄອມຯ ຮຽກຮ້ອງເຄົາລົບເສລີພາບໃນການສະແດງອອກ

 

ສະຫະລັດອາເມລິກາອອກຖະແຫຼງການສະແດງຄວາມຕົກໃຈຕໍ່ກໍລະນີການຈັບກຸມ ດຣ. ພໍລ ເວສລີຢ໌ ແຊມເບີສ ນັກວິຊາການຊາວອາເມລິກາ ແລະ ອາຈານມະຫາວິທະຍາໄລນະເຣສວອນ ໃນຂໍ້ຫາຕາມປະມວນກົດໝາຍອາຍາ ມາດຕາ 112 ແລະ ພະລາດຊະບັນຍັດວ່າດ້ວຍການກະທຳຄວາມຜິດກ່ຽວກັບຄອມພິວເຕີ ໂດຍລະບຸວ່າ

 

“ກຳລັງຕິດຕາມສະຖານະການນີ້ຢ່າງໃກ້ຊິດ” ພ້ອມຮຽກຮ້ອງໃຫ້ທາງການໄທເຄົາລົບເສລີພາບໃນການສະແດງອອກ ແລະ ຮັບປະກັນວ່າກົດໝາຍຈະບໍ່ຖືກນຳມາໃຊ້ເພື່ອຈຳກັດສິດດັ່ງກ່າວ

 

 

ແທມມີ່ ບຣູຊ ໂຄສົກກະຊວງການຕ່າງປະເທດສະຫະລັດຯ ລະບຸໃນແຖລງການເມື່ອວັນທີ 8 ເມສາ 2568 ວ່າ

 

“ສະຫະລັດອາເມລິກາຮູ້ສຶກຕົກໃຈຕໍ່ການຈັບກຸມນາຍພໍລ ແຊມເບີສ ພົນລະເມືອງອາເມລິກັນໃນປະເທດໄທ ດ້ວຍຂໍ້ຫາຄວາມຜິດທາງອາຍາຖານໝິ່ນພະບໍລົມເດຊານຸພາບ ແລະ ພ.ລ.ບ.ຄອມພິວເຕີ”

 

ພ້ອມຢືນຢັນວ່າລັດຖະບານສະຫະລັດຯ ໃຫ້ຄວາມສຳຄັນກັບການຊ່ວຍເຫຼືອພົນລະເມືອງຂອງຕົນໃນຕ່າງປະເທດຢ່າງຈິງຈັງ ແລະ ໄດ້ຕິດຕໍ່ກັບທາງການໄທກ່ຽວກັບກໍລະນີນີ້ແລ້ວ

 

ຖະແຫຼງການດັ່ງກ່າວຍັງເນັ້ນຢ້ຳເຖິງຄວາມກັງວົນທີ່ມີມາຢ່າງຕໍ່ເນື່ອງຂອງລັດຖະບານສະຫະລັດຯ ກ່ຽວກັບການໃຊ້ກົດໝາຍໝິ່ນພະບໍລົມເດຊານຸພາບໃນປະເທດໄທ ໂດຍສະຫະລັດຯ ລະບຸວ່າ

 

ຕ້ອງການໃຫ້ລັດຖະບານໄທຮັບຮອງວ່າ ການບັງຄັບໃຊ້ກົດໝາຍຈະບໍ່ຖືກນຳໄປໃຊ້ເພື່ອປິດກັ້ນເສລີພາບໃນການສະແດງອອກທີ່ໄດ້ຮັບການຄຸ້ມຄອງ ພ້ອມຮຽກຮ້ອງໃຫ້ມີການປະຕິບັດຢ່າງເປັນທຳຕໍ່ ດຣ.ພໍລ ແຊມເບີສ ແລະ ໃຫ້ຄວາມຊ່ວຍເຫຼືອທາງກົງສຸນຢ່າງເຕັມທີ່

 

“ໃນຖານະພັນທະມິດຂອງປະເທດໄທຕາມສົນທິສັນຍາ ພວກເຮົາຈະຕິດຕາມປະເດັນນີ້ຢ່າງໃກ້ຊິດ ແລະ ສະໜັບສະໜູນໃຫ້ມີການປະຕິບັດຢ່າງເປັນທຳຕໍ່ນາຍພໍລ ແຊມເບີສ” ແທມມີ່ ບຣູຊ ກ່າວ

 

ຂະນະດຽວກັນ, ເຈົ້າໜ້າທີ່ກົງສຸນຂອງສະຖານເອກອັກຄະລາດຊະທູດສະຫະລັດຯ ໃນກຸງເທບມະຫານະຄອນກໍໄດ້ເຂົ້າໃຫ້ຄວາມຊ່ວຍເຫຼືອຢ່າງເໝາະສົມແລ້ວ ແລະ ໄດ້ຮ້ອງຂໍເຂົ້າພົບ ດຣ.ພໍລ ແຊມເບີສ ເພື່ອໃຫ້ແນ່ໃຈເຖິງສະພາບຄວາມເປັນຢູ່ທີ່ດີ ແລະ ສາມາດໃຫ້ການສະໜັບສະໜູນເພີ່ມເຕີມຕາມຄວາມຈຳເປັນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 14 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,535
21,812
thailand (1)
THB
660.13
672.01
european-union
EUR
23,996
24,476
china
CNY
2,931
2,989
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-14T154524.753
3 ກອງທັບຊ້ອມກອບກູ້ໄພພິບັດກອງທັບກຳປູເຈຍ-ລາວ-ຫວຽດນາມຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກ
pele - 2025-10-14T152722.978
ກອງປະຊຸມສໍາມະນາກ່ຽວກັບລະບົບປັນຍາປະດິດລາວ
jane - 2025-10-14T145253.821
ສິ່ງທີ່ຄວນຮູ້ໃຊ້ໄດ້ຈິງໃນຊ່ວງທີ່ຝົນຕົກ ແລະ ພາຍຸເຂົ້າແບບນີ້ ມາເບິ່ງວິທີລອດຊີວິດເມື່ອເກີດພະຍຸຝົນຟ້າຄະນອງ ມີຟ້າຜ່າ
jane - 2025-10-14T144602.971
ເພີ່ມທະວີປຸກຈິດສຳນຶກ ຊາວໜຸ່ມ-ເຍົາວະຊົນ ເຫັນໄດ້ ເຖິງພິດໄພ-ຜົນຮ້າຍຂອງສິ່ງເສບຕິດ ດ້ວຍຫລາຍຮູບການ
pele - 2025-10-14T115952.620
ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ
jane - 2025-10-14T104257.431
ແຂວງວຽງຈັນມີແຈ້ງການ ໃຫ້ໂຈະບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ວັນທີ 14-17 ຕຸລາ 2025
pele - 2025-10-14T101955.044
ແຈ້ງການມອດໄຟ ວັນທີ15/10/2025
jane - 2025-10-14T101748.494
ລາຍງານເຫດການເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງປະຈໍາວັນທີ 13 -14 ຕຸລາ 2025
jane - 2025-10-14T094131.337
ສະແດງທົດລອງ ຄັ້ງທີ 2 ການເດີນຂະບວນສວນສະໜາມ ສະຫຼອງວັນຊາດຄົບຮອບ 50 ປີ.
jane - 2025-10-14T091820.873
ສະພາບອາກາດປະຈໍາເຊົ້າວັນທີ 14 ຕຸລາ 2025
ຢ່າລື່ມກົດຕິດຕາມ