site cov (43)
ຈີນຂູ່ແບນໜັງຮໍລີວູດ ຕອບໂຕ້ທຣຳຂຶ້ນພາສີ 104% ລາມວົງການບັນເທີງໂລກ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 9 April, 2025
ໝວດ: ຂ່າວ

ຈີນອາດແບນໜັງຮໍລີວູດຕອບໂຕ້ທຣຳຂຶ້ນພາສີນຳເຂົ້າສູງເຖິງ 104% ກະທົບໜັກ ວົງການບັນເທີງສະຫະລັດ ທ່າມກາງສົງຄາມການຄ້າທະວີຄວາມຮຸນແຮງອີກຄັ້ງ

 

ທ່າມກາງກະແສຄວາມຕຶງຄຽດໃນສົງຄາມການຄ້າລະຫວ່າງສະຫະລັດອາເມລິກາ ແລະ ຈີນທີ່ກຳລັງທະວີຄວາມຮຸນແຮງຂຶ້ນອີກຄັ້ງ, ປະເດັນຮ້ອນທີ່ຖືກຈັບຕາໃນອາທິດນີ້ ຄືຄວາມເປັນໄປໄດ້ທີ່ຈີນອາດໃຊ້ມາດຕະການຕອບໂຕ້ດ້ວຍການ “ແບນຫນັງຮໍລີວູດ” ຊຶ່ງຈະເປັນການຍົກລະດັບຂໍ້ພິພາດທາງການຄ້າໄປສູ່ແນວໜ້າດ້ານວັດທະນະທຳ ແລະ ຄວາມບັນເທີງ

 

ຕົ້ນຕໍຂອງກະແສດັ່ງກ່າວເລີ່ມຕົ້ນຈາກການເປີດເຜີຍໂດຍບລັອກເກີຊາວຈີນຜູ້ຊົງອິດທິພົນສອງລາຍ ໄດ້ແກ່: ຫຼິວ ຫົງ ບັນນາທິການອາວຸໂສຂອງສຳນັກຂ່າວຊິນຫົວ ແລະ ‘ປະທານກະຕ່າຍ’ ຫຼື ເຫີຣິນ ອີ້ ຫຼານຊາຍຂອງອະດີດຜູ້ນຳພັກຄອມມິວນິສແຫ່ງແຂວງກວາງຕຸ້ງ,

 

ທັງສອງລາຍໄດ້ໂພສຂໍ້ຄວາມລົງໂຊຊຽວເມື່ອວັນອັງຄານທີ່ຜ່ານມາ ເປີດເຜີຍຊຸດມາດຕະການຕອບໂຕ້ທີ່ລັດຖະບານຈີນກຳລັງພິຈາລະນາຢ່າງໃກ້ຊິດ ໜຶ່ງໃນນັ້ນຄືການຈຳກັດ ຫຼື ລະງັບການນຳເຂົ້າຮູບເງົາຈາກສະຫະລັດຯ ລວມເຖິງການເພີ່ມພາສີສິນຄ້າກະສິກຳ ແລະ ບໍລິການຈາກອາເມລິກາ

 

ສັນຍານຕອບໂຕ້ຂອງຈີນມີຂຶ້ນຫຼັງຈາກທີ່ ປະທານາທິບໍດີໂດນັລດ໌ ທຣຳ ປະກາດຂຶ້ນພາສີນຳເຂົ້າສິນຄ້າຈາກຈີນເປັນຢ່າງໜ້ອຍ 104% ໂດຍເລີ່ມມີຜົນໃນວັນທີ 9 ເມສາ 2025 ຫາກຈີນບໍ່ຖອນມາດຕະການພາສີຕອບໂຕ້ທີ່ກາກໍປະກາດໄປກ່ອນໜ້ານີ້ 34% ທຣຳຍັງລະບຸຊັດເຈນຜ່ານໂພສໃນ Truth Social ວ່າຫາກຈີນບໍ່ຍອມຖອຍ ສະຫະລັດຯ ຈະຍຸຕິການເຈລະຈາໃນທຸກມິຕິທັນທີ

 

ກະຊວງການຄ້າຂອງຈີນຖະແຫຼງຕອບໂຕ້ທັນທີ ເມື່ອວັນອັງຄານ ໂດຍວິຈານວ່າການຂົ່ມຂູ່ດ້ວຍພາສີເພີ່ມເຕີມຂອງສະຫະລັດຯ ເປັນ “ຄວາມຜິດພາດຊ້ຳຊ້ອນ” ພ້ອມຢ້ຳວ່າຈີນຈະບໍ່ຍອມອ່ອນຂໍ້ ແລະ “ຈະສູ້ຈົນເຖິງທີ່ສຸດ”

 

ໃນປະເດັນເລື່ອງການແບນຮູບເງົາຮໍລີວູດ, ໂຄສົກກະຊວງການຕ່າງປະເທດຂອງຈີນ ຫຼິນ ເຈີ້ຍນ ກ່າວວ່າ “ພວກເຮົາບໍ່ໃຫ້ຄວາມເຫັນຕໍ່ຄຳເວົ້າເທິງໂລກອອນລາຍ ແຕ່ຈຸດຢືນຂອງຈີນຊັດເຈນ ຈີນຈະດຳເນີນມາດຕະການຢ່າງໝັ້ນຄົງເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງພວກເຮົາຢ່າງຖືກຕ້ອງຕາມກົດໝາຍ”

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 6 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,445
21,721
thailand (1)
THB
661.11
671.29
european-union
EUR
23,780
24,256
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-08-13T150324.859
ອົງການກາແດງແຫ່ງຊາດລາວ ມອບເຄື່ອງກອງນ້ຳໃຫ້ກອງພັນ 418 ເມືອງ ວຽງພູຄາ
pele - 2025-08-13T142630.446
ສື່ມວນຊົນຮ່ວມເກັບກຳຂ່າວ ສົ່ງເສີມວຽກງານສຸຂະພາບຈະເລີນພັນ ຢູ່ຫຼວງພະບາງ
site cover1 (77)
ສື່ມວນຊົນ ຕ້ອງຕື່ນຕົວໃນການນຳໃຊ້ ເຕັກໂນໂລຊີ ຢ່າງມີຈັນຍາບັນ ປ້ອງກັນການ ແຜ່ຂະຫຍາຍຂອງຂ່າວປອມ
site cover1 - 1
ນອນເກີນ 9 ຊົ່ວໂມງເປັນປະຈຳ ອາດຈະເສຍຊີວິດໄວກວ່າການນອນໜ້ອຍເຖິງ 34%
site cover1 (75)
Microsoft ເປີດໃຫ້ທົດສອບ Windows 365 Reserve ບໍລິການ Cloud PC ສໍາລັບກໍລະນີສຸກເສີນ
site cover1 (74)
ຝຶກອົບຮົມກຳມະການຕັດສິນກຽມໃສ່ ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ຈະເປີດສາກຂື້ນ 16 ສິງຫາ 2025
site cover1 (73)
ບໍລິສັດຊິບຍັກໃຫຍ່ Nvidia ແລະ AMD ຈະຈ່າຍ 15% ຂອງລາຍຮັບຈາກຈີນໃຫ້ສະຫະລັດ
site cover1 (72)
NASA ປະກາດເລັ່ງສ້າງເຕົາປະຕິກອນນິວເຄຍ ເທິງຟື້ນຜິວດາວຈັນໃຫ້ສຳເລັດພາຍໃນປີ 2030
_cover - 2025-08-11T144325.607
ບົດວິໄຈເຕືອນ! ເດັກນ້ອຍທີ່ມີໂທລະສັບມືຖືກ່ອນອາຍຸ 13 ປີ ມີຄວາມສ່ຽງຕໍ່ບັນຫາສຸຂະພາບຈິດໃນອະນາຄົດ
_cover - 2025-08-11T134642.698
ປະຊາຊົນກາຊາຖືກສິ່ງຂອງຊ່ວຍເຫຼືອທີ່ສົ່ງມາທາງອາກາດ ຕົກທັບເສຍຊີວິດຢ່າງໜ້ອຍ 23 ຄົນ
ຢ່າລື່ມກົດຕິດຕາມ