
ໜ່ວຍງານຄວາມໝັ້ນຄົງດ້ານວິທະຍາສາດ ແລະ ເທັກໂນໂລຊີແຫ່ງຊາດ ຫຼື Home Team Science and Technology Agency (HTX) ຮ່ວມກັບມະຫາວິທະຍາໄລເທັກໂນໂລຊີນັນຢາງແຫ່ງສິງກະໂປ ແລະ ບໍລິສັດດ້ານວິສະວະກຳ Klass Engineering and Solutions ຮ່ວມກັນພັດທະນາ “ແມງສາບໄຊບ໋ອກກູ້ໄພ”
ໂດຍໃຊ້ເທັກໂນໂລຊີໃນການຄວບຄຸມການເຄື່ອນໄຫວດ້ວຍກະແສໄຟຟ້າອ່ອນໆ ຜ່ານອຸປະກອນອີເລັກໂທຣນິກ ແຜ່ນຊິບຂະໜາດເທົ່າຫົວໂປ້ມື ແລະ ກ້ອງອິນຟາເຣດຈະຖືກຕິດຕັ້ງບົນຫຼັງຂອງແມງສາບສາຍພັນ “ມາດາກັສກາ”
ຊຶ່ງກ່ອນໜ້ານີ້ສາມາດຄວບຄຸມແມງສາບໄດ້ຄັ້ງລະ 1 ໂຕ ແຕ່ການປະຕິບັດພາລະກິດກູ້ໄພຈາກແຜ່ນດິນໄຫວຈຳເປັນຕ້ອງໃຊ້ການຄວບຄຸມເປັນກຸ່ມເພື່ອເພີ່ມຄວາມວ່ອງໄວ ແລະ ປະສິດທິພາບໃນການຄົ້ນຫາ ແລະ ສຳຫຼວດພື້ນທີ່ ລວມເຖິງລະບຸຕຳແໜ່ງຂອງຜູ້ລອດຊີວິດ ເຮັດໃຫ້ມີການພັດທະນາເທັກໂນໂລຊີສຳລັບຄວບຄຸມການເຄື່ອນໄຫວຂອງແມງສາບເພີ່ມຂຶ້ນ ຈົນສາມາດຄວບຄຸມໄດ້ເຖິງ 20 ໂຕ,
ໃນເວລາດຽວກັນ ນອກຈາກນີ້ແມງສາບບາງໂຕຍັງສາມາດຊ່ວຍພິກໂຕໝູ່ໃນກຸ່ມຫາກພວກມັນຢູ່ໃນສະຖານະການຫງາຍຫຼັງຈົນບໍ່ສາມາດເຮັດຫຍັງໄດ້
ສຳລັບພາລະກິດກູ້ໄພໃນຄັ້ງນີ້ ໜ່ວຍປະຕິບັດການໄລອອນຮາດຂອງກອງກຳລັງປ້ອງກັນພົນລະເຮືອນສິງກະໂປ (SCDF) ໄດ້ລະດົມກຳລັງພົນ ຈຳນວນ 80 ນາຍ ພ້ອມໝາຄົ້ນຫາອີກ 4 ໂຕ,
ເຂົ້າຮ່ວມປະຕິບັດພາລະກິດການຄົ້ນຫາໃນຊາກອາຄານໂຮງໝໍຂະໜາດເທົ່າສອງສະໜາມບານເຕະ ແລະ ເສີມທັບດ້ວຍວິສະວະກອນຈາກໜ່ວຍງານຄວາມໝັ້ນຄົງດ້ານວິທະຍາສາດ ແລະ ເທັກໂນໂລຊີແຫ່ງຊາດຈຳນວນ 2 ຄົນ ແລະ ວິສະວະກອນຈາກບໍລິສັດ Klass Engineering and Solutions ຈຳນວນ 2 ຄົນ ພ້ອມຝູງແມງສາບໄຊບອກກູ້ໄພຈຳນວນ 10 ໂຕ ໂດຍໃຊ້ເວລາປະມານ 45 ນາທີໃນການປະຕິບັດພາລະກິດ
“ແມງສາບໄຊບອກກູ້ໄພ” ເປີດຕົວຄັ້ງທຳອິດໃນງານ Milipol Asia-Pacific and TechX Summit 2024 ແລະມີແຜນຈະນຳມາໃຊ້ງານໃນປີ 2026.
ເຖິງແມ່ນວ່າຈະຍັງຢູ່ໃນຂັ້ນຕອນການວິໄຈ ແລະ ພັດທະນາ ແຕ່ໄພພິບັດທີ່ເກີດຂຶ້ນໃນມຽນມາຜັກດັນໃຫ້ໜ່ວຍງານຄວາມໝັ້ນຄົງດ້ານວິທະຍາສາດ ແລະ ເທັກໂນໂລຊີແຫ່ງຊາດເລັ່ງພັດທະນາໃຫ້ໄວຂຶ້ນເພື່ອເສີມການເຮັດວຽກໃຫ້ກັບໜ່ວຍປະຕິບັດການໄລອອນຮາດຂອງກອງກຳລັງປ້ອງກັນພົນລະເຮືອນສິງກະໂປ ແມ່ນໃນການປະຕິບັດງານຈິງຈະເຈີປັນຫາຕິດຂັດທາງເທັກນິກ ແລະ ບໍ່ຮາບລື່ນໄປບ້າງ ແຕ່ນີ້ກໍເປັນຂໍ້ມູນທີ່ເປັນປະໂຫຍດຕໍ່ການພັດທະນາໃນອະນາຄົດ
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,545 | 21,822 |
THB | 661.91 | 673.16 |
EUR | 23,908 | 24,387 |
CNY | 2,945 | 3,004 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,780 |
![]() | 23,700 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,390,000 | 43,920,000 |
![]() | 41,910,000 | 43,029,000 |














