site cov (57)
ເທັກນິກ "ຫຼຸດນ້ຳໜັກຕາມກຸ່ມເລືອດ" ອາຫານ-ວິທີອອກກຳລັງກາຍ ແຕ່ລະກຸ່ມບໍ່ຄືກັນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 April, 2025
ນັກໂພຊະນາການ "ເກົາ ໝິ່ນໝິ່ນ" (Gao Minmin) ໄດ້ໂພສລົງ Instagram ແນະນຳແຜນການຫຼຸດນ້ຳໜັກທີ່ອອກແບບຕາມກຸ່ມເລືອດ 

ໂດຍອ້າງອີງຈາກງານຄົ້ນຄວ້າຂອງແພດທຳມະຊາດບຳບັດຊາວອາເມລິກາ Peter J. D'Adamo ເຊິ່ງລະບຸວ່າ ການປັບອາຫານແລະການອອກກຳລັງກາຍໃຫ້ເໝາະກັບກຸ່ມເລືອດແຕ່ລະແບບ ຈະຊ່ວຍຫຼຸດໄຂມັນໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ

ສຳລັບຜູ້ທີ່ມີກຸ່ມເລືອດ A

 

ແນະນຳໃຫ້ເນັ້ນກິນຜັກ, ໝາກໄມ້ ແລະ ໂປຣຕີນຈາກພືດ ເນື່ອງຈາກຄົນກຸ່ມນີ້ມີລະດັບຮໍໂມນຄອຣ໌ຕິຊອລ (ຮໍໂມນຄວາມກົດດັນ) ສູງ ເຮັດໃຫ້ສະສົມຄວາມກົດດັນໄດ້ງ່າຍ ຈຶ່ງຄວນອອກກຳລັງກາຍແບບຜ່ອນຄາຍ ເຊັ່ນ: ໂຍຄະ ຫຼື ຍືດກ້າມເນື້ອ ເພື່ອຊ່ວຍຜ່ອນຄາຍຈິດໃຈ

 

ສຳລັບກຸ່ມເລືອດ B

 

ຄົນກຸ່ມນີ້ມີພູມຄຸ້ມກັນ ແລະ ລະບົບຍ່ອຍອາຫານທີ່ດີ ສາມາດຍ່ອຍຊີ້ນສັດ ແລະ ໂປຣຕີນໄດ້ດີ ແຕ່ຖ້າກິນແປ້ງ ຫຼື ສາລີຫຼາຍເກີນໄປຈະເຮັດໃຫ້ລະບົບເຜົາຜານຕ່ຳລົງ ແລະ ສະສົມໄຂມັນງ່າຍ ຈຶ່ງຄວນເນັ້ນການອອກກຳລັງກາຍແບບຄາຣ໌ດິໂອ ເພື່ອເພີ່ມການເຜົາຜານ

 

ສຳລັບກຸ່ມເລືອດ AB

 

ແນະນຳໃຫ້ເລືອກອາຫານແບບປະສົມລະຫວ່າງກຸ່ມ A ແລະ B ເຊັ່ນ: ຜັກ, ໝາກໄມ້, ອາຫານທະເລ ແລະ ຜະລິດຕະພັນຈາກຖົ່ວ ຫຼີກລ່ຽງອາຫານລົດຈັດ ແລະ ອອກກຳລັງກາຍຄວນປະສົມທັງແບບເບົາ ແລະ ໜັກ ປັບຄວາມເຂັ້ມຂຸ້ນຕາມສະພາບຮ່າງກາຍ

 

ສຳລັບກຸ່ມເລືອດ O

 

ເໝາະກັບອາຫານທີ່ມີໂປຣຕີນສູງ ເຊັ່ນ: ຊີ້ນສັດ, ອາຫານທະເລ ແລະ ໄຂມັນດີຢ່າງໂອເມກ້າ-3 ຄວນຫຼຸດການບໍລິໂພກແປ້ງ ແລະ ອອກກຳລັງກາຍຄວນສະຫຼັບລະຫວ່າງເວທເທຣນນິ່ງກັບຄາຣ໌ດິໂອ ເພື່ອເພີ່ມມວນກ້າມເນື້ອແລະເຜົາຜານໄຂມັນ

 

ທ້າຍທີ່ສຸດ ເກົາ ໝິ່ນໝິ່ນ ເນັ້ນຢ້ຳວ່າ ບໍ່ວ່າທ່ານຈະມີກຸ່ມເລືອດໃດ ການຫຼຸດນ້ຳໜັກຕ້ອງອາໄສຄວາມສະໝ່ຳສະເໝີ ການອົດອາຫານຫຼາຍເກີນໄປອາດເຮັດໃຫ້ສູນເສຍມວນກ້າມເນື້ອ.

 

ຫວັງວ່າທຸກຄົນຈະສາມາດຄົ້ນຫາວິທີຫຼຸດນ້ຳໜັກທີ່ເໝາະກັບຕົນເອງ ແລະ ຮັກສາສຸຂະພາບຮ່າງກາຍໃຫ້ແຂງແຮງໄດ້ໃນໄລຍະຍາວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ