site cov (60)
ສີຈິ້ນຜິງ ເປີດແຜນຍຸດທະສາດ ເສີມສ້າງປະຊາຄົມຈີນ-ມາເລເຊຍທີ່ມີອະນາຄົດຮ່ວມກັນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 April, 2025
ໝວດ: ຂ່າວ

ປະທານາທິບໍດີ ສີ ຈິ້ນຜິງຂອງຈີນ ແລະ ນາຍົກລັດຖະມົນຕີອັນວາຣ໌ ອິບຣາຮິມຂອງມາເລເຊຍ ອອກແຖລງການຮ່ວມຍຸດທະສາດຄວາມຮ່ວມມືເພື່ອເສີມສ້າງປະຊາຄົມຈີນ-ມາເລເຊຍລະດັບສູງທີ່ມີອະນາຄົດຮ່ວມກັນ

 

 

ຫຼັງຈາກສຳເລັດການປຶກສາ-ຫາລືເມື່ອວານນີ້ ທີ່ຕຶກບ້ານພັກຢ່າງເປັນທາງການຂອງນາຍົກລັດຖະມົນຕີອັນວາຣ໌ໃນນະຄອນປຸຕຣາຈາຍາ ເນື່ອງໃນໂອກາດປະທານາທິບໍດີສີຢ້ຽມຢາມມາເລເຊຍ, ປະທານາທິບໍດີສີ ຈິ້ນຜິງຂອງຈີນ ແລະ ນາຍົກລັດຖະມົນຕີອັນວາຣ໌ ອິບຣາຮິມຂອງມາເລເຊຍ ໄດ້ອອກແຖລງການຮ່ວມຍຸດທະສາດຄວາມຮ່ວມມື.

 

ໃນການພົບປະຫາລືກັບນາຍົກລັດຖະມົນຕີອັນວາຣ໌, ປະທານາທິບໍດີສີໄດ້ກະຕຸ້ນການຈັບມືລະຫວ່າງຈີນກັບມາເລເຊຍເພື່ອຕໍ່ຕ້ານສິ່ງເຫຼົ່ານີ້ ຄື: ຄວາມພະຍາຍາມແຍກຫ່ວງໂສ້ອຸປະທານ (decoupling), ການທຳລາຍຫ່ວງໂສ້ອຸປະທານ, “ສະໜາມນ້ອຍແຕ່ຮົ້ວສູງ” (small yard with high fences) ແລະ ການເກັບພາສີ-ອາກອນຕາມອຳເພີໃຈ.

 

ໂອກາດນີ້, ປະທານາທິບໍດີໄດ້ຜັກດັນຂໍ້ສະເໜີຍຸດທະສາດດ້ານຄວາມຮ່ວມມື ເພື່ອເສີມສ້າງປະຊາຄົມຈີນ-ມາເລເຊຍໃນລະດັບສູງທີ່ມີອະນາຄົດຮ່ວມກັນ 3 ຂໍ້ ດັ່ງນີ້:

 

ຂໍ້ໜຶ່ງ

 

ຈີນແລະມາເລເຊຍຄວນປະສານມືກັນຕໍ່ໄປ ເພື່ອເດີນໜ້າພັດທະນາໄປໃນເສັ້ນທາງທີ່ເໝາະສົມກັບເງື່ອນໄຂຂອງຈີນ ແລະ  ມາເລເຊຍເອງ ແລະ ຮັກສາອະນາຄົດຂອງພວກເຮົາໃຫ້ຢູ່ໃນມືຂອງພວກເຮົາ.

 

ປະທານາທິບໍດີສີຂໍໃຫ້ 2 ປະເທດຈັດຕັ້ງກົນໄກການຫາລືແບບ “2+2” (“2+2” dialogue mechanism) ທັງດ້ານການທູດແລະການປ້ອງກັນປະເທດ.

 

ຂໍ້ສອງ

 

ຈີນແລະມາເລເຊຍຄວນຜະນຶກກຳລັງກັນໃນການພັດທະນາ ແລະ ເປັນຕົວຢ່າງຂອງຮູບແບບຄວາມຮ່ວມມືດ້ານການພັດທະນາທີ່ມີຄຸນນະພາບສູງ. ຈີນຍຶດໝັ້ນໃນການເດີນໜ້າສູ່ຄວາມທັນສະໄໝໃນທຸກດ້ານຜ່ານການພັດທະນາທີ່ມີຄຸນນະພາບສູງ ຊຶ່ງສອດຄ່ອງກັບ “ກອບເສດຖະກິດມາດານີແຫ່ງມາເລເຊຍ” (Malaysia’s Madani Economy framework).

 

ໃນດ້ານເສດຖະກິດລ້ຳສະໄໝ 2 ປະເທດຄວນຈັບມືກັນສ້າງການເຕີບໂຕໃນເສດຖະກິດລ້ຳສະໄໝເຊັ່ນ: ເສດຖະກິດດິຈິຕອລ, ເສດຖະກິດສີຂຽວ, ເສດຖະກິດສີນ້ຳເງິນ (blue economy) ແລະ ປັນຍາປະດິດ.

 

ຂະນະດຽວກັນ, ໃນດ້ານເສດຖະກິດດັ້ງເດີມ ຈີນແລະມາເລເຊຍຄວນຍົກລະດັບຄວາມຮ່ວມມືໃນເສດຖະກິດດັ້ງເດີມດ້ວຍການສົ່ງເສີມການລົງທຶນ 2 ທາງ, ຄວນກຽມພ້ອມລ່ວງໜ້າດ້ານການຄົມມະນາຄົມຂົນສົ່ງທາງທະເລແລະທາງລາງລະຫວ່າງ 2 ປະເທດ, ສົ່ງເສີມໂຄງການ “Two Countries, Twin Parks” ແລະ ຍົກລະດັບທ່າເຮືອສຳຄັນໆຂອງມາເລເຊຍ ເພື່ອໃຫ້ເປັນສູນກາງຂອງ “ລະບຽງການຄ້າເຊື່ອມທາງບົກກັບທາງທະເລສາຍໃໝ່” (New International Land-Sea Trade Corridor).

 

ຂໍ້ສາມ

 

ປະທານາທິບໍດີສີຮຽກຮ້ອງ 2 ປະເທດແລກປ່ຽນຮຽນຮູ້ຊຶ່ງກັນແລະກັນໃຫ້ເລິກເຊິ່ງລະຫວ່າງ 2 ອາລິຍະທຳ ຮ່ວມມືກັນໃນການຫາລືລະຫວ່າງອາລິຍະທຳຂົງຈື້-ມຸສລິມ. ຂໍ້ຕົກລົງຍົກເວັ້ນວີຊ່າຊຶ່ງກັນແລະກັນຈະຊ່ວຍສົ່ງເສີມການທ່ອງທ່ຽວແລະດ້ານອື່ນໆລະຫວ່າງ 2 ປະເທດ.

 

ປະທານາທິບໍດີສີກ່າວດ້ວຍວ່າ ຈີນແລະມາເລເຊຍເປັນມິດກັນມາຢ່າງຊ້ານານໃນປະຫວັດສາດ ແລະ ມິດຕະພາບຈີນ-ມາເລເຊຍຢືນຍາວນານນັບພັນປີ. ເມື່ອປີທີ່ແລ້ວ, ທັງ 2 ປະເທດເພິ່ງສະເຫຼີມສະຫຼອງການສະຖາປະນາຄວາມສຳພັນທາງການທູດຄົບ 50 ປີ. ສ່ວນອີກ 50 ປີຕໍ່ຈາກນີ້, ຈີນແລະມາເລເຊຍຈະຮ່ວມກັນສ້າງປະຊາຄົມຈີນ-ມາເລເຊຍທີ່ມີຄຸນນະພາບສູງແລະມີອະນາຄົດຮ່ວມກັນ.

 

 

ຫຼັງຈາກການປຶກສາຫາລືຂອງຜູ້ນຳທັງສອງ ຈີນແລະມາເລເຊຍໄດ້ແລກປ່ຽນເອກະສານຄວາມຮ່ວມມືຫຼາຍກວ່າ 30 ສະບັບ ຄອບຄຸມຄວາມຮ່ວມມືຕັ້ງແຕ່ເສດຖະກິດດິຈິຕອລ, ການຄ້າທາງດ້ານບໍລິການ, ປັນຍາປະດິດ, ທາງລົດໄຟ ໄປຈົນເຖິງການຄຸ້ມຄອງແພນດ້າຍັກ

ຈາກນັ້ນ, ປະທານາທິບໍດີສີ ຈິ້ນຜິງ ເຂົ້າຮ່ວມງານລ້ຽງອາຫານແລງທີ່ນາຍົກລັດຖະມົນຕີອັນວາຣ໌ ເປັນເຈົ້າພາບລ້ຽງຕ້ອນຮັບປະທານາທິບໍດີຈີນເມື່ອຄືນທີ່ຜ່ານມາ.

 

ປະທານາທິບໍດີສີຈະເດີນທາງອອກຈາກມາເລເຊຍ ໄປຢ້ຽມຢາມກຳປູເຈຍໃນມື້ນີ້ (17) ເປັນເວລາ 2 ວັນ. ກຳປູເຈຍຈະເປັນປະເທດສຸດທ້າຍໃນ 3 ປະເທດອາຊີຕາເວັນອອກສຽງໃຕ້ທີ່ປະທານາທິບໍດີສີເດີນທາງຢ້ຽມຢາມໃນຄັ້ງນີ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 14 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,535
21,812
thailand (1)
THB
660.13
672.01
european-union
EUR
23,996
24,476
china
CNY
2,931
2,989
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-14T115952.620
ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ
jane - 2025-10-14T104257.431
ແຂວງວຽງຈັນມີແຈ້ງການ ໃຫ້ໂຈະບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ວັນທີ 14-17 ຕຸລາ 2025
pele - 2025-10-14T101955.044
ແຈ້ງການມອດໄຟ ວັນທີ15/10/2025
jane - 2025-10-14T101748.494
ລາຍງານເຫດການເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງປະຈໍາວັນທີ 13 -14 ຕຸລາ 2025
jane - 2025-10-14T094131.337
ສະແດງທົດລອງ ຄັ້ງທີ 2 ການເດີນຂະບວນສວນສະໜາມ ສະຫຼອງວັນຊາດຄົບຮອບ 50 ປີ.
jane - 2025-10-14T091820.873
ສະພາບອາກາດປະຈໍາເຊົ້າວັນທີ 14 ຕຸລາ 2025
jane - 2025-10-13T163234.534
ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).
pele - 2025-10-13T160628.863
ຫົວພັນ ຈູດທຳລາຍຢາເສບຕິດ ໂອກາດສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ
jane - 2025-10-13T154809.499
ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
ຢ່າລື່ມກົດຕິດຕາມ