site cov (61)
ຈີນຍົກແຮ່ຫາຍາກເປັນອາວຸດລັບ ໃນສົງຄາມການຄ້າເດືອດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 April, 2025
ໝວດ: ຂ່າວ

🔴 ສົງຄາມການຄ້າຈີນ-ສະຫະລັດ ເດືອດ

 

ກ່ອນໜ້ານີ້, ໃນປີ 2019 ລະຫວ່າງສົງຄາມການຄ້າຄັ້ງທຳອິດຂອງອະດີດປະທານາທິບໍດີໂດນັລດ໌ ທຣຳ ກັບຈີນທີ່ຍັງບໍ່ຄົບຮອບໜຶ່ງປີ, ປະທານາທິບໍດີສີ ຈິ້ນຜິງ ຂອງຈີນ ເດີນທາງຢ້ຽມຢາມໂຮງງານແຫ່ງໜຶ່ງໃນເມືອງການໂຈວທາງຕາເວັນອອກສຽງໃຕ້ຂອງປະເທດ ພ້ອມປະກາດຢ່າງຊັດເຈນວ່າ “ແຮ່ຫາຍາກຄືຊັບພະຍາກອນຍຸດທະສາດທີ່ສຳຄັນ”

 

ແຕ່ໃຜຈະຄິດວ່າອີກເກືອບຫົກປີຕໍ່ມາ ຄຳກ່າວນັ້ນກາຍເປັນຈິງຢ່າງຊັດເຈນ.

 

ແຮ່ຫາຍາກກາຍເປັນໜຶ່ງໃນເຄື່ອງມືທີ່ມີອຳນາດທີ່ສຸດຂອງຈີນໃນສົງຄາມການຄ້າຮອບໃໝ່ກັບສະຫະລັດ ໂດຍແຮ່ເຫຼົ່ານີ້ຈຳເປັນຕໍ່ເຕັກໂນໂລຊີລ້ຳສະໄໝຕັ້ງແຕ່ສະມາດໂຟນ, ລົດຍົນໄຟຟ້າ, ໄປຈົນເຖິງອາວຸດຍຸດໂທປະກອນລະດັບສູງ ຊຶ່ງທຣຳບໍ່ສາມາດຕອບໂຕ້ໄດ້ງ່າຍເໝືອນກໍລະນີພາສີ-ອາກອນ.

 

🔴 ແຮ່ຫາຍາກແມ່ນຫຍັງ?

 

ແຮ່ຫາຍາກ (Rare Earths) ເປັນທາດ 17 ຊະນິດທີ່ພົບໄດ້ທົ່ວໂລກ, ລວມເຖິງໃນສະຫະລັດເອງ, ແຕ່ຂະບວນການສະກັດ ແລະ ແປຮູບນັ້ນຫຍຸ້ງຍາກ, ມີຕົ້ນທຶນສູງ ແລະ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມຢ່າງຮຸນແຮງ.

 

ກະຊວງການຄ້າຈີນປະກາດຈຳກັດການສົ່ງອອກແຮ່ຫາຍາກ 7 ຊະນິດ ຊຶ່ງເປັນວັດສະດຸສຳຄັນໃນອຸດສາຫະກຳເຕັກໂນໂລຊີຂັ້ນສູງ ເຊັ່ນ: ລົດຍົນໄຟຟ້າ ໄປຈົນເຖິງອາວຸດຍຸດໂທປະກອນ ໂດຍເປັນການຕອບໂຕ້ຕໍ່ມາດຕະການພາສີນຳເຂົ້າແບບຕອບໂຕ້ຂອງປະທານາທິບໍດີໂດນັລດ໌ ທຣຳ.

 

ໂດຍກະຊວງລະບຸເມື່ອວັນທີ 4 ເມສາວ່າ ການຄວບຄຸມຄັ້ງນີ້ຄອບຄຸມແຮ່ຫາຍາກ 7 ຊະນິດ ໄດ້ແກ່: ຊາມາເຣຍມ (Samarium), ແກໂດລິເນຍມ (Gadolinium), ເທີເບຍມ (Terbium), ດິສໂພຣເຊຍມ (Dysprosium), ລູທີເຊຍມ (Lutetium), ສແກນເດຍມ (Scandium) ແລະ ອິດເທຣຍມ (Yttrium).

 

ເຖິງຢ່າງໃດກໍຕາມ, ແຮ່ຫາຍາກຍອດນິຍົມຢ່າງ ນີໂອໄດເມຍມ (Neodymium) ແລະ ພຣາເຊໂອໄດເມຍມ (Praseodymium) ຊຶ່ງໃຊ້ຜະລິດແມ່ເຫຼັກປະສິດທິພາບສູງ ຍັງບໍ່ຢູ່ໃນລາຍຊື່ຄວບຄຸມ ໂດຍນັກວິຊາການລະບຸວ່າ ຈີນອາດຕັ້ງໃຈເວັ້ນໄວ້ເພື່ອໃຊ້ເປັນ “ໄພ່ຕໍ່ລອງ” ໃນອະນາຄົດ.

 

ຈີນບໍ່ໄດ້ອອກຄຳສັ່ງຫ້າມສົ່ງອອກ ແຕ່ການສົ່ງອອກແຮ່ຫາຍາກຈາກນີ້ຈະຕ້ອງໄດ້ຮັບການກວດສອບຢ່າງເຂັ້ມງວດຫຼາຍຂຶ້ນ ໂດຍພິຈາລະນາວ່າ “ໃຜເປັນຜູ້ຊື້” ແລະ “ຊື້ໄປເພື່ອຫຍັງ” ເຮັດໃຫ້ພາກທຸລະກິດທີ່ກ່ຽວຂ້ອງຕ້ອງເຂົ້າສູ່ຂະບວນການຮັບຮອງໃໝ່ ບໍ່ວ່າຈະເປັນວັດສະດຸບໍລິສຸດ ຫຼື ແມ້ແຕ່ແມ່ເຫຼັກທີ່ມີແຮ່ຫາຍາກພຽງເລັກນ້ອຍກໍຕາມ ຊຶ່ງເຄີຍສົ່ງຜົນໃຫ້ປະລິມານສົ່ງອອກໂລຫະອື່ນໆ ດິ່ງລົງຈົນເຫຼືອສູນໃນອະດີດມາແລ້ວ.

 

ຕາມຂໍ້ມູນຈາກສຳນັກງານພະລັງງານສາກົນ (IEA) ປັດຈຸບັນ, ຈີນຜະລິດແຮ່ຫາຍາກໄດ້ 61% ຂອງປະລິມານທີ່ຂຸດໄດ້ທົ່ວໂລກ ແຕ່ມີອຳນາດເໜືອກວ່າໃນຂະບວນການແປຮູບດ້ວຍສັດສ່ວນເຖິງ 92% ຂອງການຜະລິດລະດັບໂລກ.

 

ແມ່ເຫຼັກແຮ່ຫາຍາກນີ້ຄືຫົວໃຈຂອງມໍເຕີ ແລະ ເຄື່ອງກຳເນີດໄຟຟ້າຂະໜາດນ້ອຍປະສິດທິພາບສູງ ທີ່ໃຊ້ໃນທັງສະມາດໂຟນ, ເຄື່ອງຈັກລົດຍົນ, ເຄື່ອງບິນໄອພົ່ນ, ເຄື່ອງກວດ MRI ແລະ ແມ້ແຕ່ອາວຸດສົງຄາມ.

 

🔴 ຈີນກຳລັງສະແດງໃຫ້ເຫັນເຖິງພະລັງເສດຖະກິດທີ່ໜ້າເກງຂາມ

 

Justin Wolfers ສາດສະດາຈານດ້ານເສດຖະສາດຈາກມະຫາວິທະຍາໄລມິຊິແກນ ກ່າວວ່າ “ຈີນກຳລັງສະແດງໃຫ້ເຫັນເຖິງພະລັງທາງເສດຖະກິດທີ່ໜ້າເກງຂາມ ດ້ວຍການໂຈມຕີແບບຄົມຄາຍ ແລະ ແມ່ນຢ້ຳຕໍ່ອຸດສາຫະກຳອາເມລິກັນໃນຈຸດທີ່ເຈັບປວດທີ່ສຸດ”

 

ນັກວິເຄາະຊີ້ວ່າ ນະໂຍບາຍໃໝ່ນີ້ບໍ່ພຽງແຕ່ສົ່ງເສີມຄວາມໝັ້ນຄົງແຫ່ງຊາດຂອງຈີນ ແຕ່ຍັງເພີ່ມມູນຄ່າທາງຍຸດທະສາດຂອງການລົງທຶນໃນຫ່ວງໂສ້ອຸດສາຫະກຳແຮ່ຫາຍາກຂອງຈີນອີກດ້ວຍ.

 

🔴 ຈີນເລີ່ມໃຊ້ແຮ່ຫາຍາກເປັນຊັບສິນຕັ້ງແຕ່ຕອນໃດ?

 

ຈີນເລີ່ມຕົ້ນສະກັດແຮ່ຫາຍາກຕັ້ງແຕ່ທົດສະວັດ 1950 ແຕ່ການເຕີບໂຕຂອງອຸດສາຫະກຳນີ້ເກີດຂຶ້ນຈິງໃນຍຸກ 1970 ໂດຍອາໄສແຮງງານລາຄາຖືກ, ມາດຕະຖານສິ່ງແວດລ້ອມທີ່ຕ່ຳ ແລະ ການນຳເຂົ້າເຕັກໂນໂລຊີຈາກຕ່າງປະເທດ ເຊັ່ນ: ສະຫະລັດ, ຍີ່ປຸ່ນ ແລະ ຢູໂຣບ.

 

ໃນປີ 1992 ອະດີດຜູ້ນຳຈີນ ເຕິ້ງ ຊ່ຽວຜິງ ເຄີຍກ່າວໄວ້ວ່າ “ຕາເວັນອອກກາງມີນ້ຳມັນ ແຕ່ຈີນມີແຮ່ຫາຍາກ” ຊຶ່ງມື້ນີ້ຄຳກ່າວນັ້ນກາຍເປັນຈິງ. ຈີນໄດ້ກາຍເປັນເຈົ້າໂລກໃນອຸດສາຫະກຳແຮ່ຫາຍາກ.

 

ນັບຕັ້ງແຕ່ປີ 2020 ກະຊວງປ້ອງກັນປະເທດສະຫະລັດ ໄດ້ສະໜັບສະໜູນເງິນກວ່າ 439 ລ້ານໂດລາ ຫຼື ຫຼາຍກວ່າ 14,500 ລ້ານບາດ ເພື່ອເລັ່ງສ້າງຫ່ວງໂສ້ອຸປະທານພາຍໃນປະເທດ ແລະ ຕັ້ງເປົ້າສ້າງລະບົບການຜະລິດແບບຄົບວົງຈອນ ຕັ້ງແຕ່ບໍ່ແຮ່ຈົນເຖິງແມ່ເຫຼັກ ໃຫ້ຮອງຮັບຄວາມຕ້ອງການຂອງກະຊວງປ້ອງກັນປະເທດພາຍໃນປີ 2027.

 

ຊີອີໂອຂອງ USA Rare Earth ກ່າວວ່າຂໍ້ຈຳກັດຂອງຈີນໃນຮອບນີ້ເນັ້ນໄປທີ່ “ແຮ່ຫາຍາກຊະນິດໜັກ” (Heavy Rare Earths) ຊຶ່ງຈີນມີອຳນາດຄວບຄຸມເຖິງ 98% ຂອງຕະຫຼາດໂລກ ແລະ ນີ້ຄືໝາກທີ່ດີທີ່ສຸດຂອງຈີນ ໃນເກມການເມືອງການຄ້າ.

 

ນອກຈາກນີ້, ຈີນຍັງຄວບຄຸມການສົ່ງອອກແມ້ໃນຜະລິດຕະພັນທີ່ມີສ່ວນປະສົມຂອງແຮ່ເຫຼົ່ານີ້ໃນປະລິມານນ້ອຍ ເຮັດໃຫ້ບໍລິສັດຕ່າງຊາດປະສົບຄວາມຊັກຊ້າໃນການດຳເນີນການ ເນື່ອງຈາກຕ້ອງປັບຕົວກັບລະບົບໃໝ່.

 

🔴 ສະຫະລັດ ຄຽດໜັກ ຕ້ອງເລັ່ງພັດທະນາຕາມ

 

ບໍລິສັດເຕັກໂນໂລຊີໃນສະຫະລັດຯ ຢ່າງ Phoenix Tailings ກຳລັງພັດທະນາເຕັກໂນໂລຊີແປຮູບແຮ່ຫາຍາກແບບ “ປອດຂອງເສຍ ແລະ ບໍ່ມີການປ່ອຍກາຊ” ໂດຍອາໄສວັດຖຸດິບຈາກພາຍໃນປະເທດ, ແຄນາດາ ແລະ ອົສຕຣາລີ.

 

ນອກຈາກນີ້, USA Rare Earth ຍັງວາງແຜນສ້າງໂຮງງານຜະລິດແມ່ເຫຼັກແຮ່ຫາຍາກໃນລັດເທັກຊັສ ທີ່ສາມາດຜະລິດໄດ້ເຖິງ 5,000 ໂຕນຕໍ່ປີ ລວມເຖິງຄອບຄອງແຫຼ່ງແຮ່ຫາຍາກຊະນິດໜັກທີ່ສຳຄັນໃນລັດເທັກຊັສ.

 

ເຖິງຢ່າງໃດກໍຕາມ, ບໍລິສັດເຫຼົ່ານີ້ຍັງຢູ່ລະຫວ່າງການພັດທະນາເຕັກໂນໂລຊີແປຮູບ ຊຶ່ງເປັນຂະບວນການທີ່ຕ້ອງໃຊ້ທັງເງິນທຶນ ແລະ ເວລາ.

 

ຫາກສະຫະລັດ ຕ້ອງການສູ້ກັບຈີນໃນເລື່ອງແຮ່ຫາຍາກຢ່າງຈິງຈັງ, ສະຫະລັດ ກໍຈຳເປັນຕ້ອງປົດລ໋ອກຊັບພະຍາກອນທີ່ມີຢູ່ໃນປະເທດ ແລະ ສ້າງລະບົບໃຫ້ໄວທີ່ສຸດເທົ່າທີ່ຈະເຮັດໄດ້.

 

ເພາະການຄວບຄຸມການສົ່ງອອກແຮ່ຫາຍາກຂອງຈີນຄັ້ງນີ້ ອາດບໍ່ແມ່ນແຄ່ການຕອບໂຕ້ທາງເສດຖະກິດ ແຕ່ກັບເປັນກົນລະຍຸດທາງພູມລັດສາດທີ່ສາມາດປ່ຽນທິດທາງຫ່ວງໂສ້ອຸປະທານໂລກໄປໃນທິດທາງໃໝ່ໄດ້.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 14 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,535
21,812
thailand (1)
THB
660.13
672.01
european-union
EUR
23,996
24,476
china
CNY
2,931
2,989
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-14T115952.620
ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ
jane - 2025-10-14T104257.431
ແຂວງວຽງຈັນມີແຈ້ງການ ໃຫ້ໂຈະບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ວັນທີ 14-17 ຕຸລາ 2025
pele - 2025-10-14T101955.044
ແຈ້ງການມອດໄຟ ວັນທີ15/10/2025
jane - 2025-10-14T101748.494
ລາຍງານເຫດການເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງປະຈໍາວັນທີ 13 -14 ຕຸລາ 2025
jane - 2025-10-14T094131.337
ສະແດງທົດລອງ ຄັ້ງທີ 2 ການເດີນຂະບວນສວນສະໜາມ ສະຫຼອງວັນຊາດຄົບຮອບ 50 ປີ.
jane - 2025-10-14T091820.873
ສະພາບອາກາດປະຈໍາເຊົ້າວັນທີ 14 ຕຸລາ 2025
jane - 2025-10-13T163234.534
ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).
pele - 2025-10-13T160628.863
ຫົວພັນ ຈູດທຳລາຍຢາເສບຕິດ ໂອກາດສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ
jane - 2025-10-13T154809.499
ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
ຢ່າລື່ມກົດຕິດຕາມ