site cov (63)
"ທຣຳ" ເອົາແທ້ ເປີດສູດຟາດພາສີຈີນພຸ່ງ 245% ຄິດຈາກຫຍັງ?
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 April, 2025
ໝວດ: ຂ່າວ

ເປີດສູດ ສະຫະລັດຯ ຂຶ້ນພາສີນຳເຂົ້າຈາກຈີນສູງເຖິງ 245% ທຣຳລຸຍຕອບໂຕ້ສຶກແຮ່ຫາຍາກ ເບື້ອງຫຼັງສົງຄາມເສດຖະກິດຄັ້ງໃໝ່ທີ່ເດີມພັນດ້ວຍຄວາມໝັ້ນຄົງຂອງປະເທດ

 

ບໍ່ແມ່ນຕົວເລກຫຼຸດ ຫຼື ພິມຜິດຢ່າງທີ່ຫຼາຍຄົນສົງໄສ ລັດຖະບານສະຫະລັດພາຍໃຕ້ການນຳຂອງປະທານາທິບໍດີໂດນັລດ໌ ທຣຳ ຢືນຢັນຊັດເຈນແລ້ວວ່າ ພາສີນຳເຂົ້າສິນຄ້າບາງປະເພດຈາກຈີນຖືກປັບຂຶ້ນສູງສຸດເຖິງ 245% ຈິງ ແລະ ເປັນຕົວເລກທີ່ມີທີ່ມາທີ່ໄປ

 

ພາສີ 245% ຄິດຈາກຫຍັງ?

 

ຈາກຖະແຫຼງການຂອງທຳນຽບຂາວ, ສະຫະລັດຯ ບໍ່ໄດ້ຕັ້ງພາສີ 245% ໃນລາຍການດຽວ ແຕ່ເປັນການລວມຫຼາຍມາດຕະການພາສີທີ່ຊ້ອນທັບກັນ ຈົນກາຍເປັນຕົວເລກສູງ ໂດຍສະເພາະກັບສິນຄ້າຈີນບາງປະເພດ ຊຶ່ງຖືກຈັດຢູ່ໃນກຸ່ມເປົ້າໝາຍສຳຄັນ.

 

ທັງນີ້, ມາດຕະການທີ່ນຳມາລວມກັນມີດັ່ງນີ້:

 

  • ພາສີຖານ 10% ທີ່ໃຊ້ກັບສິນຄ້ານຳເຂົ້າທັງໝົດເປັນພື້ນຖານ

 

  • ພາສີຕອບໂຕ້ 125% ທີ່ໃຊ້ເພື່ອຕອບກັບຈີນ ຫຼັງຈາກທີ່ຈີນຕັ້ງກຳແພງພາສີຕໍ່ສິນຄ້າສະຫະລັດໃນລະດັບດຽວກັນ

 

  • ພາສີພິເສດ 20% ທີ່ເຊື່ອມໂຍງກັບບົດບາດຂອງຈີນໃນບັນຫາການລັກລອບນຳເຂົ້າເຟນທານິລ

 

  • ພາສີພາຍໃຕ້ກົດໝາຍ Trade Act ມາດຕາ 301 ຊຶ່ງກຳນົດໄວ້ລະຫວ່າງ 7.5% ເຖິງ 100% ຂຶ້ນຢູ່ກັບປະເພດສິນຄ້າແລະພຶດຕິກຳທາງການຄ້າທີ່ສະຫະລັດມອງວ່າບໍ່ເປັນທຳ

 

ດັ່ງນັ້ນ ໃນກໍລະນີຂອງສິນຄ້າບາງລາຍການ ຫາກສະຫະລັດຯ ນຳພາສີຈາກແຕ່ລະໝວດທີ່ກ່ຽວຂ້ອງມາລວມກັນ ເຊັ່ນ: 125% (ພາສີຕອບໂຕ້) + 20% (ເຟນທານິລ) + 100% (ພາສີຕາມ Section 301) = 245%

 

ນັ່ນຄືທີ່ມາຂອງຕົວເລກ 245% ຊຶ່ງບໍ່ແມ່ນພາສີດຽວ ແຕ່ເປັນຜົນລວມຈາກມາດຕະການຫຼາຍທາງທີ່ຊ້ອນທັບກັນກັບສິນຄ້າບາງປະເພດ ໂດຍສະເພາະສິນຄ້າທີ່ກ່ຽວຂ້ອງກັບແຮ່ຫາຍາກຫຼືສິນຄ້າທີ່ກ່ຽວຂ້ອງກັບຄວາມໝັ້ນຄົງແຫ່ງຊາດແລະສົງຄາມການຄ້າ ຫຼື ໃນບາງກໍລະນີ ອາດບວກຈາກ 125% + 20% + 10% (ຖານ) + 90% (Section 301) = 245% ເຊັ່ນກັນ.

 

ທັງໝົດນີ້ເກີດຂຶ້ນທ່າມກາງການຕອບໂຕ້ກັນລະຫວ່າງສະຫະລັດ ແລະ ຈີນໃນເວທີການຄ້າລະຫວ່າງປະເທດ ໂດຍຈີນເອງກໍບໍ່ໄດ້ນິ່ງເສີຍ ຕອບໂຕ້ດ້ວຍການຕັ້ງກຳແພງພາສີຂອງຕົນເອງສູງເຖິງ 125% ພ້ອມທັງອອກຂໍ້ຈຳກັດໃນການສົ່ງອອກແຮ່ຫາຍາກຊະນິດຕ່າງໆ ໄປຍັງສະຫະລັດ ຊຶ່ງລວມເຖິງການລະງັບການສົ່ງອອກແມ່ເຫຼັກແຮ່ຫາຍາກ 6 ຊະນິດໃນເດືອນນີ້ ສົ່ງຜົນກະທົບໂດຍກົງຕໍ່ອຸດສາຫະກຳເອເລັກໂຕຣນິກ, ການບິນ ແລະ ການປ້ອງກັນປະເທດຂອງອາເມລິກາ.

 

ພາສີ 245% ນີ້ຍັງເຊື່ອມໂຍງກັບຄຳສັ່ງບໍລິຫານລ່າສຸດຂອງທຣຳ ເມື່ອວັນທີ 15 ເມສາ ທີ່ໃຫ້ກະຊວງການຄ້າສະຫະລັດເປີດການສອບສວນວ່າ ການເພິ່ງພາການນຳເຂົ້າວັດຖຸດິບຫາຍາກຈາກຕ່າງປະເທດ ໂດຍສະເພາະຈາກຈີນ ກໍ່ໃຫ້ເກີດ “ໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງຊາດ” ຫຼື ບໍ່.

 

ຫາກຜົນການສອບສວນຊີ້ວ່າເປັນໄພຈິງ, ສະຫະລັດອາດໃຊ້ອຳນາດພາຍໃຕ້ Section 232 ຂອງກົດໝາຍ Trade Expansion Act ປີ 1962 ເພື່ອກຳນົດພາສີເພີ່ມເຕີມຫຼືອອກມາດຕະການອື່ນໆ ໄດ້ອີກ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 14 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,535
21,812
thailand (1)
THB
660.13
672.01
european-union
EUR
23,996
24,476
china
CNY
2,931
2,989
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-14T104257.431
ແຂວງວຽງຈັນມີແຈ້ງການ ໃຫ້ໂຈະບໍລິການຊົ່ວຄາວ ຮ້ານບັນເທີງ, ຮ້ານກິນດື່ມ ແລະ ຮ້ານຄາຣາໂອເກະ ວັນທີ 14-17 ຕຸລາ 2025
pele - 2025-10-14T101955.044
ແຈ້ງການມອດໄຟ ວັນທີ15/10/2025
jane - 2025-10-14T101748.494
ລາຍງານເຫດການເກີດແຜ່ນດິນໄຫວພາຍໃນປະເທດ ແລະ ບັນດາປະເທດໃກ້ຄຽງປະຈໍາວັນທີ 13 -14 ຕຸລາ 2025
jane - 2025-10-14T094131.337
ສະແດງທົດລອງ ຄັ້ງທີ 2 ການເດີນຂະບວນສວນສະໜາມ ສະຫຼອງວັນຊາດຄົບຮອບ 50 ປີ.
jane - 2025-10-14T091820.873
ສະພາບອາກາດປະຈໍາເຊົ້າວັນທີ 14 ຕຸລາ 2025
jane - 2025-10-13T163234.534
ອິນ​ໂດ​ເນ​ເຊຍ​ມີ​ແຜນ​ຈະ​ຢຸດ​ການ​ນຳ​ເຂົ້າ​ນ້ຳມັນ​ກາ​ຊວນ​ໃນ​ເຄິ່ງຫຼັງປີ 2026 ​​ຕາມ​ຄຳ​ສັ່ງ​ທີ່​ຈະ​ນຳ​ໃຊ້​ນ້ຳມັນ​ເຊື້ອ​ໄຟຊີວະພາບຊະນິດໃໝ່(B-50).
pele - 2025-10-13T160628.863
ຫົວພັນ ຈູດທຳລາຍຢາເສບຕິດ ໂອກາດສະຫລອງ ວັນແຫ່ງຊາດຕ້ານຢາເສບຕິດ
jane - 2025-10-13T154809.499
ປະເທດລາວຮັບມືກັບອາກາດຈະຮ້ອນຂຶ້ນໂດຍໃນຕອນບ່າຍ ໃນເຂດນະຄອນຫຼວງວຽງຈັນ ພາກກາງ ແລະ ພາກໃຕ້ ຈະມີອຸນຫະພູມສູງເຖິງ 34 ອົງສາ.
pele - 2025-10-13T144727.197
ມອບຊາກເສືອໂຄ່ງທີ່ຢຶດ ໄດ້ໃຫ້ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ
jane - 2025-10-13T142045.750
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!
ຢ່າລື່ມກົດຕິດຕາມ