site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 18 April, 2025
ໝວດ: ຂ່າວ

ພາຍໃຕ້ເງື່ອນໄຂຂອງໂລກທີ່ປ່ຽນແປງໄວຂຶ້ນທຸກວັນ ງານຄົ້ນຄວ້າໃໝ່ທີ່ຕີພິມໃນວາລະສານ The Lancet Planetary Health ໄດ້ເຜີຍໃຫ້ເຫັນເຖິງຄວາມສ່ຽງຄັ້ງໃໝ່

 

ຫຼາຍຄົນອາດບໍ່ເຄີຍຄາດຄິດມາກ່ອນນັ້ນຄື ການປ່ຽນແປງສະພາບພູມອາກາດກຳລັງຄຸກຄາມຄວາມຕໍ່ເນື່ອງ ແລະ ຄວາມປອດໄພຂອງລະບົບຈັດຫາເລືອດທົ່ວໂລກ.

 

ນັກຄົ້ນຄວ້າຈາກມະຫາວິທະຍາໄລ University of the Sunshine Coast ຮ່ວມກັບອົງກອນ Australian Red Cross Lifeblood ພົບວ່າ ສະພາບອາກາດທີ່ຮຸນແຮງຂຶ້ນ, ພະຍາດຕິດເຊື້ອທີ່ແຜ່ກະຈາຍງ່າຍຂຶ້ນ ແລະ ບັນຫາສຸຂະພາບທີ່ຊັບຊ້ອນ ລ້ວນສົ່ງຜົນຕໍ່ “ຄວາມສາມາດໃນການບໍລິຈາກ” ແລະ “ຄວາມຕ້ອງການເລືອດ” ໃນລະດັບທີ່ໜ້າເປັນຫ່ວງ.

 

ດຣ. ເອວິນາ ວຽນເນັດ ໜຶ່ງໃນຜູ້ວິໄຈ ລະບຸວ່າ ສະພາບອາກາດທີ່ຮຸນແຮງຂຶ້ນ ເຊັ່ນ: ຄື້ນຄວາມຮ້ອນ, ນ້ຳຖ້ວມ, ໄຊໂຄລນ ແລະ ໄຟປ່າ ບໍ່ພຽງແຕ່ຂັດຂວາງການເດີນທາງຂອງຜູ້ບໍລິຈາກຈຳນວນຫຼາຍ ແຕ່ຍັງລົບກວນການຈັດເກັບ ແລະ ຂົນສົ່ງເລືອດ ຊຶ່ງມີອາຍຸການເກັບຮັກສາສັ້ນ ເຮັດໃຫ້ຫຼາຍພື້ນທີ່ສ່ຽງຕໍ່ພາວະຂາດແຄນເລືອດໂດຍບໍ່ທັນຕັ້ງຕົວ.

 

ໜຶ່ງໃນຕົວຢ່າງທີ່ຊັດເຈນຄື ພາຍຸໄຊໂຄລນອັລເຟຣດໃນອົສຕຣາລີ ທີ່ສົ່ງຜົນໃຫ້ປະລິມານເລືອດໃນປະເທດຫຼຸດລົງຢ່າງຫຼາຍເປັນຄັ້ງທຳອິດ.

 

ສາດສະດາຈານເຮເລນ ແຟດດີ ຫົວໜ້ານັກຄົ້ນຄວ້າຂອງໂຄງການ ກ່າວວ່າ ນີ້ເປັນການສຶກສາຄັ້ງທຳອິດທີ່ພະຍາຍາມທຳຄວາມເຂົ້າໃຈທັງລະບົບ

ວ່າສະພາບອາກາດປ່ຽນໄປຈະສົ່ງຜົນຕໍ່ແຕ່ລະຂັ້ນຕອນຂອງຂະບວນການຈັດຫາເລືອດແນວໃດ ຕັ້ງແຕ່ສຸຂະພາບຂອງຜູ້ບໍລິຈາກ, ການຄັດກອງເລືອດ, ການຈັດເກັບ, ການປະມວນຜົນ ໄປຈົນເຖິງການແຈກຈ່າຍເລືອດ.

 

ງານຄົ້ນຄວ້າຊີ້ວ່າ ພູມອາກາດທີ່ອຸ່ນ ແລະ ຊຸ່ມຂຶ້ນຈະເພີ່ມຄວາມສ່ຽງໃນການລະບາດຂອງພະຍາດຈາກຍຸງ ເຊັ່ນ: ໄຂ້ເລືອດອອກ, ມາລາເລຍ ແລະ ໄວຣັສເວສຕ໌ໄນລ໌. ພະຍາດເຫຼົ່ານີ້ສາມາດຖ່າຍທອດທາງເລືອດໄດ້ ແລະ ຫາກລະບາດໃນວົງກວ້າງ ຈະເຮັດໃຫ້ຜູ້ຕິດເຊື້ອບໍ່ສາມາດບໍລິຈາກເລືອດໄດ້.

 

ໃນອີກດ້ານໜຶ່ງ, ສະພາບອາກາດທີ່ຮຸນແຮງ ແລະ ການປ່ຽນແປງຂອງພະຍາດປະຈຳຖິ່ນ ອາດເຮັດໃຫ້ຄວາມຕ້ອງການເລືອດສູງຂຶ້ນ ເຊັ່ນ: ການດູແລພາວະແຊກຊ້ອນຈາກການຕັ້ງຄັນ, ພະຍາດຫົວໃຈ, ພະຍາດເລືອດ ລວມເຖິງອຸບັດຕິເຫດຈາກໄພທຳມະຊາດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Tuesday, 9 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,497
21,774
thailand (1)
THB
669.86
680.18
european-union
EUR
24,095
24,577
china
CNY
2,921
2,979
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-09-09T155938.511
ອາສາສະໝັກ ລັດວິສາຫະກິດສະໜາມບິນ ເກົາຫຼີ ຮ່ວມຈັດກິດຈະກຳກັບນັກຮຽນ ໂຮງຮຽນມັດທະຍົມສົມບູນເດັກກໍ່າພ້າ
jane (16)
ສານໄທ ຕັດສິນໃຫ້ ທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີ ຈຳຄຸກ 1 ປີ
jane (15)
ອົງການອະນາໄມໂລກ ປະກາດຢຸດຕິພາວະສຸກເສີນການລະບາດຂອງພະຍາດໝາກສຸກລິງ
jane (14)
ເກີດແຜ່ນດິນໄຫວຢູ່ບັນດາປະເທດໃກ້ຄຽງ
jane (13)
ເປີດໄຟນອນ ຂັດຂວາງການຫຼັ່ງເມລາໂທນິນ ກະທົບຄຸນນະພາບການນອນ ສຸຂະພາບພັງ
jane (12)
ທ່ານ ຊິເງຣຸ ອິຊິບະ ນາຍົກລັດຖະມົນຕີ ຍີ່ປຸ່ນ ລາອອກຈາກຕຳແໜ່ງ ຫວັງຫລຸດຄວາມຂັດແຍ່ງພາຍໃນພັກ ແລະ ເປີດທາງໃຫ້ເລືອກຫົວໜ້າພັກຄົນໃໝ່
jane (11)
ເບິ່ງດວງປະຈຳວັນອັງຄານ ທີ 9 ກັນຍາ 2025 ສຳລັບທ່ານທີ່ເກີດໃນແຕ່ລະວັນ
pele - 2025-09-09T094206.579
ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ໃນແຕ່ລະພາກ ແລະ ຈະຕົກລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ
jane (10)
ແກ້ໄຂຄວາມຂ້ອງໃຈ: "ຟ້າຜ່າ" ສາມາດຜ່າຊ້ຳລົງຈຸດເດີມໄດ້ ຫຼື ບໍ່? ຄຳຕອບອາດຈະເຮັດໃຫ້ທ່ານແປກໃຈ
pele - 2025-09-08T151546.919
ດ່ານພາສີສາກົນວັງເຕົ່າ-ທ່າບົກວັງເຕົ່າ ຈັດເກັບລາຍຮັບເກີນແຜນ
ຢ່າລື່ມກົດຕິດຕາມ