site cov (75)
ຈີນຂູ່ ຕອບໂຕ້ກັບທຸກປະເທດ ຫາກຮ່ວມມືກັບທຣຳ ກະທົບຜົນປະໂຫຍດຈີນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 21 April, 2025
ໝວດ: ຂ່າວ

ສຳນັກຂ່າວຕ່າງປະເທດ ລາຍງານອ້າງອີງການຖະແຫຼງຂອງກະຊວງພາຍຊິດຈີນໃນມື້ນີ້ (21 ເມສາ 2025)

 

ລະບຸວ່າ ລັດຖະບານປັກກິ່ງໄດ້ອອກມາເຕືອນປະເທດຕ່າງໆ ວ່າທາງການຈີນຈະຄັດຄ້ານຢ່າງເຕັມທີ່ຫາກມີຝ່າຍໃດ ຫຼື ປະເທດໃດກໍຕາມເຮັດຂໍ້ຕົກລົງທີ່ເຮັດໃຫ້ຈີນເສຍປະໂຫຍດ ແລະ ຫາກສິ່ງນີ້ເກີດຂຶ້ນ ຈີນຈະບໍ່ຍອມຮັບ ແລະ ຈະໃຊ້ມາດຕະການຕອບໂຕ້ທີ່ເດັດຂາດ ແລະ ເທົ່າທຽມ

 

ທາງກະຊວງຢ້ຳວ່າ ລັດຖະບານຈີນມຸ້ງໝັ້ນ ແລະ ມີສັກຍະພາບພຽງພໍທີ່ຈະປົກປ້ອງສິດ ແລະ ຜົນປະໂຫຍດຂອງຈີນ ແລະ ຍິນດີຈະກະຊັບຄວາມຮ່ວມມືກັບທຸກໆຝ່າຍ

 

ຂະນະທີ່ໂຄສົກກະຊວງພາຍຊິດຈີນລະບຸວ່າ ສະຫະລັດໃຊ້ພາສີ-ອາກອນເປັນເຄື່ອງມືກົດດັນຄູ່ຄ້າທຸກປະເທດ ໂດຍອ້າງສິ່ງທີ່ພວກເຂົາເອີ້ນວ່າເທົ່າທຽມ ແຕ່ໃນຂະນະດຽວກັນກໍບີບໃຫ້ທຸກປະເທດຕ້ອງຍອມເຈລະຈານຳ

 

ທັງນີ້ຄຳຖະແຫຼງຂອງກະຊວງການຄ້າ ຈີນເປັນການຕອບໂຕ້ ຫຼັງຈາກມີຂ່າວວ່າລັດຖະບານປະທານາທິບໍດີ ໂດນັລດ໌ ທຣຳ ກຳລັງກຽມກົດດັນໃຫ້ຊາດຕ່າງໆ ລົດມູນຄ່າການຄ້າກັບຈີນລົງ ເພື່ອແລກກັບການທີ່ສະຫະລັດຯ ຈະລົດ ຫຼື ຍົກເວັ້ນພາສີ-ອາກອນໃຫ້ ແລະ ວໍຊິງຕັນອາດນຳມາດຕະການຄວ່ຳບາດທາງການເງິນມາໃຊ້ຮ່ວມດ້ວຍ.

 

ຊຶ່ງກ່ອນໜ້ານີ້ປະທານາທິບໍດີທຣຳ ປະກາດຊະລໍການຂຶ້ນພາສີຕອບໂຕ້ໄປຍັງປະເທດຄູ່ຄ້າຫຼາຍສິບປະເທດທົ່ວໂລກທີ່ປະກາດໄປເມື່ອວັນທີ 2 ເມສາ 2025 ເປັນເວລາ 90 ວັນ ແລະ ບັນດາຊາດຕ່າງໆກໍພາກັນເຂົ້າມາເຈລະຈາຕໍ່ລອງເພື່ອລົດພາສີ ຍົກເວັ້ນພຽງແຕ່ຈີນປະເທດດຽວ ທີ່ສະຫະລັດບໍ່ມີການຊະລໍມາດຕະການໃຫ້ ແລະ ຍັງເພີ່ມອັດຕາພາສີຂຶ້ນຢ່າງຕໍ່ເນື່ອງຈົນສູງເຖິງ 145% ຊຶ່ງເຮັດໃຫ້ຈີນຕອບໂຕ້ດ້ວຍການສັ່ງຮີດພາສີສິນຄ້າອາເມລິກັນ 125%

 

ພ້ອມກັນນີ້ທາງການຈີນຍັງກຽມຂໍເປີດການປະຊຸມຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ແບບບໍ່ເປັນທາງການໃນອາທິດນີ້ເພື່ອກ່າວຫາສະຫະລັດຯ ວ່າມີພຶດຕິກຳກົດຂີ່ຂົ່ມເຫັງ ແລະ ບັ່ນທອນຄວາມພະຍາຍາມຂອງໂລກທີ່ຈະແສວງຫາສັນຕິພາບ ແລະ ການພັດທະນາ ດ້ວຍການນຳພາສີ-ອາກອນມາໃຊ້ເປັນອາວຸດ

 

ໂດຍກ່ອນໜ້ານີ້ ເມື່ອຕົ້ນເດືອນ ເມສາ 2025 ເຈມີສັນ ກຣີເອີ ຜູ້ແທນການຄ້າສະຫະລັດຯ (USTR) ປະກາດວ່າ ມີເກືອບ 50 ປະເທດທີ່ເຂົ້າຫາສະຫະລັດຯ ເພື່ອຂໍເຈລະຈາລົດພາສີ ຫຼັງຈາກນັ້ນການເຈລະຈາກັບຄູ່ຄ້າໃນແບບທະວິພາຄີໄດ້ເກີດຂຶ້ນຕັ້ງແຕ່ນັ້ນມາ ໂດຍຍີ່ປຸ່ນກຳລັງພິຈາລະນາເພີ່ມການນຳເຂົ້າຖົ່ວເຫຼືອງ ແລະ ເຂົ້າຈາກສະຫະລັດຯ ເພື່ອໃຊ້ເປັນເງື່ອນໄຂຕໍ່ລອງກັບທຣຳ.

 

ໃນຂະນະທີ່ອິນໂດເນເຊຍກໍມີແຜນຈະເພີ່ມການນຳເຂົ້າອາຫານ ແລະ ສິນຄ້າອຸປະໂພກບໍລິໂພກຈາກສະຫະລັດຯ ແລະ ລົດການສັ່ງຊື້ຈາກຊາດອື່ນ

 

ຂະນະທີ່ລັດຖະບານສະຫະລັດກຳລັງພະຍາຍາມສະກັດກັ້ນການພັດທະນາຂອງຈີນໃນດ້ານອຸດສາຫະກຳເຊມິຄອນດັກເຕີຊິບລະດັບກ້າວໜ້າ ຊຶ່ງສະຫະລັດຯ ອ້າງວ່າອາດຖືກນຳໄປໃຊ້ໃນປະໂຫຍດທາງການທະຫານ ແລະ ອາທິດທີ່ແລ້ວກໍໄດ້ເລີ່ມເກັບຄ່າທຳນຽມທ່າເຮືອສູງລິ່ວກັບເຮືອສິນຄ້າທີ່ຜະລິດໃນຈີນເພື່ອລົດອິດທິພົນຂອງປັກກິ່ງໃນອຸດສາຫະກຳການຕໍ່ເຮືອດ້ວຍ

 

Nvidia ຊຶ່ງເປັນຜູ້ຜະລິດຊິບເອໄອລາຍໃຫຍ່ຂອງສະຫະລັດຯ ອອກມາຍອມຮັບເມື່ອອາທິດທີ່ແລ້ວວ່າບໍລິສັດຈະຕ້ອງແບກຄ່າໃຊ້ຈ່າຍສູງເຖິງ 5,500 ລ້ານໂດລາ ເນື່ອງຈາກສະຫະລັດຯ ຈຳກັດການສົ່ງອອກຊິບ H20 ໄປຍັງຈີນ

 

ດ້ານປະທານາທິບໍດີ ສີ ຈິ້ນຜິງ ຜູ້ນຳຂອງຈີນກໍໄດ້ອອກເດີນສາຍຢ້ຽມຢາມ 3 ຊາດໃນອາຊຽນເມື່ອອາທິດທີ່ແລ້ວ ເພື່ອກະຊັບຄວາມສຳພັນໃຫ້ໜຽວແໜ້ນຂຶ້ນທ່າມກາງມໍລະສຸມການຄ້າໂລກທີ່ທະວີຄວາມຮຸນແຮງ ໂດຍ ສີ ຍັງຮຽກຮ້ອງໃຫ້ປະເທດຄູ່ຄ້າເຫຼົ່ານີ້ຕໍ່ຕ້ານພຶດຕິກຳກົດຂີ່ຝ່າຍດຽວຂອງສະຫະລັດຯ ແລະ ຢ້ຳດ້ວຍບໍ່ມີຜູ້ຊະນະໃນສົງຄາມການຄ້າ ແລະ ສົງຄາມພາສີ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
VP LANDSCAPE COVER (41)
ບິວເກດ ກາຍເປັນມະຫາເສດຖີ ຍ້ອນການຕັດສິນໃຈຜິດພາດ?
VP LANDSCAPE COVER (39)
5 ວິທີ ໝັກຜົມໃຫ້ງາມງ່າຍໆຈາກທຳມະຊາດ ມີທຸກບ້ານ
Copy of site cover (11)
ເຕືອນໄພຜູ້ໃຊ້ Gmail! ແຮັກເກີໃຊ້ວິທີໃໝ່ ຫຼອກຜ່ານລະບົບຄວາມປອດໄພຂອງ Google ເອງ
site cov (78)
ເກົາຫຼີໃຕ້ເລັ່ງກຳຈັດສິນຄ້າຕ່າງປະເທດສວມປ້າຍ Made in Korea ຫວັງຫຼີກລ່ຽງພາສີທຣຳ
Copy of site cover (11)
ສິງທີ່ໜ້າລຳຄານໃນການໃຊ້ງານ Windows 11
site cov (77)
ຈະນອນກໍຕ້ອງມູ "ສີຜ້າປູ" ສຳຄັນຕໍ່ເຮົາແນວໃດ?
Copy of site cover (10)
Windows 11 ຈະໄດ້ຮັບຄຸນສົມບັດ Copilot+AI ໃນໄວໆນີ້
site cov (76)
ກ້ອນກຳລັງ "ສວນສະໜາມກອງທັບປະຊາຊົນລາວ" ເດີນທາງຮອດນະຄອນໂຮ່ຈີມິນ ສສ ຫວຽດນາມ
VP LANDSCAPE COVER (38)
ການເຕືອນແຈ້ງດ້ວຍ AI ຊ່ວຍບໍ່ໃຫ້ເສືອດາວຫິມະສູນພັນໄດ້ບໍ?
site cov (75)
ຈີນຂູ່ ຕອບໂຕ້ກັບທຸກປະເທດ ຫາກຮ່ວມມືກັບທຣຳ ກະທົບຜົນປະໂຫຍດຈີນ
ຢ່າລື່ມກົດຕິດຕາມ