ຈາກເດັກເນີດສູ່ເຈົ້າພໍ່ເທັກໂນໂລຢີ ຖ້າຍ້ອນກັບໄປໃນຍຸກ 1980s ບິລ ເກດສ໌ ຍັງບໍ່ແມ່ນມະຫາເສດຖີ, ລາວເປັນພຽງແຕ່ເຈົ້າຂອງບໍລິສັດຊອຟແວຣ໌ນ້ອຍໆຊື່ວ່າໄມໂກຣຊອຟທ໌ (Microsoft) ແຕ່ແລ້ວທັນໃດນັ້ນ ໂອກາດຄຳກໍ່ແລ່ນເຂົ້າມາຫາລາວແບບບໍ່ທັນຕັ້ງຕົວ…ຈາກການ “ຕັດສິນໃຈຜິດພາດ” ຂອງບໍລິສັດໃຫຍ່ຍັກໃນຍຸກນັ້ນຄື IBM!
IBM ຢາກເຮັດຄອມພິວເຕີ ແຕ່ບໍ່ມີລະບົບປະຕິບັດການ ຕອນນັ້ນ IBM ກຳລັງຈະເປີດໂຕຄອມພິວເຕີສ່ວນບຸກຄົນ (Personal Computer ຫຼື PC) ເປັນຄັ້ງທຳອິດ ພວກເຂົາເຮັດຮາດແວຣ໌ໄດ້ ແຕ່ບໍ່ມີຊອຟແວຣ໌ທີ່ໃຊ້ຄວບຄຸມເຄື່ອງ ຫຼື ທີ່ເອີ້ນວ່າ “ລະບົບປະຕິບັດການ” ຊຶ່ງປຽບເໝືອນ “ສະໝອງ” ຂອງຄອມພິວເຕີ ເຮັດໜ້າທີ່ສັ່ງການທຸກຢ່າງ
IBM ຈຶ່ງໄປຫາໄມໂກຣຊອຟທ໌ ແລະ ຖາມວ່າ “ມີລະບົບປະຕິບັດການບໍ່?” ບິລ ເກດສ໌ ຕອບວ່າ “ມີຄັບ!” ທັງທີ່ຄວາມຈິງແລ້ວ ລາວຍັງບໍ່ມີເລີຍ…
MS-DOS ຊື້ມາຖືກໆ ແລ້ວຂາຍຕໍ່ແພງໆ ສິ່ງທີ່ໄມໂກຣຊອຟທ໌ເຮັດກໍ່ຄື ຮີບໄປຊື້ລະບົບປະຕິບັດການທີ່ຊື່ວ່າ QDOS ມາຈາກບໍລິສັດນ້ອຍໆໃນລາຄາພຽງແຕ່ 50,000 ໂດລາ ແລ້ວປ່ຽນຊື່ເປັນ MS-DOS (Microsoft Disk Operating System) ກ່ອນຈະນຳໄປສະເໜີໃຫ້ IBM ໃຊ້ໃນຄອມພິວເຕີຂອງພວກເຂົາ
ແລະ ນີ້ແຫຼະ…ຄືຈຸດປ່ຽນຂອງໂລກເທັກໂນໂລຢີ!
IBM ຜິດພາດຕອນໃດ? ຄວາມຜິດພາດມັນຢູ່ຕອນນີ້! IBM ບໍ່ໄດ້ຊື້ຂາດ MS-DOS ແຕ່ພຽງແຕ່ຂໍ “ສິດໃຊ້ງານ” ເທົ່ານັ້ນ ຍັງເປີດຊ່ອງໃຫ້ໄມໂກຣຊອຟທ໌ຂາຍລະບົບປະຕິບັດການນີ້ໃຫ້ບໍລິສັດອື່ນໄດ້ອີກຕ່າງຫາກ!
ຕອນນັ້ນ IBM ຄິດວ່າຕົວເຄື່ອງຄອມພິວເຕີ (ຮາດແວຣ໌) ສຳຄັນທີ່ສຸດ ສ່ວນຊອຟແວຣ໌ເປັນພຽງແຕ່ຂອງແຖມ ບໍ່ໄດ້ໃຫ້ຄວາມສຳຄັນຫຼາຍ
ແຕ່ສິ່ງທີ່ເກີດຂຶ້ນຄື…
MS-DOS ກາຍເປັນ “ມາດຕະຖານ” ຂອງໂລກ ເມື່ອ IBM PC ເລີ່ມຮິດ, ບໍລິສັດອື່ນໆເຊັ່ນ Compaq, Dell, HP ກໍ່ເລີ່ມເຮັດຄອມພິວເຕີທີ່ “ໃຊ້ຮ່ວມກັບ IBM ໄດ້” ຊຶ່ງກໍ່ຕ້ອງໃຊ້ MS-DOS ເຊັ່ນກັນ ໄມໂກຣຊອຟທ໌ຈຶ່ງຂາຍລະບົບປະຕິບັດການນີ້ໃຫ້ທຸກເຈົ້າທີ່ຢາກເຂົ້າຕະຫຼາດ
ບິລ ເກດສ໌ກາຍເປັນມະຫາເສດຖີ ເພາະທຸກບໍລິສັດໃນຍຸກນັ້ນຕ້ອງໃຊ້ MS-DOS ຫຼື Windows ທີ່ຕາມມາ ໄມໂກຣຊອຟທ໌ກໍ່ເຕີບໂຕຢ່າງວ່ອງໄວ ບິລ ເກດສ໌ກໍ່ລວຍເອົາໆ ຈົນກາຍເປັນໜຶ່ງໃນຄົນທີ່ຮັ່ງມີທີ່ສຸດໃນໂລກ
ຖ້າ IBM ບໍ່ເປີດຊ່ອງໃຫ້ໄມໂກຣຊອຟທ໌ຂາຍ MS-DOS ໃຫ້ເຈົ້າອື່ນ ຫຼື ຊື້ລະບົບປະຕິບັດການນີ້ໄປຕັ້ງແຕ່ແລກ ປານນີ້ Microsoft ອາດບໍ່ມີມື້ໃຫຍ່ໂຕຂະໜາດນີ້ກໍ່ໄດ້
ບົດຮຽນຈາກເລື່ອງນີ້: ຢ່າມອງຂ້າມ “ສິ່ງທີ່ເບິ່ງເໝືອນນ້ອຍໆ” IBM ຄິດວ່າຊອຟແວຣ໌ບໍ່ສຳຄັນ ແຕ່ໃນທີ່ສຸດມັນກັບເປັນຕົວປ່ຽນເກມ ເພາະຄົນໃຊ້ຄອມພິວເຕີບໍ່ໄດ້ສົນໃຈແຕ່ເຄື່ອງແຮງຫຼືແບຣນດັງ ແຕ່ສົນໃຈວ່າລະບົບມັນໃຊ້ງານງ່າຍບໍ່, ລັນໂປຣແກຣມໄດ້ບໍ່, ແລະ ນັ້ນຄືສິ່ງທີ່ Microsoft ເຮັດໄດ້ດີ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,502 | 21,712 |
![]() THB | 632.26 | 640.80 |
![]() EUR | 23.033 | 23,492 |
![]() CNY | 2,902 | 2,958 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 31,160,000 | 31,6900,000 |
![]() | 30,890,000 | 31,799,000 |