site cov (80)
ຂອງດີໃນຕອນເຊົ້າ! ເຄື່ອງດື່ມທີ່ຊ່ວຍ "ຈັບ" ໄຂມັນຮ້າຍ ບໍ່ໃຫ້ເຂົ້າສູ່ກະແສເລືອດ ແລະ ດີຕໍ່ຫົວໃຈນຳ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 22 April, 2025

“ໂອ໊ດມິວຄ໌ ຫຼື ນົມເຂົ້້າໂອ໊ດ” ເຄື່ອງດື່ມຂອງດີໃນຕອນເຊົ້າ ດັກຈັບຄໍເລສເຕີຣໍກ່ອນເຂົ້າສູ່ເລືອດ ພ້ອມດີຕໍ່ຫົວໃຈ ແລະ ສິ່ງແວດລ້ອມ

 

ໂອ໊ດມິວຄ໌ ຖືເປັນທາງເລືອກທີ່ດີຕໍ່ສຸຂະພາບ ຫຼາຍຄົນສາມາດເລືອກດື່ມແທນນົມງົວ ເພາະອຸດົມດ້ວຍ ເບຕ້າກລູແຄນ (Beta-glucan) ເຊິ່ງເປັນໃຍອາຫານຊະນິດລະລາຍນ້ຳໄດ້.

 

 

ໂດຍໃຍອາຫານຊະນິດນີ້ຈະສ້າງເນື້ອເຈວໃນລະບົບຍ່ອຍອາຫານ, ຊ່ວຍຈັບຄໍເລສເຕີຣໍ ແລະ ປ້ອງກັນບໍ່ໃຫ້ດູດຊຶມເຂົ້າສູ່ກະແສເລືອດໂດຍກົງ.

 

ຜົນວິໄຈຫຼ້າສຸດຢືນຢັນປະສິດທິພາບໂອ໊ດມິວຄ໌ ວ່າເຄື່ອງດື່ມຊະນິດໜຶ່ງທີ່ພົບໄດ້ເລື້ອຍໃນຕອນເຊົ້າຢ່າງ “ໂອ໊ດມິວຄ໌” ຫຼື “ນົມເຂົ້າໂອ໊ດ” ອາດເປັນຕົວຊ່ວຍສຳຄັນໃນການຫຼຸດລະດັບຄໍເລສເຕີຣໍໃນຮ່າງກາຍ, ໂດຍສະເພາະຄໍເລສເຕີຣໍຊະນິດບໍ່ດີ (LDL) ທີ່ເປັນປັດໄຈສ່ຽງຕໍ່ພະຍາດຫົວໃຈ.

 

ໂດຍການສຶກສາໃນຜູ້ຊາຍ 66 ຄົນທີ່ມີພາວະຄໍເລສເຕີຣໍສູງ ພົບວ່າການດື່ມໂອ໊ດມິວຄ໌ວັນລະ 3 ຈອກ (ປະມານ 750 ມລ.) ຕິດຕໍ່ກັນ 5 ອາທິດ ເຮັດໃຫ້ລະດັບຄໍເລສເຕີຣໍລວມຫຼຸດລົງ 3% ແລະ LDL ຫຼຸດລົງ 5%.

 

ນອກຈາກນີ້, ຍັງມີການທົບທວນງານວິໄຈ 58 ສະບັບ ພົບວ່າການຮັບປະທານເບຕ້າກລູແຄນປະມານ 3.5 ກຣາມຕໍ່ວັນ, ເປັນເວລາ 5-6 ອາທິດ ຊ່ວຍຫຼຸດລະດັບ LDL ລົງໄດ້ 4% ແລະ ຫຼຸດລະດັບ Apolipoprotein B ໄດ້ 2% ເຊິ່ງເປັນໂປຣຕີນຫຼັກຂອງ LDL ແລະ ເປັນຕົວບົ່ງຊີ້ຄວາມສ່ຽງພະຍາດຫົວໃຈໄດ້ແມ່ນຢຳກວ່າລະດັບ LDL ພຽງຢ່າງດຽວ.

 

ສອດຄ່ອງກັບງານວິໄຈໃນປີ 2018 ທີ່ຕີພິມໃນວາລະສານ Food and Function ເຊິ່ງຍັງພົບອີກວ່າ ການດື່ມເຄື່ອງດື່ມຈາກເຂົ້າໂອ໊ດອາດໃຫ້ຜົນໃນການຫຼຸດຄໍເລສເຕີຣໍທີ່ຍາວນານ ຍິ່ງກວ່າການຮັບປະທານຂ້າວໂອ໊ດແບບທຳມະດາອີກ!

 

ບໍ່ພຽງແຕ່ນັ້ນ, ນອກຈາກຫຼຸດຄໍເລສເຕີຣໍແລ້ວ, ໂອ໊ດມິວຄ໌ຍັງມີປະໂຫຍດໃນດ້ານອື່ນໆ ອີກຫຼາຍຢ່າງ ເຊັ່ນ:

 

  • ຊ່ວຍຍ່ອຍອາຫານ ແລະ ຄວບຄຸມລະດັບນ້ຳຕານໃນເລືອດ ເນື່ອງຈາກໃຍອາຫານໃນໂອ໊ດມິວຄ໌ຊ່ວຍຊະລໍການດູດຊຶມຄາໂບໄຮເດຣດ
  • ມີວິຕາມິນ B, ແຄລຊຽມ, ວິຕາມິນ D ແລະ A ເຊິ່ງເສີມສ້າງກະດູກ
  • ມີໂພແທສຊຽມ, ແມກນີຊຽມ ແລະ ສັງກະສີ ເຊິ່ງເປັນແຮ່ທາດຈຳເປັນຕໍ່ຮ່າງກາຍ
  • ມີໄຂມັນອິ່ມຕົວຕ່ຳກວ່ານົມງົວ ແລະ ມີໃຍອາຫານສູງ ຊ່ວຍໃຫ້ອິ່ມນານ ຄວບຄຸມນ້ຳໜັກໄດ້ດີ
  • ເປັນທາງເລືອກທີ່ດີສຳລັບຜູ້ແພ້ນົມຫຼືບໍ່ສາມາດຍ່ອຍແລັກໂຕສ

 

ເຖິງຢ່າງໃດກໍ່ຕາມ, ດຖິງແມ່ນວ່າໂອ໊ດມິວຄ໌ຈະມີປະໂຫຍດຫຼາຍຢ່າງ,

 

ແຕ່ກໍ່ມີບາງປະເດັນທີ່ຄວນລະວັງ ໂດຍສະເພາະໃນຜະລິດຕະພັນເຊີງພານິດບາງຍີ່ຫໍ້ທີ່ອາດມີການເຕີມນ້ຳຕານໃນປະລິມານສູງ, ເຊິ່ງອາດສົ່ງຜົນເສຍຕໍ່ສຸຂະພາບໄດ້.

 

ຈຶ່ງແນະນຳໃຫ້ເລືອກສູດບໍ່ເຕີມນ້ຳຕານ.

 

ນອກຈາກນີ້, ຄວນບໍລິໂພກໂອ໊ດມິວຄ໌ຮ່ວມກັບອາຫານທີ່ຫຼາກຫຼາຍ ເຊັ່ນ: ຜັກ, ໝາກໄມ້, ທັນຍະພືດບໍ່ຂັດສີ ແລະ ແຫຼ່ງໂປຣຕີນໄຂມັນຕ່ຳ ເພື່ອໃຫ້ໄດ້ຄຸນຄ່າທາງໂພຊະນາການຄົບຖ້ວນ.

 

ຫາກທ່ານມີພະຍາດປະຈຳຕົວ ຫຼື ກຳລັງກິນຢາຫຼຸດຄໍເລສເຕີຣໍ, ຄວນປຶກສາແພດກ່ອນປັບປ່ຽນພຶດຕິກຳການບໍລິໂພກອາຫານ.

 

ໂອ໊ດມິວຄ໌ບາງຍີ່ຫໍ້ອາດບໍ່ໄດ້ຮັບຮອງວ່າ “ປາສະຈາກກລູເຕນ” ເຊິ່ງອາດບໍ່ເໝາະກັບຜູ້ທີ່ມີອາການແພ້ກລູເຕນ.

 

ໃນຂະນະທີ່ໂອ໊ດມິວຄ໌ແບບເຮັດເອງທີ່ບ້ານ ເຖິງແມ່ນຈະເປັນທາງເລືອກທີ່ປະຍັດ ແລະ ຄວບຄຸມສ່ວນປະສົມໄດ້ ແຕ່ກໍ່ມັກບໍ່ມີການເສີມວິຕາມິນ ແລະ ແຮ່ທາດຄືກັນກັບຜະລິດຕະພັນທາງການຄ້າ.

 

ໂອ໊ດມິວຄ໌ຍັງມີປະລິມານພະລັງງານ ແລະ ຄາໂບໄຮເດຣດສູງກວ່ານົມອັລມອນດ໌ ແຕ່ໃຫ້ໂປຣຕີນນ້ອຍກວ່ານົມງົວ ແລະ ນົມຖົ່ວເຫຼືອງ, ເຊິ່ງອາດສົ່ງຜົນຕໍ່ຄວາມຮູ້ສຶກອິ່ມ ແລະ ຄວາມສົມດຸນຂອງສານອາຫານ.

 

ນອກຈາກນີ້, ບໍ່ຄວນໃຊ້ໂອ໊ດມິວຄ໌ເປັນອາຫານຫຼັກແທນນົມ ຫຼື ອາຫານສຳລັບເດັກນ້ອຍ ແລະ ເດັກອ່ອນໂດຍບໍ່ໄດ້ຮັບຄຳແນະນຳຈາກແພດ ເພາະອາດບໍ່ພຽງພໍຕໍ່ຄວາມຕ້ອງການດ້ານໂພຊະນາການໃນການຈະເລີນເຕີບໂຕ.

 

ທ້າຍທີ່ສຸດ, ຢ່າລືມວ່າ ເຖິງແມ່ນໂອ໊ດມິວຄ໌ເປັນເຄື່ອງດື່ມທາງເລືອກທີ່ມີປະໂຫຍດຕໍ່ຫົວໃຈ ແລະ ສຸຂະພາບໂດຍລວມ ໂດຍສະເພາະໃນເລື່ອງການຫຼຸດຄໍເລສເຕີຣໍຊະນິດບໍ່ດີ ແຕ່ການເລືອກຜະລິດຕະພັນທີ່ດີຕໍ່ສຸຂະພາບ ແລະ ບໍລິໂພກຢ່າງພໍດີ ຍັງຄົງເປັນສິ່ງສຳຄັນ.

 

ຫາກກຳລັງຊອກຫາເຄື່ອງດື່ມເພື່ອສຸຂະພາບທີ່ຄົບຄຸນຄ່າທາງໂພຊະນາການ ແລະ ເປັນມິດກັບສິ່ງແວດລ້ອມ, ໂອ໊ດມິວຄ໌ອາດເປັນຄຳຕອບທີ່ດີສຳລັບທ່ານ!

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 30 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
666.13
677.45
european-union
EUR
24,187
24,671
china
CNY
2,964
3,023
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 30 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,920,000
43,450,000
42,426,000
43,559,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-30T164337.794
" ທຣຳ " ປະກາດຂໍ້ຕົກລົງກັບຈີນ ຫຼຸດຜ່ອນພາສີນຳເຂົ້າລົງເປັນ 47% ຫຼັງຈາກພົບປະກັບ" ສີ ຈິ້ນຜິງ "
jane - 2025-10-30T160331.053
ໃຜທີ່ເຄັ່ງຄຽດລອງເບິ່ງ! ມາຮູ້ຈັກກັບເພງ "Weightless" ເພງທີ່ຖືກຍົກຍ້ອງວ່າ "ຜ່ອນຄາຍທີ່ສຸດໃນໂລກ"
pele - 2025-10-30T160813.940
ພະຍາດໄອໄກ່ ສາມາດປ້ອງກັນໄດ້ດ້ວຍວັກຊິນ
pele - 2025-10-30T153437.852
ພົນລະເມືອງ ອີຢູ ຫລາຍກວ່າ 50% ສະໜັບສະໜູນການເປີດກວ້າງກຸ່ມ
site cover1 - 2025-10-30T152648.845
ຄວາມສ່ຽງທີ່ບໍ່ຄວນມອງຂ້າມ ເມື່ອການກົດອະນຸຍາດແອັບພລິເຄຊັນກາຍເປັນຊ່ອງໂຫວ່ຄວາມປອດໄພ
jane - 2025-10-30T143338.230
ແຂວງເຊກອງ ຈູດທຳລາຍຢາເສບຕິດ ໃນໂອກາດສະຫຼອງວັນຕ້ານຢາເສບຕິດ ແຫ່ງຊາດ
site cover1 - 2025-10-30T134609.985
Nvidia ລົງທຶນ 3.2 ໝື່ນລ້ານ ຊື້ຫຸ້ນ Nokia ຮ່ວມກັນພັດທະນາເທັກໂນໂລຊີ AI ແລະ 6G
jane - 2025-10-30T132842.383
ກຳນົດໂມງປິດ-ເປີດ ໃຫ້ສັນຈອນຜ່ານ ພູເກົ້າຫລັກ ກາສີ-ເມືອງນານ ເລີ່ມແຕ່ວັນທີ 30 ຕຸລາ 2025 ເປັນຕົ້ນໄປດັ່ງນີ້:
jane - 2025-10-30T131045.893
'ທຣຳ' ພົບກັບ 'ສີ ຈິ້ນຜິງ' ແລ້ວແບບໜ້າຕໍ່ໜ້າໃນຮອບຫຼາຍກວ່າ 6 ປີ ແກ້ໄຂບັນຫາສົງຄາມການຄ້າ
site cover1 - 2025-10-30T114208.655
ການຄົ້ນຄວ້າຊີ້ໃຫ້ເຫັນ! ຜູ້ຊາຍ "ສະໝອງຫົດ" ໄວກວ່າແມ່ຍິງ ແຕ່ແມ່ຍິງກໍ່ຍັງມີຄວາມສ່ຽງ "ສະໝອງເສື່ອມ" ຫຼາຍກວ່າ 2 ເທົ່າ
ຢ່າລື່ມກົດຕິດຕາມ