
ໄຂ່ນໍ້າ (Wolffia arrhiza (L.) Wimm.) ຫຼື ຊື່ເອີ້ນຕາມພາສາທ້ອງຖິ່ນວ່າ “ຜໍາ” ຫຼື “ໄຂ່ຜໍາ” ເປັນພືດນໍ້າປະເພດລອຍນໍ້າຂະໜາດນ້ອຍໃນວົງ Lemnaceae ພົບໃນແຫຼ່ງໜອງບຶງຫຼືແຫຼ່ງນໍ້າຂັງ. ຮູບຮ່າງເປັນເມັດສີຂຽວກົມຫຼືເກືອບກົມ, ມີເສັ້ນຜ່າສູນກາງ 0.5-1.5 ມິລລິແມັດ, ບໍ່ມີຮາກ, ເປັນພືດທີ່ມີຂະໜາດນ້ອຍທີ່ສຸດໃນໂລກ.
ອົງປະກອບທາງໂພຊະນະຂອງໄຂ່ນໍ້າພົບວ່າ ມີໂປຣຕີນ, ເບຕ້າ-ຄາໂຣທີນ ແລະ ຄລໍໂຣຟິວຈາກການສັງເຄາະແສງ.
ໄຂ່ນໍ້າມີປະລິມານໂປຣຕີນໃນລະດັບດຽວກັບເມັດຖົ່ວຊະນິດຕ່າງໆ, ເມັດທັນຍະພືດ, ມີເສັ້ນໄຍສູງ, ມີປະລິມານກົດອະມິໂນທີ່ຈໍາເປັນບໍ່ຕ່າງກັບໄຂ່ໄກ່, ສາຫຼ່າຍກຽວທອງ, ແລະ ຄລໍເຣລລ່າ.
ນອກຈາກນີ້ຄລໍໂຣຟິວໃນໄຂ່ນໍ້າມີສານຕ້ານອະນຸມູນອິດສະຫຼະ (antioxidant) ຫຼາຍກວ່າໃນສາຫຼ່າຍກຽວທອງ, ຊຶ່ງໃຊ້ຮັກສາອາການທ້ອງຜູກ, ຮັກສາສະພາວະຊີດໃນຄົນທີ່ເປັນໂລກເລືອດຈາງໄດ້.
ປະໂຫຍດຂອງໄຂ່ນໍ້າສາມາດນໍາມາໃຊ້ປຸງອາຫານພື້ນບ້ານທາງພາກເໜືອແລະພາກອີສານ, ເຊັ່ນ: ແກງອ່ອມ, ແກງຄົ່ວ, ໄຂ່ຕຸ໋ນ, ໄຂ່ຈຽວ ເປັນຕົ້ນ, ຮັບປະທານໄດ້.
ການເພາະຂະຫຍາຍພັນໄຂ່ນໍ້າສາມາດຂະຫຍາຍພັນໄດ້ຕະຫຼອດປີຂຶ້ນກັບປະລິມານນໍ້າໃນບໍ່ລ້ຽງ.
ບໍລິເວນທີ່ພົບບໍ່ລ້ຽງໄຂ່ນໍ້າສ່ວນໃຫຍ່ມີຕົ້ນໄມ້ຂະໜາດໃຫຍ່ປົກຄຸມ ເຊັ່ນ: ຕົ້ນກ້າມປູ, ໝາກມ່ວງ, ແລະໝາກຂາມເທດ. ໃບໄມ້ທີ່ແຫ້ງຫຼົ່ນຕົກສະສົມໃນພື້ນກົ້ນບໍ່, ເມື່ອຍ່ອຍສະຫຼາຍເປັນສານອິນຊີສະສົມໃນພື້ນກົ້ນບໍ່, ເປັນແຫຼ່ງຂອງທາດອາຫານສໍາລັບໄຂ່ນໍ້າ, ແລະຕົ້ນໄມ້ເຫຼົ່ານັ້ນຍັງເປັນຮົ່ມເງົາລົດຄວາມເຂັ້ມແສງບໍ່ໃຫ້ຫຼາຍເກີນໄປ.
ເນື່ອງຈາກໄຂ່ນໍ້າເຈີລີນເຕີບໂຕໄດ້ດີໃນທີ່ຮົ່ມແສງໜ້ອຍ, ສາມາດແຕກໜໍ່ຂະຫຍາຍພັນແຜ່ກະຈາຍໄດ້ດີກວ່າບໍ່ທີ່ຢູ່ກາງແຈ້ງແລະມີສີຂຽວເຂັ້ມຫຼາຍກວ່າບໍ່ລ້ຽງທີ່ຢູ່ກາງແຈ້ງ.
ສານເຄມີໃນນໍ້າຂໍ້ຈໍາກັດການບໍລິໂພກໄຂ່ນໍ້າ
ຜົນຜະລິດໄຂ່ນໍ້າສ່ວນໃຫຍ່ໄດ້ຈາກບໍ່ລ້ຽງຕາມແຫຼ່ງນໍ້າທໍາມະຊາດ. ຊ່ວງທີ່ມີຜົນຜະລິດຫຼາຍທີ່ສຸດໃນຊ່ວງປາຍລະດູຝົນ ແຕ່ມີຜົນຜະລິດບໍ່ພຽງພໍແລະບໍ່ຕໍ່ເນື່ອງຕະຫຼອດປີ, ຊຶ່ງເກີດຈາກສະພາບແວດລ້ອມບໍ່ລ້ຽງມີປະລິມານນໍ້າໃນບໍ່ຫຼຸດລົງເມື່ອເຂົ້າລະດູແລ້ງ, ເຮັດໃຫ້ໄຂ່ນໍ້າໃນບໍ່ລ້ຽງເຂົ້າສູ່ລະຍະພັກຈົມລົງພື້ນກົ້ນບໍ່ເຮັດໃຫ້ຜົນຜະລິດຫຼຸດລົງ. ການເກັບກ່ຽວໄຂ່ນໍ້າແຕ່ລະຄັ້ງສາມາດລວມໄຂ່ນໍ້າຈາກບໍ່ລ້ຽງໄດ້ຄັ້ງລະ 20-50 ກິໂລກຣາມຕໍ່ວັນ.
ຢ່າງໃດກໍຕາມ, ການນໍາໄຂ່ນໍ້າມາປຸງເປັນອາຫານຍັງມີຂໍ້ຈໍາກັດໃນການຍອມຮັບຂອງຜູ້ບໍລິໂພກ ເນື່ອງຈາກສຸຂະອະນາໄມຄວາມສະອາດ, ຄວາມປອດໄພຈາກການປົນເປື້ອນສານເຄມີຢາຂ້າແມງໄມ້ທີ່ມາກັບນໍ້າ, ຈຶ່ງເຮັດໃຫ້ການຍອມຮັບຂອງຜູ້ບໍລິໂພກໃນປັດຈຸບັນຫຼຸດລົງ.
ຄວາມນິຍົມໃນການບໍລິໂພກມີສະເພາະໃນກຸ່ມຜູ້ສູງອາຍຸໃນຊົນນະບົດເທົ່ານັ້ນ, ລວມເຖິງກຸ່ມຜູ້ບໍລິໂພກພຽງບາງກຸ່ມທີ່ຮູ້ເຖິງຄຸນຄ່າທາງໂພຊະນາການທີ່ສໍາຄັນໃນໄຂ່ນໍ້າ, ຫຼືຜູ້ບໍລິໂພກອາຫານເພື່ອສຸຂະພາບໂດຍນໍາໄຂ່ນໍ້າມາເຮັດເປັນເຄື່ອງດື່ມເພື່ອສຸຂະພາບ ຫຼືປຸງເປັນອາຫານ.
ເນື່ອງຈາກໃນໄຂ່ນໍ້າມີຄຸນຄ່າທາງໂພຊະນາການສູງ, ມີສານຕ້ານອະນຸມູນອິດສະຫຼະສູງບໍ່ແຕກຕ່າງກັບໃນສາຫຼ່າຍກຽວທອງ ຫຼື ນໍ້າຄລໍໂຣຟິວທີ່ວາງຈໍາໜ່າຍທົ່ວໄປໃນທ້ອງຕະຫຼາດໃນຮູບອາຫານເສີມຊຶ່ງມີລາຄາສູງ.
ການລ້ຽງໄຂ່ນໍ້າໃນບໍ່ດິນ
ການກຽມບໍ່ຄ້າຍຄືກັບການກຽມບໍ່ລ້ຽງປາທົ່ວໄປ ດັ່ງນີ້:
- ບໍ່ລ້ຽງໄຂ່ນໍ້າຂະໜາດ 10 – 50 ແມັດກ້ອນ, ສູບນໍ້າອອກເພື່ອກໍາຈັດສັດຕູຂອງໄຂ່ນໍ້າໂດຍສະເພາະປາກິນພືດ, ລູກປາຂະໜາດນ້ອຍອອກໃຫ້ໝົດ
- ຫວ່ານປູນຂາວເພື່ອປັບສະພາບດິນ ອັດຕາ 10-20 ກິໂລກຣາມຕໍ່ໄຮ່, ຕາກບໍ່ໃຫ້ແຫ້ງປະມານ 7 ວັນ. ການຕາກບໍ່ຊ່ວຍໃຫ້ສານອິນຊີທີ່ສະສົມຢູ່ພື້ນກົ້ນບໍ່ຍ່ອຍສະຫຼາຍຕົວ
- ຫວ່ານຝຸ່ນຄອກໃນບໍ່ດິນໃຫ້ທົ່ວ ຫຼື ໃສ່ກະສອບມັດຕາມມຸມບໍ່ ໃນອັດຕາ 50 ກິໂລກຣາມຕໍ່ໄຮ່
- ສູບນໍ້າເຂົ້າບໍ່ລ້ຽງ ໂດຍຜ່ານຖົງກອງດ້ວຍອວນໄນລ່ອນ ຫຼື ມຸ້ງຂຽວ ເພື່ອປ້ອງກັນໄຂ່ປາ, ລູກປາທີ່ມາກັບນໍ້າບໍ່ໃຫ້ເຂົ້າບໍ່ລ້ຽງ. ລະດັບນໍ້າ 50 – 80 ເຊັນຕິແມັດ
- ປ່ອຍໄຂ່ນໍ້າ ອັດຕາ 10 ກິໂລກຣາມຕໍ່ໄຮ່. ໄຂ່ນໍ້າຈະເລີ່ມແຕກໜໍ່ຂະຫຍາຍພັນໃນບໍ່ເພີ່ມຈໍານວນເລື້ອຍໆ, ສາມາດເກັບຜົນຜະລິດຄັ້ງທໍາອິດໃນວັນທີ 12-15 ຫຼັງປ່ອຍລ້ຽງ ແລະ ສາມາດເກັບໄດ້ທຸກ 6 ມື້. ທັງນີ້ການເກັບຜົນຜະລິດແຕ່ລະຄັ້ງຄວນເກັບອັດຕາບໍ່ເກີນ 50% ຂອງພື້ນທີ່ເພື່ອໃຫ້ມີພັນໄຂ່ນໍ້າຂະຫຍາຍພັນຕໍ່ໄປ.
ການລ້ຽງໄຂ່ນໍ້າເພື່ອບໍລິໂພກໃນຄົວເຮືອນ
ໄຂ່ນໍ້າສາມາດເພາະລ້ຽງໃນບໍ່ຂະໜາດນ້ອຍ ເຊັ່ນ: ຊາມ, ຖັງພລາສຕິກ, ທໍ່ຊີເມັນ ເພື່ອບໍລິໂພກໃນຄົວເຮືອນ.
ຜູ້ລ້ຽງສາມາດຄວບຄຸມຄຸນນະພາບຄວາມສະອາດ ແລະ ປອດໄພຈາກສານເຄມີ, ຢາຂ້າແມງໄມ້ໄດ້ດ້ວຍຕົນເອງ.
ການເພາະລ້ຽງໄຂ່ນໍ້າເພື່ອບໍລິໂພກໃນຄົວເຮືອນມີວິທີໃນການເພາະລ້ຽງງ່າຍໆ ດັ່ງນີ້:
- ບໍ່ລ້ຽງ ໃຊ້ຖັງພລາສຕິກ, ຊາມ, ອ່າງບົວ, ອ່າງຢາງລົດຍົນ, ຫຼືທໍ່ຊີເມັນກົມ ທີ່ສາມາດຫາໄດ້ງ່າຍຂະໜາດຕາມຕ້ອງການ, ລ້າງທໍາຄວາມສະອາດ. ຄວນຕັ້ງໃນທີ່ຮົ່ມໃຕ້ຕົ້ນໄມ້ຫຼືທີ່ມີແສງໜ້ອຍ ຫຼື ພາງແສງແດດດ້ວຍສະແລນ 50%. ທັງນີ້, ຫາກລ້ຽງໃນບໍລິເວນກາງແຈ້ງແສງແດດສ່ອງເຖິງພື້ນບໍ່, ເຮັດໃຫ້ເກີດສາຫຼ່າຍຊະນິດອື່ນຊຶ່ງມີຜົນເຮັດໃຫ້ຜົນຜະລິດໄຂ່ນໍ້າຫຼຸດລົງແລະມີສີຊີດບໍ່ຂຽວເຂັ້ມ
- ເຕີມນໍ້າສະອາດຈາກນໍ້າປະປາ, ນໍ້າບາດານ, ຫຼືນໍ້າບໍ່ດິນ ສູງປະມານ 15-20 ເຊັນຕິແມັດ, ບໍລິມາດນໍ້າໂດຍປະມານ 100 ລິດ
- ຊັ່ງຝຸ່ນວິທະຍາສາດ ສູດ 16-16-16 ຫຼື 15-15-15 ປະມານ 10 ກຣາມ ຫຼື 1 ບ່ວງແກງ, ລະລາຍນໍ້າກ່ອນ ຫຼື ຫໍ່ຜ້າ ໃສ່ໃນບໍ່
- ໃສ່ຫົວເຊື້ອໄຂ່ນໍ້າ ສາມາດຫາໄດ້ຕາມຕະຫຼາດສົດທົ່ວໄປ ອັດຕາ 20 ກຣາມຕໍ່ບໍ່ຂະໜາດ 1 ແມັດກ້ອນ
ການຈະເລີນເຕີບໂຕຂອງໄຂ່ນໍ້າຈະແຕກໜໍ່ຂະຫຍາຍພັນໃໝ່ທຸກ 5-6 ວັນ ແລະ ໃຫ້ຜົນຜະລິດສູງສຸດ 12-15 ວັນ ຫຼັງປ່ອຍລ້ຽງ ສາມາດເກັບຜົນຜະລິດໄດ້. ແລະ ຫາກເກັບໄຂ່ນໍ້າອັດຕາ 50% ຂອງພື້ນທີ່ບໍ່ລ້ຽງທຸກໆ 6 ວັນ, ໃຫ້ຜົນຜະລິດແຕ່ລະຄັ້ງສະເລ່ຍ 475 ກຣາມຕໍ່ແມັດກ້ອນ ແລະ ສາມາດລ້ຽງໄດ້ຕະຫຼອດປີ.
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














