VP LANDSCAPE COVER (58)
ຝັນເຫັນແມວ ຝັນເຫັນລູກແມວ ມີຄຳທຳນາຍຝັນວ່າແນວໃດ
ຮຽບຮຽງໂດຍ:patthana
ເຜີຍແຜ່: 24 April, 2025

ຝັນເຫັນແມວ ຝັນເຫັນລູກແມວ ມີຄຳທຳນາຍຝັນວ່າແນວໃດ ພ້ອມເລກເດັດໃຫ້ໂຊກ

ຝັນເຫັນແມວ ໂດຍທົ່ວໄປແລ້ວມັກໝາຍເຖິງຄວາມລັບ, ຈິດໃຕ້ສຳນຶກ, ແລະ ພະລັງສະຕຣີ. ແມວມັກຖືກມອງວ່າເປັນສັດລຶກລັບແລະໜ້າອັດສະຈັນ, ແລະ ມັກຖືກເຊື່ອມໂຍງກັບໂລກແຫ່ງວິນຍານ. ຝັນເຫັນແມວຈຶ່ງອາດໝາຍເຖິງວ່າ ທ່ານກຳລັງສຳຜັດກັບດ້ານມືດຂອງຈິດໃຕ້ສຳນຶກຂອງທ່ານ ຫຼື ກຳລັງເຜີຊີນກັບບັນຫາບາງຢ່າງທີ່ຍັງບໍ່ໄດ້ຮັບການແກ້ໄຂ. ນອກຈາກນີ້, ຝັນເຫັນແມວຍັງສາມາດໝາຍເຖິງຄວາມຮູ້ສຶກໂດດດ່ຽວກໍໄດ້.

Sanook ໄດ້ລວມຄຳທຳນາຍຝັນເມື່ອທ່ານ ຝັນເຫັນແມວ ຝັນເຫັນແມວດຳ, ຝັນເຫັນແມວຕາຍ, ຝັນວ່າໄດ້ອູ້ມແມວ, ຫຼື ຄວາມຝັນທີ່ກ່ຽວກັບ “ແມວ” ມີຄວາມໝາຍແນວໃດແດ່, ພ້ອມເລກເດັດເລກໃຫ້ໂຊກ.

ກະລຸນາໃຊ້ວິຈາລະນະຍານໃນການອ່ານ

ຝັນເຫັນແມວ ຫາກຝັນເຫັນແມວ, ມີຄຳທຳນາຍຝັນວ່າ ຈະໄດ້ລາບຈາກການສ່ຽງ ຫຼື ລາບທາງໄກ. ບາງຕຳລາກໍວ່າ ຈະໄດ້ຮັບຄວາມສຸກພາຍໃນຄອບຄົວ. ອີກຕຳລາກໍທຳນາຍວ່າ ຈະໄດ້ຮັບຂ່າວຮ້າຍ ຫຼື ຄອບຄົວຈະມີເລື່ອງເດືອດຮ້ອນ. ເລກເດັດຈາກຄວາມຝັນ 61,60,65,18,62

ຝັນເຫັນລູກແມວ ຈະໄດ້ຮັບຂ່າວດີ, ທຳອະໄລຈະມີຄົນຄອຍຊ່ວຍເຫຼືອ, ເດີນທາງຈະມີຄົນຄອຍອະນຸເຄາະບໍ່ເດືອດຮ້ອນ. ບາງຕຳລາກໍວ່າ ຈະເລີ່ມຊີວິດໄປໃນທາງກ້າວໜ້າແລະກໍຈະຕັ້ງຕົວໄດ້. ອີກຕຳລາກໍທຳນາຍວ່າ ຈະຖືກຕຳນິຫຼືຖືກໃຊ້ງານໜັກຢ່າງບໍ່ເຫັນທຳ. ເລກເດັດຈາກຄວາມຝັນ: 13,59,42,34,14

ຝັນເຫັນລູກແມວຫຼາຍຕົວ ຈະໄດ້ຮັບເຄາະ ຫຼື ມີເລື່ອງບາດໝາງ ທະເລາະວິວາດ. ບາງຕຳລາກໍວ່າ ຈະໄດ້ຮັບຄວາມຊ່ວຍເຫຼືອຈາກຄົນແປກໜ້າຫຼືມິດສະຫາຍ ຈະມີໂຊກລາບ. ອີກຕຳລາກໍທຳນາຍວ່າ ຈະໄດ້ຮັບໂຊກລາບ ແລະ ການງານໃນໜ້າທີ່ຈະໄດ້ຮັບເລື່ອນຕຳແໜ່ງ. ເລກເດັດຈາກຄວາມຝັນ: 08,04,21,87,09

ຝັນເຫັນລູກແມວ2ຕົວ ຈະໄດ້ຮັບເຄາະທາງເຈັບປ່ວຍ ຫຼື ອຸບັດຕິເຫດໃນການເດີນທາງ. ບາງຕຳລາກໍວ່າ ຈະໄດ້ສັດລ້ຽງມີຄຸນເຂົ້າມີຢູ່ໃນເຮືອນ. ອີກຕຳລາກໍທຳນາຍວ່າ ເປັນຝັນດີ ຈະໝົດເຄາະແລະມີໂຊກ. ເລກເດັດຈາກຄວາມຝັນ: 75,32,79,54,76

ຝັນເຫັນແມວສີຂາວ ທຳນາຍຝັນວ່າ ທ່ານກຳລັງຢູ່ໃນເຄາະຫຼືມີເລື່ອງທຸກຮ້ອນ ແຕ່ຈະມີຜູ້ໃຫຍ່ມາໃຫ້ຄວາມຊ່ວຍເຫຼືອ. ເລກເດັດຈາກຄວາມຝັນ: 31,75,71,14,33

ຝັນເຫັນແມວດຳ ທຳນາຍຝັນວ່າ ຈະໄດ້ໂຊກລາບ ແຕ່ໃນເລື່ອງສຸຂະພາບອາດຈະພົບເຈີກັບອາການເຈັບປ່ວຍໃນອະນາຄົດອັນໃກ້. ເລກເດັດຈາກຄວາມຝັນ: 74,28,30,48,74

ຝັນເຫັນແມວສາມສີ ທຳນາຍຝັນວ່າ ທ່ານຈະມີໂຊກດີໃນດ້ານຄວາມຮັກ. ບາງຕຳລາກໍວ່າ ຈະມີອິດທິພົນມີຄົນມາພຶ່ງບາລະມີ. ອີກຕຳລາກໍທຳນາຍວ່າ ຈະໄດ້ຮັບການອຸປະຖຳພຈາກຜູ້ໃຫຍ່. ເລກເດັດຈາກຄວາມຝັນ: 83,54,49,34,88

ຝັນເຫັນແມວສີສົ້ມ ທຳນາຍຝັນວ່າ ຈະໄດ້ລາບຈາກການສ່ຽງໂຊກ ຈະໄດ້ພົບເຈີເພື່ອນໃໝ່ທີ່ຫຼາກຫຼາຍ. ເລກເດັດຈາກຄວາມຝັນ 21,42,51,16,21

ຝັນວ່າຖືກແມວຂ່ວນ ທຳນາຍຝັນວ່າ ທ່ານອາດຈະຖືກຫຼອກໃຊ້ໂດຍທີ່ບໍ່ໄດ້ຮັບຄ່າຕອບແທນ. ຄວນລະວັງໃນເລື່ອງຂອງສຸຂະພາບ ເພາະອາດຈະເຈັບປ່ວຍໄດ້. ເລກເດັດຈາກຄວາມຝັນ 49,78,59,94,46

ຝັນເຫັນແມວຕາເພັດ ທຳນາຍຝັນວ່າ ທ່ານກຳລັງຈະໝົດເຄາະ ແຕ່ກໍຕ້ອງລະວັງຢ່າໃຊ້ຊີວິດດ້ວຍຄວາມປະມາດຂາດຄວາມລະມັດລະວັງ. ເລກເດັດຈາກຄວາມຝັນ 83,70,51,38,89

ຝັນເຫັນແມວຕາຍ ທຳນາຍຝັນວ່າ ຈະໄດ້ຮັບຄວາມເດືອດເນື້ອຮ້ອນໃຈ ພາຍໃນຄອບຄົວ ຫຼື ຈາກຄົນໃກ້ຕົວ. ບາງຕຳລາກໍວ່າ ຜູ້ຝັນຈະຢູ່ເຢັນເປັນສຸກ ປາສະຈາກສັດຕູແລະພະຍາດໄພຕ່າງໆ ແລະ ຈະມີໂຊກລາບເລັກໆນ້ອຍໆຈາກການສ່ຽງໂຊກ. ອີກຕຳລາກໍທຳນາຍວ່າ ຈະໄດ້ຮັບເຄາະຈາກຄົນພາຍໃນເຮືອນ ຫຼື ໃນທີ່ເຮັດວຽກນຳມາສູ່ແຕ່ຈະມີທຸກຂະລາບ. ເລກເດັດຈາກຄວາມຝັນ 48,43,86,87,42

ຝັນເຫັນແມວຫຼາຍຕົວ ທຳນາຍຝັນວ່າ ອາດຈະມີເລື່ອງໃຫ້ຕ້ອງທຸກໃຈຈາກຄົນທີ່ມີອາຍຸນ້ອຍກວ່າ. ເລກເດັດຈາກຄວາມຝັນ 79,95,66,97,72

ຝັນວ່າໄດ້ອູ້ມແມວ ທຳນາຍຝັນວ່າ ຄົນອາຍຸນ້ອຍກວ່າອາດນຳບັນຫາມາໃຫ້. ເລກເດັດຈາກຄວາມຝັນ 83,64,33,33,83

ຝັນວ່າຂ້າແມວ ທຳນາຍຝັນວ່າ ອາດຕົກຢູ່ໃນສະຖານະການກືນບໍ່ເຂົ້າຄາຍບໍ່ອອກ ໂດນນຳບັນຫາມາໃຫ້. ເລກເດັດຈາກຄວາມຝັນ 63,90,42,34,64

ຝັນວ່າໂດນແມວຍ່ຽວໃສ່ ທຳນາຍຝັນວ່າ ຈະມີເລື່ອງເດືອດຮ້ອນໃຫ້ມາລົບກວນຈິດໃຈ ມີຄົນມຸ່ງຮ້າຍ. ເລກເດັດຈາກຄວາມຝັນ 61,52,82,14,64

ຝັນວ່າຊ່ວຍແມວຕົກນ້ຳ ທຳນາຍຝັນວ່າ ຈະປະສົບຄວາມສຳເລັດໃນໜ້າທີ່ການງານ. ຄົນມີຄູ່ແລ້ວຊີວິດຮັກໃນຊ່ວງນີ້ຈະລາບລື່ນ. ເລກເດັດຈາກຄວາມຝັນ 20,68,17,02,27

ແນະນຳເລກເດັດຄຳທຳນາຍຝັນເພີ່ມເຕີມ

  • ທຳນາຍຝັນເລກເດັດ ຕາມຕຳລາໂບຮານ
  • ເລກເດັດສະຖິຕິຫວຍຍ້ອນຫຼັງທຸກງວດ

ເຖິງຢ່າງໃດກໍຕາມ, ຝັນເຫັນແມວກໍອາດໝາຍເຖິງສິ່ງດີໆໄດ້ເຊັ່ນກັນ. ແມວມັກຖືກມອງວ່າເປັນສັນຍາລັກຂອງຄວາມໂຊກດີ, ຄວາມສຳເລັດ, ແລະ ຄວາມຮັກ. ຫາກທ່ານຝັນເຫັນແມວທີ່ໜ້າຮັກແລະອ່ອນໂຍນ ແສດງວ່າທ່ານກຳລັງມີຄວາມສຸກແລະປະສົບຄວາມສຳເລັດໃນຊີວິດ.

(ທຳນາຍຝັນເປັນພຽງຄວາມເຊື່ອສ່ວນບຸກຄົນເທົ່ານັ້ນ)

ຄຳທຳນາຍຝັນທີ່ມັກພົບບໍ່ເລື້ອຍ ຝັນເຫັນເຫັດ, ຝັນເຫັນໝາ, ຝັນເຫັນວັດ, ຝັນເຫັນປວກ, ຝັນເຫັນພະຍານາກ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 20 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,494
21,770
thailand (1)
THB
661.11
671.29
european-union
EUR
24,091
24,573
china
CNY
2,915
2,973
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-20T152654.259
ຈີນພັດທະນາຫຸ່ນຍົນທີ່ສາມາດຖືພາແທນມະນຸດ ເປັນໂຕທຳອິດຂອງໂລກ ແລະ ຈະເປີດຕົວຢ່າງເປັນທາງການພາຍໃນ 1 ປີ
pele - 2025-08-20T111617.259
ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ
pele - 2025-08-20T100635.516
ສຳເລັດການຝຶກອົບຮົມດົນຕີພື້ນເມືອງລາວ, ສຽງແຄນລາວ, ດົນຕີພື້ນບ້ານ
_cover - 2025-08-18T162202.386
ແຈ້ງການ ປິດນ້ຳປະປາຊົ່ວຄາວ ວັນທີ 19 ສິງຫາ 2025 ຂອບເຂດພື້ນທີ່ບ້ານ ໂພນສະຫວ່າງ, ເມືອງ ຈັນທະບູລີ ແລະ ເຂດໃກ້ຄຽງ
_cover - 2025-08-18T155432.824
ການບໍ່ຖູແຂ້ວກ່ອນນອນ ອາດເພີ່ມຄວາມສ່ຽງຕໍ່ໂລກຫົວໃຈ ອ້າງອີງຈາກບົດຄົ້ນຄ້ວາປະເທດຢີ່ປຸ່ນ
pele - 2025-08-18T154019.544
ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກສຶກສາລາວຮຽນຈາກຈີນ
pele - 2025-08-18T151419.969
ສຂຈ ຈັດການສອບເສັງຄັດເລືອກນັກສຶກສາ ສາຂາຄູພາສາຈີນ
pele - 2025-08-18T135756.072
ເສີມສ້າງທັກສະໃຫ້ພະນັກງານແນວລາວສ້າງຊາດ ຢູ່ ສປ ຈີນ
site cover1 (81)
Samsung ແລ່ນຕາມ iPhone ໃນສະຫະລັດ ກະຕຸ້ນກະແສມືຖືຫນ້າຈໍພັບໄດ້
pele - 2025-08-18T112120.219
ສົ່ງຄະນະເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນຄັ້ງທີ 14 ທີ່ປະເທດ ຟີລິບປິນ
ຢ່າລື່ມກົດຕິດຕາມ